ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຈຳນວນ ຜູ້ເສຍຊີວິດ ຈາກໄຟປ່າ ​ຢູ່ລັດ ຄາລີຟໍເນຍ ເພີ້ມຂຶ້ນ ເປັນ 56 ຄົນ


ພວກພະນັກງານຊອກຄົ້ນຫາ ກຳລັງຊອກຫາ ຊາກສົບຂອງມະນຸດ ຢູ່ທີ່ສວນຈອດລົດພັກຄ້າງຄືນ ທີ່ໄດ້ຖືກໄຟ "Camp Fire," ເຜົາ, ວັນທີ 13 ພະຈິກ 2018, ໃນເມືອງພາຣາດາຍສ໌ ລັດຄາລີຟໍເນຍ.
ພວກພະນັກງານຊອກຄົ້ນຫາ ກຳລັງຊອກຫາ ຊາກສົບຂອງມະນຸດ ຢູ່ທີ່ສວນຈອດລົດພັກຄ້າງຄືນ ທີ່ໄດ້ຖືກໄຟ "Camp Fire," ເຜົາ, ວັນທີ 13 ພະຈິກ 2018, ໃນເມືອງພາຣາດາຍສ໌ ລັດຄາລີຟໍເນຍ.

ທີມຊອກຄົ້ນຫາທັງຫຼາຍ ຢູ່ໃນພາກເໜືອຂອງລັດຄາລີຟໍເນຍ ໄດ້ພົບເຫັນຊາກສົບຕື່ມ
ອີກແປດຄົນ ທີ່ໄດ້ເສຍຊີວິດ ຍ້ອນໄຟປ່າທີ່ເປັນອັນຕະລາຍຮ້າຍແຮງສຸດ ໃນປະຫວັດ
ສາດຂອງລັດດັ່ງກ່າວ ຊຶ່ງໄດ້ນຳມາ​ ຊຶ່ງການສູນເສຍຊີວິດ ຈຳນວນ 56 ຄົນແລ້ວ ນັບຕັ້ງ
ແຕ່ໄຟໄດ້ລຸກລາມຂຶ້ນ ເມື່ອສັບປະດາແລ້ວນີ້.

ຜູ້​ບັນ​ຊາ​ການຕຳຫຼວດເມືອງບິວຕ໌ ທ່ານ ຄໍຣີ ໂຮນເນ ໄດ້ກ່າວໃນຕອນແລງວັນ ພຸດ
ວານນີ້ ວ່າ ພວກຜູ້ເຄາະຮ້າຍ ທີ່ໄດ້ພົບເຫັນຄັ້ງຫຼ້າສຸດແມ່ນຢູ່ໃນພື້ນທີ່ຂອງ ເມືອງ
ພາຣາດາຍສ໌ ຊຶ່ງເປັນເມືອງນຶ່ງ ທີ່ມີພົນລະເມືອງອາໄສຢູ່ 27,000 ຄົນ ທີ່ໄດ້ຮັບຜົນ
ກະທົບ ຢ່າງໜັກໜ່ວງໂດຍໄຟປ່າ.

ທີມກູ້ໄພ ໄດ້ໃຊ້ເວລາຫຼາຍມື້ຢູ່ພາຍໃນ ແລະອ້ອມແອ້ມ ເມືອງພາຣາດາຍສ໌ ເພືຶ່ອຊອກ
ຫາຊາກສົບຂອງມະນຸດ ໃນຂະນະທີ່ບັນດາເຈົ້າໜ້າທີ່ ຈຳນວນນຶ່ງ ພະຍາຍາມຊອກຫາ
ພວກຄົນຜູ້ທີ່ບໍ່ສາມາດຢືນຢັນໄດ້ວ່າ ຢູ່ໃສນັ້ນ ນັບຕັ້ງແຕ່ໄຟ ໄດ້ລຸກໄໝ້ ເມື່ອສັບປະດາ
ແລ້ວນີ້ ແລະ ໄດ້ເຜົາຜານເຮືອນຊານ ຫຼາຍກວ່າ 8,600 ຫຼັງ ໃນຂະນະທີ່ມັນລຸກລາມ
ອອກໄປຢ່າງວ່ອງໄວ.

ທ້າວ ເກຣັກ ກິບສັນ ຜູ້ທີ່ໄດ້ຍົກຍ້າຍອອກຈາກພື້ນທີ່ ກຳລັງເບິ່ງ ຂໍ້ມູນກ່ຽວກັບ ພວກເພື່ອນບ້ານໃກ້ຄຽງຂອງລາວ ທີ່ຫາຍສາບສູນ ຢູ່ໃນຄຸ້ມບ້ານ ເຊີຣ ໃນເມືອງ ຊີໂກ ລັດ ຄາລີຟໍເນຍ, ວັນທີ 13 ພະຈິກ 2018.
ທ້າວ ເກຣັກ ກິບສັນ ຜູ້ທີ່ໄດ້ຍົກຍ້າຍອອກຈາກພື້ນທີ່ ກຳລັງເບິ່ງ ຂໍ້ມູນກ່ຽວກັບ ພວກເພື່ອນບ້ານໃກ້ຄຽງຂອງລາວ ທີ່ຫາຍສາບສູນ ຢູ່ໃນຄຸ້ມບ້ານ ເຊີຣ ໃນເມືອງ ຊີໂກ ລັດ ຄາລີຟໍເນຍ, ວັນທີ 13 ພະຈິກ 2018.

ຄວາມພະຍາຍາມຊອກຄົ້ນຫາຂະໜາດໃຫຍ່ ມາເຖິງປັດຈຸບັນນີ້ ລວມມີ ປະມານ 460
ຄົນ ໝາດົມກິ່ນຫາຊາກສົບ 22 ໂຕ ແລະ ລະບົບວິເຄາະ DNA ນຶ່ງຊຸດ ທີ່ບັນດາເຈົ້າ
ໜ້າທີ່ ຫວັງວ່າ ຈະຊ່ອຍເລັ່ງໃນການລະບຸໂຕ ຂອງພວກຜູ້ເຄາະຮ້າຍທັງຫຼາຍ ແລະ
ການແຈ້ງໃຫ້ຄອບຄົວຂອງພວກເຂົາເຈົ້າຊາບ.

ທ່ານ ໂຮນເນ ໄດ້ກ່າວວ່າ ມາເຖິງວັນພຸດວານນີ້ ບັນດາເຈົ້າໜ້າທີ່ ລະບຸໂຕ ໄດ້ແບບ
ລວມໆ 47 ສົບ ພາຍໃນຈຳນວນ 56 ຄົນ ທີ່ໄດ້ເສຍຊີວິດ ແລະ ລໍຖ້າການຢັ້ງຢືນໂດຍ
DNA ຢູ່.

ບັນຊີລາຍຊື່ຂອງພວກຄົນ ທີ່ບໍ່ສາມາດຢືນຢັນໄດ້ວ່າຢູ່ໃສນັ້ນ ແມ່ນມີຢູ່ 130 ຄົນ.

ໃນຂະນະດຽວກັນ ໄຟປ່າ ແມ່ນຍັງສືບຕໍ່ເຜົາໄໝ້ຢູ່.

ບັນດາເຈົ້າໜ້າທີ່ດັບໄຟ ໄດ້ກ່າວໃນວັນພຸດວານນີ້ ທີມກູ້ໄພ ແມ່ນໄດ້ຮັບຜົນສຳເລັດ
ໃນບາງສ່ວນ ແຕ່ກໍປະເຊີນກັບຄວາມທ້າທາຍຫຼາຍປະການ ຈາກຄວາມສູງຊັນ ແລະ
ໜ້າດິນທີ່ເປັນພູຜາ ຢູ່ໃນບາງພື້ນທີ່. ໄຟປ່າ ກໍຍັງຄົງເຜົາໄໝ້ຢູ່ ຊຶ່ງສາມາດຄວບຄຸມໄດ້
​ແລ້ວ 35 ເປີເຊັນ ໃນວັນພຸດວານນີ້ ໂດຍຢູ່ຕາມຂອບເຂດຟາກກ້ຳເໜືອ ແລະຟາກກ້ຳ
ຕາເວັນອອກ ແມ່ນຍັງບໍ່ສາມາດຄວບຄຸມໄດ້ເທື່ອ.

ໄຟປ່າແມ່ນມີຢູ່ເປັນປະຈຳ ຢູ່ໃນລັດຄາລີຟໍເນຍ ໂດຍສະເພາະ ຢູ່ໃນຊ່ວງເວລານີ້ຂອງ
ປີ ໃນເວລາ​ລົມ​ທີ່​ມີ​ຄວາມອຸ່ນ ​ແລະແຫ້ງ​ແລ້ງ​ ຊ່ວຍ​ເຮັດ​ໃຫ້​ໄຟ​ປ່າ​ໄໝ້​ລາ​ມ​ຢ່າງ​ໄວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG