ໄຟປ່າລຸກລາມຢ່າງໜັກທົ່ວນະຄອນລອສແອນເຈີເລສ ຈົນທາງການຕ້ອງປະກາດສະຖານະການສຸກເສີນ ໃນລະຫວ່າງທີ່ທີມນັກດັບເພີງເຂົ້າໄປຄວບຄຸມສະຖານະການຂອງໄຟປ່າຢ່າງຫຍາກລຳບາກ ໃນວັນພຸດວານນີ້ ອີງຕາມລາຍງານຂອງອົງການຂ່າວເອພີ.
ໄຟປ່າທີ່ເລີ້ມຕົ້ນຂຶ້ນເມື່ອຕອນແລງວັນອັງຄານ ໃກ້ກັບເຂດອະນຸລັກທຳມະຊາດທາງພາກຕາເວັນອອກສຽງເໜືອຂອງນະຄອນລອສ ແອນເຈີເລສ ກ່ອນຈະລຸກລາມອອກໄປຢ່າງໄວວາ ມີລາຍງານການອົບພະຍົບພົນລະເມືອງໄປທີ່ສູນພັກພິງສຳລັບຜູ້ເຖົ້າຜູ້ແກ່ ທີ່ຕ້ອງນຳຜູ້ສູງອາຍຸທີ່ຢູ່ພາຍໃນບໍລິເວນໄຟປ່ານັ້ນ ອອກມາທີ່ບໍລິເວນເດີ່ນຈອດລົດ ດ້ວຍລໍ້ຍູ້ ແລະຕຽງຄົນປ່ວຍ ເນື່ອງຈາກອາຄານໄດ້ຮັບຄວາມເສຍຫາຍຈາກໄຟປ່າ.
ນອກຈາກນີ້ ຍັງມີໄຟປ່າອີກແຫ່ງນຶ່ງທີ່ເກີດຂຶ້ນໃນວັນດຽວກັນ ທີ່ໄດ້ສ້າງຄວາມເສຍຫາຍໃຫ້ກັບເຂດ ປາຊີຟິກ ພາລີເຊດສ໌ (Pacific Palisades) ທີ່ເປັນພື້ນທີ່ພູເຂົາບ່ອນຢູ່ອາໄສຂອງຄົນທີ່ມີຊື່ສຽງໃນຄາລີຟໍເນຍ ສ່ວນຖະໜົນຫົນທາງບໍ່ສາມາດໃຊ້ການໄດ້ເນື່ອງຈາກຜູ້ຄົນຕັດສິນໃຈຖິ້ມລົດ ແລະຍ່າງເພື່ອຫລົບໜີຈາກໄຟປ່າທີ່ລຸກແຮງຂຶ້ນ ການຈະລາຈອນກໍຕິດຄັດໃນບໍລິເວນດັ່ງກ່າວ ເຮັດໃຫ້ລົດສຸກເສີນບໍ່ສາມາດເຂົ້າເຖິງພື້ນທີ່ໄດ້ ແລະເຮືອນຊານ ພ້ອມທັງທຸລະກິດ ເສຍຫາຍໜັກຕະຫຼອດເສັ້ນທາງຂອງໄຟປ່າ.
ໄຟປ່າຢູ່ທີ່ແຫງທີ 3 ເກີດຂຶ້ນໃນຊ່ວງເວລາສ 22 ໂມງ 30 ຂອງວັນອັງຄານ ແລະເຮັດໃຫ້ຕ້ອງອົບພະຍົບຢ່າງຮີບດ່ວຍໃນເຂດ ຊີລມາຣ (Sylmar) ຂອງເມືອງແຊນເຟີນານໂດ ວາລເລ ທາງຕອນພາກເໜືອຂອງລອສ ແອນເຈີເລສ ອີກທັງຍັງມີລາຍງານໄຟປ່າລຸກລາມໄປຍັງເຂດ ມາລີບູ ນຳດ້ວຍ ສ່ວນໄຟປ່າແຫ່ງທີ 4 ເກີດຂຶ້ນໃນຊ່ວງຕອນເຊົ້າວັນພຸດວານນີ້ ທີ່ເຂດ ໂຄດແຊລາ (Coachella) ເຊິ່ງສາເຫດຂອງໄຟປ່າ ຍັງຢູ່ໃນລະຫວ່າງການສືບສວນຢູ່.
ມາເຖິງຕອນນີ້ ທາງການຍັງບໍ່ສາມາດຄວບຄຸມໄຟປ່າໄດ້ໃນທຸກພື້ນທີ່.
ໄຟປ່າຢູ່ລັດຄາລີຟໍເນຍໃນຮອບນີ້ ແມ່ນຮ້າຍແຮງສຸດ ເນື່ອງຈາກກະແສລົມທີ່ພັດແຮງເຖິງ 97 ກິໂລແມັດຕໍ່ຊົ່ວໂມງ ເມື່ອວັນອັງຄານ ແລະທະວີຂຶ້ນເປັນ 129 ກິໂລແມັດຕໍ່ຊົ່ວໂມງ ໃນຊ່ວງຕອນເຊົ້າວັນພຸດ ອ້າງອີງຈາກໜ່ວຍງານອຸຕຸນິຍົມວິທະຍາຂອງສະຫະລັດ ໂດຍກະແສລົມທີ່ພັດແຮງດັ່ງກ່າວ ອາດທະວີຂຶ້ນສູງສຸດທີ່ 160 ກິໂລແມັດຕໍ່ຊົ່ວໂມງ ໃນບໍລິເວນຈ້າຍພູ ແລະເນີນພູ ພ້ອມທັງພື້ນທີ່ທີ່ບໍ່ມີຝົນຕົກມາໄດ້ເກືອບນຶ່ງເດືອນ.
ໜ່ວຍງານອຸຕຸນິຍົມວິທະຍາສະຫະລັດ ລະບຸວ່າ ກະແສລົມທີ່ພັດແຮງຈະຍັງເປັນອຸປະສັກຕໍ່ການດັບໄຟປ່າ ອີກຕໍ່ໄປຈົນເຖິງຢ່າງໜ້ອຍ 18 ໂມງຂອງວັນພຸດ ທີມດັບເພີງບໍ່ສາມາດນຳເຮືອບິນເຂົ້າຊ່ອຍຄວບຄຸມໄຟອີກທາງນຶ່ງໄດ້ ແລະທາງໜ່ວຍດັບເພີງລອສ ແອນເຈີເລນ ຕ້ອງຮຽກໂຕພວກນັກດັບເພີງທີ່ບໍ່ໄດ້ຢູ່ໃນການປະຕິບັດໜ້າທີ່ ໃຫ້ເຂົ້າມາປະຈຳການ.
ຜູ້ວ່າການລັດຄາລີຟໍເນຍ ທ່ານແກວິນ ນິວຊຳ ໄດ້ໂພສຜ່ານສື່ສັງຄົມ X ໃນວັນພຸດວານນີ້ ວ່າ “ຄາລີຟໍເນຍ ໄດ້ສົ່ງເຈົ້າໜ້າທີ່ດັບເພີງຫຼາຍກວ່າ 1,400 ຄົນ ເຂົ້າໄປຄວບຄຸມໄຟປ່າ ແລະເຮັດທຸກວີທີທາງເພື່ອຊ່ອຍຊີວິດຜູ້ຄົນຈາກໄພພິບັດນີ້” ແລະໄດ້ລົງພື້ນທີ່ປະສົບໄພ ພ້ອມປະກາດພາວະສຸກເສີນຈາກໄຟປ່າແລ້ວ.
ຕອນນີ້ ທາງການຍັງບໍ່ສາມາດປະເມີນຄວາມເສຍຫາຍຈາກໄຟປ່າຄັ້ງຫລ້າສຸດນີ້ໄດ້ເທື່ອ ແຕ່ລະບຸວ່າ ມີຜູ້ເສຍຊີວິດແລ້ວ ຢ່າງໜ້ອຍ 2 ຄົນ ປະຊາຊົນ 100,000 ຄົນຕ້ອງອົບພະຍົບໜີໄຟປ່າ ແລະຕຶກອາຄານກວ່າ 13,000 ຫລັງເສຍຫາຍຫຼືຕົກຢູ່ໃນຄວາມສ່ຽງຂອງໄຟປ່າ.
ສະພາບອາກາດຜັນຜວນຄັ້ງນີ້ ຍັງເຮັດໃຫ້ ປະທານາທິບໍດີ ໂຈ ໄບເດັນ ຕ້ອງຍົກເລີກກຳນົດການເດືອນທາງມາຍັງ ຣີເວີຊາຍ ຄາວຕີ (Riverside County) ທີ່ຜູ້ນຳສະຫະລັດ ຈະປະກາດການສ້າງອະນຸສາວະລີ 2 ແຫ່ງໃນລັດຄາລີຟໍເນຍ ໂດຍທ່ານໄບເດັນ ຍັງຢູ່ທີ່ນະຄອນ ລອສ ແອນເຈີເລສ ເຊິ່ງຄວັນໄຟປ່າ ສາມາດແນມເຫັນໄດ້ຈາກໂຮງແຮມທີ່ທ່ານພັກຢູ່ ແລະຜູ້ນຳສະຫະລັດ ໄດ້ຮັບຊາບເບລືອກໄຟປ່າ ລວມທັງໜ່ວຍງານ ດ້ານການບັນເທົາໄພພິບັດຂອງລັດຖະບານກາງສະຫະລັດ (Federal Emergency Management Agency) ຫຼື FEMA ກໍໄດ້ອະນຸມັດງົບປະມານຄ່າໃຊ້ຈ່າຍໃນການດັບໄຟປ່າແລ້ວ.
ປົກກະຕິແລ້ວ ລະດູການທີ່ເກີດໄຟປ່າຮ້າຍແຮງໃນຄາລີຟໍເນຍ ຈະເລີ້ມຕົ້ນໃນເດືອນມິຖຸນາ ຫຼື ກໍລະກົດ ຈົນເຖິງເດືອນຕຸລາຂອງທຸກປີ ອ້າງອີງຈາກສະມາຄົມຫົວໜ້າໜ່ວຍດັບເພີງພາກຕາເວັນຕົກ (Western Fire Chief Association) ແຕ່ໄຟປ່າໃນເດືອນມັງກອນ ກໍບໍ່ແມ່ນເລືອກທີ່ແປກເລີຍສຳບັບລັດນີ້ ເພາະເຄີຍເກີດຂຶນມາແລ້ວຄັ້ງນຶ່ງເມື່ອປີ 2022 ແລະມີໄຟປ່າເຖິງ 10 ເທື່ອໃນເດືອນມັງກອນຂອງປີ 2021 ຕາມຂໍ້ມູນຂອງ CalFire.
ຟໍຣັມສະແດງຄວາມຄິດເຫັນ