ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ໄຟໄໝ້ປ່າ ຢູ່ທາງເໜືອ ລອສ ແອນເຈີລິສ ທຳລາຍອາຄານ ໄປແລ້ວ 439 ຫຼັງ


​ພວກ​ເຈົ້າໜ້າທີ່​ດັບ​ໄຟສອງຄົນ ຢືນເບິ່ງໃນຈະນະທີ່ເຮືອນຫລັງນຶ່ງ ຖືກໄຟປ່າໄໝ້ ຢູ່ໃນເມືອງ ລາຄັອນຈິດຕາ (La Conchita) ລັດຄາລິຟໍເນຍ ໃນວັນພະຫັດທີ 7 ທັນວາ, 2017.
​ພວກ​ເຈົ້າໜ້າທີ່​ດັບ​ໄຟສອງຄົນ ຢືນເບິ່ງໃນຈະນະທີ່ເຮືອນຫລັງນຶ່ງ ຖືກໄຟປ່າໄໝ້ ຢູ່ໃນເມືອງ ລາຄັອນຈິດຕາ (La Conchita) ລັດຄາລິຟໍເນຍ ໃນວັນພະຫັດທີ 7 ທັນວາ, 2017.

ວັນ​ພະຫັດ​ວານ​ນີ້ ​ເປັນ​ມື້ທີ 4 ທີ່​ມີ​ໄຟ​ປ່າ​ເຜົາ​ຜານ​ທໍາລາຍ​ໃນ​ເຂດ​ພາກ​ໃຕ້​ຂອງ​ລັດ
​ຄາ​ລິ​ຟໍ​ເນຍ ​ແລະ​ມີ​ແປວ​ໄຟ​ອັນ​ໃໝ່ ລຸກຂຶ້ນຢູ່​ທາງ​ພາກ​ເໜືອ ຂອງນະຄອນ​ແຊນ​ດີ
​ເອ​ໂກ (San Diego) ​ແລະລຸກລາມ​ໄປ​ຢ່າງ​ວ່ອງ​ໄວ.

​ພວກ​ເຈົ້າໜ້າທີ່​ດັບ​ໄຟກ່າວ​ໃນແລງວັນ​ພະຫັດ​ວານ​ນີ້ ​ໄຟ​ປ່າທີ່​ລຸກລາມຢູ່​ໃນ​ເຂດ​
ພາກ​ເໜືອຂອງ​ນະຄອນ​ລັອສ ​ແອນ​ເຈີ​ລິສ (Los Angeles) ​ໄດ້​ທໍາລາຍ​ບ້ານ​ເຮືອນ
​ແລະ​ຕຶກອາຄານ ຕ່າງໆ 439 ຫລັງ.

ພວກ​ເຈົ້າໜ້າທີ່ດັ່ງກ່າວ​ເວົ້າອີກ​ວ່າ ລົມ​ທີ່​ພັດ​ຢູ່​ໃນ​ເມືອງ​ແຊນ​ຕາ ອານາ (Santa Ana)
ທີ່​ມີ​ຊື່ສຽງຢູ່​ໃນ​ຂົງ​ເຂດ​ດັ່ງກ່າວ ມີ​ແຕ່​ໄດ້​ຊ່ວຍ​ເຮັດ​ໃຫ້​ໄຟ​ທີ່​ລຸກໄໝ້ຢູ່ 4 ຈຸດ​ໃຫຍ່​ທີ່​ສຸດ
​ແຜ່​ລາມ​ອອກ​ຈາກ​ນະຄອນລັອສ ​ແອນ​ເຈີ​ລິສ (Los Angeles) ຂຶ້ນ​ໄປ​ຕາມແຄມຝັ່ງ
ມະຫາ​ສະໝຸດປາຊິ​ຟິກ ​ໄປ​ຫາ​ເມືອງ ​ແຊນ​ຕາ ບາ​ບາຣາ (Santa Barbara).

ອົງການ​ດັບ​ໄຟຂອງ​ລັດ​ຄາ​ລິ​ຟໍ​ເນຍ​ເວົ້າວ່າ ລົມ​ຮ້ອນ​ທີ່​ພັດ​ຈາກ​ທະ​ເລ​ຊາຍ​ຂອງລັດ​ຄາ
​ລິ​ຟໍ​ເນຍ ​ແລະ​ສະພາບ​ທີ່​ມີ​ຄວາມ​ຊຸ່ມ​ຕໍ່າຫລາຍ​ທີ່​ສຸດ ຄາດ​ວ່າ​ຈະ​ສືບຕໍ່ມີ​ໄປ​ຈົນ​ຮອດ​
ວັນ​ອາທິດ ຈະ​ມາ​ເຖິງ​ນີ້.

ທ່ານ ເຄັນ ພິມ​ລັອດ (Ken Pimlott) ຫົວໜ້າອົງການ​ດັບ​ໄຟ​ຂອງ​ລັດ​ຄາ​ລິ​ຟໍ​ເນຍ​ເວົ້າວ່າ
"ຂ້າພະ​ເຈົ້າຂໍ​ເວົ້າຢ່າງ​ຈະແຈ້ງວ່າ ບໍ່​ມີສິ່ງໃດ​ທີ່​ຈະ​ສາມາດ​ໃຊ້​ໃນ​ການ​ຮັບ​ມື​ກັບ​ສະພາບ
​ການ​ທີ່​ຄາດ​ວ່າ​ຈະ​ມີ​ໃນຕໍ່ໜ້ານີ້​ໄດ້".

ອົງການ​ດັບ​ໄຟຂອງ​ລັດ​ດັ່ງກ່າວ​ຂຽນຂໍ້ຄວາມ​ລົງ​ໃນ​ທວີ​ດ​ເທີ (Twitter) ວ່າ: "ຈົ່ງ​ໄດ້
​ກຽມຕົວ​ໄວ້ແຕ່​ດຽວນີ້ຊາ ​ເພື່ອ​ຮັບປະກັນ​ວ່າຖ້າ​ຫາກມີ​ການ​ຍົກຍ້າຍ ​ທ່ານ ​ແລະ​ຄອບຄົວ​
ຂອງ​ທ່ານ ​ແມ່ນ​ພ້ອມ​ແລ້ວ​ທີ່​ຈະ​ໄປ!"

​ໂດຍ​ທີ່​ມີ​ໄຟ​ໄໝ້ລຸກລາມ​ໃນ​ຄວາມ​ໄວ​ສູງເຖິງ 145 ກິ​ໂລ​ແມັດຕໍ່ຊົ່ວ​ໂມງ ທີ່​ຄາດ​ວ່າ​ຈະ​ສືບ
ຕໍ່ລຸກລາມ​ໄປ​ຈົນ​ຮອດ​ຕອນ​ບ່າຍວັນ​ສຸກ​ມີ້ນີ້ທ່ານ ດາຣີລ ອັອສບີ (Daryl Osby) ຫົວໜ້າ
ຫ້ອງການ​ດັບ​ໄຟ​ຂອງນະຄອນລັອສ ​ແອນ​ເຈີ​ລິສ ​ໄດ້​ເຕືອນ​ປະຊາຊົນ​ໃຫ້​ມີ​ຄວາມ​ລະມັດ
ລະວັງຢູ່​ຕະຫລອດ ​ໃນ​ຂະນະ​ທີ່​ທ່ານ ​ແລະ​ເຈົ້າໜ້າທີ່​ຄົນ​ອື່ນໆ ​ໄດ້​ແນະ​ນໍາ​ໃຫ້​ປະຊາຊົນ
​ພາກັນ​ຍົກຍ້າຍ​ທັນທີ​ທີ່​ເຫັນ​ຮ່ອງ​ຮອຍ​ທໍາ​ອິດ​ທີ່ບອກ​ໃຫ້​ຮູ້​ວ່າອາດ​ມີ​ໄພ​ອັນຕະລາຍເກີດ ​ຂຶ້ນ.

​ແປວໄຟ​ທີ່​ໃຫຍ່​ທີ່​ສຸດ​ແມ່ນ​ແປວ ​ໂທມັສ (Thomas) ທີ່​ໄໝ້ຢູ່​ໃນ​ເຂດ​ທີ່ຢູ່​ຫ່າງ​ຈາກ​ເຂດ​ພາ​ກ​ເໜືອຂອງນະຄອນລັອສ ​ແອນ​ເຈີ​ລິສ ປະມານ 90 ທີ່​ໄດ້​ເຜົາ​ໄໝ້ຢູ່​ໃນ​ພື້ນທີ່​ທີ່​ກວ້າງ​ກວ່າ
47,000 ​ເຮັກຕາ.

​ໄຟ​ທີ່​ລຸກ​ໄໝ້​ໃນ​ວັນ​ພຸດ​ຜ່ານ​ມາ ຢູ່​ໃນ​ເຂດ​ແບ​ລ ​ແອ (Bel-Air) ທີ່​ມີ​ຕຶກ​ສູງໆ ຂອງນະຄອນ
ລັອສ ​ແອນ​ເຈີ​ລິສ ​ໄດ້​ເຮັດ​ໃຫ້​ບໍ່ສາມາດ​ມີ​ການ​ເດີນທາງ​ຢູ່​ໃນ​ທາງ​ດ່ວນ​ຫລາຍ​ສາຍ​ເປັນ​
ການ​ຊົ່ວຄາວ ​ແລະ​ເຮັດ​ໃຫ້​ຍ່ານ​ວາງສະ​ແດງ​ສິນລະປະ ຢູ່​ສູນ​ເກັດ​ຕີ (Getty Center)
ປິດ​ໄວ້​ເພື່ອ​ປ້ອງ​ກັນບໍ່​ໃຫ້​ວັດຖຸ​ສິນ ​ຢູ່​ໃນຫັ້ນຖືກ​ທໍາລາຍ​ໂດຍ​ຄວັນ​ໄຟ.

​ໂຮງຮຽນຫລາຍ​ຮ້ອຍ​ແຫ່ງ​ໃນນະຄອນລັອສ ​ແອນ​ເຈີ​ລິສ ​ໄດ້​ຖືກປິດ​ໃນ​ວັນ​ພະຫັດ​ວານ​ນີ້.

​ໄຟ​ຫົວ​ນຶ່ງ​ທີ່ໄໝ້ຢູ່​ທາງ​ພາກ​ເໜືອຂອງນະຄອນແຊນ​ດີ​ເອ​ໂກ (San Diego) ​ໄດ້​ແຜ່​ລາມ
​ອອກ​ໄປ ພາຍ​ໃນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ໃນ​ວັນ​ພະຫັດ​ວານ​ນີ້ ຈາກ 4 ​ເຮັກຕາຂຶ້ນ​ເປັນ 1012
​ເຮັກຕາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

California Fire
please wait
Embed

No media source currently available

0:00 0:01:07 0:00

XS
SM
MD
LG