ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້​ປົກ​ຄອງ​ລັດ ຄາ​ລິ​ຟໍ​ເນ​ຍ ມີ​ຄວາມ​ຫ​ວັງ​ສູງ ທີ່​ຈະ​ໄດ້​ຮັບ ​ການຊ່ວຍ​ເຫລືອ ຈາກ​ລັດ​ຖະ​ບານ ເພື່ອ​ບັນ​ເທົາ​ທຸກ ຈາກ​ເຫດ​ ໄຟ​ໄ​ໝ້


Pasukan keamanan Israel mengambil posisi "siaga" selama bentrokan dengan demonstran Palestina di kompleks Masjid Al-Aqsa, tempat suci ketiga ummat Islam, yang juga merupakan lokasi "Temple Mount" bagi ummat Yahudi di Kota Tua Yerusalem, Jumat 15 April 2022. (Foto: Reuters)
Pasukan keamanan Israel mengambil posisi "siaga" selama bentrokan dengan demonstran Palestina di kompleks Masjid Al-Aqsa, tempat suci ketiga ummat Islam, yang juga merupakan lokasi "Temple Mount" bagi ummat Yahudi di Kota Tua Yerusalem, Jumat 15 April 2022. (Foto: Reuters)

ພວກ​ເຈົ້າ​ໜ້າ​ທີ່​ຢູ່​ໃນ​ລັດ​ຄາ​ລິ​ຟໍ​ເນ​ຍ ທີ່​ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ສະ​ຫະ​ລັດ​ນັ້ນ ສາ​ມາດ​
ທີ່​ຈະ​ຮູ້​ໄດ້​ຢ່າງ​ແນ່ນອນ​ໃນ​ວັນ​ອາ​ທິດ​ວານນີ້ວ່າ ເກືອບ 300 ຄົນແມ່ນ​ມີ​ຄວາມ​ປອດ​ໄພ
ພາຍ​ຫລັງ​ທີ່​ມີ​ເຫດ​ໄຟ​ໄໝ້ທີ່​ເປັນ​ອັນ​ຕະ​ລາຍ​ທີ່​ສຸດ ຢູ່​ໃນ​ປະ​ຫວັດ​ສາດ​ຂອງ​ລັດ​ດັ່ງ​ກ່າວ
ທີ່​ໄດ້​ກວດ​ລ້າງ​ເມືອງ​ຂອງ​ພວກ​ເຂົາ​ເຈົ້າ​ໃຫ້​ຮາບ​ຄາບນັ້ນ. ແຕ່​ວ່າ ໃນ​ເວ​ລາ​ນານກວ່າ
ນຶ່ງ​ອາ​ທິດ ຫລັງ​ຈາກ​ໄຟ​ໄດ້​ກໍ່​ຂຶ້ນ ຢູ່​ເມືອງພາ​ຣາ​ດາຍສ໌ (Paradise) ມີ​ຄົນ​ເກືອບ​ຮອດ
1,000 ຍັງ​ຊອກບໍ່​ເຫັນ ໃນ​ຂະ​ນະ​ທີ່ພວກ​ຊອກ​ຄົ້ນ​ຫາ​ ​ກຳ​ລັງກວດ​ເບິ່ງ​ສິ່ງ​ຫັກ​ພັງ​ຂອງ​
ເຮືອນ​ທີ່​ຖືກ​ໄໝ້ ແລະໃນຂະ​ນ​ະ​ທີ່​ຄົນ​ອື່ນໆ ກຳ​ລັງ​ພະ​ຍາ​ຍາມ​ຕິດ​ຕໍ່​ຫາ​ພວກ​ຄົນທີ່​ຄອບ
​ຄົວ ແລະ​ໝູ່​ເພື່ອນ​ລາຍ​ງານ​ວ່າ ໄດ້ຫາຍ​ສາບ​ສູນ​ຢູ່ນັ້ນ.

​ຈຳ​ນວນ​ຄົນ​ເສຍ​ຊີ​ວິດ​ຢ່າງ​ເປັນ​ທາງ​ການ ໄດ້​ເພີ້ມ​ຂຶ້ນ​ເຖິງ 77 ຄົນ​ ໃນ​ວັນ​ອາ​ທິດ​ວານນີ້.
ຫ້ອງ​ການ​ຂອງ ຄາວ​ຕີ ບຸດ (Butte) ເວົ້າ​ວ່າ ຈົນ​ຮອດ​ດຽວນີ້ ພວກ​ເຈົ້າ​ໜ້າ​ທີ່​ຮູ້ໄດ້​ຢ່າງ
​ແນ່ນອນ​ແລ້ວ​ວ່າມີ 67 ຄົນ​ເສຍ​ຊີ​ວິດ.

ສ່ວນໄຟນັ້ນ ກໍ​ຍັງໄໝ້​ຢູ່, ຊຶ່ງ 65 ເປີ​ເຊັນ​ຂອງ​ມັນ​ໄດ້​ຖືກ​ລະ​ງັບ​ລົງ​ແລ້ວ ໃນ​ຂະ​ນະ​ທີ່​ນັກ​
ດັບ​ເພີງ​ຫລາຍ​ພັນ​ຄົນ​ປະ​ຕິ​ບັດ​ງານ​ເຮັດ​ໃຫ້​ມັນ​ຫລຸດ​ລົງ​ມາ​ຢູ່​ໃນ​ລະ​ດັບ​ທີ່​ຄວບ​ຄຸມ​ໄດ້.

ພວກ​ເຈົ້າ​ໜ້າ​ທີ​ດັບ​ເພີງ ເວົ້າ​ວ່າ​ພວກ​ດັບ​ເພີງ ​ແມ່ນ​ມີ​ຄວາມ​ກ້າວ​ໜ້າ​ໃນ​ວັນ​ອາ​ທິດ​ວານນີ້
ໃນ​ການ​ສ້າງ ແລະ​ການ​ເສີມ​ສ້າງ​ເສັ້ນ​ກັ້ນ​ຂວາງ​ໄຟ ທີ່​ພວກ​ເຂົາ​ເຈົ້າ​ຫວັງ​ວ່າ ໃນ​ທີ່​ສຸດ​ກໍ
​ຈະ​ສາ​ມາດສະ​ກັດ​ກັ້ນ​ການ​ລາມ​ໄໝ້​ຂອງ​ໄຟ​ໄດ້.

ພວກ​ເຂົາ​ເຈົ້າ​ຄິດ​ວ່າ​ຈະ​ມີ​ສິ່ງ​ຊ່ວຍ​ເຫລືອ​ເຂົາ​ເຈົ້າ​ໃນ​ອາ​ທິດນີ້ ໂດຍ​ທີ່​ມີ​ການ​ພະ​ຍາກອນ
​ວ່າ ຈະ​ມີ​ຝົນ​ຕົກ​ຢູ່​ໃນ​ເຂດ​ພາກ​ເໜືອ ​ຂອງ​ລັດ​ຄາ​ລິ​ເນ​ຍເປັນ​ເວ​ລາ​ຫລາຍ​ວັນ.

ພາບກ​ຣາບ​ສະ​ແດງ​ໃຫ້​ເຫັນ​ເນື້ອ​ທີ່​ທີ່​ຖືກ​ໄຟ​ໄໝ້ ແລະ​ເນື້ອ​ທີ່​ດິນ​ທາງ​ໝົດ​ໃນໃນ​ລັດ​ຄາ​ລິ​ຟໍ​ເນ​ຍ
ພາບກ​ຣາບ​ສະ​ແດງ​ໃຫ້​ເຫັນ​ເນື້ອ​ທີ່​ທີ່​ຖືກ​ໄຟ​ໄໝ້ ແລະ​ເນື້ອ​ທີ່​ດິນ​ທາງ​ໝົດ​ໃນໃນ​ລັດ​ຄາ​ລິ​ຟໍ​ເນ​ຍ

ແຕ່​ ເຖິງ​ແມ່ນ​ວ່າ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຈາກ​ສະ​ພາບ​ທີ່​ແຫ້ງ, ຮ້ອນ ທີ່​ເຮັດ
​ໃຫ້​ແປວ​ໄຟ​ພັດ​ລາມ​ໄປ​ໄດ້​ຢ່າງວ່ອງ​ໄວ​ຫລາຍນັ້ນ ຈະ​ເປັນ​ການຊ່ວຍວຽກ​ໃຫ້​ແກ່​ພວກ​
ນັກ​ດັບ​ເພີງ​ກໍ​ຕາມ, ແຕ່​ກໍ​ຈະ​ເຮັດ​ໃຫ້​ວຽກ​ຂອງ​ພວກ​ທີ່​ຊອກ​ຫາ​ຊາກ​ສົບ​ຢູ່​ໃນ​ກອງ​ເຖົ່າ
​ຖ່ານ ຫຍຸ້ງ​ຍາກ​ຫລາຍຂຶ້ນກວ່າ​ເກົາ​ເຊັ່ນ​ກັນ. ແລະ ໂດຍ​ທີ່​ໄຟໄໝ້​ໄດ້​ປ່ອຍ​ປະທົ່ງ​ສວນ
​ຜັກຖືກ​ໄໝ້​ໝົດ​ນັ້ນໄວ້​ໃຫ້​ເຫັນ, ມັນ​ກໍ​ຍັງ​ເຮັດ​ໃຫ້​ມີ​ຄວາມ​ສ່ຽງ​ທີ່​ຈະ​ມີ​ນ້ຳ​ຖ້ວມ ແລະ​ຂີ້​ຕົມ
​ເຈື່ອນ​ໄດ້​ເຊັ່ນ​ກັນ.

ຜູ້​ປົກ​ຄອງ​ລັດ​ຄາ​ລິ​ຟໍ​ເນຍ ໄດ້​ສະ​ແດງ​ຄວາມ​ຫວັງ​ສູງ​ໃນ​ວັນ​ອາ​ທິ​ວານນີ້ ວ່າ ປະ​ທາ​ນາ
​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຂອງ​ສະ​ຫະ​ລັດ ຈະ​ໃຫ້​ການ​ຊ່ວຍ​ເຫລືອ​ແກ່​ລັດ​ຂອງ​ທ່ານ​ຢູ່.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG