ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈຳນວນ ຂອງຜູ້ທີ່ຫາຍສາບສູນ ຈາກໄຟປ່າ ໃນລັດຄາລີຟໍເນຍ ເພີ້ມຂຶ້ນ ເກີນກວ່າ 1,000 ຄົນ ແລ້ວ


ລົດເກົ່າລາຄາແພງ ຈອດຢຸດຢູ່ໃກ້ກັບຊາກເຮືອນທີ່ຖືກເຜົາໄໝ້ ຈົນເປັນເຖົ່າຖ່ານ ໃນຂະນະທີ່ ໄຟປ່າເອີ້ນວ່າ Camp Fire ເຜົາຜານທຳລາຍ ເມືອງພາຣາດາຍສ໌ ລັດຄາລີຟໍເນຍ, ເມື່ອວັນທີ 8 ພະຈິກ 2018.
ລົດເກົ່າລາຄາແພງ ຈອດຢຸດຢູ່ໃກ້ກັບຊາກເຮືອນທີ່ຖືກເຜົາໄໝ້ ຈົນເປັນເຖົ່າຖ່ານ ໃນຂະນະທີ່ ໄຟປ່າເອີ້ນວ່າ Camp Fire ເຜົາຜານທຳລາຍ ເມືອງພາຣາດາຍສ໌ ລັດຄາລີຟໍເນຍ, ເມື່ອວັນທີ 8 ພະຈິກ 2018.

ບັນດາເຈົ້າໜ້າທີ່ ໃນລັດຄາລີຟໍເນຍ ກ່າວວ່າ ຈຳນວນຂອງຜູ້ທີ່ຍັງຫາຍສາບສູນ ຈາກ
ໄຟປ້າ ທີ່ຮ້າຍແຮງທີ່ສຸດ ໃນປະຫວັດສາດຂອງລັດຄາລີຟໍເນຍ ນັ້ນ ໄດ້ເພີ້ມ ສູງຂຶ້ນ
ເປັນຫຼາຍກວ່າ 1,000 ຄົນ ແລະ ວ່າ ຈຳນວນຂອງຜູ້ເສຍຊີວິດ ກໍໄດ້ເພີ້ມຂຶ້ນ ເປັນ
71 ຄົນແລ້ວ.

ເຈົ້າໜ້າທີ່ຕຳຫຼວດເມືອງ ບຸຍຕ໌ ທ່ານ ຄໍຣີ ໂຮນເນ ໄດ້ກ່າວໃນວັນສຸກວານນີ້ ວ່າ ບັນຊີ
ລາຍຊື່ຂອງຜູ້ທີ່ຫາຍສາບສູນ ຊຶ່ງທ່ານໄດ້ເປີດເຜີຍ ໃນວັນພະຫັດມື້ກ່ອນ ທີ່ມີຢູ່ 631
ຊື່ ນັ້ນ ມາບັດນີ້ ໄດ້ເພີ້ມຂຶ້ນເປັນ 1,011 ຊື່.

ຂໍ້ຄວາມຕ່າງໆຕິດໄວ້ໃຫ້ເຫັນ ໃນກະດານແຈ້ງຂ່າວ ຢູ່ຄຸ້ມເຊີຈ ໃນເມືອງ ຈີຊໂກ ລັດຄາລີຟໍເນຍ, ວັນທີ 13 ພະຈິກ 2018.
ຂໍ້ຄວາມຕ່າງໆຕິດໄວ້ໃຫ້ເຫັນ ໃນກະດານແຈ້ງຂ່າວ ຢູ່ຄຸ້ມເຊີຈ ໃນເມືອງ ຈີຊໂກ ລັດຄາລີຟໍເນຍ, ວັນທີ 13 ພະຈິກ 2018.

ທ່ານໄດ້ເນັ້ນຢ້ຳວ່າ ບັນຊີລາຍຊື່ນັ້ນ ເປັນໄປໄດ້ສູງທີ່ຈະປະກອບດ້ວຍພວກຄົນ ຜູ້ທີ່ໄດ້
ຫລົບໜີຈາກໄຟປ່າ ແລະ ບໍ່ໄດ້ຄຳນຶງວ່າ ພວກເຂົາເຈົ້າໄດ້ຖືກລາຍງານ ວ່າ ຫາຍສາບ
ສູນ ແລະ ທ່ານໄດ້ກ່າວອີກວ່າ ບັນຊີນີ້ ຈະປ່ຽນແປງໃນຈຳນວນ ທີ່ອາດຈະຂຶ້ນ ຫຼື ລົງ
ກໍເປັນໄດ້. ທ່ານ ຄໍຣີ ໄດ້ຮຽກຮ້ອງໃຫ້ປະຊາຊົນ ຈົ່ງແຈ້ງ ໃຫ້ທາງການຊາບ ຖ້າພວກ
ເຂົາເຈົ້າ ເປັນຜູ້ລອດຊີວິດ ຈາກໄຟປ່ານີ້.

ສ່ວນພວກນັກດັບໄຟ ທີ່ກຳລັງຕໍ່ສູ້ ​ກັບອັນທີ່ຮູ້ຈັກກັນ ​ໃນ​ຊື່ “Camp Fire ຫຼື ໄຟໄໝ້
ສະຖານທີ່ພັກແຮມໃນປ່າ”
ໄດ້ທຳຄວາມກ້າວໜ້າແດ່ແລ້ວ ໃນວັນສຸກວານນີ້ ໃນ
ການຄວບຄຸມ ແລະຍັບຍັ້ງໄຟ ບໍ່ໃຫ້ລາມອອກໄປ.

ພາບຂໍ້ມູນ ແຊນດີນ: ສະແດງໃຫ້ເຫັນ ຈຳນວນຂອງໄຟປ່າ ແລະ ເນື້ອທີ່ຖືກໄຟເຜົາໄໝ້ ເປັນເອເກີ ໃນເຫດການໄຟປ່າໃນລັດຄາລີຟໍເນຍ
ພາບຂໍ້ມູນ ແຊນດີນ: ສະແດງໃຫ້ເຫັນ ຈຳນວນຂອງໄຟປ່າ ແລະ ເນື້ອທີ່ຖືກໄຟເຜົາໄໝ້ ເປັນເອເກີ ໃນເຫດການໄຟປ່າໃນລັດຄາລີຟໍເນຍ


ພວກພະນັກງານກູ້ໄພ ຈຳນວນປະມານ 500 ຄົນ ໄດ້ຂຸດຄຸ້ຍຊາກເຜົາໄໝ້ຢູ່ ພາຍໃນ
ແລະອ້ອມແອ້ມ ເມືອງພາຣາດາຍສ໌ ຢູ່ທາງພາກເໜືອ ຂອງລັດຄາລີຟໍເນຍ ໃນວັນສຸກ
ວານນີ້ ນຶ່ງສັບປະດາ ຫຼັງຈາກໄຟປ່າທີ່ຮ້າຍແຮງ ໄດ້ເລີ້ມຂຶ້ນ ແລະ ໄດ້ລຸກລາມໄປຢ່າງ
ວ່ອງໄວ ຜ່ານເມືອງດັ່ງກ່າວ ທີ່ມີປະຊາຊົນອາໄສຢູ່ 27,000 ຄົນ. ແປວໄຟປ່າ ໄດ້ເຜົາ
ຜານເມືອງພາຣາດາຍສ໌ ຈົນວອດວາຍ ເຫຼືອແຕ່ເຖົ່າຖ່ານ ໂດຍໄດ້ທຳລາຍຕຶກອາຄານ
ເກືອບ 12,000 ຫຼັງ ລວມທັງເຮືອນຊານບ້ານຊ່ອງ ຢ່າງໜ້ອຍ 9,700 ຫລັງ ແລະມັນ
ຍັງໄດ້ເປັນໄພຂົ່ມຂູ່ຕໍ່ຕຶກອາຄານຕື່ມອີກ ຫຼາຍພັນແຫ່ງດ້ວຍ.

ໄຟປ່າໃນຄຸ້ມວູລຊີ ກຳລັງເຜົາໄໝ້ ເຮືອນຫຼັງນຶ່ງ ຢູ່ໃກ້ໆ ທະເລສາບ ມາລີບູ ໃນເມື ອງມາລີບູ ຂອງລັດຄາລີຟໍເນຍ, ວັນທີ 9 ພະຈິກ 2018.
ໄຟປ່າໃນຄຸ້ມວູລຊີ ກຳລັງເຜົາໄໝ້ ເຮືອນຫຼັງນຶ່ງ ຢູ່ໃກ້ໆ ທະເລສາບ ມາລີບູ ໃນເມື ອງມາລີບູ ຂອງລັດຄາລີຟໍເນຍ, ວັນທີ 9 ພະຈິກ 2018.

ແປວໄຟປ່າ ໄດ້ກົດດັນໃຫ້ປະຊາຊົນ ຈຳນວນປະມານ 52,000 ຄົນ ຕ້ອງໄດ້ຍົກຍ້າຍ
ອອກຈາກພື້ນທີ່ ຊຶ່ງພວກເຂົາກໍໄປອາໄສ ຢູ່ໃນສະຖານທີ່ພັກຊົ່ວຄາວ ໂຮງແຮມ
ເຮືອນຂອງຍາດຕິພີ່ນ້ອງ ແລະ ເພື່ອນມິດເປັນຕົ້ນ ແລະຢູ່ສູນພັກຊົ່ວຄາວ ໃນບໍລິເວນ
ໃກ້ໆ ກັບສະຖານທີ່ຈອດລົດຂອງຮ້ານຄ້າ ວໍມາດຕ໌ (Walmart) ແລະຢູ່ເດີ່ນຫຍ້າ
ທີ່ຕັ້ງຢູ່ກົງກັນຂ້າມນັ້ນ.

ບັນດາເຈົ້າໜ້າທີ່ ໄດ້ກ່າວໃນວັນສຸກວານນີ້ ວ່າ ຢ່າງໜ້ອຍ 25 ຄົນ ທີ່ອາໄສ ຢູ່ໃນ
ສະຖານທີ່ພັກຊົ່ວຄາວ ຫຼັງຈາກທີ່ໜີຈາກໄຟປ່ານັ້ນ ກໍໄດ້ຖືກສົ່ງໄປຮັກສາປິ່ນປົວ
ທີ່ໂຮງໝໍ ຍ້ອນເກີດການລະບາດຂອງເຊື້ອໄວຣັສນໍໂຣ ທີ່ກ່ຽວພັນກັບລະບົບ
ກະເພາະແລະລຳໃສ້.

ທາງການຂອງລັດ ກ່າວວ່າ ໂຮງຮຽນ ແລະສະຖານທີ່ທ່ອງທ່ຽວ ທັງຫຼາຍ ໃນທົ່ວເຂດ
ອ່າວຂອງນະຄອນ ແຊນ ແຟຣນສິສໂກ ໄດ້ຖືກປິດໄວ້ ໃນວັນສຸກວານນີ້ ຍ້ອນຄວັນ ຈາກໄຟປ່ານັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG