ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໄຟ​ປ່າ ໃນ​ລັດ​ຄາ​ລີ​ຟໍ​ເນຍ ເອົາ​ຊີ​ວິດ 9 ຄົນ ເຜົາຜານ ເຮືອນ​ຊານ ຮ້​ານ​ຄ້າ ອາ​ຄານຫຼາຍ​ພັນ​ຫຼັງ ວອດວາຍ


ທ່ານ​ໂຣ​ເຈີ ບ​ລອກ​ເບີກ​ຣ໌ ແລະ​ພັນ​ລະ​ຍາຂອງ​ທ່ານ ນາ​ງ​ແອນ ກຳ​ລັງ​ຢືນ​ເບິ່ງ​ໄຟ​ໄໝ້ ຢູ່​ໃກ້​ບ້ານ ວັນ​ທີ 9 ພະ​ຈິກ ໃນ​ແວັ​ສ​ຮີ​ລ.
ທ່ານ​ໂຣ​ເຈີ ບ​ລອກ​ເບີກ​ຣ໌ ແລະ​ພັນ​ລະ​ຍາຂອງ​ທ່ານ ນາ​ງ​ແອນ ກຳ​ລັງ​ຢືນ​ເບິ່ງ​ໄຟ​ໄໝ້ ຢູ່​ໃກ້​ບ້ານ ວັນ​ທີ 9 ພະ​ຈິກ ໃນ​ແວັ​ສ​ຮີ​ລ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ພາກ​ເໜືອ​ຂອງ​ລັດ​ຄາ​ລີ​ຟໍ​ເນຍ ກ່າວ​ໃນ​ວັນ​ສຸກວານ​ນີ້​ວ່າ ເກົ້າ​ຄົນ
​ໄດ້​ເສຍ​ຊີ​ວິດ​ຈາກ​ໄຟໄໝ້​ປ່າ ນຶ່ງໃນສ​າມ​ ໄຟ​ໄໝ້​ປ່າ ​ຢູ່​ໃນ​ລັດນີ້ ທີ່​ໄດ້​ເຜົາໄໝ້ເຮືອນຊານ
ຈົນວອດວາຍຫຼາຍກວ່າ 6,400 ຫຼັງ​ ແລະໄດ້ບັ​ງ​ຄັບ​ໃຫ້​ມີ​ການຍົກ​ຍ້າຍອອກຈາກພື້ນທີ່ ​
ຢ່າງກວ້າງຂວາງ.

ຫ້ອງ​ການ​ຕຳ​ຫຼວດ​ເມືອງ​ບັດ​ຕີ ກ່າວ​ວ່າ ພວກ​ເຄາະ​ຮ້າຍ​ສ່ວນ​ໃຫຍ່ ໄດ້ຖືກ​ພົບ​ເຫັນ​ວ່າ
ເສຍ​ຊີ​ວິດ​ຢູ່​ໃນ​ລົດ ຫຼື​ຢູ່ນອກ​ລົດ​ເຂົາ​ເຈົ້າ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ໄດ້​ພະ​ຍາ​ຍາມ​ຫລົບ​ໜີ​
ອອກ​ຈາ​ກເມືອງ​ພາ​ຣາ​ດາຍສ໌ ທີ່​ເປັນ​ເມືອງຕັ້ງຢູ່ຕາມ​ພູ​ຜາ ທາງ​ພາກ​ເໜືອ​ຂອງ​ເມືອງ​
ຊາກ​ຣາ​ເມັນ​ໂຕ. ເມືອງ​ພາ​ຣາ​ດາຍ​ສ໌ ສ່ວນ​ໃຫຍ່​ໄດ້​ຖືກ​ທຳ​ລາຍ​ເກືອບ​ໝົດ ຈາກໄຟ​ປ່າ
​ທີ່​ເຄື່ອນ​ຍ້າຍ​ຢ່າງວ່ອງ​ໄວ ​ຊຶ່ງໄດ້​ກົດດັນ​ໃຫ້ຊາວ​ບ້ານຫຼາຍພັນ​ຄົນພາ​ກັນ​ໜີ​ອອກ​ຈາກ
​ບ້າ​ນ​ເຮືອນຂອງ​ເຂົາ​ເຈົ້າ.

ລົດ​ທີ່​ຖືກ​ເຜົາ​ໄໝ້ ປະ​ໄວ້ຈາກ​ເຈົ້າ​ຂອງຢູ່​ຕາມ​ຖະ​ໜົນ​ຫົນ​ທາງ ວັນ​ທີ່ 9 ພະ​ຈິກ 2018 ໃນ​ເທືອງ​ພາ​ຣາ​ດາຍ ລັດ​ຄາ​ລີ​ຟໍ​ເນຍ.
ລົດ​ທີ່​ຖືກ​ເຜົາ​ໄໝ້ ປະ​ໄວ້ຈາກ​ເຈົ້າ​ຂອງຢູ່​ຕາມ​ຖະ​ໜົນ​ຫົນ​ທາງ ວັນ​ທີ່ 9 ພະ​ຈິກ 2018 ໃນ​ເທືອງ​ພາ​ຣາ​ດາຍ ລັດ​ຄາ​ລີ​ຟໍ​ເນຍ.

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ໃນ​ວັນ​ສຸກວານ​ນີ້​ວ່າ ໄຟ​ໄດ້​ເຜົາຜານ 6,453 ຫຼັງ​ຄາເຮືອນ ແລະ​ອີກ
260 ຕຶກອາຄານ ​ທີ່​ເປັນຮ້ານ​ຄ້າຕ່າງໆ ແລະ​ໄດ້ກວມເອົາເນື້ອທີ່​ເພີ້​ມ​ຂຶ້ນ​ເຖິງ 362 ຕາລາງ
​ກິ​ໂລ​ແມັດ.

ໄຟ​ປ່າທີ່ໄດ້​ເລີ້ມ​ເກີດ​ຂຶ້ນ ​ໃນ​ວັນ​ພະ​ຫັດມື້ຊືນນີ້ ແມ່ນໄດ້ແຮງຂຶ້ນ​ສີ່​ເທົ່າ​ຕົວ ໃນເວລາຂ້າມ
​ຄືນ ​ຫາວັນ​ສຸກວານ​ນີ້. ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ​ ໄດ້​ຄວບ​ຄຸມ​ໄວ້ໄຟ​ປ່າໄດ້​ພຽງ​ແຕ່​ 5 ເປີ​ເຊັນ
​ເທົ່າ​ນັ້ນ.

ເຮືອນ​ຫຼັງ​ນຶ່ງ​ທີ່​ກຳ​ລັງ​ຖືກ​ໄຟ​ໄໝ້ ທີ່​ເມືອງ​ພາ​ຣາ​ດາຍ ລັດ​ຄາ​ລີ​ຟໍ​ເນຍ ວັນ​ທີ 8 ພະ​ຈິກ 2018.
ເຮືອນ​ຫຼັງ​ນຶ່ງ​ທີ່​ກຳ​ລັງ​ຖືກ​ໄຟ​ໄໝ້ ທີ່​ເມືອງ​ພາ​ຣາ​ດາຍ ລັດ​ຄາ​ລີ​ຟໍ​ເນຍ ວັນ​ທີ 8 ພະ​ຈິກ 2018.

ນອກຈາກນັ້ນແລ້ວ ​ກໍຍັງໄດ້​ພົບ​ເຫັນພວກທີ່​ເສຍ​ຊີ​ວິດ​ຢູ່​ໃນ​ລົດ​ຂອງເຂົາ​ເຈົ້າ​ ຫຼາຍ​ຄົນ​ໃນ​ເມືອງ​ພາ​ຣາ​ດາຍ ໄດ້​ຖືກ​ບັ​ງ​ຄັບ​ໃຫ້​ປະ​ລະ​ລົດ​ລາ​ເຂົາ​ເຈົ້າ ທີ່​ຕິດ​ຄ້າງ​ຢູ່ໃນ​ການ​ສັນ​ຈອນ ແລະ​ພາ​ກັນ​ແລ່ນໜີ​ເພື່ອ​ເອົາ​ຊີ​ວິດ​ລອດ.

ມີ​ລາຍ​ງານ​ວ່າ ຫຼາຍ​ສິບ​ຄົນ​ໄດ້​ຫາຍ​ສ​າບ​ສູນ.

ແຜ​ນ​ທີ່​ເມືອງ​ພາ​ຣາ​ດາຍ ລັດ​ຄາ​ລີ​ຟໍ​ເນຍ.
ແຜ​ນ​ທີ່​ເມືອງ​ພາ​ຣາ​ດາຍ ລັດ​ຄາ​ລີ​ຟໍ​ເນຍ.

ເຈົ້າ​ໜ້າ​ທີ່​ດັບ​ເພີງ​ລັດ​ຄາ​ລິ​ຟໍ​ເນຍ ກ່າວ​ວ່າພວກ​ດັບ​ເພີງ​ໄດ້​ຍອມ​ຕໍ່​ສູ້​ກັບ​ແປວ​ໄຟ​ໃນ​ວັນ​ພະ​ຫັດ​ທີ່​ຜ່າ​ນ​ມາ ແລະ​ແທນ​ທີ່​ໄດ້​ຊ່ວ​ຍ​ເຫຼືອ​ຄົນ​ໃຫ້​ອອກ​ມາ​ມີ​ຊີ​ວິດ. ທ່ານ​ສະ​ກັອຕ ແມັກ​ລິນ ຫົວ​ໜ້າດັບ​ເພີງປ່າ​ໄມ້ ແລະ​ປ້ອງ​ກັນ​ໄຟຂອງ​ລັດ​ຄາ​ລີ​ຟໍ​ເນຍ ກ່າວ​ວ່າ “ບັນ​ດາ​ນັກ​ຕໍ່​ສູ້ມອດ​ໄຟ​ເຫລົ່າ​ນີ້ ໄດ້​ພາ​ກັນ​ຢູ່​ທ່າ​ທີ​ການ​ກູ້​ໄພ​ໝົດ​ມື້​ວານ​ນີ້. ທ່ານ​ກ່າວ​ວ່າ “ເມືອງ​ໄດ້ຫາຍ​ຍະ​ນະ ທຸກ​ສິ່ງ​ທຸກ​ຢ່າງ​ໄດ້​ຖືກ​ທຳ​ລາຍ.”

ເມືອງ​ພາ​ຣາ​ດາຍ ຕັ້ງ​ຢູ່​ເກືອບ 145 ກິ​ໂລ​ແມັດ ທາງ​ພາກ​ເໜືອ​ຂອງ​ເມືອງ​ຊາ ກ​ຣາ​ເມັນ​ໂຕ ເປັນ​ບ້ານ​ເຮືອນຂອງ​ຊາວ​ບ້ານກວ່າ 26,000 ​ຄົນ ອີງ​ຕາມ​ເວັບ​ໄຊ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG