ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວລາວ ທີ່ອາໄສ ຢູ່ພາກເໜືອ ຄາລີຟໍເນຍ ຖືກໄຟປ່າ ຄຸກຄາມ


ນີ້ຄືພາບເຮືອນຊານທີ່ຖືກໄຟໄໝ້ ໃນເຂດເມືອງໂຊໂນມາ, ລັດ ຄາລິຟໍເນຍ.
ນີ້ຄືພາບເຮືອນຊານທີ່ຖືກໄຟໄໝ້ ໃນເຂດເມືອງໂຊໂນມາ, ລັດ ຄາລິຟໍເນຍ.

ໄຟໄໝ້ປ່າຮຸນແຮງທີ່ພາກເໜືອຂອງລັດ ຄາລີຟໍເນຍ ຍັງສືບຕໍ່ແຜ່ກະຈາຍໄປຫຼາຍພື້ນ
ທີ່ກວ້າງຂວາງ ໂດຍສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ຊັບສິນຂອງປະຊາຊົນທີ່ອາ
ໄສຢູ່ໃນທ້ອງຖິ່ນ, ລວມທັງຄອບຄົວຂອງຄົນ ລາວ ຫຼາຍຄອບຄົວ. ໃນນັ້ນບາງຄອບຄົວ
ແມ່ນໄດ້ຮັບຄວາມເສຍຫາຍຢ່າງໜັກເຊິ່ງເຮືອນ ແລະ ຊັບສິນຂອງເຂົາເຈົ້າໄດ້ຖືກໄຟ
ໄໝ້ບໍ່ເຫຼືອ. ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ໄຟໄໝ້ປ່າທີ່ເກີດຈາກລົມພັດແຮງໄດ້ກໍ່ໃຫ້ເກີດພາຍຸໄຟຮ້າຍແຮງໃນພື້ນທີ່ ພາກເໜືອ
ຂອງລັດ ຄາລິຟໍເນຍ ເຊິ່ງເປັນບ່ອນຜະລິດເຫຼົ້າແວັງທີ່ສຳຄັນຂອງປະເທດ.

ປັດຈຸບັນນີ້ໄຟດັ່ງກ່າວໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍໃຫ້ແກ່ປະຊາຊົນທີ່ອາ
ໄສຢູ່ໃນທ້ອງຖິ່ນ, ໂດຍສະເພາະໃນເມືອງ Santa Rosa ເຂດ Sonoma County
ແລະອ້ອມແອ້ມ. ປະຊາຊົນຊາວ ລາວ ຈຳ ນວນນຶ່ງທີ່ອາໄສຢູ່ໃນບໍລິເວນນັ້ນ ກໍແມ່ນ
ຜູ້ທີ່ໄດ້ຮັບຜົນກະທົບຢ່າງໜັກຈາກໄພພິບັດດັ່ງກ່າວ.

ຍານາງ ບຸດສະບາ ເຈນເນັດວິໄລ ທີ່ອາໄສຢູ່ໃນເມືອງ Penngrove ເຂດ Sonoma
County ນັ້ນ ແມ່ນເຮັດວຽກທີ່ສະຖາບັນການສຶກສາສອງແຫ່ງຄື ມະຫາວິທະຍາໄລ
Junior ແລະ ມະວິທະຍາໄລລັດຖະບານ Sonoma.

ຍານາງບຸດສະບາ ເຈນເນັດວິໄລ ໄດ້ກ່າວວ່າ "ໂຮງຮຽນທັງສອງແຫ່ງໄດ້ຖືກປິດໝົດ
ອາທິດ. ທຳອິດໄດ້ປິດແຕ່ນຶ່ງມື້, ສອງມື້. ແຕ່ຕອນນີ້ເຂົາເຈົ້າຕ້ອງຂະຫຍາຍມື້ອອກໄປ
ອີກ. ຄວັນຢູ່ອາກາດແມ່ນອັນຕະລາຍຫຼາຍສຳລັບຜູ້ເຖົ້າ ແລະ ເດັກນ້ອຍ. ພວກເຮົາ
ຢູ່ແຕ່ໃນເຮືອນ ແລະ ຢູ່ວັດ ລາວ ກໍເປີດໃຫ້ຄົນໄປຂໍພັກລີ້ໄພເຊັ່ນກັນ. ພວກເຮົາໃສ່
ໜ້າກາກທຸກຄັ້ງເວລາທີ່ໄປໄສມາໄສ.”

ລັດຖະບານໃນທ້ອງຖິ່ນໄດ້ຈັດສະຖານທີ່ອາໄສລີ້ໄພສຳລັບປະຊາຊົນທີ່ມີຄວາມຕ້ອງ
ການ, ແຕ່ປະຊາຊົນຜູ້ຖືກເຄາະຮ້າຍສ່ວນໃຫຍ່ໄດ້ຫັນໄປຂໍພັກລີ້ໄພຢູ່ວັດ ລາວ ແທນ.
ດັ່ງທີ່ຍານາງ ບຸດສະບາ ໄດ້ອະທິບາຍ.

ຍານາງ ບຸດສະບາ ກ່າວວ່າ “ຕອນນີ້ຂ້າພະເຈົ້າມາເຕົ້າໂຮມກັນຢູ່ວັດລາວ ໄຊເສດຖາ
ຢູ່ເມືອງ Santa Rosa ສຳລັບປະຊາຊົນ ລາວ ທີ່ອາໄສຢູ່ໃນຊຸມຊົນນີ້ ເຂົາເຈົ້າຮູ້ສຶກ
ອຸ່ນໃຈກັບບ່ອນທີ່ເຂົາເຈົ້າຄຸ້ນເຄີຍ, ແທນທີ່ຈະໄປບ່ອນລີ້ໄພຊົ່ວຄາວ. ໂຊກດີທີ່ມີຫຼາຍ
ຄອບຄົວມາທີ່ນີ້ ໃນມື້ທຳອິດທີ່ມັນເກີດຂຶ້ນ ເຊິ່ງແມ່ນຕອນເຊົ້າຂອງວັນຈັນທີ່ຜານມາ.
ປະຊາຊົນໄດ້ພາກັນມາເຄາະປະຕູວັດ, ປຸກຄູບາອາຈານໃຫ້ຕື່ນປະມານ 2 ໂມງເຊົ້າ
ເພາະວ່າເຂົາເຈົ້າໄປບ່ອນອື່ນບໍ່ໄດ້. ດັ່ງນັ້ນເຂົາເຈົ້າຈຶ່ງມາທີ່ນີ້ ແລະ ຕິດຕາມເຫດໄຟ
ໄໝ້. ຄືນນັ້ນມີລົມແຮງຫຼາຍ."

ໄຟໄດ້ລຸກລາມໄປທົ່ວຫຼາຍເມືອງເກືອບ 69,000 ເຮັກຕາ. ຕຳຫຼວດໄດ້ປິດຫົນທາງ
ຫຼາຍເສັ້ນ ແລະ ປ້ອງກັນບໍ່ໃຫ້ປະຊາຊົນເຂົ້າໄປໃນໝູ່ບ້ານທີ່ຖືກທຳລາຍ, ເຊິ່ງບາງຄົນ
ກ່າວວ່າ ເຂົາເຈົ້າບໍ່ສາມາດຈື່ຖະໜົນ ແລະ ເຂດທີ່ຢູ່ອ້ອມແອ້ມໄດ້ເລີຍ.

ທ່ານ ຄຳພູມີ ພັນໂນຣາດ ຄົນ ລາວ ທີ່ອາໄສຢູ່ເຂດໄຟໄໝ້ໄດ້ກ່າວວ່າ “ເຂົາບໍ່ໃຫ້ໃກ້
ບ່ອນໄຟໄໝ້ຫັ້ນນະ, ມີຕຳຫຼວດ ມີ Sheriff (ຕຳຫຼວດເມືອງ) ບໍ່ໃຫ້ຄົນໄປໃກ້ເລີຍນະ.
ເຈົ້າຂອງບ້ານຜູ້ຖືກເຄາະຮ້າຍເຂົາກໍຍັງບໍ່ໃຫ້ກັບຄືນເມືອບ້ານນະ.”

ໄຟໄໝ້ປ່າໄດ້ໄໝ້ລາມນັບຕັ້ງແຕ່ຕອນແລງຂອງວັນອາທິດທີ່ຜ່ານມາ ເຊິ່ງປະຊາຊົນ
ສ່ວນໃຫຍ່ ແມ່ນໄດ້ພາກັນກຽມນອນ ຫຼື ໄດ້ນອນຫຼັບແລ້ວ ແລະ ຫຼາຍຄົນກໍກຽມຕົວ
ເກັບເຄື່ອງບໍ່ທັນ ນອກຈາກເອົາເອງໃຫ້ລອດອອກມາຈາກເຮືອນຂອງເຂົາເຈົ້າ.

ເຮືອນຂອງທ່ານ ໂກ້ ທຳມະໂສດ ພາຍຫຼັງທີ່ຖືກໄຟປ່າເຜົາໄໝ້.
ເຮືອນຂອງທ່ານ ໂກ້ ທຳມະໂສດ ພາຍຫຼັງທີ່ຖືກໄຟປ່າເຜົາໄໝ້.

ຄອບຄົວຂອງທ່ານ ໂກ້ ທຳມະໂສດ ແມ່ນນຶ່ງໃນບໍ່ເທົ່າໃດຄອບຄົວຄົນ ລາວ ທີ່ໄດ້ຮັບ
ຄວາມເສຍຫາຍໜັກສຸດຈາກໄຟໄໝ້ປ່າຄັ້ງນີ້. ທ່ານໄດ້ກ່າວວ່າ.

“ນອນບໍ່ຫຼັບເພາະວ່າລົມພັດແຮງ, ທັງລົມທັງຄວັນໄຟໄໝ້ຫັ້ນນະ, ຄວັນຂາວໆເຂົ້າມາ
ໃນເຮືອນ. ມັນມາແຮງຂຶ້ນແຮງຂຶ້ນ ກະເລີຍໄປຊ່ອງເບິ່ງໜ້າບ້ານວ່າເປັນຫຍັງຄືມາລົມ,
ມາຄວັນແທ້, ເຫັນ Neighbor (ຄົນຂ້າງບ້ານ) ຄົນ ອາເມຣິກັນ ຮ້ອງວ່າລົມມາແຮງ,
ໄຟຊິໄໝ້ບໍລິເວນນັ້ນ ກະເລີຍແລ່ນມາປຸກພໍ່ເຖົ້າ ແມ່ເຖົ້າຢູ່ຕະລ່າງ ລະກະລູກຢູ່ຫ້ອງນຶ່ງ,
ເມຍຢູ່ຫ້ອງນຶ່ງຕ່າງຫາກ, ບໍ່ໄດ້ຫ້າງເອົາຫຍັງມີແຕ່ເຄື່ອງຄາໂຕ. ເພາະວ່າມັນມີກຸ່ມເດັກ
ນ້ອຍຜູ້ນຶ່ງຂີ່ລົດກະບະ ມາລະບີບແກໄລ່ເຕືອນໃຫ້ຄົນອົບພະຍົບອອກດຽວນີ້ ເພາະວ່າ
ໄຟມັນມາແຮງ, ທັງລົມທັງໄຟ. ບໍ່ທັນໄດ້ຫຍັງ, ຊີວິດເຮົາສຳຄັນ, ວັດຖຸສິ່ງຂອງເປັນຂອງ
ນອກກາຍເຮົາ, ບໍ່ມີເຮົາຫາໄດ້.”

ຄອບຄົວຂອງທ່ານ ໂກ້ ໄດ້ສູນເສຍເຮືອນທັງໝົດຫຼັງຈາກໄຟທີ່ໄດ້ລຸກລາມໄປໃສ່. ແຕ່
ວ່າສະມາຊິກຄອບຄົວຂອງທ່ານທຸກຄົນແມ່ນປອດໄພດີ. ພ້ອມກັນນັ້ນ, ຍັງມີລູກຊາຍ
ຂອງນຶ່ງຄະນະຜູ້ຊີ້ນຳວັດ ແລະ ຜູ້ຊ່ວຍບໍລິຫານສຳລັບວັດລາວ ໄຊເສດຖາ ທີ່ເມືອງ
Santa Rosa ກໍຖືກໄຟໄໝ້ເຊັ່ນກັນ.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ປະກາດຫຼາຍພາກສ່ວນຂອງພາກເໜືອລັດ ຄາລິຟໍ
ເນຍ ເປັນເຂດໄພພິບັດ, ເຮັດໃຫ້ເຂົາເຈົ້າສາມາດໄດ້ຮັບການຊ່ວຍເຫຼືອຈາກລັດຖະ
ບານຢ່າງວ່ອງໄວ. ຜູ້ປົກຄອງລັດທ່ານ Jerry Brown ໄດ້ປະກາດພາວະສຸກເສີນໃນ 8
ເມືອງ.

ຫົວໜ້າດັບເພີງກົມປ່າໄມ້ຂອງລັດຄາລິຟໍເນຍ ທ່ານ Ken Pimlott ໄດ້ເອີ້ນໄຟໄໝ້ປ່າ
ຄັ້ງນີ້ວ່າເປັນ “ເຫດການທີ່ຮ້າຍແຮງ, ອັນຕະລາຍ ແລະ ຫາຍານະ.”

California Wildfires
please wait
Embed

No media source currently available

0:00 0:01:33 0:00

XS
SM
MD
LG