ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ໄຟປ່າ ເຜົາໄໝ້ເຮືອນ 500 ຫຼັງ ແລະ ລາມໄປ ຢ່າງກວ້າງຂວາງ ໃນ ລັດຄາລີຟໍເນຍ

A man sits outside a tent as other migrants gather at the Belarus-Poland border near Grodno, Belarus. About 15,000 Polish troops have joined riot police and guards at the border. The Belarusian Defense Ministry accused Poland of an "unprecedented" military buildup there, saying that migration control didn't warrant such a force. 

ໄຟໄໝ້ປ່າ ໃນເຂດພາກເໜືອຂອງລັດຄາລີຟໍເນຍ ໄດ້ທຳລາຍເຮືອນຊານບ້ານຊ່ອງ
500 ຫລັງ ແລະ ບັນດາເຈົ້າໜ້າທີ່ ກ່າວວ່າ ອີກ 5,000 ຫຼັງກຳລັງຖືກຂົ່ມຂູ່ ຈາກໄຟປ່າ
ຂະໜາດໃຫຍ່.

ນັກດັບໄຟ ສອງຄົນ ໄດ້ເສຍຊີວິດ ໃນການຕໍ່ສູ້ກັບໄຟປ່າ ທີ່ເອີ້ນວ່າ Carr Fire ນັ້ນ.

ໝູ່ບ້ານແຫ່ງນຶ່ງ ຖືກໄຟປ່າ Carr Fire ເຜົາໄໝ້ ຈົນເຫຼືອແຕ່ເຖົ່າຖ່ານ ສາມາດເຫັນໄດ້ ຢູ່ໃນເມືອງເຣດດິງ ທາງພາກຕາເວັນຕົກ ຂອງລັດຄາລີຟໍເນຍ, ວັນທີ 27 ກໍລະກົດ 2018.
ໝູ່ບ້ານແຫ່ງນຶ່ງ ຖືກໄຟປ່າ Carr Fire ເຜົາໄໝ້ ຈົນເຫຼືອແຕ່ເຖົ່າຖ່ານ ສາມາດເຫັນໄດ້ ຢູ່ໃນເມືອງເຣດດິງ ທາງພາກຕາເວັນຕົກ ຂອງລັດຄາລີຟໍເນຍ, ວັນທີ 27 ກໍລະກົດ 2018.

ປະຊາຊົນ ຫຼາຍສິບພັນຄົນ ໄດ້ພາກັນໜີຕາຍ ໃນຂະນະທີ່ ໄຟນະຮົກ ໄດ້ໄໝ້ລາມ
ໄປເຖິງເມືອງ ເຣດດິງ ເຊິ່ງເປັນຖິ່ນຖານບ້ານເກີດ ຂອງພົນລະເມືອງຫຼາຍ ກວ່າ
90,000 ຄົນ.

ກົມປ່າໄມ້ ແລະປ້ອງກັນໄຟໄໝ້ ຂອງລັດຄາລີຟໍເນຍ ໄດ້ກ່າວວ່າ ໄຟປ່າ ໄດ້ເຜົາຜານ
ເນື້ອທີ່ ຫຼາຍກວ່າ 17,000 ເຮັກຕາ.

ໄຟປ່າ Carr Fire ເຜົາໄໝ້ຢູ່ແຄມທາງຫຼວງ ເລກ 299 ໃນເມືອງ ຊາສຕາ (Shasta) ຂອງລັດຄາລີຟໍເນຍ, ວັນທີ 26 ກໍລະກົດ 2018.
ໄຟປ່າ Carr Fire ເຜົາໄໝ້ຢູ່ແຄມທາງຫຼວງ ເລກ 299 ໃນເມືອງ ຊາສຕາ (Shasta) ຂອງລັດຄາລີຟໍເນຍ, ວັນທີ 26 ກໍລະກົດ 2018.

​ພວກນັກທ່ອງທ່ຽວ ແລະ ພວກເດີນປ່າ ຜູ້ທີ່ວາງແຜນໃນຊ່ວງພັກການ ທີ່ປະກອບດ້ວຍ
ການໄປທ່ຽວຊົມ ສວນອຸດທະຍານແຫ່ງຊາດ ຢໍເຊັມມີຕີ (Yosemite National Park)
ແມ່ນຈະໄດ້ວາງແຜນໄປບ່ອນອື່ນ ຍ້ອນໄຟປ່າ ເຟີຣກູຊັນ ກຳລັງເຜົາໄໝ້ຢູ່ ນັ້ນ. ສວນ
ອຸດທະຍານດັ່ງກ່າວ ໄດ້ຖືກປິດໄວ້ ນັບຕັ້ງແຕ່ ວັນທີ 25 ກໍລະກົດ ເປັນຕົ້ນມາ ແລະ
ຄາດກັນວ່າ ຈະບໍ່ເປີດຄືນອີກ ຈົນກວ່າ ວັນທີ 3 ສິງຫາ ນີ້.

ບັນດາເຈົ້າໜ້າທີ່ສວນອຸດທະຍານ ກ່າວວ່າ ການຈັບຈອງ ສະຖານທີ່ຕັ້ງບ່ອນພັກ ໃນ
ສວນອຸດທະຍານ ແລະ ໂຮງແຮມ ໄດ້ຖືກຍົກເລີກ ຢ່າງໜ້ອຍ 1,000 ລາຍການໄປແລ້ວ.

ບັນດານັກດັບໄຟ ປຶກສາຫາລື ແຜນການຕໍ່ສູ້ກັບໄຟປ່າ ໃນຂະນະທີ່ ໄຟປ່າ Carr Fire ເຜົາໄໝ້ຢູ່ໃນເມືອງ ຊາສຕາ (Shasta) ຂອງລັດຄາລີຟໍເນຍ, ວັນທີ 26 ກໍລະກົດ 2018.
ບັນດານັກດັບໄຟ ປຶກສາຫາລື ແຜນການຕໍ່ສູ້ກັບໄຟປ່າ ໃນຂະນະທີ່ ໄຟປ່າ Carr Fire ເຜົາໄໝ້ຢູ່ໃນເມືອງ ຊາສຕາ (Shasta) ຂອງລັດຄາລີຟໍເນຍ, ວັນທີ 26 ກໍລະກົດ 2018.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG