ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢ່າງໜ້ອຍ 8 ຄົນໄດ້ເສຍຊີວິດ ແລະ ບ້ານເຮືອນ ຖືກທຳລາຍ ໃນເຫດດິນຕົມເຈື່ອນ ທີ່ລັດ ຄາລິຟໍເນຍ


ສະມາຊິກຄົນນຶ່ງ ຂອງກຸ່ມຄົ້ນຫາ ແລະ ກູ້ໄພເມືອງ ລັອງ ບີຈ໌ ຊອກຫາຜູ້ລອດຊີວິດໃນລົດ ທີ່ເຂດ ມັອນເຕຊີໂຕ, ລັດ ຄາລິຟໍເນຍ. 9 ມັງກອນ, 2018.
ສະມາຊິກຄົນນຶ່ງ ຂອງກຸ່ມຄົ້ນຫາ ແລະ ກູ້ໄພເມືອງ ລັອງ ບີຈ໌ ຊອກຫາຜູ້ລອດຊີວິດໃນລົດ ທີ່ເຂດ ມັອນເຕຊີໂຕ, ລັດ ຄາລິຟໍເນຍ. 9 ມັງກອນ, 2018.

ນໍ້າຖ້ວມກະທັນຫັນ ແລະ ດິນເຈື່ອນ ໄດ້ສັງຫານຢ່າງໜ້ອຍ 8 ຄົນ ແລະທຳລາຍເຮືອນ
ຈຳນວນນຶ່ງໃນພາກເໜືອຂອງນະຄອນ ລອສແອນເຈີລິສ, ບ່ອນທີ່ໄຟປ່າ ໄດ້ໄໝ້ພູທີ່
ເຕັມໄປດ້ວຍຕົ້ນໄມ້ ແລະ ພຶກສາທັງຫຼາຍໃນເດືອນທີ່ຜ່ານມາ.

ບັນດານັກກູ້ໄພໄດ້ໃຊ້ເຮລີຄັອບເຕີ ແລະ ໝາເພື່ອດຶງເອົາປະຊາຊົນຜູ້ທີ່ຕິດຄ້າງຢູ່ໃນ
ເຮືອນ ຫຼື ຕິດຢູ່ໃນດິນຕົມ ທີ່ສູງເຖິງຫົວເຂົ່າ ອອກມາ. ປະຊາຊົນຫຼາຍສິບຄົນຜູ້ທີ່ບໍ່ສາ
ມາດ ຫຼື ບໍ່ຍອມຍົກຍ້າຍອອກຈາກພື້ນທີ່ນັ້ນ ຖືກລາຍງານວ່າໄດ້ຫາຍສາບສູນໄປ.

ຖະໜົນບາງສາຍໃນຄຸ້ມຕ່າງໆ ທີ່ເມືອງ ມັອນເຕຊີໂຕ (Montecito) ແລະ ເມືອງ
ແຊນຕ້າ ບາບາຣາ (Santa Barbara) ໄດ້ກາຍເປັນແມ່ນໍ້າຂີ້ຕົມ ຫຼື ຖືກຕັນໂດຍຂອນ
ໄມ້ຂະໜາດໃຫຍ່ ແລະ ກອງຂີ້ຫີນ.

ປະຊາຊົນທີ່ອາໄສຢູ່ໃນທ້ອງຖິ່ນໄດ້ພາກັນຕົກໃຈ ທີ່ເຫັນລົດຂອງເຂົາ ເຈົ້າຖືກພັດລົງ
ໄປຕາມຖະໜົນໂດຍຄື້ນນໍ້າສີຕັບໝູ. ຄົນອື່ນໆທີ່ຖືກດິນໜຽວຕິດແຕ່ຫົວຮອດຕີນ, ແມ່ນ
ສາມາດເຫັນໄດ້ຈາກການພະຍາຍາມຍ່າງຜ່ານດິນຕົມທີ່ໜາ, ແບກຫາບເອົາແມ່ນຫຍັງ
ກໍຕາມທີ່ເຂົາເຈົ້າສາ ມາດຈັບເອົາໄດ້.

ຕຳຫຼວດໄດ້ໃຊ້ລົດດຸດ ເພື່ອດັນເອົາດິນຕົມອອກຈາກທາງດ່ວນເຊື່ອມຕໍ່ພາກເໜືອ ຫາ
ພາກໃຕ້ທີ່ສຳຄັນ, ສົ່ງສຽງກວາດດັງຜ່ານຖະໜົນທີ່ປົກກະຕິແລ້ວຈະມີຄົນສັນຈອນໄປ
ມາຢ່າງໜາແໜ້ນໃນນະຄອນ ລອສ ແອນ ເຈີລິສ.

ໃນສະຖານທີ່ບາງບ່ອນມີຝົນຕົກສູງເຖິງ 13 ຊັງຕີແມັດ, ແຕ່ບັນດານັກພະຍາກອນອາ
ກາດໄດ້ທຳນາຍວ່າ ຈະມີອາກາດທີ່ອຸ່ນຂຶ້ນ ແລະ ແຫ້ງ ແລ້ງກວ່າເກົ່າໃນວັນທີ່ເຫຼືອ
ຂອງສັບປະດາ ສຳລັບພາກໃຕ້ຂອງລັດຄາລິຟໍເນຍ.

ໄຟປ່າໃນເດືອນທັນວາທີ່ຜ່ານມາ ໄດ້ໄໝ້ພື້ນທີ່ຫຼາຍເຮັກຕາທີ່ເຕັມໄປດ້ວຍປ່າ ແລະ
ພຶກສາຕ່າງໆ ທີ່ປົກກະຕິຈະດູດຊຶມເອົານໍ້າຈາກຝົນທີ່ຕົກໜັກ ໃນພູຫຼາຍແຫ່ງຢູ່ພາກ
ເໜືອຂອງນະຄອນ ລອສ ແອນ ເຈີລິສ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG