ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ ຄາລິຟໍເນຍ ສ້າງສະຖິຕິ ດ້ວຍໄຟໄໝ້ປ່າກວ້າງ 2 ລ້ານ ເອເຄີ ໃນປີນີ້


ນັກດັບເພີງຄົນນຶ່ງກຳລັງມອດໄຟຊື່ວ່າ Creek Fire ໃນຂະນະທີ່ມັນເປັນໄພຂົ່ມຂູ່ຕໍ່ໝູ່ບ້ານ ຄາສຄາແດລ ວູດສ໌, ເມືອງ ມາເດຣາ ລັດ ຄາລິຟໍເນຍ.
ນັກດັບເພີງຄົນນຶ່ງກຳລັງມອດໄຟຊື່ວ່າ Creek Fire ໃນຂະນະທີ່ມັນເປັນໄພຂົ່ມຂູ່ຕໍ່ໝູ່ບ້ານ ຄາສຄາແດລ ວູດສ໌, ເມືອງ ມາເດຣາ ລັດ ຄາລິຟໍເນຍ.

ໄຟປ່າໄດ້ໄໝ້ພື້ນທີ່ຫຼາຍກວ່າ 2 ລ້ານ ເອເຄີ ຫຼື ຫຼາຍກວ່າ 8 ແສນເຮັກຕາ ໃນລັດຄາລິຟໍເນຍ ປີນີ້, ເປັນການສ້າງສະຖິຕິໃໝ່ໃນລັດດັ່ງກ່າວ ເຖິງແມ່ນວ່າບັນດານັກດັບເພີງໄດ້ຕໍ່ສູ້ກັບແປວໄຟທີ່ຂະຫຍາຍຕົວອອກໃນອຸນຫະພູມທີ່ຮ້ອນອົບເອົ້າໃນວັນຈັນວານນີ້, ທີ່ມັນໄດ້ສ້າງຄວາມເສຍຫາຍຕໍ່ສາຍໄຟຟ້າ ແລະ ເປັນໄພຂົ່ມຂູ່ຕໍ່ໄຟຟ້າມອດສຳລັບປະຊາຊົນຫຼາຍລ້ານຄົນ.

ສິ່ງທີ່ໂດດເດັ່ນທີ່ສຸດ ກ່ຽວກັບ ສະຖິຕິດັ່ງກ່າວກໍແມ່ນການທີ່ມັນໄດ້ເກີດຂຶ້ນໄວກ່ອນກຳນົດ, ພ້ອມດ້ວຍພາກສ່ວນທີ່ອັນຕະຫຼາຍທີ່ສຸດຂອງປີຂ້າງໜ້າ, ອີງຕາມການກ່າວຂອງທ່ານນາງ ລິນ ທອລມາຈອຟ (Lynne Tolmachoff), ໂຄສົກ ຂອງພະແນກປ່າໄມ້ ແລະ ການປ້ອງກັນໄຟໄໝ້ຂອງລັດ ຄາລິຟໍເນຍ ຫຼື Cal Fire.

ທ່ານນາງໄດ້ກ່າວວ່າ “ມັນໜ້າຕົກໃຈໜ້ອຍນຶ່ງເພາະວ່າເດືອນກັນຍາ ແລະ ຕຸລາ ຕາມປະຫວັດ ສາດແລ້ວແມ່ນເດືອນທີ່ຮຸນແຮງທີ່ສຸດສຳລັບໄຟປ່າ. ມັນຮ້ອນຕາມປົກກະຕິ ແລະ ເຊື້ອໄຟ້ແມ່ນຈະແຫ້ງຫຼາຍ. ແລະ ພວກເຮົາຈະເຫັນລົມພັດຫຼາຍຂຶ້ນ.”

ໄຟໄໝ້ຂະໜາດໃຫຍ່ກ່ອນໜ້ານີ້ແມ່ນ 1,960,000 ເອເຄີ ຫຼື 793,184 ເຮັກຕາ ເຊິ່ງໄດ້ເກີດຂຶ້ນໃນປີ 2018. ພະແນກ Cal Fire ໄດ້ເລີ່ມຕິດຕາມຕົວເລກຕ່າງໆໃນປີ 1987.

ບັນດານັກດັບເພີງໄດ້ພົບຄວາມຫຍຸ້ງຍາກທີ່ຈະລະງັບແປວໄຟທີ່ອັນຕະລາຍຫຼາຍແຫ່ງ ກ່ອນອາ ກາດທີ່ແຫ້ງ ແລະ ລົມຮ້ອນຄາດວ່າຈະຂະຫຍາຍອັນຕະລາຍຂອງໄຟເປັນລະດັບທີ່ໜ້າເປັນຫ່ວງໃນບໍ່ເທົ່າໃດວັນຈະມາເຖິງນີ້. ຄຳສັ່ງອົບພະຍົບອອກຈາກພື້ນທີ່ແມ່ນໄດ້ຖືກປະກາດຕໍ່ຊຸມຊົນເທິງພູຫຼາຍຂຶ້ນ ໃນຂະນະທີ່ແປວໄຟ ທີ່ໃຫຍ່ທີ່ສຸດໄດ້ໄຟຜ່ານປ່າ Sierra ແຫ່ງຊາດ ຫຼື Sierra National Forest.

ນາງ ເດບໍຣາ ຣີອອສ ບໍ່ໄດ້ຢູ່ບ້ານ ເວລາທີ່ໄດ້ມີຄຳສັ່ງໃຫ້ອົບພະຍົບຂອງຈາກ ບ້ານເກີດຂອງລາວຢູ່ເມືອງ ອໍເບີຣີ, ທີ່ຕັ້ງຢູ່ບໍ່ໄກທາງພາກຕາເວັນອອກສຽງເໜືອຂອງເມືອງ ເຟຣສໂນ. ບັນດາເຈົ້າໜ້າຕຳຫຼວດເມືອງໄດ້ໄປເຂົ້າໃນເຮືອນ ທີ່ຕັ້ງຢູ່ໃນທົ່ງລ້ຽງງົວຂອງລາວ ເພື່ອໄປຮັບເອົາແມ່ເຖົ້າອາຍຸ 92 ປີຂອງລາວ ຊື່ວ່າ ເຊີລີ ແມັກລີນ. ເຂົາເຈົ້າໄດ້ພົບກັນອີກຄັ້ງນຶ່ງຢູ່ສູນອົບພະຍົບ.

ນາງ ຣີອອສ ເວົ້າວ່າ “ຂ້ອຍຫວັງວ່າໄຟນັ້ນຈະໄປບໍ່ຮອດເຮືອນນ້ອຍໆຂອງຂ້ອຍ. ສະຖານະການແມ່ນບໍ່ເປັນຕາເບິ່ງໃນເວລານີ້. ໄຟມັນໃຫຍ່ຫຼາຍ.”

ຖະໜົນຢູ່ເທິງພູແມ່ນເຕັມໄປດ້ວຍລົດເກັງ ແລະ ລົດກະບະທີ່ເດີນທາງອອກ ຈາກເມືອງທີ່ມີປະຊາ ກອນປະມານ 2,300 ຄົນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG