ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄຟ​ປ່າ ຮ້າຍ​ແຮງ ​ໃນ​ລັດ​ຄາ​ລີ​ຟໍ​ເນຍ ເຮັດ​ໃຫ້ 48 ຄົນ ​ເສຍ​ຊີ​ວິດ ແລະ ຫຼາຍ​ຮ້ອຍ​ຄ​ົນ​​ຍັງຫາຍ​ສາບ​ສູນ


ທ່ານ​ໂຣ​ເຈີ ແຄ​ລ​ຕັນ ກຳ​ລັງ​ເຊັດ​ນ້ຳ​ຕາ ໃນ​ຂະ​ນະ​ທີ່​ຊອກ​ຄົ້ນ​ຫາ​ສິ່ງ​ຂອງຢູ່​ເຮືອນ​ແມ່​ເຖົ້າ​ຂອງ​ລາວ ​ວັນ​ທີ 13 ພະ​ຈິກ 2018.
ທ່ານ​ໂຣ​ເຈີ ແຄ​ລ​ຕັນ ກຳ​ລັງ​ເຊັດ​ນ້ຳ​ຕາ ໃນ​ຂະ​ນະ​ທີ່​ຊອກ​ຄົ້ນ​ຫາ​ສິ່ງ​ຂອງຢູ່​ເຮືອນ​ແມ່​ເຖົ້າ​ຂອງ​ລາວ ​ວັນ​ທີ 13 ພະ​ຈິກ 2018.

ທີມ​ຊອກ​ຄົ້ນ​ຫາຢູ່​ໃນ​ລັດ​ຄາ​ລີ​ຟໍ​ເນຍ​ຂອງສະ​ຫະ​ລັດ ໄດ້​ພົບ​ເຫັນ​ຊາກ​ສົບ​ຕື່ມ​ອີກ​ໃນ
​ວັນ​ອັງ​ຄານ​ວານ​ນີ້ ຢູ່​ໃນ​ເຂດທີ່​ຖືກ​ເຜົາ​ຜານ ໂດຍ​ໄຟ​ປ່າ​ທີ່​ຮ້າຍ​ແຮງ​ສຸດ ​ໃນ​ປະ​ຫວັດ​
ສາດ​ຂອງ​ລັດ ທີ່​ເຮັດ​ໃຫ້​ມີຜູ້​ເສຍ​ຊີ​ວິດ​ທັງ​ໝົດແລ້ວ 48 ຄົນ.

ພວກ​ກູ້​ໄພ​ ພາ​ກັນ​ເຮັດ​ວຽກ ​ໂດຍ​ໃຊ້​ໝາ​ດົມ​ກິ່ນ ແລະໃຊ້​ລະ​ບົບວິ​ເຄາະ DNA ຢ່າງ​
ຮິບ​ດ່ວນຢູ່​ໃນແລະ​ອ້ອມ​ແອ້ມ​ເມືອງ​ພາ​ຣາ​ດາຍສ໌ ຊຶ່ງ​ເປັນ​ເມືອງ​ທີ່​ມີປະ​ຊາຊົນ 27,000
ຄົນ​ອາ​ໄສ​ຢູ່ ບ່ອນ​ທີ່​ໄຟ​ປ່າໄດ້​ໄໝ້​ລາມ​ກວ້າງອອກຢ່າງ​ວ່ອງ​ໄວ ​ໂດຍ​ໄດ້ທຳ​ລາຍ​ບ້ານ​ເຮືອນຫຼາຍກວ່າ 7,000 ຫຼັງ​ແລ້ວ.

ພ​ວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຫຼາຍກວ່າ 200 ຄົນ ຍັງ​ຊອກ​ຫາ​ບໍ່​ເຫັນ ໃນ​ຂະ​ນະ​ທີ່​ການຊອກ
​ຄົ້ນ ​ຍັງ​ດຳ​ເນີນ​ຢູ່​ຕໍ່​ໄປ ແລະ​ໄຟ​ໄດ້​ໄໝ້​ລາມ​ຂຶ້ນ​ໄປ​ເໜືອ ແລະທາງ​ຕາ​ເວັນ​ອອກ​ຂອງ
​ເມືອງ​ພາ​ຣາ​ດາຍ​ສ໌.

ຜູ້​ບັນ​ຊາ​ການຕຳ​ຫຼວດ​ເມືອງ​ບັດ​ຕ໌ ທ່ານ​ຄໍ​ຣີ ໂຮນ​ເນ ໄດ້ບອກ​ບັນ​ດາ​ນັກ​ຂ່າວ​ວ່າ ຫົກ​
ຊາກ​ສົບ​ທີ່ພົບເຫັນ​ໃນ​ວັນ​ອັງ​ຄານ​ວານ​ນີ້ ແມ່ນ​ພົບ​ຢູ່​ໃນ​ເຮືອນ.

ເມື່ອ​ມີ​ການ​ຖາມວ່າ ພວກ​ເຈົ້າ​ໜ້າ​ທີ່​ໄດ້ດຳ​ເນີນ​ການຢ່າງ​ພຽງ​ພໍ​ບໍ ໃນ​ການເຕືອນ​ໃຫ້​
ຜູ້​ຄົນ​ຍົກ​ຍ້າຍ​ໜີ ທ່ານ​ໂຮ​ນເນ​ກ່າວ​ວ່າ ເຂົາ​ເຈົ້າ​ໄດ້​ເຮັດ​ຢ່າງ​ສຸດ​ຂີດ ແລະ​ຫຼັງ​ຈາກ​
ປະ​ເຊີ​ນ​ໜ້​າ​ຢ່າງ​ເຕັມ​ທີ່​ກັບ​ໄຟ​ປ່າ​ດັ່ງ​ກ່າ​ວ​ນີ້​ແລ້ວ ຈະ​ມີ​ເວ​ລາ​ພິ​ຈາ​ລະ​ນາ​ວ່າ ​ມີ​ບົດ​
ຮຽນ​ໃດ​ທີ່​ສາ​ມາດ​ຮຽນ​ຮູ້​ໄດ້​ຕໍ່​ອະ​ນາ​ຄົດ.

ພວກ​ອາ​ສາ​ສະ​ໝັກ ກຳ​ລັງ​ຊອກ​ຄົ້ນ​ຫາ​ຢູ່​ບ່ອນ​ໄຟ​ໄໝ້ ໃນ​ເມືອງ​ພາ​ຣາ​ດາຍ​ສ໌ ລັດຄາ​ລິ​ຟໍ​ເນຍ ວັນ​ທີ 13 ພະ​ຈິກ 2018.
ພວກ​ອາ​ສາ​ສະ​ໝັກ ກຳ​ລັງ​ຊອກ​ຄົ້ນ​ຫາ​ຢູ່​ບ່ອນ​ໄຟ​ໄໝ້ ໃນ​ເມືອງ​ພາ​ຣາ​ດາຍ​ສ໌ ລັດຄາ​ລິ​ຟໍ​ເນຍ ວັນ​ທີ 13 ພະ​ຈິກ 2018.

ທ່ານ​ກ່າ​ວ​ວ່າ “ພວກ​ເຮົາ​ໄດ້​ພະ​ຍາ​ຍາມ​ຍົກ​ຍ້າຍ​ຫຼາຍ​ສິບ​ພັນ​ຄົນ​ອອກ​ຈາກ​ເຂດ​ດັ່ງ​
ກ່າ​ວຢ່າງຮີບ​ດ່ວນ ທີ່​ໄຟ​ໄດ້ເລີ້ມ​ໄໝ້ຢ່າງວ່ອງ​ໄວ ແລະ​ບໍ່ກ່ຽວ​ວ່າແຜນ​ຂອງ​ທ່ານ​ຈະ
​ເຮັດ​ນັ້ນ​ແມ່ນ​ຫຍັງ ບໍ່​ມີ​ແຜນ​ໃດ​ໆ​ໝົດ​ທີ່​ຈະ​ສຳ​ເລັດ 100 ເປີ​ເຊັນ ເວ​ລາ​ທ່ານຮັບ​ມື
​ກັບ​ຄວາມ​ວຸ້ນ​ວາຍຂະ​ໜາດ​ໃຫຍ່​ດັ່ງ​ກ່າວ.”

ຄົນ​ດັບ​ເພີງ​ຜູ້​ນຶ່ງ ກຳ​ລັງ​ມອດ​ໄຟ ຢູ່​ໃນ​ຄຸ້ມ​ບ້ານ ທີ່​ຖືກ​ທຳ​ລາຍ​ຈາກ​ໄຟ​ປ່າ ໃນ​ເມືອງ​ພາ​ຣາ​ດາຍ​ສ໌ ລັດ​ຄາ​ລິ​ຟໍ​ເນຍ ວັນ​ທີ 13, 2018.
ຄົນ​ດັບ​ເພີງ​ຜູ້​ນຶ່ງ ກຳ​ລັງ​ມອດ​ໄຟ ຢູ່​ໃນ​ຄຸ້ມ​ບ້ານ ທີ່​ຖືກ​ທຳ​ລາຍ​ຈາກ​ໄຟ​ປ່າ ໃນ​ເມືອງ​ພາ​ຣາ​ດາຍ​ສ໌ ລັດ​ຄາ​ລິ​ຟໍ​ເນຍ ວັນ​ທີ 13, 2018.

ໄຟ​ໄໝ້​ປ່າ​ມັກ​ເກີດ​ຂຶ້ນ​ຢູ່​ໃນ​ລັດ​ຄາ​ລີ​ຟໍ​ເນຍ ໂດຍ​ສະ​ເພາະ​ໃນໄລ​ຍະ​ນີ້​ຂອງ​ປີ ເວ
​ ລາ​ລົມ​ທີ່​ມີ​ຄວາມອຸ່ນ ​ແລະແຫ້ງ​ແລ້ງ ​ຊ່ວຍ​ເຮັດ​ໃຫ້​ໄຟ​ປ່າ​ໄໝ້​ລາ​ມ​ຢ່າງ​ໄວ.

ຄວັນໄຟ​ໃຫຍ່ ທີ່​ຫຼຽວ​ເຫັນ​ຢູ່ ອ່າວ​ແມ່​ນ້ຳເຊີ​ວູດ ລັດ​ຄາ​ລີ​ຟໍ​ເນຍ ວັນ​ທີ 13 ພະ​ຈິກ 2018.
ຄວັນໄຟ​ໃຫຍ່ ທີ່​ຫຼຽວ​ເຫັນ​ຢູ່ ອ່າວ​ແມ່​ນ້ຳເຊີ​ວູດ ລັດ​ຄາ​ລີ​ຟໍ​ເນຍ ວັນ​ທີ 13 ພະ​ຈິກ 2018.

ທ່ານ​ໂຣ​ນເນ ​ກ່າວ​ວ່າ ມັນ​ເປັນ​ໄປ​ໄດ້​ທີ່​ຄົນບໍ່​ເອົາ​ໃຈ​ໃສ່​ ໃນ​ຄວາມ​ຮູ້​ສຶກ​ຜິດ​ພາດ​
ກ່ຽວ​ກັບ​ຄວາ​ມ​ປອ​ດ​ໄພ ໃນ​ຜົນ​ສຳ​ເລັດ​ຂອງ​ພວກ​ເຈົ້າ​ໜ້າ​ທີ່​ດັບໄຟ​ທີ່​ຜ່ານ​ມາ ທີ່ສາ​
ມາດ​ຄວບ​ຄຸມ​ໄຟ​ປ່າໄວ້​ໄດ້ ​ຢູ່​ໃນ​ຂົງ​ເຂດ.

ທ່ານ​ກ່າວ​ວ່າ "ຂ້າ​ພະ​ເຈົ້າ​ຄິດ​ຢູ່​ເລື້ອຍ​ໆວ່າ ​ເຂົາ​ເຈົ້າອີງ​ໃສ່​ປະ​ສົບ​ພະ​ການ​ທີີ່​ຜ່ານ​
ມາ ແລະ​ບາງ​ທີ ໃນ​ກໍ​ລະ​ນີ​ນີ້ ທີ່ເປັນ​ໄພ​ສຳ​ລັບ​ພວກເຂົາ​ເຈົ້າ.”​

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG