ພວກເດັກນ້ອຍພາກັນ “ກົ້ມລົງ ຫາທີ່ກໍາບັງຢູ່ກ້ອງໂຕະແລະບໍ່ເໜັງບໍ່ຕີງ” ໃນການເຝີກຊ້ອມ ທີ່ເຕືອນໃຫ້ຊາວລັດແຄລິຟໍເນຍທັງຫລາຍ ກຽມພ້ອມຮັບມືກັບໄພແຜ່ນດິນໄຫວ.
ແຜ່ນດິນໄຫວດ້ວຍຄວາມແຮງ 6.7 ຣິກເຕີ ທີ່ປະທະເມືອງ Northridge ເຂດຊານນະ
ຄອນລອສແອນຈີເເລສ ລັດແຄລິຟໍເນຍ ເມື່ອປີ 1994 ນັ້ນ ໄດ້ຍັງຜົນໃຫ້ມີຜູ້ເສຍຊີວິດ
57 ຄົນ ແລະບາດເຈັບອີກຫລາຍພັນຄົນ.
ພວກຊ່ຽວຊານກ່າວວ່າ ມີທ່າທາງວ່າຈະເກີດແຜ່ນດິນໄຫວຄັ້ງໃຫຍ່ກວ່ານີ້ອີກ ຄືອາດມີ
ຄວາມແຮງເຖິງ 7.8 ຣິກເຕີກໍໄດ້ ໃກ້ໆ Los Angeles ຢູ່ຕອນໃຕ້ຂອງແນວດິນແຕກ
ແຫງທີ່ຢູ່ເລິກລົງໄປໃຕ້ດິນ ທີ່ເອີ້ນວ່າ San Andreas Fault ນັ້ນ ໃນໄລຍະຫລາຍປີຕໍ່
ໜ້ານີ້ ຊຶ່ງອາດສາມາດສົ່ງຜົນໃຫ້ຫລາຍພັນຄົນເສຍຊີວິດ ແລະສ້າງຄວາມເສຍຫາຍຫລາຍ ພັນລ້ານໂດລາ.
ເຂດພາກເໜືອຂອງລັດແຄລິຟໍເນຍກໍອາດຈະເກີດແຜ່ນດິນໄຫວໄດ້ເຊັ່ນກັນ ດັ່ງທີ່ນະຄອນ
San Francisco ໄດ້ປະສົບກັບໄພພິບັດແຜ່ນດິນໄຫວ ແລະໄຟໄໝ້ຄັ້ງຮ້າຍແຮງ ເມື່ອປີ
1906 ຄືນຶ່ງຮ້ອຍກັບຫ້າປີຜ່ານມາແລ້ວນັ້ນ.
ສະພາກາແດງອາເມຣິກັນໄດ້ວາງຂາຍເຄຶ່ອງໃຊ້ໃນຍາມເກີດໄພພິບັດ ຊຶ່ງນາງລີຊາ ຄລິ້ງຄ໌
(Lisa Klink) ຊ່ຽວຊານດ້ານການສຶກສາຂອງສະພາກາແດງກ່າວວ່າ ທຸກໆຄົນຄວນຈະມີ
ໄວ້ ພ້ອມກັບກຽມເຄຶ່ອງໄຊ້ແລະອຸບປະກອນທີ່ຈໍາເປັນອື່ນໆອີກໄວ້ນໍາເຊັ່ນກັນ. ນາງຄລິ້ງຄ໌
ກ່າວຕໍ່ໄປວ່າ:
“You really may be stuck on your own for a couple of …ເວລາເກີດ
ແຜ່ນດິນໄຫວແທ້ໆນັ້ນ ທ່ານອາດຈະຕ້ອງຕົກຄ້າງອອກໄປໃສບໍ່ໄດ້ເປັນເວລາ
ສອງສາມມື້ ແລະດັ່ງນັ້ນກໍຄວນກຽມພ້ອມ ໄວ້. ພວກເຮົາໄດ້ແນະນໍາໃຫ້ຜູ້ຄົນ
ກຽມອາຫານແລະນໍ້າແລະສະບຽງທີ່ຈໍາເປັນອື່ນໆໄວ້ໃນບ້ານໃຫ້ກຸ້ມຢ່າງໜ້ອຍ
ສາມມື້ ຫລືອາທິດນຶ່ງກໍແຮ່ງດີ ແຕ່ຢ່າງໜ້ອຍທີ່ສຸດ ບໍ່ໃຫ້ ຫລຸດສາມມື້.”
ຊາວແຄລິຟໍເນຍບາງຄົນແມ່ນປະຕິບັດຕາມຄໍາແນະນໍາທີ່ວ່ານີ້ຢ່າງເອົາຈິງເອົາຈັງ ດັ່ງນາງ
ນີໂຄລ ເພີຊີກ(Nicole Perzik) ທີ່ກ່າວວ່າ ນາງກຽມພ້ອມແລ້ວ.
“I’ve got water and all kinds of supplies…ຂ້ອຍມີນໍ້າດື່ມແລະສະບຽງເຄຶ່ອງ
ໃຊ້ຫລາຍຢ່າງ ກຽມພ້ອມໄວ້ແລ້ວໃນກໍລະນີມີໄພເກີດຂື້ນ ໂດຍສະເພາະຖ້າຫາກ
ເຈົ້າມີສັດລ້ຽງ. ນັ້ນແຫລະຄືສິ່ງທີ່ພາໃຫ້ຂ້ອຍຮູ້ສຶກຕື່ນຕົວໄວ້.”
ແຄລິຟໍເນຍເປັນລັດທີ່ພົນລະເມືອງ ມາຈາກທົ່ວທຸກມຸມໂລກ ແລະພາກສ່ວນນຶ່ງຂອງຄວາມ
ຫຍຸ້ງຍາກໃນການບອກເຕືອນນັ້ນ ກໍແມ່ນວ່າ ເຮັດແນວໃດຈຶ່ງຈະໃຫ້ທຸກໆຄົນເຂົ້າໃຈວ່າ
ເຂົາເຈົ້າຈໍາເປັນຕ້ອງໄດ້ກຽມພ້ອມແທ້ໆ.
ຄລິກບ່ອນນີ້ ເພື່ອເບິ່ງວີດິໂອພາສາລາວ ຫລືຄລິກຢູ່ຂ້າງເທິງຂວາມື
ບາງຄົນກໍເຄີຍມີປະສົບການກັບໄພພິບັດອື່ນໆມາແລ້ວ ໂຮມທັງພາຍຸທໍເນໂດແລະນໍ້າຖ້ວມ
ທີ່ນໍາເອົາຄວາມຫາຍະນະມາສູ່ຫລາຍຂົງເຂດໃນພາກກາງຂ້ອນໄປທາງຕາເວັນຕົກ ຫລື
ມິດແວສຕ໌ (Midwest) ຂອງສະຫະລັດ ເມື່ອໝໍ່ໆມານີ້. ນາຍ ແບຣີ ໂກລເດິນເບີກ
(Barry Goldenberk) ທີ່ມາຈາກເຂດມິດແວສຕ໌ ກ່າວວ່າລາວມີປະສົບການກັບໄພເຫລົ່າ
ນັ້ນມາແລ້ວ ແລະກໍກຽມພ້ອມກັບໄພແຜ່ນດິນໄຫວໄວ້ແລ້ວ.
“They don’t bother me as much as they do...ຂ້ອຍບໍ່ເປັນຫ່ວງຫລາຍປານ
ໃດ ບໍ່ເທົ່າກັບພວກຄົນອື່ນໆທີ່ອາດມາຈາກ Los Angeles ຫລືຈາກເຂດອື່ນ
ຂອງລັດແຄລິຟໍເນຍ ຊຶ່ງບາງທີອາດເປັນເພາະວ່າຂ້ອຍລຶ້ງເຄີຍກັບໄພທໍາມະຊາດ
ມາແລ້ວ ກໍເປັນໄດ້.”
ແຄລິຟໍເນຍຖືວ່າເປັນລັດນຶ່ງທີ່ມີກົດເກນການກໍ່ສ້າງທີ່ເຄັ່ງຄັດທີ່ສຸດໃນໂລກ ແຕ່ພວກເຈົ້າໜ້າ
ທີ່ມີຄວາມເປັນຫ່ວງກ່ຽວກັບພວກໂຮງຮຽນ ແລະກ່າວວ່າ ເຖິງແມ່ນຢູ່ໃນຕຶກອາຄານທີ່ວ່າ
ປອດໄພດີນັ້ນ ພວກຄົນກໍສາມາດໄດ້ຮັບບາດເຈັບໄດ້.
ທ່ານ ມາກ ແບນທຽນ(Mark Benthien) ຈາກສູນກາງແຜ່ນດິນໄຫວ ແຫ່ງພາກໃຕ້ລັດ
ແຄລິຟໍເນຍກ່າວວ່າ ທຸກຄົນຕ້ອງກຽມພ້ອມໃນເລຶ່ອງນີ້.
“Our real first responders are ourselves...ຜູ້ທີ່ຈະຮັບມືກັບໄພ ກ່ອນໝູ່ໝົດນັ້ນ
ກໍຄືຕົວເຮົາເອງແລະເພື່ອນບ້ານຂອງພວກເຮົາເອງ. ພະແນກການຮັບມືທໍາອິດ
ຂອງລັດຖະບານ ກໍຄືພວກດັບເພີງແລະຕໍາຫລວດ ຊຶ່ງແນ່ນອນວ່າຈະມາຍັງບ່ອນ
ເກີດເຫດ ແຕ່ກໍບໍ່ແນ່ວ່າ ເຂົາເຈົ້າຈະມາເຖິງຍາມໃດ.”
ສະພາກາແດງອະເມຣິກັນ ແລະພະແນກດັບເຖີງທ້ອງຖິ່ນຕ່າງໆ ສະໜອງການເຝິກອົບຮົມ
ວິທີກຽມພ້ອມເປັນປະຈໍາ ແລະພວກເຈົ້າໜ້າທີກ່າວວ່າ ທຸກຄົນຄວນມີແຜນສຸກເສີນຂອງຕົນ
ກຽມໄວ້ ລ່ວງໜ້າໄພພິບັດເກີດຂື້ນ.
ນາຍ ສະແຕນລີ ໄອຊີກສ(Stanley Isaacs) ຜູ້ສ້າງຮູບເງົາ ໄດ້ຮຽນຫລັກສູນການຕຽມ
ພ້ອມ ຮັບມືກັບໄພພິບັດ ແລະລາວເອງພ້ອມກັບເມຍຂອງລາວ ແມ່ນກຽມພ້ອມສໍາລັບແຜ່ນ
ດິນໄຫວທີ່ Northridge ຄັ້ງປີ 1994 ນັ້ນ.
“I was back from location on a movie... ຂ້ອຍຫາກໍກັບຈາກການຖ່າຍໜັງ
ແລະ ຂ້ອຍໄດ້ກຽມເສື້ອກັກທີ່ມີຫລາຍໆຖົງນັ້ນໄວ້ກ່ອນແລ້ວ ແບບເສື້ອກັກທີ່ຂ້ອຍ
ໃສ່ຢູ່ບ່ອນຖ່າຍໜັງທີ່ຂ້ອຍໃສ່ຢູ່ນີ້ ແລະຂ້ອຍກໍເອົາໄຟສາຍພ້ອມກັບເຄຶ່ອງໄຊ້ແລະ
ເຄຶ່ອງມືອື່ນໆໃສ່ໃນເສື້ອໄວ້ ແລະຄືນມື້ເກີດແຜ່ນດິນໄຫວນັ້ນ ຂ້ອຍກໍໃສ່ເສື້ອທີ່
ໄດ້ກຽມໄວ້ແລ້ວນັ້ນ ແລະຂ້ອຍກໍຍື່ນວິທະຍຸແລະໄຟສາຍໃຫ້ເມຍຂ້ອຍ. ລາວຍັງ
ຈື່ໄດ້ດີ ແລະລາວຮູ້ສຶກສະບາຍ ອຸ່ນໃຈ ແລະບໍ່ເຄີຍລືມວ່າ ຂ້ອຍໄດ້ຍື່ນສິ່ງເຫລົ່ານັ້ນ ໃຫ້ລາວ.”
ນາຍ Stanley Isaacs ໄດ້ປະດິດແລະນໍາເສື້ອຊູຊີບຂອງລາວອອກຂາຍ ຊຶ່ງລາວເອີ້ນວ່າ
ເສື້ອກັກ Grab-N-Go ທີ່ບັນຈຸເຄຶ່ອງສຸກເສີນຕ່າງໆ ໂຮມທັງນໍ້າດື່ມ ມີດ ຖົງມື ແລະໄຟ ສາຍນ້ອຍໆ.
ພວກນັກວິທະຍາສາດກ່າວວ່າ ໄພແຜ່ນດິນໄຫວຄັ້ງໃຫຍ່ຈະສັ່ນສະເທືອນລັດແຄລິຟໍເນຍອີກ
ແຕ່ຄໍາຖາມກໍແມ່ນວ່າ ມັນຈະເກີດຂື້ນເມື່ອໃດ ແລະຊາວລັດດັ່ງກ່າວກຽມພ້ອມແລ້ວຫລືຍັງ?
ເບິ່ງວີດິໂອ ພາສາອັງກິດ