ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລັດຄາລິຟໍເນຍ ເຄື່ອນໄຫວເພື່ອສັກຢາວັກຊີນ ໃຫ້ປະຊາຊົນ ຜູ້ມີອາຍຸ 65 ປີ ຂຶ້ນໄປ


ພະນັກງານການແພດຄົນນຶ່ງກຳລັງດູດເອົາວັກຊີນ ປ້ອງກັນ
ໂຄວິດ -19 ເພື່ອຕຽມສັກໃຫ້ຄົນປ່ວຍຢູ່ໂຮງໝໍ Glendale Memorial Hospital ທີ່ລັດຄາລີຟໍເນຍ.
ພະນັກງານການແພດຄົນນຶ່ງກຳລັງດູດເອົາວັກຊີນ ປ້ອງກັນ ໂຄວິດ -19 ເພື່ອຕຽມສັກໃຫ້ຄົນປ່ວຍຢູ່ໂຮງໝໍ Glendale Memorial Hospital ທີ່ລັດຄາລີຟໍເນຍ.

ລັດຄາລີຟໍເນຍຂອງສະຫະລັດ ໄດ້ປະກາດໃນວັນພຸດວານນີ້ວ່າ ປະຊາຊົນທັງ ໝົດອາ
ຍຸ 65 ປີ ຂຶ້ນໄປ ມີສິດໄດ້ຮັບການສັກຢາວັກຊີນກັນໄວຣັສໂຄໂຣນາ.

ທ່ານກາວິນ ນິວສັນ (Garvin Newson) ຜູ້ປົກຄອງລັດ ກ່າວຢູ່ໃນຖະແຫຼງການໃນ
ວັນພຸດວານນີ້ວ່າ “ບໍ່ມີບູລິມະສິດໃດສູງກວ່າປະສິດທິຜົນ ແລະຄວາມຍຸຕິທຳການແຈກ
ຢາຍຢາວັກຊີນເຫລົ່ານີ້ໂດຍໄວເທົ່າທີ່ຈະໄວໄດ້ ໃຫ້ແກ່ພວກ ທີ່ປະເຊີນໜ້າກັບໄພອັນ
ຕະລາຍຮ້າຍແຮງທີ່ຈະຕິດຕາມມາ.”

ການເຄື່ອນໄຫວນີ້ໄດ້ໃຫ້ບູລິມະສິດພວກຜູ້ສູງອາຍຸ ກວ່າບັນດາພະນັກງານສຸກເສີນ ແລະ
ນາຍຄູ.

ໃນຂະນະດຽວກັນໃນວັນພຸດວານນີ້ ບັນດາຜູ້ປົກຄອງລັດໂອຮາຍໂອ ແລະ ອາຣິໂຊນາ
ໄດ້ຮຽກຮ້ອງໃຫ້ພວກນາຍຄູພາກັນສັກຢາ ເພື່ອຊ່ວຍເປີດໂຮງຮຽນຄືນໃໝ່.

ຜູ້ປົກຄອງລັດອາຣີໂຊນາ ທ່ານດັກ ດູຊີ (Doug Ducey) ກ່າວໃນວັນພຸດ ວານນີ້ວ່າ
“ພວກເຮົາຈະບໍ່ໃຫ້ທຶນແກ່ບ່ອນນັ່ງທີ່ຫວ່າງເປົ່າ ຫຼືອະນຸຍາດໃຫ້ ໂຮງຮຽນຕົກຢູ່ໃນ
ສະພາບທີ່ປິດແບບບໍ່ສິ້ນສຸດ.” ລັດດັ່ງກ່າວໄດ້ເລີ້ມສັກຢາ ໃຫ້ແກ່ນາຍຄູຈຳນວນ
ນຶຶ່ງແລ້ວ.

ສະຫະລັດໄດ້ບັນທຶກສະຖິຕິການເສຍຊີວິດຍ້ອນໂຄວິດ-19 ໃນວັນອັງຄານ ທີ່ຜ່ານມາ
ພາຍໃນມື້ດຽວເຖິງ 4,327 ຄົນ ຊຶ່ງເຮັດໃຫ້ການເສຍຊີວິດໂດຍ ທັງໝົດຂອງປະເທດເພີ້ມ
ຂຶ້ນເປັນຜູນຳໜ້າໂລກ 384,000 ຄົນນັບແຕ່ຕອນ ແລງວັນພຸດວານນີ້. ສະຫະລັດຍັງນໍາ
ໜ້າໝູ່ ໃນໂຕເລກການຕິດແປດຈາກ ໄວຣັສໂຄໂຣນາທັງໝົດ 23 ລ້ານຄົນ ຈາກກໍລະນີ
ທັງໝົດຂອງໂລກ 92 ລ້ານຄົນ ອີງຕາມຂໍ້ມູນຈາກສູນກາງໄວຣັສໂຄໂຣນາຂອງມະຫາວິ
ທະຍາໄລ ຈອນສ໌ ຮັອບກິນສ໌ (Johns Hopkins University.)

ສ່ວນຢູ່ອີກຟາກນຶ່ງຂອງຫາມະຫາສະໝຸດອັດແລນຕິກນັ້ນ ປະເທດປອກຕຸຍການ ໄດ້ປະ
ກາດປິດປະເທດໃນວັນພຸດວານນີ້ ທ່າມກາງການເພີ້ມຂຶ້ນຂອງກໍລະນີໄວຣັສໂຄໂຣນາ
ຫຼັງຈາກໄດ້ມີການຜ່ອນຜັນໃນລະຫວ່າງວັນພັກບຸນ. ປະເທດປອກຕຸຍການ ໄດ້ໃຫ້ການ
ຢືນຢັນວາ ມີຜູ້ຕິດເຊື້ອຫຼາຍກວ່າເຄິ່ງລ້ານ ກໍລະນີກວ່າໆ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG