ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ສົງໄສ ລອບວາງເພີງ ວັດມຸສລິມ ໃນຄາລີຟໍເນຍ ຖືກຈັບຕົວ ໄດ້ແລ້ວ


ມຸມມອງໜຶ່ງ ຂອງຄວາມເສຍຫາຍຈາກໄຟໄໝ້ ຢູ່ທີ່ ສະຖານ
ສັງຄົມ ອິສລາມ ໃນເມືອງ Coachella Valley, ວັນທີ 12 ທັນວາ 2015.
ມຸມມອງໜຶ່ງ ຂອງຄວາມເສຍຫາຍຈາກໄຟໄໝ້ ຢູ່ທີ່ ສະຖານ ສັງຄົມ ອິສລາມ ໃນເມືອງ Coachella Valley, ວັນທີ 12 ທັນວາ 2015.

ຕຳຫຼວດ ຢູ່ທາງພາກໃຕ້ລັດຄາລີຟໍເນຍ ໄດ້ຈັບກຸມຊາຍຄົນນຶ່ງ
ອາຍຸ 23 ປີ ຜູ້ທີ່ສົ່ງໄສວ່າ ໄດ້ວາງເພີງໃສ່ ວັດມຸສລິມແຫ່ງນຶ່ງ
ໃນລັດດັ່ງກ່າວ ບ່ອນທີ່ມີ 14 ຄົນ ຖືກຂ້າຕາຍ ໂດຍຜູ້ຕ້ອງສົງ
ໄສວ່າ ເປັນພວກອິສລາມຫົວຮຸນແຮງຈັດ ເມື່ອຕົ້ນເດືອນນີ້.

ຜູ້ສົງໄສວາງເພີງ ໄດ້ຖືກລະບຸໂຕຄື ທ້າວ Carl Dial ຖືກຄວບ
ຄຸມຕົວໄວ້ ເມື່ອຕອນແລງວັນສຸກຜ່ານມາ ແລະ ໄດ້ຖືກກ່າວ
ຟ້ອງໃນຄະດີອາຍາ 5 ກະໂທງ ທີ່ລວມທັງ ການລອບວາງເພີງ,
ອາຊະຍາກຳທີ່ປະກອບຂຶ້ນຍ້ອນຄວາມກຽດຊັງ ແລະ ການວາງ
ເພີງທີ່ປອງຮ້າຍ.

ໄຟໄດ້ເຜົາຜານຫ້ອງພັກແຂກ ຂອງອາຄານສະຖານຊຸມຊົນ Coachella ກ່ອນໜ້າມື້
ວັນສຸກ ຊຶ່ງເປັນມື້ສວດມົນພາວະນາ. ບໍ່ມີລາຍງານວ່າມີຜູ້ໄດ້ຮັບບາດເຈັບແຕ່ຢ່າງໃດ
ແລະ ບັນດາເຈົ້າໜ້າທີ່ ຜູ້ທີ່ກຳລັງສອບສວນການໂຈມຕີດັ່ງກ່າວ ບໍ່ໄດ້ເປີດເຜີຍ ສາເຫດ
ຂອງການເກີດໄຟໄໝ້ ຈົນຮອດຕອນແລງວັນເສົາວານນີ້.

ໜັງສືພິມ Los Angeles Times ໄດ້ກ່າວວ່າ ວັດມຸສລິມແຫ່ງດຽວກັນນັ້ນ ໄດ້ເປັນເປົ້າ
ໝາຍ ເມື່ອປີກາຍນີ້ ໂດຍມີການລອບຍິງຫຼາຍນັດ ຊຶ່ງເປັນເຫດການ ທີ່ຍັງໄດ້ຮັບການ
ສືບສວນສອບສວນວ່າ ເປັນອາຊະຍາກຳທີ່ປະກອບຂຶ້ນຍ້ອນຄວາມກຽດຊັງ ເຊັ່ນກັນ.
ບໍ່ມີຜູ້ໃດໄດ້ຮັບບາດເຈັບໃນເຫດການນີ້.

Coachella ຕັ້ງຢູ່ປະມານ 125 ກິໂລແມັດ ຈາກເມືອງ San Bernardino ບ່ອນທີ່ຊາຍ
ມຸສລິມ ເກີດຢູ່ໃນສະຫະລັດ ແລະ ພັນລະຍາຜູ້ທີ່ເກີດ ຢູ່ໃນປາກິສຖານ ໄດ້ເປີດສາກຍິງ
ສັງຫານໝູ່ ເມື່ອວັນທີ 2 ທັນວາຜ່ານມາ ຢູ່ທີ່ຫ້ອງການລັດຖະບານ ຂອງພາກພື້ນ ດັ່ງ
ກ່າວນັ້ນ ເຮັດໃຫ້ມີ ລັດຖະກອນ 14 ຄົນເສຍຊີວິດ ແລະ ອີກ 22 ຄົນ ໄດ້ຮັບບາດເຈັບ.

ພວກມືປືນທັງສອງຄົນ ໄດ້ຖືກເຈົ້າໜ້າທີ່ຕຳຫຼວດຂ້າຕາຕໍ່ມາ ແລະ ຕັ້ງແຕ່ນັ້ນມາ ບັນດາ
ນັກສືບສວນສອບລັດຖະບານກາງ ໄດ້ປະກາດ ການສັງຫານໝູ່ວ່າ ເປັນການກຳທຳຂອງ
ການກໍ່ການຮ້າຍ ຂອງພວກທີ່ສະໜັບສະໜູນ ກຸ່ມລັດອິສລາມຫົວຮຸນແຮງຈັດ.

California Mosque Fire
please wait

No media source currently available

0:00 0:00:39 0:00

XS
SM
MD
LG