ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ຊາຍຄົນນຶ່ງ ທີ່ລັດ ຄາລີຟໍເນຍ ຖືກຕັດສິນ ຈຳຄຸກ 15 ປີ ຍ້ອນຂະໂມຍ ຄວາມລັບ


ປ້າຍເຄື່ອງໝາຍບໍລິສັດ DuPont ທີ່ສູນກາງຄົ້ນຄວ້າ ຢູ່ເມືອງ Meyrin ໃກ້ໆນະຄອນ Geneva.
ປ້າຍເຄື່ອງໝາຍບໍລິສັດ DuPont ທີ່ສູນກາງຄົ້ນຄວ້າ ຢູ່ເມືອງ Meyrin ໃກ້ໆນະຄອນ Geneva.

ສານແຫ່ງນຶ່ງ ໃນລັດຄາລີຟໍເນຍ ທາງພາກຕາເວັນຕົກຂອງສະ
ຫະລັດ ໄດ້ຕັດສິນໂທດວິສະວະກອນດ້ານເຄມີຄົນນຶ່ງ ໃຫ້ຕິດ
ຄຸກ 15 ປີ ແລະປັບໃໝອີກ 28 ລ້ານ 3 ແສນໂດລາ ຍ້ອນໄດ້
ລັກຂະໂມຍຄວາມລັບ ທາງດ້ານການຄ້າ ຈາກບໍລິສັດອຸດສາ
ຫະກຳເຄມີ DuPont ຂອງສະຫະລັດເພື່ອນຳໄປຊ່ອຍບໍລິສັດ
ລັດວິສາຫະກິດຂອງຈີນ.

ໃນການຕັດສິນໂທດ ໃນວັນພະຫັດວານນີ້ ຜູ້ພິພາກສາປະຈຳ
ເຂດຂອງລັດຖະບານກາງສະຫະລັດ ທ່ານ Jeffrey White
ກ່າວວ່າ ທ້າວ Walter Liew ທີ່ໄດ້ໂອນສັນຊາດເປັນອາເມຣິ
ກັນ ໄດ້ທໍລະຍົດຕໍ່ປະເທດທີ່ໃຫ້ບ່ອນພັກພາອາໄສແກ່ຜູ້ກ່ຽວ ຍ້ອນເຫັນແກ່ຄວາມໂລບ.

ທ້າວ Liew ໄດ້ຖືກພົບເຫັນວ່າ ມີຄວາມຜິດ ໃນຕົ້ນປີນີ້ ຍ້ອນໄດ້ຮັບເງິນ 28 ລ້ານໂດລາ ຈາກບັນດາບໍລິສັດ ທີ່ຄວບຄຸມໂດຍລັດຖະບານຈີນ ເພື່ອແລກປ່ຽນ ກັບເທັກໂນໂລຈີໃນ ການຍ້ອມສີຂອງບໍລິສັດ DuPont ສຳລັບເຮັດໃຫ້ເຄື່ອງໃຊ້ປະຈຳວັນຕ່າງໆຂາວຂຶ້ນນັ້ນ.

ພ້ອມນີ້ ຜູ້ພິພາກສາຍັງໄດ້ປັບໃໝບໍລິສັດວິສາວະກຳ ຂອງທ້າວ Liew ເປັນເງິນ 19 ລ້ານ ໂດລາ.

XS
SM
MD
LG