ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາຍ​ຜິວ​ຂາວ​ໃນ​ລັດ​ຄາ​ລິ​ຟໍ​ເນຍ ຖືກ​ໂທດຈຳ​ຄຸກ​ຕະ​ຫລອດ​ຊີ​ວິດ​ ຍ້ອນ​ທຳ​ການໂຈມ​ຕີ​ໂບດ​ຂອງຊາວ​ຢີວ ໃນ​ປີ 2019


ພາ​ບ​ຂອງທ້າວ John T. Earnest ທີ່​ຍິງ​ຄົນ​ຕາຍຢູ່​ໃນໂບດ​ຂອງ​ຊາວ​ຢີວໄປປາ​ກົດຕົວ​ຢູ່​ຫ້ອງ​ປະ​ຊຸມ​ຂອງສານກ່ອນ​ຈະ​ມີ​ການ​ຮັບ​ຟັງ​ຄະ​ດີ ທີ່​ນະ​ຄອນ​ແຊນ​ດີ​ເອ​ໂກ (ພາບ​ຖ່າຍ​ທີ່​ເກັບ​ໄວ້ໃນ​ວັນ​ທີ 30 ເມ​ສາ, 2019)
ພາ​ບ​ຂອງທ້າວ John T. Earnest ທີ່​ຍິງ​ຄົນ​ຕາຍຢູ່​ໃນໂບດ​ຂອງ​ຊາວ​ຢີວໄປປາ​ກົດຕົວ​ຢູ່​ຫ້ອງ​ປະ​ຊຸມ​ຂອງສານກ່ອນ​ຈະ​ມີ​ການ​ຮັບ​ຟັງ​ຄະ​ດີ ທີ່​ນະ​ຄອນ​ແຊນ​ດີ​ເອ​ໂກ (ພາບ​ຖ່າຍ​ທີ່​ເກັບ​ໄວ້ໃນ​ວັນ​ທີ 30 ເມ​ສາ, 2019)

ຄົນຜິວຂາວ​ທີ່​ຄິດ​ວ່າ​ຕົນ​ດີ​ເລີດອາຍຸ 22 ປີ ໄດ້ຖືກຕັດສິນໂທດຈຳ​ຄຸກ​ຕະ​ຫລອດ ຊີວິດໃນຄຸກຂອງລັດຖະບານກາງ ໃນວັນອັງຄານວານນີ້ ຍ້ອນໄດ້ສັງຫານຊີ​ວິດ ຂອງແມ່ຍິງຄົນນຶ່ງ ແລະເຮັດ​ໃຫ້ອີກ 3 ຄົນໄດ້​ຮັບ​ບາດ​ເຈັບ ເມື່ອລາວບຸກເຂົ້າ ໄປໃນໂບດຂອງ​ສາ​ສະ​ໜາ​ຢີວ​ຢູ່ທາງພາກໃຕ້ຂອງລັດຄາລິຟໍເນຍໃນປີ 2019, ຊຶ່ງ​ເປັນ​ການເພີ້ມເຕີມ​ແກ່ການລົງໂທດຈຳ​ຄຸກຕະຫຼອດຊີວິດທີ່ລາວໄດ້ຮັບກ່ອນ ໜ້ານີ້ 3 ເດືອນໃນສານຂອງລັດ, ອີງ​ຕາມ​ອົງ​ການ​ຂ່າວເອ​ພີ (AP).

ທ້າວ​ ຈອນ ທີ ເອີນ​ແນ​ສທ໌ (John T. Earnest) ປະຕິເສດທີ່ຈະປາ​ກຢູ່ໃນຫ້ອງຂອງສານທີ່ເຕັມໄປດ້ວຍຜູ້ເຄາະຮ້າຍ, ບັນ​ດາຄອບຄົວ ແລະສະ​ມາ​ຊິກ​ຂອງ​ໂບດນັ້ນ. ຢູ່ໃນສານຂອງລັດນັ້ນ, ທະນາຍຄວາມຂອງລາວກ່າວວ່າ ລາວຢາກເວົ້າແຕ່ຜູ້ພິພາກສາປະຕິເສດບໍ່​ໃຫ້​ລາວ​ເວົ້າ, ໂດຍເວົ້າວ່າທ່ານບໍ່ ຢາກເອົາເວທີໃຫ້ສໍາລັບຄຳເວົ້າທີ່ເຕັມໄປດ້ວຍຄວາມກຽດຊັງຂອງລາວ.

ທະນາຍຄວາມຂອງທ້າວ​ເອີນ​ແນ​ສ​ທ໌ (Earnest), ທ່ານ​ ແອ​ລ​ລີ​ສ ຈອນ​ສ​ຕັນ III (Ellis Johnston III) ກ່າວວ່າລູກຄວາມຂອງທ່ານຍອມຮັບວ່າການກະທຳ ຂອງລາວແມ່ນ "ບໍ່ເໝາະສົມ" ຊຶ່ງ​ເປັນ​ຖ້ອຍຖະແຫຼງທີ່ຖືກມອງເບິ່ງແບບບໍ່​ເຊື່ອ ຈາກ​ພວກໄອຍະການ. ທ່ານ​ພີ​ເຕີ ໂຄ (Peter Ko), ໄອຍະການຂອງລັດຖະ ບານກາງກ່າວວ່າການສະແດງຄວາມເສຍໃຈຂອງທ້າວ ​ເອີນ​ແນ​ສ​ທ໌ ເກີດຂຶ້ນບໍ່ ດົນຫລັງຈາກໄດ້ຍິງປືນໃສ່​ຄົນ ໂດຍ​ເວົ້າຢູ່ໃນໂທລະສັບທີ່​ໂທໄປຫາຜູ້ອື່ນ.

ຜູ້ພິພາກສາປະ​ຈຳເຂດຂອງສະຫະລັດ, ທ່ານ ແອນ​ໂທ​ນີ ແບັດ​ຕາ​ເກ​ລຍ (Anthony Battaglia) ກ່າວວ່າ ການຕັດສິນໂທດຈຳ​ຄຸກ​ຕະ​ຫລອດຊີວິດຂອງລັດຖະບານກາງ ແລະຂອງລັດຈະດຳເນີນແບບ​ຕໍ່​ກັນໄປ ແທນທີ່ຈະ ເປັນການ​ໃຊ້ໂທດໄປພ້ອມໆກັນ, ໂດຍຍອມຮັບວ່າມັນເປັນສັນຍາລັກແຕ່ມັນ ກໍມີ​ຈຸດ​ປະ​ສົງ​ທີ່​ຈະສົ່ງຂໍ້ຄວາມທີ່ເຂັ້ມແຂງ. ຜູ້ພິພາກສາໄດ້ປະຕິເສດຄໍາຮ້ອງຂໍ ຂອງທະນາຍຄວາມຝ່າຍ​ຈຳ​ເລີຍທີ່ຈະໃຫ້ທ້າວ​ເອີນ​ແນ​ສ​ທ໌ (Earnest) ຢູ່ໃນຄຸກ ຂອງລັດ.

ແມ່​ຍິງ​ຄົນ​ນຶ່ງ​ເອົາ​ດອກ​ໄມ້​ໄປໄວ້​ອາ​ໄລ​ແກ່​ຜູ້​ເສຍ​ຊີ​ວິດຍ້ອນ​ເຫດ​ຍິງ​ກັນ​ຢູ່​ໂບດ Chabad of Poway ຂອງ​ຊາວ​ຢີວ​ໃນ​ເມືອງ Poway, ລັດ​ຄາ​ລິ​ຟໍ​ເນຍ, 29 ເມ​ສາ, 2019
ແມ່​ຍິງ​ຄົນ​ນຶ່ງ​ເອົາ​ດອກ​ໄມ້​ໄປໄວ້​ອາ​ໄລ​ແກ່​ຜູ້​ເສຍ​ຊີ​ວິດຍ້ອນ​ເຫດ​ຍິງ​ກັນ​ຢູ່​ໂບດ Chabad of Poway ຂອງ​ຊາວ​ຢີວ​ໃນ​ເມືອງ Poway, ລັດ​ຄາ​ລິ​ຟໍ​ເນຍ, 29 ເມ​ສາ, 2019

"ແນ່ນອນ ນີ້ເປັນ​ເລື້ອງຮ້າຍແຮງເທົ່າທີ່ມັນໄດ້ຈະເປັນ​ໄດ້," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ ແບັດ​ຕາ​ເກ​ລຍ (Battaglia) ທີ່ກ່າວໃກ້ຕອນສຸດທ້າຍຂອງການໄຕ່ສວນຄະ​ດີທີ່​ດຳ​ເນີນ​ໄປ​ເປັນ​ເວ​ລາສອງຊົ່ວໂມງ ໃນຂະ​ນະທີ່ທ້າວ ​ເອີນ​ແນ​ສ​ທ໌ ທີ່​ຖືກ​ກັບ​ມື​ມັດ​ໄວ້ຫລຽວໜ້າ​ໄປແບບ​ຊື່ໆ ໂດຍບໍ່ສະແດງປະ​ຕິ​ກິ​ລິ​ຍາ​ຫຍັງອອກມາ.

ທ້າວ ​ເອີນ​ແນ​ສ​ທ໌ ໄດ້ສາລະພາບຜິດຕໍ່ຂໍ້ກ່າວຫາຂອງລັດຖະບານກາງໃນເດືອນ ກັນຍາຜ່ານ​ມາ ຫຼັງຈາກພະ​ແນ​ກຍຸຕິທໍາກ່າວວ່າ ຕົນຈະບໍ່ຊອກຫາທາງໃຫ້​ມີ​ການລົງໂທດປະຫານຊີວິດ. ບັນດາ​ທະນາຍຄວາມ ​ແລະ​ໄອ​ຍະ​ການ​ໄດ້​ແນະນຳ​ໃຫ້​ລາວ​ຖືກຈຳ​ຄຸກ​ຕະຫຼອດ​ຊີວິດບວກ​ກັບ 30 ປີ.

XS
SM
MD
LG