ຜູ້ປົກຄອງລັດ ຄາລິຟໍເນຍ ທ່ານ ແກວິນ ນິວຊຳ ໄດ້ກ່າວວ່າ ມັນມີຄວາມຫວັງວ່າໃນຕອນແລງຂອງວັນຈັນມື້ນີ້ ລົມທີ່ແຮງເກືອບເປັນປະຫວັດສາດທີ່ກຳລັງກໍ່ໃຫ້ເກີດໄຟປ່າຂະໜາດໃຫຍ່ໃນພາກເໜືອຂອງລັດນັ້ນ “ຈະຢຸດລົງໃນທີ່ສຸດ” ໃນຂະນະທີ່ປະຊາຊົນປະມານ 3,000 ຄົນໄດ້ເຮັດວຽກເພື່ອມອດໄຟ.
ທ່ານ ນິວຊຳ ໄດ້ກ່າວໃນລາຍງານສັ້ນເມື່ອແລງວັນອາທິດວານນີ້ວ່າ “ພວກເຮົາຍັງບໍ່ພົ້ນຈາກອັນຕະລາຍເທື່ອ, ແຕ່ພວກເຮົາກຳລັງອຽງໄປທາງທີ່ຖືກຕ້ອງ.”
ລັດທີ່ຕັ້ງຢູ່ພາກຕາເວັນຕົກຂອງ ສະຫະລັດ ນັ້ນມັກຈະປະສົບກັບໄຟປ່າຫຼາຍຄັ້ງໃນເວລານີ້ຂອງປີ ດ້ວຍຄວາມຊຸ່ມທີ່ຕ່ຳ ແລະ ລົມແຮງ ປະສົມເຂົ້າກັນຈະເຮັດໃຫ້ເກີດສະພາບທີ່ເອື້ອຍອຳນວຍສຳລັບການຂະຫຍາຍຂອງໄຟປ່ານັ້ນ.
ນັກດັງເພີງໄດ້ກ່າວວ່າ ໄຟ ຄິນເຄດ, ເຊິ່ງຊື່ຂອງມັນຖືກຕັ້ງຕາມຊື່ຂອງຖະໜົນໃນທ້ອງຖິ່ນ ບ່ອນທີ່ໄຟຖືກເຊື່ອວ່າ ໄດ້ເລີ່ມໄໝ້ໃນເມືອງ ໂຊໂນມາ ນັ້ນ, ໄດ້ຖືກຄວບຄຸມ 10 ເປີເຊັນ, ແຕ່ໃນຕອນແລງຂອງວັນອາທິດວານນີ້ ມັນໄດ້ຫຼຸດລົງເປັນ 5 ເປີເຊັນ ດ້ວຍໄຟໄໝ້ກວ້າງຂະໜາດປະມານ 22,000 ເຮັກຕາ.
ກົມດັບເພີງ ຄາລິຟໍເນຍ ໄດ້ກ່າວວ່າ ໄຟທີ່ວ່ານັ້ນໄດ້ທຳລາຍສິ່ງປຸກສ້າງແລ້ວປະມານ 100 ຫຼັງ.
ສະມາຊິກສະພາສູງລັດຄາລິຟໍເນຍ ທ່ານ ໄມຄ໌ ແມັກກວາຍ ໄດ້ກ່າວວ່າ ປະຊາຊົນ 4,600 ຄົນໄດ້ໄປພັກອາໄສຢູ່ໃນເມືອງ ໂຊໂນມາ.
ໃນທົ່ວລັດດັ່ງກ່າວ, ປະຊາຊົນປະມານ 180,000 ຄົນໄດ້ອົບພະຍົບອອກຈາກບ້ານຂອງເຂົາເຈົ້າ ເພື່ອໄປຫາບ່ອນຢູ່ທີ່ປອດໄພຈາກໄຟປ່າ.
ທ່ານ ນິວຊຳ ໄດ້ປະກາດພາວະສຸກເສີນໃນວັນອາທິດວານນີ້ ແລະ ໄດ້ກ່າວວ່າ “ມັນບໍ່ມີຄຳຖາມ” ທີ່ວ່າການຍົກຍ້າຍອອກຈາກພື້ນທີ່ ໄດ້ຊ່ວຍເຫຼືອຊີວິດຂອງຄົນຈຳນວນຫຼາຍ.
ທ່ານໄດ້ກ່າວວ່າ “ໄປ ໝາຍຄວາມ ໄປ,” ທ່ານໄດ້ຜັກດັນໃຫ້ປະຊາຊົນເອົາໃຈໃສ່ກັບຄຳສັ່ງອົບພະຍົບທຸກຄັ້ງ.
ໃນພາກໃຕ້ຂອງລັດ ຄາລິຟໍເນຍ, ບັນດາເຈົ້າໜ້າທີ່ດັບເພີງໄດ້ກ່າວວ່າ ໄຟປ່າທີ່ມີຂະໜາດນ້ອຍກວ່າຫຼາຍໃນເມືອງ ແຊນຕາ ຄລາຣິຕາ ໃກ້ກັບນະຄອນ ລອສ ແອນເຈີລິສ ໄດ້ຖືກຄວບຄຸມ 70 ເປີເຊັນແລ້ວ, ແຕ່ມັນໄດ້ທຳລາຍບ້ານເຮືອນ ຫຼາຍສິບຫຼັງ.
ບໍລິສັດໄຟຟ້າ PG&E ຂອງລັດ ຄາລິຟໍເນຍ ໄດ້ມອດໄຟຟ້າຕໍ່ເກືອບ 1 ລ້ານຄົວເຮືອນ ແລະ ທຸລະກິດ ໃນທົ່ວພາກເໜືອຂອງລັດຄາລິຟໍເນຍ, ບາງຄົນກໍຖືກແຈ້ງໃຫ້ຊາບໃນເວລາທີ່ສັ້ນ, ດັ່ງກັບແຜນຍຸດທະສາດເພື່ອພະຍາຍາມປ້ອງກັນໄຟຕົກຈາກສາຍໄຟທີ່ຂາດທີ່ຈະກໍ່ໃຫ້ເກີດໄຟໄໝ້ຫຼາຍຂຶ້ນ.