ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລັດ​ຄາ​ລິ​ຟໍ​ເນຍ ມີ​ຜູ້​ໃຊ້​ລົດ​ໄຟ​ຟ້າຫຼາຍກວ່າ​ໝູ່​ໃນ ສະ​ຫະ​ລັດ ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະຫຼຸດ​ຜ່ອນ ສະ​ພາບ​ອາ​ກາດ​ປ່ຽນ​ແປງ


ລົດ​ໄຟ​ຟ້າ​ຄັນ​ນຶ່ງ​ກຳ​ລັງ​ສາກ​ຖ່ານ​ໃນ​ນະ​ຄອນ ລອ​ສ໌ ແອນ​ເຈີ​ລິ​ສ, ລັດ ຄາ​ລິ​ຟໍ​ເນຍ, 25 ສິງ​ຫາ, 2022.
ລົດ​ໄຟ​ຟ້າ​ຄັນ​ນຶ່ງ​ກຳ​ລັງ​ສາກ​ຖ່ານ​ໃນ​ນະ​ຄອນ ລອ​ສ໌ ແອນ​ເຈີ​ລິ​ສ, ລັດ ຄາ​ລິ​ຟໍ​ເນຍ, 25 ສິງ​ຫາ, 2022.

ລັດຄາລິຟໍເນຍ ຈະກາຍເປັນລັດທຳອິດໃນ ສະຫະລັດ ທີ່ຈະຢຸດຊື້ລົດທີ່ໃຊ້ນໍ້າ ມັນ ຟອສຊິລ ແລະ ບັງຄັບໃຫ້ປະຊາຊົນຊື້ລົດໄຟຟ້າທັງໝົດໃນປີ 2035. ເຫດຜົນກໍແມ່ນເພື່ອຫຼຸດຜ່ອນສະພາບອາກາດຮ້າຍແຮງ.

ການເຄື່ອນໄຫວດັ່ງກ່າວໄດ້ມີຂຶ້ນຫຼັງຈາກຜູ້ປົກຄອງລັດ ທ່ານ ແກວິນ ນິວຊຳ ໄດ້ປະກາດດຳລັດໃນປີ 2020. ປະຊາຊົນຜູ້ທີ່ເຫັນດີກັບນະໂຍບາຍຂອງທ່ານ ນິວຊໍາ ແມ່ນໄດ້ພາກັນສະແດງຄວາມຍິນດີກັບຄຳສັ່ງຂອງທ່ານ, ເຊັ່ນດຽວກັບ ຄົນລາວທ່ານນຶ່ງທີ່ອາໄສຢູ່ເມືອງ ເຟຣສໂນ ທີ່ໄດ້ກ່າວວ່າ “ອ້າຍມີລົດໄຟຟ້າ ສອງຄັນ, ຊື້ມາກະຮູ້ສຶກວ່າໄດ້ຊ່ວຍຮັກສາສິ່ງແວດລ້ອມ ແລະກໍປະຢັດເງິນ ໂດຍສະເພາະໃນຊ່ວງຂາດເຂີນນໍ້າມັນຄືແນວນີ້, ລາຄານໍ້າມັນກະແພງຫຼາຍ. ແຕ່ລົດໄຟຟ້າມັນກະແພງ, ປະຊາຊົນບາງຄົນກໍຈະບໍ່ສາມາດຊື້ໄດ້. ແຕ່ໃນອະນາຄົດອີກ 10 ປີ ອ້າຍກະຄິດວ່າທຸກຄົນຄືຊິເຮັດໄດ້ຢູ່. ຄາລິຟໍເນຍ ຮ້ອນຫຼາຍສະນັ້ນມັນຕ້ອງໄດ້ມີການປ່ຽນແປງໃນດ້ານສິ່ງແວດລ້ອມ.”

ບາງຄົນເວົ້າວ່າລັດຄາລິຟໍເນຍ ແມ່ນຍັງບໍ່ພ້ອມສຳລັບລົດໄຟຟ້າເທື່ອເພາະວ່າ ລັດດັ່ງກ່າວ ມັກເກີດຄື້ນຄວາມຮ້ອນ ແລະ ມັກຮຽກຮ້ອງປະຊາຊົນ ບໍ່ໃຫ້ໃຊ້ໄຟຟ້າຫຼາຍ.

ຕະຫຼາດລົດໄຟຟ້າໄດ້ຂະຫຍາຍຕົວຢ່າງວ່ອງໄວໃນ ສະຫະລັດ ຈາກປີ 2021 ທີ່ຜ່ານມາ, ເຊິ່ງລົດໄຟຟ້າຖືກຂາຍເພີ່ມຂຶ້ນ 43 ເປີ​ເຊັນ ໃນປີດັ່ງກ່າວ ແລະ ລັດ ຄາລິຟໍເນຍ ມີຜູ້ຊື້ລົດໄຟຟ້າຫຼາຍກວ່າໝູ່ໃນປະເທດ, ອີງຕາມກະຊວງພະລັງງານ ສະຫະລັດ.

XS
SM
MD
LG