ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ປົກ​ຄອງ​ລັດ​ຄາ​ລີ​ຟໍ​ເນຍ ແຕ່​ງ​ຕັ້ງ​ທ່ານ​ນາງ​ລາ​ພອນ​ຊາ ບັດ​ເລີ້ ເຂົ້າ​ຮັບ​ໜ້າ​ທີ່​ ແທນມື້​ລາງ​ສະ​ມາ​ຊິກ​ສະ​ພາ​ສູງ ຟາຍ​ສ​ໄຕ​ນ໌


ແຟ້ມ - ທ່ານ​ນາງ​ລາ​ພອນ​ຊາ ບັດ​ເລີ້ ກ່າວ​ໃນ​ລະ​ຫວ່າງ​ພິ​ທີ ທີ່​ຈັດ​ຂຶ້ນ​ຢູ່​ວໍ​ຊິງ​ຕັນ ເມື່ອ​ວັນ​ທີ 23 ມິ​ຖຸ​ນາ 2023.
ແຟ້ມ - ທ່ານ​ນາງ​ລາ​ພອນ​ຊາ ບັດ​ເລີ້ ກ່າວ​ໃນ​ລະ​ຫວ່າງ​ພິ​ທີ ທີ່​ຈັດ​ຂຶ້ນ​ຢູ່​ວໍ​ຊິງ​ຕັນ ເມື່ອ​ວັນ​ທີ 23 ມິ​ຖຸ​ນາ 2023.

ຜູ້​ປົກ​ຄອງ​ລັດ​ຄາ​ລີ​ຟໍ​ເນຍ ທ່ານ​ແກວິນ ນິວ​ຊຳ ຈະ​ແຕ່ງ​ຕັ້ງ​ທ່ານ​ນາງ​ລາ​ຟອນ​ຊາ ບັດ​ເລີ (Laphonza Butler) ນັກ​ຍຸດ​ທະ​ສາດ​ຂອງ​ພັກ​ເດ​ໂມ​ແຄ​ຣັດ​ແລະ ​ທີ່​ປຶກ​ສາໃນ​ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ​ນາງ​ຄາ​ມາ​ລາ ແຮ​ຣິ​ສ ເຂົ້າ​ໄປ​ຮັບ​ຕຳ​ແໜ່ງ ແທນ​ບ່ອນ​ນັ່ງ​ໃນ​ສະ​ພາ​ສູງ​ທີ່​ຫວ່າງ​ລົງ ຂອງມື້​ລາງ​ສະ​ມາ​ຊິກ​ສະ​ພາ​ສູງ​ໄດ​ແອນ ຟາຍ​ສ​ໄຕ​ນ໌ (Diane Feinstein) ໂຄ​ສົກ​ທີ່​ຫ້ອງ​ການ​ຂອງ​ທ່ານ​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ໃນ​ການ​ເລືອກ​ເອົາ​ທ່ານ​ນາງ​ບັດ​ເລີ ທ່ານ​ນິວ​ຊຳ​ແມ່ນ​ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ທີ່​ຍິງ​ຄົນ​ຜິວ​ດຳ ຖ້າ​ບ່ອນ​ນັ່ງ​ຂອງ​ທ່ານ​ນາງ​ຟາຍ​ສ​ໄຕ​ນ໌​ຫາກ​ຫວ່າງ​ລົງ. ແຕ່​ແນວ​ໃດ​ກໍ​ຕາມ ທ່ານ​ໄດ້​ຖືກ​ກົດ​ດັນ​ຈາກ​ພວກ​ນັກ​ການ​ເມືອງ​ຜິວ​ດຳ​ແລະ​ກຸ່ມ​ສະ​ໜັບ​ສະ​ໜຸນໃຫ້​ເລືອກ​ເອົາ​ທ່ານ​ນາງບາ​ບາ​ຣາ ລີ (Barbara Lee) ສະ​ມາ​ຊິກ​ສະ​ພາ​ຕ່ຳ​ແມ່​ຍິງ​ຜິວ​ດຳ​ຄົນ​ສຳ​ຄັນ ຜູ້​ທີ່​ເຄີຍ​ລົງ​ສະ​ໝັກ​ເອົາ​ຕຳ​ແໜ່ງນີ້​ມາ​ແຕ່​ກ່ອນ​ແລ້ວ.

ທ່ານ​ນາງ​ບັດ​ເລີ​ຈະ​ເປັນ​ແມ່​ຍິງ​ຜິວ​ດຳ​ພຽງ​ຄົນ​ດຽວ​ເທົ່າ​ນັ້ນ ທີ່​ຮັບ​ຕຳ​ແໜ່ງ​ຢູ່​ໃນ​ສະ​ພາ​ສູງ​ສະ​ຫະ​ລັດ ແລະ​ເປັນສະ​ມາ​ຊິກ LGBTQ ​ທີ່​ເປີດ​ເຜີຍ​ຄົນ​ທຳ​ອິດ​ທີ່​ຕາງ​ໜ້າ​ໃຫ້​ແກ່​ລັດ​ຄາ​ລີ​ຟໍ​ເນຍ​ຢູ່​ໃນ​ສະ​ພາ​ດັ່ງ​ກ່າວ.

ສະ​ມາ​ຊິກ​ສ​ະ​ພາ​ຟາຍ​ສ​ໄຕ​ນ໌ ທີ່​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ເຖິງ​ແກ່​ມໍ​ລະ​ນະ​ກຳ​ໃນ​ວັນ​ພະ​ຫັດ​ແລ້ວ ຫຼັງ​ຈາກ​ໄດ້​ລົງ​ປ່ວຍ​ມາ​ຊົ່ວ​ໄລ​ຍະ​ນຶ່ງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG