ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ບານ​ກາງ ຈະຟ້ອງ​ຮ້ອງ​ລັດ ​ຄາ​ລິ​ຟໍ​ເນຍ ສຳ​ລັບ​ກົດ​ໝາຍ ອິນ​ເຕີ​ແນັດ ​ເປັນ​ກາງ


ພວກ​ປະ​ທ້ວງ​ ຈັດ​ການ​ຊຸມ​ນຸມ ເພື່ອ​ສະ​ໜ​ັບ​ສະ​ໜູນ​ການ​ໃຊ້​ອິນ​ເຕີ​ແນັດ​ ຢ່າງ​ເປັນ​ກາງ ຢູ່ນອກ​ຮ້ານ​ໂທ​ລະ​ສັບ ເວີ​ຣາຍ​ຊັອນ. ນະ​ຄອນ ນິວຢອກ, 7 ທັນ​ວາ 2017.
ພວກ​ປະ​ທ້ວງ​ ຈັດ​ການ​ຊຸມ​ນຸມ ເພື່ອ​ສະ​ໜ​ັບ​ສະ​ໜູນ​ການ​ໃຊ້​ອິນ​ເຕີ​ແນັດ​ ຢ່າງ​ເປັນ​ກາງ ຢູ່ນອກ​ຮ້ານ​ໂທ​ລະ​ສັບ ເວີ​ຣາຍ​ຊັອນ. ນະ​ຄອນ ນິວຢອກ, 7 ທັນ​ວາ 2017.

ຜູ້​ປົກ​ຄອງ​ລັດ ຄາ​ລິ​ຟໍ​ເນຍ ທ່ານ ເຈ​ຣີ ບ​ຣາວ​ນ໌ (Jerry Brown) ໄດ້​ເຊັນ​ຮ່າງ​ກົດ​ໝາຍ
ສະບັບນຶ່ງໃນວັນອາທິດວານນີ້ ທີ່ຈະເຮັດໃຫ້ການໃຊ້ອິນເຕີແນັດຢ່າງເປັນກາງ ເປັນ
ກົດໝາຍຂອງລັດ.

ຫຼາຍ​ຊົ່ວ​ໂມງ​ຕໍ່​ມາ ກະ​ຊວງ​ຍຸ​ຕິ​ທຳ ສະ​ຫະ​ລັດ ໄດ້​ຮ່າງການ​ຟ້ອງ​ຮ້ອງ​ຄະ​ດີ​ຕໍ່​ລັດ​ຄາ​ລິ​
ຟໍເນຍ, ເວົ້າວ່າ ກົດໝາຍລັດດັ່ງກ່າວ “ໄດ້ສ້າງພາລະຢ່າງຜິດກົດໝາຍ ກ່ຽວ​ກັບ ວິ​ທີ
ການຫຼຸດອຳນາດຂອງລັດຖະບານກາງຕໍ່ການໃຊ້ອິນເຕີແນັດ.”

ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ກະ​ຊວງ​ດັ່ງ​ກ່າວ​ໄດ້​ກ່າວ​ເພີ່ມ​ເຕີມ​ວ່າ ກົດ​ໝາຍ​ລັດ​ຄາ​ລິ​ຟໍ​
ເນຍ “ແມ່ນກຳລັງພະຍາຍາມທີ່ຈະທຳລາຍ ວິທີການຫຼຸດອຳນາດຂອງລັດຖະບານກາງ
ດ້ວຍການຕັ້ງກົດລະບຽບລັດທີ່ເປັນພາລະຫຍຸ້ງຍາກ ກ່ຽວກັບ ການໃຊ້ອິນເຕີແນັດຢ່າງ
ເສລີ, ເຊິ່ງມັນບໍ່ຖືກກົດໝາຍ ແລະ ຕໍ່ຕ້ານຜູ້ບໍລິໂພກ.”

ການ​ໃຊ້​ອິນ​ເຕີ​ແນັດຢ່າງ​ເປັນ​ກາງ ທຳ​ອິດ​ແມ່ນ​ໄດ້​ຖືກຕັ້ງຂຶ້ນ​ໂດຍ​ລັດ​ຖະ​ບານ​ທ່ານ
ໂອບາມາ ໃນປີ 2015 ເພື່ອປ້ອງກັນຜູ້ໃຫ້ບໍລິການອິນເຕີແນັດຈາກການຈຳແນກ ໃນ
ການຄວບຄຸມສັນຍານອິນເຕີແນັດຂອງເຂົາເຈົ້າ. ໃນເວລາທີ່ມັນຖືກຍົກເລີກໂດຍລັດ
ຖະບານານ ທຣຳ ນັ້ນ, ມັນໄດ້ເປີດທາງໃຫ້ຜູ້ສະໜອງການບໍລິການອິນເຕີແນັດ ກີດກັ້ນ,
ສົ່ງສັນຍານອິນເຕີແນັດຊ້າລົງ, ແລະ ສ້າງ “ສັນຍານທີ່ໄວ” ສຳລັບຜູ້ບໍລິໂພກທີ່ຈ່າຍຄ່າ
ໃຊ້ແພງຂຶ້ນ.

ລັດ​ຖະ​ມົນ​ຕີ​ຍຸ​ຕິ​ທຳ ທ່ານ ເຈັ​ຟ ເຊັ​ສ​ເຊິນ, ​ກ່າວໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ, ເອີ້ນ​ຮ່າງ​
ກົດໝາຍຂອງລັດຄາລິຟໍເນຍວ່າ “ເປັນກົດໝາຍລັດທີ່ຮຸນແຮງ ແລະ ຜິດກົດໝາຍ ເຊິ່ງ
ພະຍາຍາມ ທີ່ຈະກີດກັ້ນ ນະໂຍບາຍຂອງລັດຖະບານກາງ.” ທ່ານກ່າວວ່າ “ກະຊວງຍຸ
ຕິທຳບໍ່ຄວນເສຍເວລາ ແລະ ແຫຼ່ງຊັບພະຍາກອນທີ່ມີຄ່າ ເພື່ອຮ່າງການຟ້ອງຮ້ອງໃນມື້
ນີ້, ແຕ່ພວກເຮົາມີໜ້າທີ່ ເພື່ອປ້ອງກັນສິດທິ ພິເສດຂອງລັດຖະບານກາງ ແລະ ປົກປ້ອງ
ລະບຽບລັດຖະທຳມະນູນຂອງພວກເຮົາ.”

ຫຼາຍ​ລັດ​ໃນ ສະ​ຫະ​ລັດ ໄດ້​ຮັບ​ຮອງ​ເອົາ​ນິ​ຕິ​ບັນ​ຍັດ​ທີ່​ກ່ຽວ​ຂ້ອງ​ກັບ ການ​ໃຊ້​ອິນ​ເຕີ​ແນັດ​
ຢ່າງເປັນກາງ, ແຕ່ຮ່າງກົດໝາຍຂອງລັດຄາລິຟໍເນຍ ແມ່ນຖືກພິຈາລະນາວ່າຄອບ
ຮອບທີ່ສຸດ ແລະ ເບິ່ງຄືວ່າຈະລອດຈາກການຄັດຄ້ານຂອງສານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG