ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ປົກຄອງ ລັດ California ຈະເປັນເຈົ້າພາບ ຈັດກອງປະຊຸມ ດິນ​ຟ້າ​ອາກາດຂອງໂລກ


ຜູ້ປົກຄອງລັດ California ທ່ານ Jerry Brown ສົນທະນາເລື່ອງ ດິນຟ້າອາກາດ ຢູ່ກອງປະຊຸມ ທີນະຄອນ Sacramento.
ຜູ້ປົກຄອງລັດ California ທ່ານ Jerry Brown ສົນທະນາເລື່ອງ ດິນຟ້າອາກາດ ຢູ່ກອງປະຊຸມ ທີນະຄອນ Sacramento.

ຜູ້​ປົກຄອງ​ລັດ California ທ່ານ Jerry Brown ​ໄດ້​ປະກາດວ່າ ​ກອງ​ປະຊຸມ​ສຸດ​ຍອດ​
ເພື່ອ​ຈັດຕັ້ງປະຕິບັດ ​ໃນ​ເລື່ອງດິນ​ຟ້າ​ອາກາດ ຂອງ​ໂລກ ຈະ​ຈັດ​ຂື້ນ​ຢູ່​ນະ​ຄອນ San
Francisco ​ໃນ​ເດືອນ​ກັນ​ຍາ​ປີໜ້າ​ນີ້​ແມ່ນເປັນ​ການ​ທ້າ​ທາຍຕໍ່​ແຜນ​ການຂອງ​ປະທາ
ນາທິບໍດີ ດໍ​ໂນ​ລ ທຣໍາ ທີ່​ຈະ​ຖອນ​ສະຫະລັດ​ ອອກ​ຈາກສົນທິສັນຍາ​ ດິນ​ຟ້າ​ອາກາດ​
ປາຣີ.

ປະທານາທິບໍດີ ອາເຈັນຈີນາ ທ່ານ Mauricio Macri ຮ່ວມຢູ່ເທິງເວທີ່ ກັບນັກຮ້ອງ ນາງ Shakira ໃນຂະນະທີ່ນາງກ່າວຕໍ່ຝູງຊົນ.
ປະທານາທິບໍດີ ອາເຈັນຈີນາ ທ່ານ Mauricio Macri ຮ່ວມຢູ່ເທິງເວທີ່ ກັບນັກຮ້ອງ ນາງ Shakira ໃນຂະນະທີ່ນາງກ່າວຕໍ່ຝູງຊົນ.

​ເກືອບ 200 ປະ​ເທດ​ໄດ້​ເຊັນຂໍ້​ຕົກລົງ​ສະບັບ​ປີ 2015 ​ເພື່ອ​ຫຼຸດ​ຜ່ອນການປ່ອຍ​ແກັສ
​ເຮືອນ​ແກ້ວ ທີ່ເຊື່ອ​ກັນ​ຢ່າງ​ກວ້າງຂວາງ​ວ່າ ​ເປັນ​ຕົວ​ການ​ຮັບຜິດຊອບ ​ໃນການ​ເຮັດ
ໃຫ້​ອຸນຫະພູມ​ສູງ​ຂຶ້ນ ​ແລະ​ທ່ານ Brown ​ແມ່ນ​ນຶ່ງ​ໃນ​ບັນດາ​ຜູ້ນຳ​ທ້ອງ​ຖິ່ນ​ແລະຂົງ
​ເຂດ ທີ່​ເຮັດ​ວຽກ​ເພື່ອ​ສ້າງ​ກຸ່ມ​ແນວ​ໂຮມ​ໂດຍ​ປາດ​ສະ​ຈາກປະທານາ ທິບໍດີ​ທຣໍາ.

ທ່ານ Brown ​ໄດ້​ກ່າວ​ຜ່ານ​ທາງ​ວີ​ດີ​ໂອ ​ໃນ​ວັນພ​ະຫັດ​ວານ​ນີ້ ​ຕໍ່ບຸນຊຸມ​ນຸມ​ປະຊາຊົນ
​ໂລກ ​ທີ່​ນະຄອນ Hamberg ປະເທດ​ເຢຍຣະມັນ ​ໂດຍ​ກ່າວ​ວ່າ ຜູ້ນຳ​ສະຫະລັດ “ບໍ່​
ໄດ້​ກ່າວ​ຕາງໜ້າ​ໃຫ້​ອາ​ເມຣິກາ​ທັງ​ໝົດ” ​ແລະແຕ່ລະ​ລັດ​ ​ແລະ​ເມືອງ​ຕ່າງໆ ສາມາດ
​ເອົາ​ບົດບາດ​ຮັບ​ມື​ກັບການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ.

ທ່ານ Brown ກ່າວ​ວ່າ ທ່ານ​ຈະ​ເປີດກອງປະຊຸມ​ສຸດ​ຍອດ​ໃນ​ປີໜ້າ​ນີ້ ຂອງ​ບັນດາຜູ້
​ປະກອບ​ການ​ທຸລະ​ກິດ​ໃຫຍ່ໆ ນັກ​ດົນຕີ ​ແລະ​ບັນດາ​ຜູ້​ຊ່ຽວຊານດ້ານ​ວິຊາການເພື່ອ
​ຊ່ວຍໃຫ້ບັນລຸເປົ້າໝາຍດັ່ງ​ກ່າວ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG