ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ປົກຄອງ ລັດຄາລີຟໍເນຍ ອອກຄຳສັ່ງ ໃຫ້ປະຊາຊົນຢູ່ໃນເຮືອນ ຂະນະທີ່ໄວຣັສໂຄໂຣນາ ແຜ່ລະບາດ


ທ່ານແກວິນ ນິວຊຳ ຜູ້ປົກຄອງລັດຄາລີຟໍເນຍ
ທ່ານແກວິນ ນິວຊຳ ຜູ້ປົກຄອງລັດຄາລີຟໍເນຍ

ຜູ້ປົກຄອງລັດຄາລີຟໍເນຍ ທ່ານແກວິນ ນິວຊຳ ໃນວັນພະຫັດວານນີ້ໄດ້ມີຄຳສັ່ງໃຫ້ປະຊາຊົນ 40 ລ້ານຄົນ ໃນລັດທີ່ຕັ້ງຢູ່ແຄມຝັ່ງທະເລກ້ຳຕາເວັນຕົກຂອງສະຫະລັດ ຢູ່ໃນບ້ານໃນເຮືອນ ອັນເປັນສ່ວນນຶ່ງໃນຄວາມພະຍາຍາມຂອງລັດດັ່ງ ກ່າວເພື່ອຕໍ່ສູ້ກັບການລະບາດຂອງເຊື້ອໄວຣັສໂຄວິດ 19.

ທ່ານນິວຊຳໄດ້ອອກຄຳສັ່ງດັ່ງກ່າວ ຫຼັງຈາກມີຜູ້ເສຍຊີວິດຄົນທີ 19 ຄົນ ແລະພວກທີ່ກວດວ່າຕິດເຊື້ອໄວຣັສໂຄໂຣນາ 958 ຄົນ ໃນລັດຄາລີຟໍເນຍ.

ຄຳສັ່ງໃຫ້ຢູ່ແຕ່ໃນບ້ານໃນເຮືອນຂອງປະຊາຊົນໃນທົ່ວທັງລັດໄດ້ມີຂຶ້ນຫລັງຈາກໃນເຊົ້າວັນພະຫັດວານນີ້ ນະຄອນລອສແອນເຈີລິສໄດ້ສັ່ງອັດຮ້ານຊັບພະສິນຄ້າທັງໝົດ ຮ້ານຄ້າຍ່ອຍທີ່ບໍ່ຈຳເປັນ ແລະບ່ອນຫຼິ້ນຂອງພວກເດັກນ້ອຍແຫ່ຕ່າງໆ.

ທ່ານນິວຊຳ ໃນວັນພະຫັດວານນີ້ ໄດ້ຮ້ອງຂໍໃຫ້ລັດຖະສະພາສະຫະລັດອະນຸມັດເງິນຊ່ວຍເຫຼືອ 1 ຕື້ໂດລາ ເພື່ອຮັບມືກັບວິກິດການດ້ານການແພດ ທີ່ພວມເກີດຂຶ້ນ.

ໃນວັນພຸດຜ່ານມານີ້ ຜູ້ປົກຄອງລັດຄາລີຟໍເນຍໄດ້ຂຽນຈົດໝາຍໄປຫາປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຂໍໃຫ້ສົ່ງກຳປັ່ນພະຍາບານໄປຍັງເມືອງທ່ານະຄອນລອສແອນເຈີລິສ ເພື່ອຮັບມືກັບພວກຄົນປ່ວຍທີ່ຕິດເຊື້ອໄວຣັສ ຊຶ່ງຄາດວ່າຈະເພີ້ມຈຳນວນຂຶ້ນນັ້ນ.

ເວລານີ້ອີຕາລີໄດ້ກາຍເປັນຈຸດລະບາດໃຫຍ່ຂອງເຊື້ອໄວຣັສໂຄໂຣນາ ກາຍປະເທດຈີນ ໃນຂະນະທີ່ອີຕາລີ ມີຜູ້ເສຍຊີວິດຫຼາຍທີ່ສຸດຈາກເຊື້ອໄວຣັສດັ່ງກ່າວ.

ມາເຖິງວັນພະຫັດວານນີ້ ເຈົ້າໜ້າທີ່ອີຕາລີກ່າວວ່າ ມີ 3,405 ຄົນ ໄດ້ເສຍຊີວິດຍ້ອນໄວຣັສໂຄໂຣນາ ໃນຂະນະທີ່ໂຕເລກຜູ້ເສຍຊີວິດຂອງຈີນແມ່ນຍັງຢູ່ໃນຈຳນວນ 3,248 ຄົນ.

ໃນໄລຍະ 2 ມື້ຜ່ານມານີ້ ເມືອງວູຮານ ຊຶ່ງເປັນຈຸດເລີ້ມຕົ້ນຂອງການລະບາດ ເມື່ອເດືອນທັນວາຜ່ານມາ ມີລາຍງານວ່າ ບໍ່ມີກໍລະນີໃໝ່ເປັນເທື່ອທຳອິດໃນວັນພະຫັດວານນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG