ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ພວກມອດໄຟ ຢູ່ລັດຄາລີຟໍເນຍ ກ່າວວ່າ ດິນຟ້າອາກາດ ບໍ່ອຳນວຍ ຊ່ວຍໃນການມອດໄຟ


ຟ້າແມບ ຟ້າຜ່າຢູ່ເຂດອ່າວນະຄອນແຊນແຟຣນຊິນໂກ-ໂອກແລນ ຢູ່ຂົວຂ້າມ Bay Bridge ລັດຄາລິຟໍເນຍ ວັນທີ 16 ສິງຫາ 2020.
ຟ້າແມບ ຟ້າຜ່າຢູ່ເຂດອ່າວນະຄອນແຊນແຟຣນຊິນໂກ-ໂອກແລນ ຢູ່ຂົວຂ້າມ Bay Bridge ລັດຄາລິຟໍເນຍ ວັນທີ 16 ສິງຫາ 2020.

ພວກມອດໄຟທີ່ກຳລັງຕໍ່ສູ້ກັບໄຟໄໝ້ປ່າຄັ້ງປະວັດສາດ ຢູ່ທາງພາກເໜືອຂອງລັດຄາລິ
ຟໍເນຍ ກ່າວວ່າ ດິນຟ້າອາກາດບໍ່ຄ່ອຍອຳນວຍປານໃດ ໃນຂະນະທີ່ ພວກເຂົາເຈົ້າກຳ
ລັງດີ້ນຮົນຊອກຫາທາງເພື່ອເຂົ້າຄວບຄຸມໄຟໄໝ້ປ່າຫຼາຍກວ່າ 600 ແຫ່ງ.

ອາກາດຮ້ອນເອົ້າ ລົມພັດທີ່ທຳນາຍທິດທາງບໍ່ໄດ້ ແລະຟ້າຝ່າທີ່ອາດຈະເກີດ ຂຶ້ນ ຊຶ່ງ
ຈະເຮັດໃຫ້ມີໄຟໄໝ້ເພີ້ມຂຶ້ນນັ້ນ ເຮັດໃຫ້ວຽກມອດໄຟລໍາບາກຢູ່ແລ້ວ ມີຄວາມຫຍຸ້ຍາກ
ຕື່ມຂຶ້ນອີກ.

ພວກນັກພະຍາກອນອາກາດຂອງສະຫະລັດ ໄດ້ເຕືອນວ່າ ໃນວັນອາທິດວານນີ້ ແລະ
ວັນຈັນມື້ນີ້ ກ່ຽວກັບອັນຕະລາຍຢູ່ເຂດອ່າວຂອງນະຄອນນະຄອນແຊນ ແຟຣຊິສໂກ
ແລະເໜືອຂຶ້ນໄປເລາະລຽບຕາມຊາຍຝັ່ງ.

ການເຕືອນເຫລົ່ານີ້ໝາຍຄວາມວ່າ ຈະມີອຸນຫະພູມຮ້ອນເອົ້າ ລົມແຮງຂຶ້ນ ແລະຄວາມ
ຊຸ່ມຕໍ່າ ຊຶ່ງຄາດວ່າເມື່ອປະສົມກັນແລ້ວ ເຮັດໃຫ້ມີຄວາມສ່ຽງຕໍ່ການເກີດໄຟໄໝ້ເພີ້ມຂຶ້ນ.

ຫົວໜ້າໜ່ວຍດັບເພີງ ທ່ານມາກ ບຣັນເຕີນ ໄດ້ກ່າວ ໂດຍໃຫ້ຂໍ້ສັງເກດວ່າ ລົມ ສາມາດ
ພັດມາຈາກທຸກທິດທາງ “ມີໂອກາດຫຼາຍທີ່ຈະພາໃຫ້ເກິດການຄວບຄຸມ ບໍ່ໄດ້ຢູ່ຂ້າງ
ນອກນັ້ນ.”

ປະທານາທິທິບໍດີດໍໂນລ ທຣໍາ ໄດ້ປະກາດໃຫ້ພາກເໜືອຂອງລັດຄາລີຟໍເນຍ ເປັນເຂດ
ທີ່ປະສົບກັບໄພພິບັດ ຊຶ່ງ

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG