ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າ​ໜ້າ​ທີ່​ດັບ​ເພີງ ​ປະສົບ​ກັບຄວາມກ້າວໜ້າ ຈຳນວນ​ນຶ່ງ ໃນການຄວບຄຸມໄຟປ່າ ໃນ​ລັດ California


California Wildfires
please wait
Embed

No media source currently available

0:00 0:01:31 0:00

ເຈົ້າ​ໜ້າ​ທີ່​ດັບ​ເພີງ ​ໃນ​ລັດ California ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ສະຫະລັດ ​ໄດ້​ປະສົບ​ກັບ ຄວາມກ້າວໜ້າຈຳນວນ​ນຶ່ງ ​ເພື່ອ​ຄວບ​ຄຸມ​ໄຟ​ປ່າ ທີ່​ໄດ້​ເຜົາ​ໄໝ້​ໃນ​ພື້ນທີ່ຫຼາຍ​ກວ່າ 12 ພັນ hectares ນັບ​ຕັ້ງ​ແຕ່​ວັນ​ອັງຄານ​ຜ່ານ​ມາ​ນີ້ ​ແຕ່​ວ່າ ບັນດາ​ເຈົ້າ​ໜ້າ​ທີ່ ​ເຕືອນ​ວ່າ ​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ​ບໍ່​ຮູ້​ວ່າ ມີ​ບ້ານ​ເຮືອນ​ຫຼາຍ​ປານໃດ ທີ່​ໄດ້​ຖືກ​ທຳລາຍ ​ແຕ່​ກໍ​ຄາດ​ວ່າ​ຈະ​ເປັນຈຳນວນຫຼວງ​ຫຼາຍ.

“​ໄຟ​ປ່າ​ນີ້ ​ແມ່ນ​ໄດ້​ກະທົບ​ຢ່າງ​ໜັກ​ ຄື​ມັນ​ໄດ້​ເຜົາ​ໄໝ້ຢ່າງ​ໄວວາ ​ແລະ​ເຜົາ​ໄໝ້ຢ່າງຮ້າ​ຍ​ແຮງ ທີ່​ພວກ​ເຮົາ​ບໍ່​ເຄີຍ​ໄດ້​ພົບ​ເຫັນ​ມາ​ກ່ອນ. ຈະ​ມີ​ຫຼາຍໆຄອບຄົວ​ທີ່​ກັບ​ຄືນ​ມາ​ບ້ານ ດ້ວຍ​ການ​ໝົດ​ຕົວສູນ​ເສຍ​ທຸກ​ຢ່າງ,” ​ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງ​ທ່ານ Mark Hartwig ຫົວໜ້າໜ່ວຍ​ ດັບເພີ​ງຂົງເຂດ​ເມືອງ San Bernardino.

​ໄຟ​ປ່າ​ທີ່​ວ່າ​ນີ້ ​ແມ່ນ​ໄດ້​ເຜົາ​ຜານ​ທຳລາຍ​ໃນ​ເຂດ​ພູ​ທາງ​ພາກ​ເໜືອ​ຂອງ​ເມືອງ San Bernardino ໂດຍໄໝ້​ພວກຕົ້ນ​ໄມ້​ທີ່​ເປັນ​ພຸ່ມແຫ້ງ ​ແລະກໍ​ສົ່ງຄວັນ​ສີຂາວ​ແລະ​ສີດຳຂຶ້ນ​ສູ່​ເທິງ​ທ້ອງ​ຟ້າ. ມີເຈົ້າ​ໜ້າ​ທີ່​ດັບ​ເພີງ ຫຼາຍ​ກວ່າ 1 ພັນ 5 ຮ້ອຍ​ຄົນ ​ໄດ້​ປະຕິບັດ​ໜ້າ​ທີ່ຢູ່​ໃນ​ພື້ນທີ່ແລ້ວ ​ແລະ​ຍັງມີ​ອີກ​ຈຳນວນ​ນຶ່ງ ກຳລັງ​ເດີນທາງໄປ​ຊ່ອຍ​ມອດ​ໄຟ.

ປະມວນພາບ: ໄຟ​ປ່າ ໃນລັດ California

ລັດ California ​ແມ່ນ​ຄຸ້ນ​ເຄີຍ​ກັບ​ການ​ເກີດ​ໄຟ​ປ່າ​ໃນ​ໄລຍະ​ຊຸມ​ເດືອນ​ລະດູ​ຮ້ອນ ​ແຕ່​ວ່າໄຟ​ໄໝ້ດັ່ງກ່າວ ​ແມ່ນ​ລາມ​ອອກ​ໄປໄວຫລາຍ. ສາ​ເຫດ​ຂອວການ​ເກີດ​ໄຟ​ໄໝ້​ນີ້ ​ແມ່ນ​ບໍ່​ເປັນ​ທີ່​ຊາບ​ກັນ​ເທື່ອ.

“ນີ້​ແມ່ນ​ປີ ທີ 5 ຂອງ​ການ​ແຫ້ງ​ແລ້ງ​ໃນ​ລັດພວກ​ເຮົາ ຊຶ່ງ​ມັນ​ໄດ້ສົມທົບ​ກັບ​ການ​ທີ່​ມີ​ອາກາດ​ຮ້ອນ ມີຄວາມ​ຊຸ່ມຕ່ຳ ແລະ​ລົມທີ່​ພວກ​ເຮົາ​ເຫັນ​ວ່າ​ມັນ​ເຄື່ອນ​ຍ້າຍ​ຢ່າງ​ໄວວາ​ນັ້ນ ​ແມ່ນ​ຮຸນ​ແຮງ,” ນັ້ນຄື​ຄຳ​ເວົ້າຂອງທ່ານ Henry Herrera ​ໂຄສົກ​ຂອງ​ໜ່ວຍ​ດັບ​ເພີງ ທີ່​ໄດ້​ກ່າວ​ໄວ້.

ມີພຽງ​ແຕ່ 4 ​ເປີ​ເຊັນຂອງໄຟ​ໄໝ້​ໄດ້​ຖືກ​ຄວບ​ຄຸມ​ໄວ້ ດັ່ງນັ້ນການ​ຂົ່ມ​ຂູ່ທີ່​ອາດ​ຈະແຜ່​ລາມ​ອອກ​ໄປ ​ໄດ້​ເຕືອນ​ໃຫ້ບັນດາ​ເຈົ້າ​ໜ້າ​ທີ່​ສັ່ງ​ໃຫ້ຜູ້​ຄົນ​ທີ່ຢູ່​ອາ​ໄສ​ໃນ​ຂົງ​ເຂດ ຫຼາຍ​ກວ່າ 82 ພັນຄົນ ອອກ​ຈາກ​ບ້ານ​ເຮືອນ​ຂອງ​ພວກ​ເຂົາ​ເຈົ້າ. ພວກ​ເຂົາ​ເຈົ້າ​ໄດ້ກ່າວ​ວ່່າ ການ​ເຄື່ອນ​ຍ້າຍ​ທີ່​ວ່າ​ນີ້ ຈະ​ສາມາດ​ຊ່ອຍ​ໃຫ້ ພວກ​ດັບ​ເພີງ ​ເພັ່ງ​ເລັງ​ໃສ່ ການ​ດັບ​ເພີງ​ແລະ​ບໍ່​ຊ່ອຍ​ກູ້​ໄພ​ຜູ້​ຄົນ ທີ່​ຍັງ​ຕົກ​ຄ້າງ​ຢູ່​ນັ້ນແລ້ວ​ປະສົບ​ກັບ​ບັນຫາ​ໃນ​ທີ່​ສຸດ. ນັ້ນ​ລະ ຍັງ​ມີ​ຜູ້​ຄົນ​ບາງ​ພວກ​ທີ່​ຍັງ​ລັງ​ເລ​ທີ່​ຈະ​ໜີອອກຈາກ​ບ້ານ​ໄປ.

ທ້າວ Joe Cole ຜູ້ອາ​ໄສ​ໃນ​ຂົງ​ເຂດ ​ໄດ້​ກ່າວ​ວ່າ “ຂ້າພະ​ເຈົ້າ ຈະ​ບໍ່​ໜີ​ອອກ​ຈາກ​ທີ່​ນີ້ ​ເພາະວ່າ ພວກ​ເຮົາ​ຢູ່​ຫ້ອມ​ລ້ອມ​ດ້ວຍ​ຕົ້ນ​ໄມ້ສີຂຽວ​ແລະ​ວ່າ​ ​ແລະ​ເມື່ອ​ໃດ​ຫາກ​ເຖິງ​ທີ່​ສຸດ​ແລ້ວ ພວກ​ເຂົາ​ເຈົ້າກໍ​ຈະ​ສາມາດ​ດັບ​ໄຟ​ໄດ້​ຢູ່​ທີ່​ນີ້.”

ມີ​ຫຼາຍໆ​ຄົນ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຕຽມພ້ອມທີ່​ຈະ​ອອກ​ໜີ​ອອກໄປ ຖ້າ​ຫາກ​ວ່າ​ໄຟ​ໄດ້​ໄໝ້​ມາ​ເຖິງ​ເຂດ​ເພື່ອນ​ບ້ານ​ແລ້ວນັ້ນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ເຊີນຊົມ: ການຄວບຄຸມໄຟໄໝ້ຂອງບັນດານັກດັບເພີງ

Firefighters Prepare as Blazes Rage in Western United States
please wait

No media source currently available

0:00 0:01:54 0:00

XS
SM
MD
LG