ໄດ້ມີຄຳເຕືອນອອກມາອີກຄັ້ງ ໃນວັນພຸດມື້ນີ້ ຢູ່ບໍລິເວນຂົງເຂດນະຄອນ ລອສ ແອນເຈີເລສ ເນື່ອງຈາກລົມພັດແຮງ ບວກກັບສະພາບທີ່ແຫ້ງແລ້ງ ອາດເຮັດໃຫ້ໄຟປ່າແຜ່ລາມ ໃນຂະນະທີ່ເຈົ້າໜ້າທີ່ດັບເພີງກໍໄດ້ທໍາການຕໍ່ສູ້ກັບໄຟປ່າໃນພູມິພາກແຫ່ງນີ້ ທີ່ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 25 ຄົນແລ້ວ.
ລຸນຫຼັງຄວາມແຮງຂອງລົມໄດ້ອ່ອນລົງກວ່າທີ່ຄາດໄວ້ ໃນຊ່ວງກາງເວັນຂອງວັນອັງຄານວານນີ້, ກົມພະຍາກອນອາກາດແຫ່ງຊາດ ກ່າວວ່າ ຂົງເຂດດັ່ງກ່າວ “ຍັງບໍ່ທັນອອກຈາກໄພອັນຕະລາຍເທື່ອ,” ໂດຍມີທ່າທີທີ່ຈະມີລົມພັດແຮງຈົນຮອດຊ່ວງເວລາກ່ອນບ່າຍຂອງວັນພຸດມື້ນີ້.
ບໍລິສັດໄຟຟ້າຫຼາຍແຫ່ງໄດ້ທໍາການປິດໄຟຟ້າໃຫ້ແກ່ປະຊາຊົນຫຼາຍກວ່າ 77,000 ຄອບຄົວ ເພື່ອປ້ອງກັນບໍ່ໃຫ້ສາຍໄຟຟ້າຂອງຕົນ ກໍ່ໃຫ້ເກີດໄຟໄໝ້ຄືນໃໝ່.
ໄພຂົ່ມຂູ່ຈາກຄວາມແຮງຂອງລົມທີ່ເພີ້ມຂຶ້ນ ແຜ່ວທາງຕໍ່ເຈົ້າໜ້າທີ່ດັບເພີງທີ່ໄດ້ພະຍາຍາມມອດໄຟ ໃນບໍ່ເທົ່າໃດມື້ທີ່ຜ່ານມານີ້ ເນື່ອງຈາກພວກເຂົາເຈົ້າພະຍາຍາມຄວບຄຸມໄຟສໍາຄັນ ທີ່ໄດ້ລຸກລາມຕັ້ງແຕ່ອາທິດທີ່ຜ່ານມານັ້ນ ສອງຄັ້ງແລ້ວ, ເຊັ່ນດຽວກັບໄຟຂະໜາດນ້ອຍທີ່ເກີດຂຶ້ນໃນວັນຈັນແລ້ວນີ້.
ກົມປ່າໄມ້ ແລະປ້ອງກັນໄຟໄໝ້ຂອງລັດຄາລິຟໍເນຍ ຫຼື Cal Fire ກ່າວວ່າ ໄຟປ່າ ພາລິເຊດ ຢູ່ທາງທິດຕາເວັນຕົກຂອງນະຄອນ ລອສ ແອນເຈີເລສ ໄດ້ເຜົາໄໝ້ເນື້ອທີ່ 96 ກິໂລແມັດມົນທົນ ແລະ ຄວບຄຸມໄຟໄດ້ແລ້ວ 18 ເປີເຊັນ ໃນຕອນເຊົ້າຂອງວັນພຸດມື້ນີ້.
ກົມ Cal Fire ກ່າວອີກວ່າ ໄຟປ່າ ອີຕັນ ໃນຂົງເຂດຈ້າຍພູຂອງສາຍພູ ຊານ ເກບຣີແອລ (San Gabriel) ທາງດ້ານຕາເວັນອອກຂອງເມືອງ ແມ່ນຄວບຄຸມໄຟໄດ້ແລ້ວ 35 ເປີເຊັນ ແລະຖືກເຜົາໄໝ້ກິນເນື້ອທີ່ ຈໍານວນ 57 ກິໂລແມັດມົນທົນ.
ປະຊາຊົນປະມານ 88,000 ຄົນ ຍັງຄົງຢູ່ພາຍໃຕ້ຄໍາສັ່ງໃຫ້ອົບພະຍົບ ແລະອີກປະມານ 85,000 ຄົນຖືກເຕືອນວ່າ ພວກເຂົາເຈົ້າອາດໄດ້ຮັບຄໍາສັ່ງໃຫ້ອົບພະຍົບ. ເຈົ້າໜ້າທີ່ຕຳຫຼວດນະຄອນ ລອສ ແອນເຈເລສ ທ່ານ ໂຣເບີດ ລູນາ (Robert Luna) ໄດ້ຊຸກຍູ້ໃຫ້ປະຊາຊົນຈົ່ງພິຈາລະນາຍົກຍ້າຍອອກໄປ ເມື່ອພວກເຂົາໄດ້ຮັບການເຕືອນໄພ ໂດຍບໍ່ຕ້ອງລໍຖ້າຄຳສັ່ງ. ທ່ານກ່າວວ່າ ບັນດາເຈົ້າໜ້າທີ່ຕ້ອງເຂົ້າຊ່ວຍຊີວິດຜູ້ຄົນຈໍານວນຫຼາຍ ທີ່ໄດ້ລໍຖ້າຈົນເຖິງນາທີສຸດທ້າຍຫຼັງຈາກໄດ້ຮັບຄຳສັ່ງ.
ເຈົ້າໜ້າທີ່ກ່າວວ່າ ມີປະມານ 30 ຄົນຍັງຄົງຫາຍສາບສູນຢູ່, ແລະກ່າວຕື່ມວ່າ ຈຳນວນຜູ້ເສຍຊີວິດໂດຍລວມອາດເພີ້ມຂຶ້ນໃນຂະນະທີ່ເຈົ້າໜ້າທີ່ຊອກຄົ້ນເຂົ້າໄປຮອດຂົງເຂດທີ່ຖືກໄຟໄໝ້ໄດ້ແລ້ວ.
ຜູ້ປົກຄອງນະຄອນ ລອສ ແອນເຈີເລສ ທ່ານນາງ ຄາເຣັນ ບາສ (Karen Bass) ກ່າວຕໍ່ບັນດານັກຂ່າວວ່າ ທ່ານນາງໄດ້ເດີນທາງໄປຢ້ຽມຢາມຂົງເຂດທີ່ໄດ້ຮັບຜົນກະທົບໃນວັນຈັນແລ້ວນີ້.
ທ່ານນາງກ່າວວ່າ “ເປັນການທໍາລາຍຂະໜາດໃຫຍ່, ຂະໜາດໃຫຍ່ຫຼາຍ, ມັນບໍ່ສາມາດນຶກພາບອອກເລີຍ ຈົນກວ່າພວກເຈົ້າຈະໄດ້ເຫັນມັນ.”
ຟໍຣັມສະແດງຄວາມຄິດເຫັນ