ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຟ​ປ່າ ຢູ່​ລັດຄາ​ລີ​ຟ​ໍ​ເນຍ ເກືອບ​ວ່າ​ ຄວບ​ຄຸມ​ໄດ້​ ທັງ​ໝົດແລ້ວ


ແມ່​ຍິງ​ຄົນ​ນ​ຶ່ງ​ ພວມ​ກ່າວ​ໃຫ້​ກຳ​ລັງ​ໃຈ ແກ່​ນາງ​ຄອ​ລ​ລີນ ເລີ​ຟ​ ຜູ້ທີ່​ໄດ້​ສູນ​ເສຍ​ເຮືອນ​ຂອງ​ນາງຍ້ອນ​ໄຟ​ປ່າ​ ໃນ​ລະ​ຫວ່າງ ການ​ຈັດ​ພາ​ເຂົ້າ ໃຫ້​ແກ່​ຜູ້​ເຄາະ​ຮ້າຍ ຈາກ​ໄຟ​ປ່າ ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ເມືອງ​ຊິ​ໂກ ໃນ​ລັດ​ຄາ​ລີ​ຟໍ​ເນຍ. (22 ພະ​ຈິກ 2018)
ແມ່​ຍິງ​ຄົນ​ນ​ຶ່ງ​ ພວມ​ກ່າວ​ໃຫ້​ກຳ​ລັງ​ໃຈ ແກ່​ນາງ​ຄອ​ລ​ລີນ ເລີ​ຟ​ ຜູ້ທີ່​ໄດ້​ສູນ​ເສຍ​ເຮືອນ​ຂອງ​ນາງຍ້ອນ​ໄຟ​ປ່າ​ ໃນ​ລະ​ຫວ່າງ ການ​ຈັດ​ພາ​ເຂົ້າ ໃຫ້​ແກ່​ຜູ້​ເຄາະ​ຮ້າຍ ຈາກ​ໄຟ​ປ່າ ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ເມືອງ​ຊິ​ໂກ ໃນ​ລັດ​ຄາ​ລີ​ຟໍ​ເນຍ. (22 ພະ​ຈິກ 2018)

ເຈົ້າ​ໜ້າ​ທີ່​ໃນ​ພາກ​ເໜື​ອ​ລັດ​ຄາ​ລີ​ຟໍ​ເນຍ ກ່າວ​ວ່າ ອັນ​ທີ່​ເອີ້ນ​ວ່າ “Camp Fire” ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ໄປ​ແລ້ວ 84 ຄົນນັບ​ແຕ່​ໄດ້​ເລີ້ມ​ລຸກ​ໄໝ້ເມື່ອ​ 2 ອາ​ທິດກ່ອນນັ້ນ ເກືອບ​ວ່າ​ສາ​ມາດ​ຄວບ​ຄຸມ​ໄດ້​ແລ້ວ.

ມີ 3 ຄົນ​ເສຍ​ຊີ​ວິດ ໃນ​ເຫດ​ໄຟ​ປ່າ​ແຫ່ງ​ທີ 2 ທີ່​ເມືອງ​ມາ​ລີ​ບູ ທາງ​ພາກ​ໃຕ້​ລັດ​ຄາ​ລີ​ຟໍ​ເນຍ. ສ່ວນ​ຈຳ​ນວນ​ຜູ້​ທີ່​ຖືກ​ຈັດ​ຢູ່​ໃນ​ບັນ​ຊີ​ພວກ​ຫາຍ​ສາບ​ສູນ ຈາກ​ໄຟ​ທີ່​ປ່າ​ຮ້າຍ​ແຮງ ແລະ​ສ້າງ​ຄວາມ​ເສຍ​ຫາຍໜັກທີ່​ສຸດໃນ​ປະ​ຫວັດ​ຂອງ​ລັດ​ດັ່ງ​ກ່າວນັ້ນແມ່ນ​ຫຼາຍກວ່າ 563 ຄົນ.

ພວກ​ເຈົ້າ​ໜ້າ​ທີ່​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ ​ຢ່າງ​ເປັນ​ການ​ເປີດ​ເຜີຍເທື່ອ ກ່ຽວ​ກັບ​ວ່າ ​ມີ​ຜູ້ຫາຍ​ສາບ​ສູນ​ຫຼາຍ​ປານ​ໃດ ​ທີ່​ອາດ​ເສຍ​ຊີ​ວິດ​ໄປ​ແລ້ວ ແຕ່​ພວກ​ທີ່​ຢູ່​ໃນ​ເຫດ​ການບາງ​ຄົນ​ກ່າວ​ວ່າ ໂຕ​ເລກ​ຜູ້​ເສຍ​ຊີ​ວິດ​ຍັງ​ຈະ​ເພີ້ມ​ຂຶ້ນ​ຕື່ມ.

ຝົນ​ທີ່​ຕົກ​ລົງ​ມາ​ໃນ​ຄືນ​ວັນ​ພຸດ ແລະ​ໃນ​ຕອນ​ບ່າຍ​ວັນ​ພະ​ຫັດ​ວານນີ້ ໄດ້​ຊ່ວຍ​ພວກ​ດັບ​ໄຟ ແຕ່​ເຮັດ​ໃຫ້​ການ​ຊອກ​ຄົ້ນ​ຫາກະ​ດູກ​ຜູ້​ເສຍ​ຊີ​ວິດ​ຢູ່​ຕາມຊາກ​ຂອງເຮືອນ​ປະ​ມານ 13,000 ຫຼັງ​ ທີ່​ຖືກ​ໄຟ​ໄໝ້​ນັ້ນ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ.

ສ່ວນ​ຢູ່​ທີ່​ພາກ​ເໜືອ​ຂອງ​ລັດ ໄຟ​ປ່າ Camp Fire ໄດ້​ໄໝ້ທີ່​ດິນ​ໃນ​ພື້ນ​ທີ່​ທັງໝົດ 62,000 ເຮັກ​ຕາ ​ແລະໄດ້ທຳ​ລາຍ​ເຮືອນ​ຊານ​ຫຼາຍກວ່າ 13,600 ຫຼັງ​ແລ້ວ ນັບ​ແຕ່​ເລີ້ມ​ລຸກ​ໄໝ້​ເມື່ອ​ວັນ​ທີ 8 ພະ​ຈິກ​ເປັນ​ຕົ້ນ​ມາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG