ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໔ ພະຈິກ ໒໐໒໕

ລັດຄາລິຟໍເນຍ ປະເຊີນກັບບັນຫານໍ້າຖ້ວມໜັກ ຫຼາຍພັນຄົນຖືກສັ່ງໃຫ້ອົບພະຍົບອອກຈາກບ້ານ


ຂົວຍື່ນອອກໄປໃນທະເລໄດ້ຮັບຄວາມເສຍຫາຍຈາກຄື້ນນໍ້າທີ່ພັດຢ່າງແຮງໃນເມືອງ ຄາປີໂຕລາ, ລັດຄາລິຟໍເນຍ 9 ມັງກອນ 2023.
ຂົວຍື່ນອອກໄປໃນທະເລໄດ້ຮັບຄວາມເສຍຫາຍຈາກຄື້ນນໍ້າທີ່ພັດຢ່າງແຮງໃນເມືອງ ຄາປີໂຕລາ, ລັດຄາລິຟໍເນຍ 9 ມັງກອນ 2023.

ລັດຄາລິຟໍເນຍກຳລັງປະເຊີນກັບບັນຫານໍ້າຖ້ວມໜັກໃນປັດຈຸບັນນີ້. ການປະສົມ ປະສານຂອງຝົນຕົກໜັກ, ນໍ້າຖ້ວມ ແລະ ລົມແຮງ ໄດ້ເຮັດໃຫ້ປະຊາຊົນຫຼາຍ ສິບພັນຄົນຕ້ອງອົບພະຍົບອອກຈາກທີ່ຢູ່ຂອງເຂົາເຈົ້າ.

ນໍ້າໄດ້ຖ້ວມຖະໜົນຫົນທາງ, ເຮັດໃຫ້ຕົ້ນໄມ້ລົ້ມ ແລະ ສ້າງຄວາມເສຍຫາຍຕໍ່ ບ້ານເຮືອນຂອງປະຊາຊົນ ດັ່ງທີ່ແມ່ຍິງລາວຄົນນຶ່ງທີ່ອາໄສຢູ່ເມືອງ ແຊນ ແຟຣນຊິສໂກ ໄດ້ກ່າວຕໍ່ພວກເຮົາວ່າ “ງານອີຫຍັງນີ້ຖືກຍົກເລີກໝົດ. ບໍ່ເຄີຍ ເຫັນຝົນຕົກໜັກ ແລະ ນໍ້າຖ້ວມຫຼາຍປານນີ້ ຕັ້ງແຕ່ໄດ້ຍ້າຍມາຢູ່ພີ້ສິບກວ່າປີ. ເຮືອນທາງຂ້າງເອື້ອຍຖືກຕົ້ນໄມ້ລົ້ມທັບເພໝົດ. ບາງບ່ອນມີດິນເຈື່ອນ,​ ຂີ້ຕົມ ພັດເຂົ້າບ້ານ, ເຂົ້າສະລອຍນໍ້າເຂົາເຈົ້າ. ເປັນຕາຢ້ານຫຼາຍ.”

ຜູ້ປົກຄອງລັດ ຄາລິຟໍເນຍ ທ່ານ ແກວິນ ນິວຊໍາ ໄດ້ຮຽກຮ້ອງປະຊາຊົນ ມີ ຄວາມລະມັດລະວັງເປັນພິເສດ. ທ່ານໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ “ສະພາບອາກາດຮ້າຍແຮງແມ່ນຍັງຈະມີຢູ່ອີກຫຼາຍມື້ ແລະ ພວກເຮົາຊາວ ຄາລິຟໍເນຍທຸກຄົນຄວນມີສະຕິລະວັງຕົວ ແລະ ຟັງຄຳແນະນຳຂອງເຈົ້າໜ້າທີ່ສຸກເສີນຕະຫຼອດເວລາ.”

ລັດຄາລິຟໍເນຍໄດ້ປະເຊີນກັບໄພແຫ້ງແລ້ງມາຕະຫຼອດ ແລະ ເກີດໄຟໄໝ້ປ່າຮ້າຍແຮງຫຼາຍຄັ້ງ.

ລາຍການກະຈາຍສຽງຂອງວີໂອເອ ລາວ
please wait

No live streaming currently available

0:00 0:00 Live

ສົດ ລາຍການວິທະຍຸ-ໂທລະພາບ ພາກພາສາລາວ

XS
SM
MD
LG