ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວເອເຊຍ ຕຽມສະຫຼອງ ປີໃໝ່ ທາງຈັນທະລະຄະຕິ (ວີດີໂອ)


California Event Brings Lunar New Year Festivities to Chinese Diaspora
please wait

No media source currently available

0:00 0:02:12 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບ ລາຍງານນີ້.

ຊາວ​ເອ​ເຊຍຈໍານວນ​ຫລວງ​ຫຼາຍ​ໃນ​ທົ່ວ​ໂລກ ກໍາລັງ​ພາກັນ​ຕຽມ​
ສະ​ເຫຼີ​ມ ສະຫຼອງ​ປີ​ໃໝ່ຈັນທະລະ​ຄະຕິກັນ​ຢ່າງ​ໃຫຍ່. ປີ​ນີ້ ແມ່ນ
ປີ​ມະ​ເມຍ ຫຼື​ປີ​ມ້າ ​ຊຶ່ງຈະ​ເລີ່​ມຂຶ້ນ​ໃນ​ວັນ​ສຸດ​ທ້າຍ​ຂອງ​ເດືອນ​ມັງ
ກອນ​ ຄື​ວັນ​ສຸກນີ້. ຊາ​ວອາ​ເມ​ຣິກັນ​ເຊື້ອສາຍ​ເອ​ເຊຍ​ ກໍ​ຄື​ເຊື້ອ
ສາຍ​ຈີນ ຫຼາຍໆ​ຄົນ ​ເວົ້າ​ວ່າ ການສະ​ເຫຼີ​ມ ສະຫຼອງ​ປີ​ໃໝ່​ ຫລື​
ກຸດ​ຈີນ ໃນ​ສະຫະລັດ ​ແມ່ນ​ແຕກ​ຕ່າງ​ກັນ​ຫຼາຍ​ກັບຢູ່​ໃນ​ເອ​ເຊຍ
ການ​ສະຫຼອງຢ່າງ​ນຶ່ງ​ທີ່ ປະຕິບັດ​ກັນ​ມາ​ເປັນປະ​ເພນີ​ໄດ້​ຫຼາຍ​
ສິບ​ປີ ​ໃນ​ເຂດ​ນະຄອນ Los Angeles ລັດ California ກໍ​ຄື
ການຈັດ​ງານ​ມະຫະກໍາເອ​ເຊຍອາ​ເມຣິກັນ. Elizabeth Lee
ຜູ້​ສື່​ຂ່າວ​ ວີ​ໂອ​ເອ ມີລາຍ​ງານກ່ຽວ​ກັບເລຶ່ອງນີ້ ມາຈາກ​ເມືອງ
Pomona ລັດ California ຊຶ່ງ​ທອງ​ປານຈະ​ນໍາ​ມາສະ​ເໜີ​ທ່ານ.


ຈາກ​ຕັ້ງ​ແຕ່​ສຽງ​ດົນຕີ ອາຫານ ​ແລະຊາວເອ​ເຊຍ​ມາກ​ໜ້າ​ຫຼາຍ​ຕາ ທີ່​ໄປ​ຊົມ​ນັ້ນ ງານ​ມະ
ຫະກໍາທີ່​ວ່ານີ້ອາດ​ມີ​ຂຶ້ນຢູ່​ໃນ​ແຫ່ງ​ໃດ​ກໍໄດ້ຢູ່​ໃນ​ຂົງ​ເຂດ​ເອ​ເຊຍ. ​ແຕ່​ວ່າງານ​ມະຫະກໍາ
ເອ​ເຊຍ​ອາ​ເມຣິກັນ ຫຼື Asian American Expo ນີ້ ຈັດ​ຂຶ້ນຢູ່​ຫ່າງ​ຈາກ​ Los Angeles ​ໄປທາງ​ຕິດຕາ​ເວັນ​ອອກ ບໍ່​ເຖິງ 50 ກິ​ໂລ​ແມັດ. ໃນ​ແຕ່ລະ​ປີ ​ມີຫຼາຍ​ສິບ​ພັນ​ຄົນ ສ່ວນ​ໃຫຍ່
​ແມ່ນ​ຈາກພວກຊາວ​ຈີນທີ່​ເຂົ້າ​ມາ​ຢູ່​ໃນ​ສະຫະລັດ ພາກັນ​ເຂົ້າຮ່ວມ​ໃນ​ການສະເຫຼີມສະຫຼອງ
​ປີ​ໃໝ່ ຫຼື​ກຸດ​ຈີນ ຂອງ​ເຂົາ​ເຈົ້າ.

​ໃນ​ນັ້ນ ກໍ​ມີນາງ Ginger ​ແລະນາງ Julien Tan ຈາກ​ປະ​ເທດ​ມາ​ເລ​ເຊຍ.

ນາງ Julien ​ເວົ້າ​ວ່າ: “ມັນ​ເຮັດ​ໃຫ້​ ປີ​ໃໝ່​ຂອງ​ຂອງ​ເຮົາ​ຮູ້ສຶກ​ຄຶກຄື້ນ ຫຼາຍຂຶ້ນ.”

ນາງ Lily He ທີ່​ມາ​ຈາກ​ຈີນ ເວົ້າ​ວ່າ: “ການ​ໄດ້​ມາ​ງານ​ນີ້ ພາ​ໃຫ້ມີ​ຄວາມ​ຮູ້ສຶກ​ມ່ວນ​
ຊື່ນ​ຄື​ກັນ​ກັບສະ​ເຫຼີ​ມສະ​ຫຼອງ​ບຸນປີ​ໃໝ່​ແທ້ ຄື​ກັບ​ຢູ່​ໃນ​ຈີນ. ແນ່ນອນ​ວ່າ​ ມັນຈະ​ບໍ່​
ດີເທົ່າ​ໆ​ກັບ​ຢູ່​ໃນ​ຈີນ ​ແຕ່​ກໍ​ຍັງໃຫ້​ຄວາມ​ຮູ້ສຶກມ່ວນ​ ແບບ​ບຸນ​ປີໃໝ່ ຢູ່ຄື​ກັນ.”


Lily He ຈື່​ຈໍາ ​ການ​ສະຫຼອງ​ປີ​ໃໝ່ຢູ່​ໃນ​ຈີນ ໄດ້​ດີ ຊຶ່ງ​ທຸກໆ​ຄົນຈະ​ຢຸດ​ພັກການເປັນເວລາ​
ຫຼາຍ​ອາທິດ​ເພື່ອ​ສະ​ຫຼອງ ​ແຕ່​ຢູ່​ໃນສະຫະລັດນີ້ ມັນກໍ​ຄືກັບ​ວັນອື່ນໆ ​ທໍາ​ມະ​ດາ​ທົ່ວ​ໄປ.

ນາງ Lily ​ເວົ້າ​ວ່າ: “ພວກ​ເຮົາ​ບໍ່​ເຮັດ​ຫຍັງ​ຫຼາຍ​ໃນ​ສະຫະລັດ ພຽງແຕ່ຊຸມ​ເຂົ້າກັນ
ຄືພວກ​ເຮົາ​ພາກັນ​ໄປ​ບ້ານ​ແມ່ ​ແລະ​ກໍ​ຊຸມ​ເຂົ້າຮ່ວມກັນ. ​ເຮົາ​ຈະ​ເຮັດ​ຫຍັງ​ພິ​ເສດ​
ໄປ​ກວ່າ​ນີ້​ບໍ່​ໄດ້​ ຍ້ອນ​ວ່າ​ພວກ​ເຮົາ​ຕ້ອງກັບ​ໄປ​ເຮັດ​ວຽກ ໃນ​ມື້​ຕໍ່​ໄປ.”


ທ້າວ ອາ​ເລັກ​ຊ໌ ຮົງ ທີ່​ມາຈາກ​ໄຕ້​ຫວັນ ເວົ້າ​ວ່າ​: “ຢູ່​ໃນ​ສະຫະລັດ​ ພວກ​ເຮົາ​ສະ​ຫຼອງ
​ປີ​ໃໝ່​ສາກົນກັນ ບໍ່​ແມ່ນ​ປີ​ໃໝ່​ຈັນທະລະ​ຄະຕິ ຫຼື​ກຸດ​ຈີນ.”


​ທ່ານ Gordon Kao ຜູ້​ອໍານວຍ​ການຈັດ​ງານ​ນີ້ ເວົ້າ​ວ່າ: ງານ​ມະຫະກໍາ​ອາ​ຊ່ຽນ​ອາ​ເມຣິກັນ
ກໍາລັງ​ພະຍາຍາມ​ຈະປ່ຽນ​ແປງ ພາກ​ປະຕິບັດ​ດັ່ງກ່າວ​ນັ້ນ​ຢູ່ ​ໂດຍການຈັດ​ງານປະ​ຈໍາປີ
ທີ່​ວ່ານີ້ ໃສ່ໃກ້ໆ​ກັບ​ວັນກຸດ​ຈີນ ​ແລະ​ສ້າງ​ຄວາມ​ຮູ້ສຶກ​ມ່ວນ​ຊື່ນແບບ​ປີໃໝ່​ກຸດ​ຈີນ​ຫຼາຍຂຶ້ນ​ ​
ໃຫ້ແກ່ຊາວ​ຈີນ​ພັດຖິ່ນ​ທັງຫຼາຍ.

ທ່ານ ກາວ ​ເວົ້າ​ວ່າ: “ງານ​ສະຫຼອງ​ປີ​ໃໝ່​ຢູ່​ໃນ​ຕ່າງປະ​ເທດ​ແມ່ນເຫດການ​ນຶ່ງ​ທີ່ຍິ່ງ​
ໃຫຍ່​ແທ້ໆ ມີ​ການ​ຈູດ​ກະ​ໂພ​ກ ຈູດບັ້ງ​ໄຟ​ດອກ​ ທຸກໆ​ສິ່ງ ຄອບຄົວ​ພາກັນມາເບິ່ງ​ມາ​
ຊົມ ມີອາຫານ​ການ​ກິນ ​ແລະ​ມີ​ທຸກ​ສິ່ງ​ທີ່ວາງ​ຂາຍ​ກັນ​ຢູ່​ໃນ​ຕະຫຼອດ​ທ້ອງ​ຖິ່ນ. ​ເຖິງ
ແມ່ນ​ວ່າ ຈະ​ມີຊາວ​ຕ່າງ​ດ້າວ​ຈີນ​ ຈໍ​ານວນ​ຫຼວງຫຼາຍ ຢູ່​ໃນ​ເຂດ​ນີ້ກໍ​ຕາມ ​ແຕ່ພວກ
​ເຂົາ​ເຈົ້າກໍ​ບໍ່​ໄດ້​ສະຫຼອງ​ກັນ​ຢ່າງໃຫຍ່​ໂຕ. ດ້ວຍ​ເຫດ​ນີ້ ພວກ​ເຮົາ​ຈຶ່ງ​ຈັດ​ງານຄັ້ງ​ນີ້ ​
ໂດຍພະຍາຍາມ​ຈະ​ໃຫ້ມີຄົບທຸກໆ​ຢ່າງ ຕາມ​ປະ​ເພນີ.”


ງານ​ມະຫະກໍາ​ເອ​ເຊຍ​ອາ​ເມຣິກັນ ​ເລີ່​ມຂຶ້ນ​ເມື່ອ 33 ປີຜ່ານມາ​ແລ້ວ ​ເພື່ອ​ນໍາ​ເອົາ​ທຸລະກິດ​
ທ້ອງ​ຖິ່ນ​ມາ​ເຕົ້​າ​ໂຮມ​ກັນ ​ແຕ່​ມັນ​ກໍໄດ້​ວິວັດທະນາ​ການ​ ມາ​ເປັນ​ງານ​ເພື່ອ​ຜູ້​ອຸບປະ​ໂພ​ກ
ບໍລິ​ໂພ​ກຫຼາຍ​ຂຶ້ນ ຄື​ເປັນ​ບ່ອນ​ທີ່​ພວກ​ເຂົາ​ເຈົ້າ​ໄດ້​ເຫັນຜະລິດ​ຕະພັນ​ໃໝ່ ​ຈາກ​ຈີນ ແລະ​ໄຕ້​ຫວັນ.

ທ່ານ​ ກາວ ​ເວົ້າ​ວ່າ: “ມັນ​ເປັນ​ຜະລິດ​ຕະພັນ ທີ່​ພວກ​ເຮົາ​ອາດ​ຈະ​ຊອກ​ຊື້​ບໍ່​ໄດ້​
ແມ່ນ​ແຕ່​ຢູ່​ໃນ​ສະຫະລັດ​ນີ້.”


​ແຕ່​ສໍາລັບ​ຫຼາຍໆ​ຄົນ​ແລ້ວ ພວກ​ເຂົາ​ເຈົ້າມາ​ຮ່ວມ​ງານມະຫະກໍາ​ນີ້ ​ເພື່ອຊົມແລະສໍາຜັດ​ກັບ
​ສິ່ງ​ເກົ່າໆ​ທີ່​ຕົນມັກ​ເປັນ​ພິ​ເສດ​ຈາກ​ບ້ານ ​ເຊັ່ນ ​ເຕັ້ນ​ສິງ​ໂຕ ​ແລະຊີມ​ເຕົ້າຮູ້​ເນົ່າ ​ແລະ​ເຂົາ​ເຈົ້າ​
ມາເພື່ອ​ຮ່ວມ​ສະຫຼອງ​ປະ​ເພນີ​ວັດທະນະ​ທໍາອັນ​ເກົ່າ​ແກ່​ ໃນ​ດິນ​ແດນໃໝ່ ກັບ​ພວກ​ຄົນລຸ້ນ
​ຕໍ່​ໄປ ຫຼື​ລູກ​ຫຼານ​ຂອງ​ພວກ​ເຂົາ​ເຈົ້າ.

ວີດີໂອເລື້ອງ ຊາວຈີນພາກັນລຸຫລັ່ງກັບເມືອບ້ານ ເພື່ອສະຫລອງກຸດຈີນ:

Chinese Head Home to Celebrate Lunar New Year
please wait

No media source currently available

0:00 0:02:12 0:00
ລິງໂດຍກົງ
XS
SM
MD
LG