ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄພແຫ້ງ​ແລ້ງ ​​ໃນລັດຄາລີຟໍເນຍ ​ໄດ້​​ເຮັດ​ໃຫ້ ​ມີ​ຕົ້ນ​ໄມ້​ຕາຍ ເກີນ 100 ລ້ານຕົ້ນ


ຮູບພາບທີ່ສະແດງໃຫ້ເຫັນ ບ່ອນຕົ້ນໄມ້ຕາຍ ແລະຕົ້ນໄມ້ເຫລືອງ ໃກ້ຈະຕາຍ ໃກ້ກັບເມືອງ Cressman ໃນລັດ Calif.
ຮູບພາບທີ່ສະແດງໃຫ້ເຫັນ ບ່ອນຕົ້ນໄມ້ຕາຍ ແລະຕົ້ນໄມ້ເຫລືອງ ໃກ້ຈະຕາຍ ໃກ້ກັບເມືອງ Cressman ໃນລັດ Calif.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ກ່າວ​ວ່າ ​ໄພແຫ້ງ​ແລ້ງໃນລັດ California ​ໄດ້ເຮັດ​ໃຫ້​ມີ​ຕົ້ນ​ໄມ້​ຕາຍ ​ເພີ້ມຂຶ້ນຢ່າງ​ຫຼວງ​ຫລາຍ​ຢູ່​ໃນ​ລັດດັ່ງກ່າວ ຊຶ່ງ​ພາ​ໃຫ້​ມີ​ຄວາມ​ສ່ຽງຕື່ມ​ຂຶ້ນຕໍ່ເກີດ​ໄຟ​ໄໝ້​ປ່າ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ສຳ​ຫລວດ​ທາງ​ອາກາດ​ເທື່ອຫ​ລ້າ​ສຸດ​ ໂດຍກົມ​ປ່າ​ໄມ້​ສະຫະລັດ ຍັງ​ສະ​ແດງ​ໃຫ້​ເຫັນວ່າ ​ມີຕົ້ນ​ໄມ້​ຕາຍ​ເພີ້ມຂຶ້ນຢ່າງ​ໜ້າ​ຕື່ນ​ຕົກ​ໃຈ ຊຶ່ງ​ເຂົາ​ເຈົ້າ​ໄດ້​ຄາດ​ຄະ​ເນ​ວ່າ ມີ​ຢູ່​ປະມານ 102 ລ້ານ​ຕົ້ນ ຊຶ່ງ​ເປັນ​ການ​ເພີ້​ມຂຶ້ນ​ 36 ລ້ານ​ຕົ້ນ​ນັບ​ແຕ່​ລັດຖະບານ​ໄດ້​ສຳ​ຫລວດ​ເທື່ອສຸດ​ທ້າຍ​ໃນ​ເດືອນພຶດສະພາທີ່​ຜ່ານ​ມາ.

ລັດຖະມົນຕີ​ກະຊວງ​ກະ​ເສດ​ສະຫະລັດ ທ່ານ Tom Vilsak ​ໄດ້​ຮຽກຮ້ອງ​ໃຫ້​ສະພາ​ ​ໃຊ້​ເງິນ​ເພີ້​ມຂຶ້ນ ໃນ​ການ​ຄຸ້ມ​ຄອງປ່າ​ໄມ້ ຊຶ່ງ​ທ່ານ​ໄດ້​ໂຕ້​ຖຽງ​ວ່າ ​ອາດ​ຫລຸດຜ່ອນ​ຈຳນວນ​ເງິນ​ທີ່​ຕ້ອງການ ​ເພື່ອ​ຕໍ່​ສູ້​ກັບ​ໄຟປ່າ​.

ທ່ານ Vilsak ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ວ່າ “ບັນດາ​ຕົ້ນ​ໄມ້​ຕາຍ​ເຫ​ລົ່ານີ້ ​ແລະ​ຕົ້ນ​ໄມ້​ທີ່​ກຳລັງຈະຕາຍ ແມ່ນ​ພາ​ໃຫ້​ມີ​ຄວາມສ່ຽງ​ເພີ້ມຂຶ້ນ​ຕໍ່ການ​ເກີດໄຟ​ໄໝ້​ປ່າ ຊຶ່ງ​ເຮັດ​ໃຫ້​ເກີດ​ຄວາມສັບສົນໃນ​ຄວາມ​ພະຍາຍາມເພື່ອ​ຮັບ​ມື​ຢ່າງປອດ​ໄພ​ແລະ​ມີ​ປະສິດທິ​ຜົນ​ເວລາ​ເກີ​ດໄຟ​ໄໝ້ ແລະພາ​ໃຫ້​ມີ​ການ​ຂົ່ມຂູ່ຕໍ່​ຊີວິດ ​ແລະ​ຊັບສິນ.”​

ບັນດາ​ນັກວິທະຍາສາດ​ກ່າວ​ວ່າ ຫ້າ​ປີ​ຂອງ​ຄວາມ​ແຫ້ງ​ແລ້ງ​ໃນ​ລັດ California ​ເປັນ​ສາເຫດເຮັດ​ໃຫ້​ສ່ວນ​ໃຫຍ່​ຂອງ​ຕົ້ນ​ໄມ້​ຕາຍ​ໄປ.

ບັນດາ​ເຈົ້າ​ໜ້າ​ທີ່​ປ່າ​ໄມ້ໃນລັດ California ​ໂຕ້​ຖຽງ​ວ່າ ຕົ້ນ​ໄມ້​ຕາຍ​ຊ່ວຍ​ໃຫ້​ໄຟ​ໄໝ້ປ່າ ລາມ​ອອກ​ໄປ​ຢ່າງ​ວ່ອງ​ໄວ​. ເຖິງ​ຢ່າງ​ໃດ​ກໍ​ດີ ພວກ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ​ບາງ​ຄົນໂຕ້​ຖຽງ​ວ່າ ​ການ​ຕາຍ​ຂອງ​ຕົ້ນ​ໄມ້​ນັ້ນ ​ເປັນ​ວົງ​ຈອນ​ທີ່ອຸດົມ​ສົມບູນ​ຂອງ​ຊີວິດ​ປ່າ​ໄມ້ ​ແລະ​ໄດ້​ຄຳ​ຖາມ​ວ່າ ມີການ​ກ່ຽວພັນຫຼືບໍ່ ​ລະ​ຫວ່າງການ​ຕາຍເປັນ ຈຳນວນ​ຫຼວງຫຼາຍຂອງ​ຕົ້ນ​ໄມ້​ ​ແລະ​ຄວາມ​ຮ້າຍ​ແຮງ​ຂອງໄຟ​ໄໝ້ປ່າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG