ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ ຄາລິຟໍເນຍ ສົ່ງກອງກຳລັງ ພິທັກຊາດ ໄປເຂດຊາຍແດນ ແບບມີເງື່ອນໄຂ


ຜູ້ປົກຄອງລັດ ຄາລິຟໍເນຍ ທ່ານ ເຈີຣີ ບຣາວນ໌ ກ່າວຄຳປາໄສ ຕໍ່ຝູງຊົນ ຢູ່ການຊຸມນຸມ ສິດທິຜູ້ທີ່ໄດ້ຮັບເຄາະຮ້າຍ, ຢູ່ເມືອງ ຊາກຣາເມັນໂຕ, ລັດຄາລິຟໍເນຍ. ວັນທີ 9 ເມສາ, 2018.
ຜູ້ປົກຄອງລັດ ຄາລິຟໍເນຍ ທ່ານ ເຈີຣີ ບຣາວນ໌ ກ່າວຄຳປາໄສ ຕໍ່ຝູງຊົນ ຢູ່ການຊຸມນຸມ ສິດທິຜູ້ທີ່ໄດ້ຮັບເຄາະຮ້າຍ, ຢູ່ເມືອງ ຊາກຣາເມັນໂຕ, ລັດຄາລິຟໍເນຍ. ວັນທີ 9 ເມສາ, 2018.

ຜູ້ປົກຄອງລັດຄາລີຟໍເນຍ ທ່ານ ເຈີຣີ ບຣາວນ໌ ໄດ້ຕົກລົງເຫັນດີ ໃຫ້ສົ່ງກຳລັງ ພິທັກ
ຊາດ 400 ຄົນ ໄປປະຈຳການ ເພື່ອເປັນການຕອບສະໜອງຕໍ່ການຮ້ອງຂໍຕໍ່ບັນດາ
ລັດຕ່າງໆ ທີ່ມີຊາຍຕິດກັບປະເທດເມັກຊິໂກ ຂອງທ່ານປະທານາທິ ບໍດີ ດໍໂນລ ທຣຳ.

ທ່ານ ບຣາວນ໌ ໄດ້ຂຽນໃນໜັງສືສະບັບນຶ່ງຫາຄະນະລັດຖະບານທ່ານທຣຳ ວ່າ “ຂໍໃຫ້
ເປັນທີ່ຈະແຈ້ງ ກ່ຽວກັບຂອບເຂດ ຂອງພາລະກິດ. ອັນນີ້ ຈະບໍ່ແມ່ນພາ ລະກິດ ທີ່ຈະ
ສ້າງກຳແພງໃໝ່. ມັນຈະບໍ່ເປັນພາລະກິດເພື່ອຕ້ອນໂຮມເອົາພວກແມ່ຍິງ ແລະ ເດັກ
ນ້ອຍ ຫຼືກັກຕົວພວກຄົນທີ່ຫລົບໜີຈາກຄວາມຮຸນແຮງ ແລະ ສະແຫວງຫາຊີວິດທີ່ດີ
ກວ່າເກົ່າ.”

ທ່ານ ບຣາວນ໌ ກ່າວຕໍ່ໄປວ່າ ແຕ່ແທນທີ່ຈະເປັນຈັ່ງຊັ້ນ ພວກທະຫານດັ່ງກ່າວ ຈະເຂົ້າ
ຮ່ວມໃນໂຄງການທີ່ມີຢູ່ແລ້ວ ເພື່ອປາບປາມອາຊະຍາກຳຂ້າມຊາດເຊັ່ນພວກຄ້າຢາ
ເສບຕິດ ພວກລັກລອບຄ້າອາວຸດ ແລະ ພວກຄ້າມະນຸດ. ພວກທະ ຫານຈະເຂົ້າຮ່ວມ
ກຳລັງພິທັກຊາດ ຂອງລັດຄາລີຟໍເນຍ ທີ່ມີຢູ່ແລ້ວ 250 ຄົນ ລວມທັງ 55 ຄົນ ຜູ້ທີ່ປະ
ຈຳການຢູ່ຊາຍແດນນຳດ້ວຍ.

ທ່ານ ບຣາວນ໌ ໄດ້ກ່າວຕື່ມວ່າ ກຳລັງພິທັກຊາດຂອງລັດຄາລີຟໍເນຍ ອາດຈະຖືກສົ່ງ
ໄປປະຈຳການຢູ່ຊາຍແດນ ຢູ່ແຄມຝັ່ງທະເລ ແລະແຫ່ງອື່ນໆ ໃນທົ່ວປະເທດ.

ທ່ານທຣຳ ໄດ້ຮ້ອງຂໍໃຫ້ລັດຕ່າງໆທີ່ຢູ່ເຂດຊາຍແດນ ສົ່ງທະຫານ ຈຳນວນ 4,000 ຄົນ
ໄປຍັງຊາຍແດນທາງພາກໃຕ້ເພື່ອປາບປາມພວກເຂົ້າເມືອງຜິດກົດໝາຍ ແລະ ພວກ
ຄ້າຢາເສບຕິດ.

ໃນວັນພຸດວານນີ້ ລັດຖະມົນຕີວ່າການກະຊວງຍຸດຕິທຳ ທ່ານ ແຈັຟ ແຊັດສັນສ໌ ຍັງ
ໄດ້ກ່າວຕໍ່ກອງປະຊຸມການຮ່ວມມື ຂອງບັນດາຕຳຫຼວດຊາຍແດນໃນພາກຕາ ເວັນຕົກ
ສຽງໃຕ້ວ່າ ການປາບປາມພວກຂ້າມຊາຍແດນຜິດກົດໝາຍ ແລະພວກ ຄ້າຢາເສບ
ຕິດ ແມ່ນຈຳເປັນ ເພື່ອສ້າງລະບົບການເຂົ້າເມືອງທີ່ຖືກກົດໝາຍ.

ການຮ່ວມມືດັ່ງກ່າວ ປະກອບດ້ວຍ ກົມຕຳຫຼວດ 31 ກົມຈາກລັດເທັກຊັສ ນິວ ເມັກຊິ
ໂກ ອາຣິໂຊນາ ແລະຄາລີຟໍເນຍ ທີ່ມີພື້ນທີ່ລາດຕະເວນ ຕັ້ງຢູ່ພາຍໃນເຂດຊາຍແດນ
ຈຳນວນ 40 ກິໂລແມັດ.

ໂດຍອ້າງອີງເຖິງວິກິດການຢູ່ຊາຍແດນ ທ່ານ ແຊັດສັນສ໌ ໄດ້ກ່າວວ່າ ທ່ານໄດ້ອອກ
ຄຳສັ່ງ ຕໍ່ບັນດາໄອຍະການລັດຖະບານກາງ ໃຫ້ເອົາໃຈໃສ່ຫຼາຍຂຶ້ນຕໍ່ການຟ້ອງຮ້ອງ
ພວກຄົນທີ່ເຂົ້າເມືອງຢ່າງຜິດກົດໝາຍ.

ທ່ານໄດ້ເອີ່ຍເຖິງເມືອງຕ່າງໆທີ່ໃຫ້ບ່ອນຫລົບໄພອີກເທື່ອນຶ່ງ ໂດຍກ່າວຕໍ່ບັນດາ ຕຳ
ຫຼວດວ່າ ມັນ “ບໍ່ສົມເຫດສົມຜົນ ແລະ ບໍ່ປົກກະຕິເລີຍ” ທີ່ຄົນຜູ້ນຶ່ງສາມາດ ເຂົ້າມາ
ໃນປະເທດໄດ້ຢ່າງຜິດກົດໝາຍ ເມື່ອວັນຈັນຜ່ານມານີ້ແລະໄດ້ເດີນທາງ ໄປຍັງນະ
ຄອນ ແຊນ ແຟຣນຊິສໂກ ໄດ້ພາຍໃນວັນພຸດວານນີ້ ແລະ ບໍ່ໄດ້ຖືກເນລະເທດ.

US Border Troops
please wait
Embed

No media source currently available

0:00 0:00:22 0:00

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG