ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ປົກ​ຄອງ ​ລັດ​ຄາ​ລີ​ຟໍ​ເນຍ​ ສັ່ງ​ໃຫ້​ໂຈະ ການ​ປະ​ຫານ​ຊີ​ວິດ


ທ່ານຄາ​ວິ​ນ ນິວ​ຊອມ ຜູ້​ປົກ​ຄອງ​ລັດ​ຄາ​ລີ​ຟໍ​ເນຍ ໄດ້​ຮັບ​ການ​ຕົບ​ມື​ຊົມ​ເຊີຍ ຕໍ່ການຮ່ວມ​ຖະ​ແຫຼງ​ຢູ່ສະ​ພາ ທີ່​ນະ​ຄອນຫຼວງ​ຊາກ​ຣາ​ເມັນ​ໂຕ ​ລັດ​ຄາ​ລີ​ຟໍ​ເນຍ ວັນ​ທີ 12 ກຸມ​ພາ 2019.
ທ່ານຄາ​ວິ​ນ ນິວ​ຊອມ ຜູ້​ປົກ​ຄອງ​ລັດ​ຄາ​ລີ​ຟໍ​ເນຍ ໄດ້​ຮັບ​ການ​ຕົບ​ມື​ຊົມ​ເຊີຍ ຕໍ່ການຮ່ວມ​ຖະ​ແຫຼງ​ຢູ່ສະ​ພາ ທີ່​ນະ​ຄອນຫຼວງ​ຊາກ​ຣາ​ເມັນ​ໂຕ ​ລັດ​ຄາ​ລີ​ຟໍ​ເນຍ ວັນ​ທີ 12 ກຸມ​ພາ 2019.

ຜູ້​ປົກ​ຄອງ​ລັດ​ຄາ​ລີ​ຟໍ​ເນຍ​ຂອງ​ສະ​ຫະ​ລັດ ມີ​ແຜນ​ທີ່​ຈະ​ປະ​ກາດ ​ໃນ​ວັນ​ພຸດ​ມື້​ນີ້ ເພື່ອ​
ໂຈະ​ເປັນ​ການ​ຊົ່ວ​ຄາວ ໃນ​ລົງ​ໂທດ​ປະ​ຫານ​ຊີ​ວິດ.

ໃນ​ຄຳ​ຖະ​ແຫຼງ​ທີ່​ມີ​ການ​ກະ​ກຽມ​ ​ທີ່ອົງ​ການ​ຂ່າວ​ຕ່າງໆ​ໄດ້​ມາ​ ກ່ອນ​ໜ້າ​ການ​ປະ​ກາດ
​ຢ່າງ​ເປັນ​ທາງ​ການນັ້ນ ຜູ້​ປົກ​ຄອງ​ລັດ ທ່ານຄາ​ວິ​ນ ນິວ​ຊອມ ກ່າວ​ວ່າ “ຄວາມ​ຕັ້ງ​ໃຈ
ໃນ​ການ​ທີ່ຈະປະ​ຫານ​ຊີ​ວິດຄົນອື່ນນັ້ນ​ແມ່ນ​ຜິດ.”

ທ່ານ​ໄດ້​ກ່າວ​ອ້າງ​ເຖິງຄະ​ດີ​ຕ່າງໆ​ຂອງ​ຜູ້​ຄົນ​ທີ່​ບໍ່​ໄດ້​ກະ​ທຳ​ຜິດ ກຳ​ລັງ​ຖືກ​ຕັດ​ສິນ​ລົງ​
ໂທດ​ ທີ່​ເຂົາ​ເຈົ້າ​ບໍ່​ໄດ້​ເຮັດ ແລະ​ບາງ​ຄັ້ງ​ແມ່ນ​ກະ​ທັງຖືກ​ປະ​ຫານ​ຊີ​ວິດ.

ທ່ານ​ນິວ​ຊອມ ຍັງ​ກ່າວ​ວ່າ ບັນ​ດາ​ຄະ​ດີ​ທີ່​ພົວ​ພັນກັບການ​ລົງ​ໂທດປະ​ຫານ​ຊີ​ວິດ ບໍ່​ມີ
​ຄວາມ​ກ້ຳ​ເກີ່ງ ​ເປັນ​ຜົນ​ກະ​ທົບ​ຕໍ່​ບັນ​ດາຄົນ​ກຸ່ມ​ນ້ອຍ ໂຣ​ກຈິດ ແລະ​ບັນ​ດາ​ຜູ້​ທີ່​ບໍ່​ມີ​ເງິນ​
ພຽງ​ພໍ ​ຕໍ່​ການ​ຕໍ້​ສູ້ທາງ​ດ້ານ​ກົດ​ໝາຍ​ ທີ່​ມີ​ລາ​ຄາ​ແພງ.

ການ​ໂຈະ​ດັ່ງ​ກ່າວ ​ຍັງຈະ​ພົວ​ພັນກັບ​ດຳ​ລັດ​ເພື່ອ​ຖອນການ​ສັກ​ຢາ​ປະ​ຫານ​ຊີ​ວິດ
ຂອງ​ລັດ.

ພວກ​ນັກ​ໂທດ 737 ຄົນ​ ໃນ​ປັດ​ຈຸ​ບັນ ​ແມ່ນ​ການ​ລໍ​ຖ້າການປະ​ຫານ​ຊີ​ວິດ​ ຢູ່ໃນລັດ
​ຄ​າ​ລີຟໍ​ເນຍ ບໍ່​ມີ​ໃຜ​ຈະ​ຖືກ​ປ່ອຍ​ໂຕ ຫຼື​ປ່ຽນ​ແປງ​ການລົງ​ໂທດ​ໃດໆ. ລັດ​ຄາ​ລີ​ຟໍ​ເນຍ​
ໄດ້​ປະຫານ​ຊີ​ວິດ​ນັກ​ໂທດ​ເທື່ອ​ສຸດ​ທ້າຍໃນ​ປີ 2006.

ບັນ​ດາ​ກຸ່ມປົກ​ປ້ອງສິດ​ທິ​ມະ​ນຸດ​ ໄດ້​ສັນ​ລະ​ເສີນ ການ​ຕັດ​ສິນ​ໃຈ​ຂອງ​ທ່ານ​ນິວ​ຊອມ.

ທ່ານ​ນາງ​ອາ​ລິ​ເສີ​ນ ພາກ​ເກີ​ ຫົວ​ໜ້າກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ Human Right
Watch ປະ​ຈຳ​ສະ​ຫະ​ລັດ ກ່າວ​ວ່າ ຜູ້​ປົກ​ຄອງ​ລັດ “ໄດ້​ເອົາ​ທ່າ​ທີ​ມີທີ່​ສິນ​ລະ​ທຳອັນ
ເຂັ້ມ​ແຂງ” ແລະ​ກຸ່ມ​ດັ່ງ​ກ່າວ​ຫວັງ​ວ່າ ລັດ​ອື່ນໆ​ຈະເຮັດຕາມ​ການ​ປະ​ຕິ​ບັດ​ຂອງ​ທ່ານ.

ມີ​ການ​ຕິ​ຊົມ​ຈຳ​ນວນ​ນຶ່ງ ຈາກ​ບັນ​ດາອົງ​ການ​ບັງ​ຄັບໃຊ້​ກົດ​ໝາຍ.

ທ່ານ​ນາງ​ມີ​ແຊ​ລ ຮາ​ນິ​ຊີ ປະ​ທານ​ສະ​ມ​າ​ຄົມ​ຂອງ​ຮອງ​ຫົວ​ໜ້າ​ພະ​ແນກ​ຍຸ​ຕິ​ທຳ ປະ​
ຈຳເຂດ​ຕ່າງໆ ຮ້ອງ​ການໂຈະ​ການ​ປະ​ຫານ​ຊີ​ວິດ​ຂອງ​ທ່ານ​ນິວ​ຊອມ ນັ້ນ​ວ່າ “ໄວ
ແລະ​ເປັນ​ການພິ​ຈາ​ລະ​ນາ ​ທີ່​ບໍ່ຖີ່​ຖ້ວນ” ແລະ​ກ່າວ​ວ່າ ທ່ານ​ໄດ້​ປະ​ຕິ​ບັດທີ່ຂັດຕໍ່​
ຄວາມ​ປາ​ຖະ​ໜາຂອງ​ປະ​ຊາ​ຊົນ​ລັດ​ຄາ​ລີ​ຟໍ​ເນຍ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG