ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄອບຄົວລາວ ທີ່ອາໄສຢູ່ໃນເຂດພາມ ສປຣິງ ທາງພາກໃຕ້ ສະຫະລັດ ປະສົບກັບສະພາບອາກາດຮ້ອນ


ທ່ານລວມລິດ ມັນຕະກູນ ອາໄສຢູ່ໃນເມືອງພາມ ສປຣິງ ລັດຄາລີຟໍເນຍ ມາໄດ້ຫຼາຍສິບປີ ຈົນເຖິງປັດຈຸບັນນີ້.
ທ່ານລວມລິດ ມັນຕະກູນ ອາໄສຢູ່ໃນເມືອງພາມ ສປຣິງ ລັດຄາລີຟໍເນຍ ມາໄດ້ຫຼາຍສິບປີ ຈົນເຖິງປັດຈຸບັນນີ້.

ໃນຂະນະທີ່ ກົມອຸຕຸນິຍົມວິທະຍາສະຫະລັດ ໄດ້ແຈ້ງເຕືອນວ່າ ມີຄື້ນອາກາດຮ້ອນທີ່ອັນຕະຫຼາຍກຳລັງເຂົ້າປົກຄຸມເຂດພາກຕາເວັນຕົກສຽງໃຕ້ຂອງ ສະຫະລັດ ໃນອາທິດນີ້ ໂດຍລວມມີລັດຄາລີຟໍເນຍ ແລະລັດອ້ອມແອ້ມ ຊຶ່ງໄດ້ກໍ່ໃຫ້ເກີດໄຟໄໝ້ປ່າໃນບາງເຂດຂອງລັດຄາລີຟໍເນຍ. ເຂດພາມ ສປຣິງ ມີຊື່ສຽງຍ້ອນເປັນສະຖານທີ່ດາຣານັກສະແດງຮໍລີວູດ ແລະພວກຄົນທີ່ມີຊື່ສຽງ ພາກັນໄປພັກອາໄສຍາມລະດູໜາວ.

ທ່ານລວມລິດ ມັນຕະກຸນ ແລະຄອບຄົວອາໄສຢູ່ໃນເຂດພາມ ສປຣິງ ຂອງລັດຄາລີຟໍເນຍເປັນເວລາຫຼາຍກວ່າສາມສິບປີ ຈົນເຖິງປັດຈຸບັນນີ້ ຊຶ່ງທ່ານໄດ້ກ່າວສູ່ວີໂອເອລາວຟັງເຖິງພູມິສາດແລະສະພາບອາກາດຢູ່ໃນເຂດນີ້ ວ່າ:

“ເພາະເຂດນີ້ຫັ້ນ ມັນເປັນແດດເສີດເປັນທົ່ງທະເລຊາຍໝົດ ລະກະຄວາມຮ້ອນຂອງມັນນີ້ ແປວ່າ ຍາມຕອນສວຍມັນເລີ້ມຮ້ອນລະ ມັນສະຕາດກະຊິແມ່ນ ສິບເອັດ ສິບສອງໂມງ ຈົນຮອດຫ້າ-ຫົກໂມງແລງ ຕາເວັນຕົກຫັ້ນລະ ຄັນມັນຮ້ອນຕາມປົກກະຕິແລ້ວ ມັນຮ້ອນດຣາຍ (ແຫ້ງ) ພາຍໃນເດືອນເມ (ພຶດສະພາ) ຫາ ຈູລາຍ (ກໍລະກົດ) ສະຕາດເຂົ້າອໍກັສ (ເລີ້ມເຂົ້າເດືອນສິງຫາ)ໄປແລ້ວ ມັນກະຮີວມິດລະບາດນັ້ນນະ ເພາະວ່າ ສະຕອມ (ພາຍຸ)ມາເດະ ຄັນມື້ໃດມັນສະຕອມເຂົ້າມາທາງເຂດຊາວເທີນ (ພາກໃຕ້) ນີ້ລະ ມັນກະໂອ້ເຮັດໃຫ້ມັນຮີວມິດ ມັນຢູ່ບໍ່ໄດ້ ມັນຢູ່ຍາກລະ ມັນອົບເອົ້າ.”

ແລະທ່ານກ່າວເຖິງອຸນຫະພູມ ໃນຍາມລະດູຮ້ອນທີ່ເລີ້ມຂຶ້ນໃນເດືອນມິຖຸນາ ຫາເດືອນສິງຫາ ຄືດັ່ງນີ້:

“ໝົດເດືອນຈູນ (ມິຖຸນາ) ແປວ່າ ແທມເປີເຈີ (ອຸນຫະພູມ) ໜິ ລ້ອຍປາຍຂຶ້ນໄປ ປະມານ ລ້ອຍສີ່ລ້ອຍຫ້າ ຂື້ນໄປຫາ ລ້ອຍສິບແປດສິບເກົ້ານີ້ລະ ມັນມີສອງມື້ໃນເດືອນນັ້ນຫັ້ນ ມັນຮອດລ້ອຍສາວ ລ້ອຍສາວເອັດ ເອີ້ກະຢູ່ໃນເຮືອນເປີດແອສາວສີ່ຊົ່ວໂມງ.”

ທ່ານກ່າວອີກວ່າ ອາກາດຮ້ອນທີ່ສຸດເປັນປະຫວັດການທີ່ໄດ້ຖືກບັບທຶກໄວ້ນັ້ນ ແມ່ນ 123 ອົງສາຟາເຣັນໄຮ ເທົ່າກັບ 50.5 ອົງສາແຊລຊຽສ ເມື່ອເດືອນມິຖຸນາ ມໍ່ໆມານີ້ ຊຶ່ງເທົ່າກັບສະຖິຕິທີ່ໄດ້ຖືກບັນທຶກໃນເມື່ອກ່ອນ.

ທ່ານເວົ້າອີກວ່າ ທາງການເພິ່ນກໍໄດ້ແຈ້ງເຕືອນບໍ່ໃຫ້ເຮັດກິດຈະກຳໃດໆຢູ່ທາງນອກ ຖ້າວ່າບໍ່ຈຳເປັນກໍບໍ່ໃຫ້ອອກນອກບ້ານເພາະອາດຈະມີອາການເມື່ອຍເພຍ ໜ້າກມືດ ແລະເປັນວິນ ເນື່ອງຈາກອາກາດຮ້ອນນັ້ນ.

XS
SM
MD
LG