ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄູ່ສາມີ​ພັນ​ລະ​ຍາ​ ໃນ​ລັດ​ຄາ​ລີ​ຟໍເນຍ ຕິດຄຸກ ໃນຂໍ້ຫາ ທໍລະມານພວກລູກໆ


ບັນດາຜູ້ສື່ຂ່າວ ພາກັນຢືນຢູ່ຂ້າງນອກ​ບ້ານຂອງທ້າວເດ​ວິດ ແອລເລນ ​ແລະ​ນາງລູຍ​ສ໌ ​ ແອນ ເທີ​ຣ໌ປິນ (Turpin and Louise Ann Turpin) ທີ່​ເມືອງ​ແປຣີສ ​ໃກ້​ໆກັບນະຄອນ​ລອສ​ແອນເຈີລິ​ສ, 15 ມັງກອນ 2018.
ບັນດາຜູ້ສື່ຂ່າວ ພາກັນຢືນຢູ່ຂ້າງນອກ​ບ້ານຂອງທ້າວເດ​ວິດ ແອລເລນ ​ແລະ​ນາງລູຍ​ສ໌ ​ ແອນ ເທີ​ຣ໌ປິນ (Turpin and Louise Ann Turpin) ທີ່​ເມືອງ​ແປຣີສ ​ໃກ້​ໆກັບນະຄອນ​ລອສ​ແອນເຈີລິ​ສ, 15 ມັງກອນ 2018.

​ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ລັດ​ຄາ​ລີ​ຟໍເນຍ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ສະຫະລັດ
ກ່າວ​ວ່າ ສາມີ​ພັນ​ລະ​ຍາ​ຄູ່​ນຶ່ງ ​ໄດ້ຖືກຈັບກຸມຍ້ອນວ່າໄດ້ຂັງ​ລູກ 13 ຄົນ​ຂອງ​ພວກ​ເຂົາ​
ເຈົ້າຢູ່ໃນເຮືອນ ໃນ​ສະພາບ​ສົກກະປົກ.

​ທ້າວເດ​ວິດ ​ແລະ​ນາງລູຍ​ສ໌ ​ເທີ​ຣ໌ປິນ ໄດ້​ຖືກ​ກັກ​ໄວ້ ດ້ວຍ​ການ​ຄ້ຳປະກັນ​ໃນ​ວົງ​ເງິນ
9 ລ້ານ​ໂດ​ລາ ​ໃນ​ຂະນະ​ທີ່​ຕຳຫຼວດ​ກຳລັງ​ດຳ​ເນີນ​ການ​ສືບສວນ ກ່ຽວ​ກັບ​ການ​ທໍລະ
ມານ​ແລະ​ປ່ອຍປະ​ລະ​ເລີຍ​ພວກ​ເດັກນ້ອຍ​ເຫຼົ່າ​ນີ້ໃຫ້ຕົກຢູ່ໃນສະພາບອັນຕະລາຍ.

ຕຳຫຼວດ​ໄດ້​ຮັບ​ຄຳ​ເຕືອນ​ເຖິງ​ສະພາບ​ການ​ດັ່ງກ່າວ​ໃນ​ບ້ານ​ຫຼັງ​ນຶ່ງ​ ທີ່​ເມືອງ​ແປຣີສ ​
ໃກ້​ໆກັບນະຄອນ​ລອສ​ແອນ​ເຈີ​ລິ​ສ ​ໂດຍ​ລູກສາວຜູ້ນຶ່ງໃນຈຳນວນດັ່ງກ່າວ ​ໄວ 17 ປີ
ທີ່​ໄດ້​ລັກ​ໜີ​ແລ້ວ​ໃຊ້ໂທລະສັບ​ມື​ຖື ໂທຫາ​ພວກ​ເຂົາ​ເຈົ້າ​.

​ພວກເຈົ້າ​ໜ້າ​ທີ່​ກ່າວ​ວ່າ ລາວ​ຂາດ​ທາດ​ອາຫານ​ຢ່າງ​ແຮງ ເຮັດໃຫ້​ເບິ່ງ​ຄື​ກັບ​ເດັກນ້ອຍ​
ໄວ 10 ຂວບ ​ແທນ​ທີ່​ຈະ​ເປັນຄົນອາຍຸ 17 ປີ.

ນາງລູຍ​ສ໌ ​ ແອນ ເທີ​ຣ໌ປິນ ພາບຈາກການລົງທະບຽນໃນກອງບັນຊາການຕຳຫຼວດຂອງເຂດຣີເວີຣ໌ໄຊດ໌, 15 ມັງກອນ 2018.
ນາງລູຍ​ສ໌ ​ ແອນ ເທີ​ຣ໌ປິນ ພາບຈາກການລົງທະບຽນໃນກອງບັນຊາການຕຳຫຼວດຂອງເຂດຣີເວີຣ໌ໄຊດ໌, 15 ມັງກອນ 2018.

ພວກ​ເຂົ້າເຈົ້າ​ໄດ້​ພົບ​ເຫັນວ່າ ເປັນບ່ອນທີ່ພວກເຂົາເຈົ້າຄິດວ່າ ມີເດັກນ້ອຍ 12 ຄົນ ແຕ່ຄວາມຈິງແລ້ວ ແມ່ນ​ຜູ້​ໃຫຍ່ ອາຍຸລະຫວ່າງ 18 ຫາ 29 ປີ.

ຕຳຫຼວດ​ກ່າວ​ວ່າ ຜູ້​ເຄາະ​ຮ້າຍ​ທີ່ນ້ອຍທີ່ສຸດ ​ມີອາຍຸ 2 ຂວບ ​ແລະເດັກນ້ອຍ​ບາງ​ຄົນ ​
ຖືກ​ໃສ່ໂສ້​ຕິດ​ກັບ​ຕຽງ​ແລະໃສ່ກະ​ແຈ​ໄວ້.

ເຈົ້າ​ໜ້າ​ທີ່​ອະທິບາຍ​ວ່າເຮືອນນັ້ນມືດ ​ແລະ​ມີ​ກິ່ນ​ເໝັນ​ອັບ​. ພວກ​ເຄາະ​ຮ້າຍທັງຫຼາຍ
ເປິເປື້ອນ ຫິວ​ໂຫຍ.

​ພວກເຈົ້າ​ໜ້າ​ທີ່​ກ່າວ​ຕື່ມ​ວ່າ ພວກ​ພໍ່​ແມ່ ​ພາກັນເອົາເຮືອນເຮັດເປັນ​ໂຮງຮຽນແຕ່​ວ່າ​
ປະສົບກັບ​ບັນຫາ​ເລື່ອງ​ການ​ເງິນ ​ໃນ​ບໍ່​ຫຼາຍ​ປີຜ່ານ​ມາ ອີງ​ຕາມ​ຖະ​ແຫຼ​ງການ​ທີ່​ນຳ​ອອກ
​ມາ​ເຜີຍແຜ່​ຈາກ​ກອງ​ຕຳ​ຫຼວດ​ໃນ​ເຂດຣີ​ເວີຣ໌​ໄຊ​ດ໌.

ຖະແຫຼງການ​ຂອງ​ຕຳຫຼວດ​ໄດ້ລະບຸ​ວ່າ ພວກພໍ່​ແມ່ເຫຼົ່ານັ້ນ​ ​ບໍ່​ໄດ້​ໃຫ້​ເຫດຜົນ​ພຽງພໍ
ວ່າ​ເປັນຫຍັງ​ພວກ​ເດັກນ້ອຍ​ຂອງ​ເຂົາ​ເຈົ້າ​ຈຶ່ງ​ຖືກ​ຈັບ​ຂັງ​ໃຫ້​ຢູ່​ໃນ​ສະພາບທຸເລດເຊັ່ນ​ນີ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ທ້າວເດວິດ ແອລເລັນ ເທີ​ຣ໌ປິນ ພາບຈາກການລົງທະບຽນ ໃນກອງບັນຊາການຕຳຫຼວດຂອງເຂດຣີເວີຣ໌ໄຊດ໌, 15 ມັງກອນ 2018.
ທ້າວເດວິດ ແອລເລັນ ເທີ​ຣ໌ປິນ ພາບຈາກການລົງທະບຽນ ໃນກອງບັນຊາການຕຳຫຼວດຂອງເຂດຣີເວີຣ໌ໄຊດ໌, 15 ມັງກອນ 2018.

XS
SM
MD
LG