ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, 30 ກໍລະກົດ 2026

ເຈົ້າໜ້າທີ່ວ່າ ສົບທີ່ພົບເຫັນ ອາດເປັນຂອງ ທ້າວ Dorner (ສະໄລດ໌)

ຊາກຂອງເຮືອນເຊົ່າເທີງພູທີ່ຖືກໄຟໄໝ້ ບ່ອນພົບເຫັນຊາກສົບ ທີ່ເຈົ້າໜ້າທີ່ເວົ້າວ່າ ແມ່ນຂອງທ້າວ Christopher Dorner  ອະດີດຕໍາຫລວດ ທີ່ຫລົບໜີໄປ ແລະຕ້ອງສົງໄສວ່າ ເປັນຄາດຕະກອນນັ້ນ.
ຊາກຂອງເຮືອນເຊົ່າເທີງພູທີ່ຖືກໄຟໄໝ້ ບ່ອນພົບເຫັນຊາກສົບ ທີ່ເຈົ້າໜ້າທີ່ເວົ້າວ່າ ແມ່ນຂອງທ້າວ Christopher Dorner ອະດີດຕໍາຫລວດ ທີ່ຫລົບໜີໄປ ແລະຕ້ອງສົງໄສວ່າ ເປັນຄາດຕະກອນນັ້ນ.
ເຈົ້າໜ້າທີ່ໃນລັດຄາລິຟໍເນຍເວົ້າວ່າ ພວກເຂົາເຈົ້າເຊື່ອວ່າ
ສົບທີ່ຖືກເຜົາເປັນຖ່ານ ຢູ່ໃນຊາກຂອງເຮືອນເຊົ່າເທີງພູທີ່
ຖືກໄຟໄໝ້ນັ້ນແມ່ນອະດີດຕໍາຫລວດ ທີ່ລົບໜີໄປ ແລະຜູ້
ຕ້ອງສົງໄສວ່າ ເປັນຄາດຕະກອນ ທ້າວ Christopher
Dorner.

ນັກຊ່ຽວຊານດ້ານສັນລະສູດສົບ ກໍາລັງເຮັດວຽກເພື່ອໃຫ້ຮູ້
ຄັກແນ່ວ່າ ສົບດັ່ງກ່າວນັ້ນ ແມ່ນຂອງໃຜແທ້. ແຕ່ເຈົ້າໜ້າທີ່
ຕໍາຫລວດເວົ້າວ່າ ສິ່ງຂອງທີ່ໄດ້ພົບເຫັນຢູ່ໃນເຮືອນຫຼັງນັ້ນ
ລວມມີໃບຂັບຂີ່ ຊຶ່ງເຮັດໃຫ້ພວກເຂົາເຈົ້າເຊື່ອວ່າ ສົບນັ້ນ
ແມ່ນຂອງທ້າວ Dorner.

ທ່ານ John McMahon ຫົວໜ້າເຈົ້າໜ້າທີ່ປາບປາມຄົນ
ຮ້າຍຢູ່ໃນເຂດເມືອງ San Bermardino ປະກາດວ່າ ການຕາມລ່າແລະສືບສວນ ແມ່ນສິ້ນສຸດລົງແລ້ວ. ທ່ານ ເອີ້ນຮອງຫົວໜ້າເຈົ້າໜ້າທີ່ປາບປາມຄົນຮ້າຍປະຈໍາເຂດ
ເມືອງ ທີ່ໄດ້ພົວພັນໃນການ ຍິງຕໍ່ສູ້ກັບທ້າວ Dorner ນັ້ນວ່າ ແມ່ນວິລະຊົນທີ່ແທ້ຈິງ.

ທ້າວ Dorner ແມ່ນໄດ້ຫລົບໜີເປັນເວລາ 1 ອາທິດ ກ່ອນທີ່ຜູ້ກ່ຽວລັກລົດກະບະຄັນ ນຶ່ງ ໃນວັນອັງຄານຜ່ານມານີ້ ແລະໄດ້ຂັບລົດດັ່ງກ່າວຂຶ້ນໄປເທິງພູຢູ່ທາງທິດເໜືອຂອງ ນະຄອນ Los Angeles ແລະກໍໄດ້ຂັງຕົນເອງຢູ່ໃນເຮືອນຫຼັງດັ່ງກ່າວ.

The Manhunt for California Fugitive Christopher Dorner

SWAT officers search cars during the manhunt for former Los Angeles police officer Christopher Dorner, in Yucaipa, California, Feb. 12, 2013.
1/5 SWAT officers search cars during the manhunt for former Los Angeles police officer Christopher Dorner, in Yucaipa, California, Feb. 12, 2013.
California police say human remains have been found in a burned-out cabin near Los Angeles where a murder suspect had barricaded himself.
A sign near the San Bernardino Mountains warns of road closures during a manhunt for former LAPD officer Christopher Dorner, Feb. 12, 2013.
2/5 A sign near the San Bernardino Mountains warns of road closures during a manhunt for former LAPD officer Christopher Dorner, Feb. 12, 2013.
California police say human remains have been found in a burned-out cabin near Los Angeles where a murder suspect had barricaded himself.
San Bernardino County Sheriff's officers search a home for former Los Angeles police officer Christopher Dorner in Big Bear Lake, California, Feb. 10, 2013.
3/5 San Bernardino County Sheriff's officers search a home for former Los Angeles police officer Christopher Dorner in Big Bear Lake, California, Feb. 10, 2013.
California police say human remains have been found in a burned-out cabin near Los Angeles where a murder suspect had barricaded himself.
A police vehicle patrols the streets of Big Bear Lake, California, Feb. 9, 2013.
4/5 A police vehicle patrols the streets of Big Bear Lake, California, Feb. 9, 2013.
California police say human remains have been found in a burned-out cabin near Los Angeles where a murder suspect had barricaded himself.
This image provided by the Irvine Police Department shows Christopher Dorner on a Jan. 28, 2013 surveillance video at an Orange County, California hotel.
5/5 This image provided by the Irvine Police Department shows Christopher Dorner on a Jan. 28, 2013 surveillance video at an Orange County, California hotel.
California police say human remains have been found in a burned-out cabin near Los Angeles where a murder suspect had barricaded himself.
Previous slide
Next slide


ລາວໄດ້ສັງຫານຮອງຫົວໜ້າເຈົ້າໜ້າທີ່ປາບຄົນຮ້າຍປະຈໍາເຂດເມືອງດັ່ງກ່າວ ໃນຂະນະ
ທີ່ມີການຍິງຕໍ່ສູ້ກັບຕໍາຫລວດ. ທ່ານ McMahon ເວົ້າວ່າ ການຍິງລະເບີດນໍ້າຕາ ທີ່ມີ
ທັງຄວາມຮ້ອນ ແສງແລະສຽງເຂົ້າໄປໃນເຮືອນຫຼັງນັ້ນ ເປັນສາເຫດທີ່ພາໃຫ້ເກີດໄຟໄໝ້
ຊຶ່ງທ່ານວ່າ ເປັນໄປໂດຍທີ່ບໍ່ໄດ້ຕັ້ງໃຈ.

ທ້າວ Dorner ຖືກກ່າວຫາວ່າໄດ້ສັງຫານອີກ 3 ຄົນ ກ່ອນໜ້າທີ່ຈະມີການຍິງກັນໃນ ວັນອັງຄານຜ່ານມາ ຮວມທັງລູກສາວຂອງອະດີດຮ້ອຍເອກຕໍາຫລວດຂອງນະຄອນ Los Angeles.

ທ້າວ Dorner ໄດ້ຖືກໄລ່ອອກການ ຈາກຫ້ອງການຕໍາຫລວດຂອງນະຄອນ Los Angeles
ໃນປີ 2008 ຍ້ອນອັນທີ່ພວກເຈົ້າໜ້າທີ່ເວົ້າວ່າ ການກ່າວຫາເຈົ້າໜ້າທີ່ຊຶ່ງເປັນເພື່ອນຮ່ວມ
ງານ ວ່າ ເຕະໜ້າຂອງຜູ້ຕ້ອງສົງໄສຢ່າງບໍ່ມີຄວາມຈິງ.
XS
SM
MD
LG