ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຟ​ປ່າ ທີ່​ລັດ ຄາ​ລີ​ຟໍ​ເນຍ ເຮັດ​ໃຫ້​ມີ ຜູ້​ເສຍ​ຊີ​ວິດ 66 ຄົນ​ແລ້ວ


ຄວັນ​ໄຟ​​ປົກ​ຄຸ​ມຢູ່​ເມືອງ​ປ​ລາ​ຊາ ຫຼັງ​ຈາກ​ເກີດ​ໄຟ​ໄໝ​້​ໃນ​ເມືອງ​ ພາ​ຣາ​ດາຍ​ສ໌ ລັດ​ຄາ​ລິ​ຟໍ​ເນຍ ວັນ 15 ພະ​ຈິກ 2018.
ຄວັນ​ໄຟ​​ປົກ​ຄຸ​ມຢູ່​ເມືອງ​ປ​ລາ​ຊາ ຫຼັງ​ຈາກ​ເກີດ​ໄຟ​ໄໝ​້​ໃນ​ເມືອງ​ ພາ​ຣາ​ດາຍ​ສ໌ ລັດ​ຄາ​ລິ​ຟໍ​ເນຍ ວັນ 15 ພະ​ຈິກ 2018.

ຈຳ​ນວນ​ຜູ້​ເສຍ​ຊີ​ວິດນ​ຈາກ​ໄຟ​ໄໝ້​ປ່າ​ທີ່​ເປັນ​ອັນ​ຕະ​ລາຍ​ຮ້າຍ​ແຮງ​ໃນ​ພາກ​ເໜືອ ແລະ​
ພາກ​ໃຕ້​ຂອງລັດ​ຄາ​ລິ​ຟໍ​ເນຍ ໄດ້​ເພີິ້ມ​ຂຶ້ນ​ເປັ​ນ 66 ຄົນ​ແລ້ວ ໃນ​ຂະ​ນະ​ທີ່​ພວກ​ເຈົ້າ​ໜ້າ​
ທີ່ຍັງ​ສືບ​ຕໍ່ຊອກ​ຫາ​ຫຼາຍ​ສິບ​ຄົນ​ທີ່​ຍັງ​ຫາຍສາບ​ສູນຫຼັງ​ຈາກ​ໄດ້​ເກີ​ດ​ໄຟ​ໄໝ້. ຢູ່​ພາກ​ເໜືອ
ລັດ​ຄາ​ລິ​ຟໍ​ເນຍອາ​ກາ​ດ​ໄດ້​ຊ່ວຍເອື້ອ​ອຳ​ນວຍ​ໃຫ້​ແກ່ພວກ​ດັບໄຟ.

ພວ​ກເຈົ້າໜ້າ​ທີ່​ກ່າວ​ວ່າ ອາ​ກາດ​ເຢັນ​ລົງ​ຊ່ວຍ​ໃຫ້​ພວກ​ດັບ​ໄຟທຳ​ຄວາມ​ຄືບ​ໜ້າ​ໃນ​ຂະ
​ນະ​ທີ່​ເຂົາ​ເຈົ້າ​ຕໍ່​ ສູ້​ກັບ​ໄຟ​ໄໝ້​ປ່າ​ທີ່​ຮ້າຍ​ແຮງ ຊຶ່​ງ​ປັດ​ຈຸ​ບັນ​ນີ້​ຄວບ​ຄຸ​ມ​ໄດ້​ແລ້ວ 40 ເປີ​
ເຊັນ. ໄຟ​ປ່າ​ທີ່​ຮ້າຍ​ແຮງ​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ​ລັດໄດ້​ໄໝ້ລາມ ອອກ​ໄປ​ໃສ່​ເກືອບ
​ 570 ຕ​າ​ລາງ​ກິ​ໂລ​ແມັດ.

ໃນພາ​ຣາ​ດາຍ​ສ໌ ​ຊຶ່ງ​ເປັນ​ເມືອງ​ໄດ້​ຖືກ​ໄຟເຜົາ​ຜານ​ເກືອບ​ໝົດ​ກ້ຽງ​ໃນ​ອາ​ທິດ​ແລ້ວ​ນີ້
ບໍ່​ຊ້າ​ຫຼັງ​ຈາກ​ໄຟ​ໄດ້​ເລີ້ມ​ໄໝ້ ຫຼາຍ​ຮ້ອຍ​ຄົນ ພ້ອມ​ດ້ວຍ​ໝາ​ດົມ​ກິ່ນ ໄດ້​ຊອກ​ຫາ​ຊ​າກ​
ສົບ ທ່າມ​ກາງຊາກໄຟ​ໄ ໝ້​ທີ່​ຍັງ​ເຫຼືອ​ຢູ່. ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ເຂົາ​ເຈົ້າ​ຫວັງ​ວ່າ​ເທັກ​
ນິກການ​ວິ​ເຄາະ​ DNA ທີ່ວ່ອງ​ໄວ​ຈະ​ຊ່ວຍ​ເລັ່ງ​ລັດ ​ໃຫ້ໄວ​ຂຶ້ນ​ໃນ​ການ​ສັນ​ນະ​ສູດ​ສົບ​
ພວກ​ເຄາະ​ຮ້າຍ ແລະແຈ້ງໃຫ້​ບັນ​ດາ​ຄອບ​ຄົວ​ຊາບ. ຢ່າງ​ໜ້ອຍ 600 ຄົນ​ເຊື່ອ​ວ່າ​
ຫາຍ​ສາບ​ສູນ​ຢູ່​ໃນ​ເຫດໄຟໄໝ້ດັ່ງ​ກ່າວ.

ໜ່ວຍ​ກູ້​ໄພ​ຄົນ​ນຶ່ງ ກຳ​ລັງ​ຊອກ​ຫາ​ຊາກ​ສົບ ຢູ່​ບ່ອນ​ເກີດ​ໄຟ​ໄໝ້ ຢູ່​ຄຸ້ມ​ໂຮ​ລ​ລີ ຮີ​ລ​ສ໌ ວັນ​ທີ 14 ພະ​ຈິກ 2018 ໃນ​ເມືອງ​ພາ​ຣາ​ດາຍ​ສ໌
ໜ່ວຍ​ກູ້​ໄພ​ຄົນ​ນຶ່ງ ກຳ​ລັງ​ຊອກ​ຫາ​ຊາກ​ສົບ ຢູ່​ບ່ອນ​ເກີດ​ໄຟ​ໄໝ້ ຢູ່​ຄຸ້ມ​ໂຮ​ລ​ລີ ຮີ​ລ​ສ໌ ວັນ​ທີ 14 ພະ​ຈິກ 2018 ໃນ​ເມືອງ​ພາ​ຣາ​ດາຍ​ສ໌

ຜູ້​ປົກ​ຄອງ​ລັດ​ຄາ​ລິ​ຟໍ​ເນຍ ທ່ານ​ແຈ​ຣີ ບ​ຣາວ​ນ໌ ລັດ​ຖະ​ມົນ​ຕີກະ​ຊວງຊັບ​ພະ​ຍາ​ກອນ
​ທຳ​ມະ​ຊາດ​ຂອງສະ​ຫະ​ລັດ ທ່ານ​ຣາ​ຍ​ອັນ ຊິນ​ກີ ແລະ​ທ່ານບ​ຣັອກ ລອງ ຫົວ​ໜ້າ​ອົງ
​ກາ​ນ​ຄຸ້ມ​ຄອງ​ໄພ​ພິ​ບັດ​ສຸ​ກ​ເສີນທີ່​ຮູ້​ກັນ​ໃນ​ຊື່ FEMA ໄດ້​ໄປ​ຢ້​ຽມ​ຢາມ​ເຂດດັ່ງ​ກ່າວ ​
ໃນ​
ວັນ​ພຸດ​ທີ່​ຜ່ານ​ມາ. ທ່ານບ​ຣາວນ໌ໄດ້​ຖີ້ມ​ໂທດ​ໃສ່​ການ​ປ່ຽນ​ແປງຂອງດິນ​ຟ້າ​ອາ​ກາ​ດ
ແລະໄພ​ແຫ້ງ​ແລ້ງ​ທີ່​ພາ​ໃຫ້​ເກີດໄຟ​ປ່າ​ທີ່​ຮ້າຍ​ແຮງ ໃນ​ຂະ​ນະ​ທີ່​ທ່ານ​ຊິນ​ກີ​ ໄດ້​ລະ​ມັດ
​ລະ​ວັງໃນການ​ຖີ້ມ​ໂທດ​ໃສ່ສິ່ງໃດສິ່ງ​ນຶ່ງ​ວ່າ​ເປັນ​ຕົ້ນ​ເຫດ.

ທ່ານ​ກ່າວ​ວ່າ​ຕົ້ນ​ໄມ້​ຕາຍ ອຸນ​ຫະ​ພູມ​ສູງ​ຂຶ້ນ ແລະ​ການ​ບໍ​ລິ​ຫານ​ປ່າ​ໄມ້​ທີ່​ອ່ອນ​ແອແມ່ນ​
ຮວມ​ຢູ່​ໃນ​ສາ​ເຫດ ທີ່​ພາ​ໃຫ້​ເກີດ​ໄຟ​ໄໝ້. “ບັດ​ນີ້ ​ບໍ່​ແມ່ນເວ​ລາ​ ທີ່​ຈະ​ຊີ້​ມື​ໃສ່​ໃຜ.”

ຮູບ​ພາບ​ບ່ອນ​ທີ່​ຖືກ​ໄຟ​ໄໝ້​ຢ່າງ​ຮາບ​ຄາບ ຢູ່​ປາ​ຣາ​ມາວ​ຕ໌ ແຣນຈ໌ ວັນ​ທີ 15 ພະ​ຈິກ 2018.
ຮູບ​ພາບ​ບ່ອນ​ທີ່​ຖືກ​ໄຟ​ໄໝ້​ຢ່າງ​ຮາບ​ຄາບ ຢູ່​ປາ​ຣາ​ມາວ​ຕ໌ ແຣນຈ໌ ວັນ​ທີ 15 ພະ​ຈິກ 2018.

ທ່ານ​ລອງ ກ່າວ​ວ່າ​ຈະ​ໃຊ້​ເວ​ລາ​ຫຼາຍ​ປີ ສຳ​ລັບຊາວ​ເມືອງ​ພາ​ຣາ​ດາຍ​ສ໌ ທີ່​ຈະ​ບູ​ລະ​ນະ​
ສ້າງ​ສາ​ຄືນ​ໃໝ່ ຖ້າ​ຫາກ​ເຂົາ​ເຈົ້າ​ເລືອກ​ທີ່​ຈະ​ດຳ​ເນີນ​ການ​ດັ່ງ​ກ່າວ.

ໄຟປ່າ​ມັກ​ເກີດ​ຂຶ້ນ​ໃນ​ລັດ​ຄ​າ​ລິ​ຟໍ​ເນຍ ໂດຍ​ສະ​ເພາະໄລ​ຍະ​ນີ້​ຂອງ​ປີ ເວ​ລາ​ອາ​ກາດ
​ອົບ​ອຸ່ນ​ ລົມ​ແຫ້ງ​ແລ້ງ ທີ່​ຊ່ວຍ​ເຮັດ​ໃຫ້​ເກີດ​ໄຟ​ໄໝ້. ເຮືອນ​ຊານ​ເກືອບ 8,800 ຫຼັງ​ໄດ້​
ຖືກ​ທຳ​ລາຍ ຢູ່ໃນພາກ​ເໜືອ​ຂອງ​ລັດ​ຄາ​ລິຟໍ​ເນຍ.

ພວ​ກ​ເຈົ້າ​ໜ້າ​ທີ່ ກຳ​ລັງ​ເບິ່ງ​ເຮືອນ​ທີ່​ຖືກ​ໄຟ​ໄໝ້ ທີ່​ອາດ​ມີ​ຊາກ​ສົບ​ຢູ່​ທີ່​ນັ້ນ ໃນ​ທີ 15 ພະ​ຈິກ 2018.
ພວ​ກ​ເຈົ້າ​ໜ້າ​ທີ່ ກຳ​ລັງ​ເບິ່ງ​ເຮືອນ​ທີ່​ຖືກ​ໄຟ​ໄໝ້ ທີ່​ອາດ​ມີ​ຊາກ​ສົບ​ຢູ່​ທີ່​ນັ້ນ ໃນ​ທີ 15 ພະ​ຈິກ 2018.

ທ່ານ​ອາ​ວິ​ວາ ບ​ຣອນ ຈາກ​ຫ້ອງ​ການ​ອຸ​ຕຸ​ນິ​ຍົມ​ແຫ່ງ​ຊ​າດ​ກ່າວ​ວ່າ ພວ​ກ​ພະ​ຍາ​ກອນ​
ອາ​ກາດ​ມີ​ຄວາມ​ເຊື່ອ​ໝັ້ນ​ເພີ້ມ​ຂຶ້ນ​ວ່າ ​ເຂດ​ທີ່​ວ່ານີ້​ຈະ​ໄດ້​ຮັບ​ການ​ບັນ​ເທົາ​ຈາກ​ຝົນ​ຕົກ
ໃນ​ທ້າຍ​ອາ​ທິດ​ນີ້. ຄ​ວັນ​ໄຟ​ທີ່​ປົກ​ຄຸມ​ເຮັດ​ໃຫ້​ຄຸນ​ນະ​ພາບ​ອາ​ກາດ​ຫລຸດຕ່ຳລົງ​ຢູ່​ໃນ​
ເຂດ​ດັ່ງ​ກ່າວ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG