ບັນດາພະນັກງານໜ່ວຍສຸກເສີນໃນເມືອງ ຣິຈ໌ເຄຣັສ ລັດຄາລິຟໍເນຍ, ກຳລັງປະເມີນ
ຄວາມເສຍຫາຍຈາກເຫດແຜ່ນດິນໄຫວໃຫຍ່ 7.1 ທີ່ໄດ້ເກີດຂຶ້ນໃນຊຸມຊົນທະເລຊາຍ
ທາງພາກຕາເວັນອອກສຽງເໜືອຂອງນະຄອນ ລອສ ແອນເຈີລິສ ໃນຕອນຄ່ຳຂອງວັນ
ສຸກທີ່ຜ່ານມາ. ເຫດແຜ່ນດິນໄຫວດັ່ງກ່າວໄດ້ເກີດຂຶ້ນລຸນຫຼັງ ແຜ່ນດິນໄຫວຄວາມແຮງ
6.4 ໃກ້ກັບເມືອງທີ່ວ່ານັ້ນໃນວັນພະຫັດ. ບໍ່ມີລາຍງານຜູ້ເສຍຊີວິດ ຫຼື ການບາດເຈັບ
ຮຸນແຮງ ຈາກການສັ່ນສະເທືອນຄັ້ງໃຫຍ່ນັ້ນ, ແຕ່ແຜ່ນດິນໄຫວຄວາມແຮງ 7.1 ທີ່ເກີດ
ຂື້ນໃນວັນສຸກ, ເຊິ່ງສາມາດຮູ້ສຶກໄດ້ທົ່ວພາກໃຕ້ຂອງລັດຄາລິຟໍເນຍ ແລະ ລັດ ເນວາ
ດາ ທີ່ຢູ່ໃກ້ຄຽງນັ້ນ, ໄດ້ກໍ່ໃຫ້ເກີດຄວາມເສຍຫາຍເພີ່ມເຕີມ ແລະ ຜູ້ທີ່ອາໄສຢູ່ໃນບໍລິ
ເວນນັ້ນຢ້ານສັ່ນ.
ພ້ອມກັນນັ້ນ, ອາຫານໄດ້ຕົກອອກຈາກຊັ້ນວາງເຄື່ອງຢູ່ຮ້ານຊຸບເປີມາເກັດ, ແລະ ຄັງ
ເຫຼົ້າຢູ່ໃນຮ້ານຂາຍເຫຼົ້າ ມູນຄ່າຫຼາຍພັນໂດລາກໍຖືກທຳລາຍ.
ທ້າວ ວິກເຕີ ອັບດູລລາຕິຟ, ລູກຊາຍຂອງເຈົ້າຂອງຮ້ານໄດ້ກ່າວວ່າ “ແຜ່ນດິນໄຫວ
ຄັ້ງນີ້ແມ່ນດົນກວ່າ, ແຕ່ຍັງໄດ້ປິດທ້າຍການສັ່ນສະເທືອນດ້ວຍແຮງກະແທກທີ່ຮຸນ
ແຮງຫຼາຍ, ທີ່ຮູ້ສຶກຄືວ່າ ມັນຈະພັງຮ້ານທັງໝົດລົງເລີຍ.”
ຜູ້ຊຳນານດ້ານແຜ່ນດິນໄຫວກ່າວວ່າ ແຮງສັ່ນສະເທືອນໃນວັນສຸກທີ່ຜ່ານມາແມ່ນຮຸນ
ແຮງກວ່າແຜ່ນດິນໄຫວທີ່ເກີດໃນວັນພະຫັດ 10 ເທື່ອ.
ທ່ານ ມາກ ກີລາດູຈີ ຜູ້ອຳນວຍການໜ່ວຍບໍລິການສຸກເສີນ ຂອງຫ້ອງການຜູ້ປົກຄອງ
ລັດ ຄາລິຟໍເນຍ ໄດ້ກ່າວວ່າ “ແຜ່ນດິນໄຫວໃນວັນສຸກນັ້ນແມ່ນດົນເຕີບ. ມັນຮູ້ສຶກໄດ້
ຢ່າງກວ້າງຂວາງທົ່ວພາກໃຕ້ຂອງລັດຄາລິຟໍເນຍ ແລະ ແມ່ນກະທັ້ງໄກເຖິງພາກເໜືອ
ຄື ເມືອງ ຊາຄຣາເມັນໂຕ້ ນີ້.”
ຜູ້ປົກຄອງລັດ ຄາລິຟໍເນຍ ທ່ານ ແກວິນ ນິວຊຳ ໄດ້ຮ້ອງຂໍການປະກາດພາວະສຸກເສີນ
ປະທານາທິບໍດີ ຈາກປະທານາທິບໍດີ ດໍໂນລ ທຣຳ ແລະ ອົງການບໍລິຫານເຫດສຸກເສີນ
ລັດຖະບານກາງ ເພື່ອການຊ່ວຍເຫຼືອຈາກລັດຖະບານກາງໂດຍກົງ “ເພື່ອສືບຕໍ່ຊ່ວຍ
ເຫຼືອຊຸມຊົນຕ່າງໆ ທີ່ໄດ້ຮັບຜົນກະທົບຈາກເຫດແຜ່ນດິນໄຫວ.”