ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໄຟໄໝ້ປ່າໃນລັດ ຄາລິຟໍເນຍ ແມ່ນນຶ່ງໃນເຫດການ ໄຟໄໝ້ປ່າ ທີ່ຮ້າຍແຮງທີ່ສຸດ ໃນປະຫວັດສາດ ຂອງລັດ


ນັກດັບເພີງ ຈູດໄຟເຜົາບໍລິເວນນຶ່ງ ເພື່ອພະຍາຍາມສະກັດກັ້ນ ການລຸກລາມຂອງໄຟ ຈາກຖະໜົນ ແຊນຕ້າ ອານາ ໃກ້ກັບ ເມືອງ ເວັນຕູຣາ, ລັດຄາລິຟໍເນຍ. 9 ທັນວາ, 2017.
ນັກດັບເພີງ ຈູດໄຟເຜົາບໍລິເວນນຶ່ງ ເພື່ອພະຍາຍາມສະກັດກັ້ນ ການລຸກລາມຂອງໄຟ ຈາກຖະໜົນ ແຊນຕ້າ ອານາ ໃກ້ກັບ ເມືອງ ເວັນຕູຣາ, ລັດຄາລິຟໍເນຍ. 9 ທັນວາ, 2017.

ບັນດາເຈົ້າໜ້າທີ່ດັບເພີງໃນລັດ ຄາລິຟໍເນຍ ທີ່ຕັ້ງຢູ່ພາກຕາເວັນຕົກຂອງ ສະຫະລັດ
ກຳລັງເພັ່ງເລັງໃສ່ຄວາມພະຍາຍາມດັບໄຟປ່າ ຢູ່ພາກຕາເວັນຕົກສຽງເໜືອຂອງນະ
ຄອນ ລອສ໌ ແອນເຈີລິສ໌ ທີ່ໄດ້ເປັນນຶ່ງໃນເຂດຖືກທຳລາຍຫຼາຍທີ່ສຸດ ໃນປະຫວັດສາດ
ຂອງລັດແລ້ວ.

ໄຟປ່າ ທັອມມັສ ໄດ້ເຜົາໄໝ້ພື້ນທີ່ 930 ຕາລາງກິໂລແມັດ ແລະ ໄດ້ທຳລາຍອາຄານ
ຕ່າງໆ 800 ຫຼັງໃນເມືອງ ຊານຕ້າ ບາບາຣາ ນັບຕັ້ງແຕ່ມັນໄດ້ເລີ່ມຂຶ້ນເມື່ອນຶ່ງສັບປະ
ດາທີ່ຜ່່ານມາ. ບັນດາເຈົ້າໜ້າທີ່ກ່າວວ່າ ແປວໄຟແມ່ນຖືກຄວບຄຸມໄດ້ພຽງ 10 ເປີເຊັນ
ເທົ່ານັ້ນ, ແລະ ໃນຂະນະທີ່ບັນດານັກດັບເພີງບາງຄົນ ໄດ້ປະສົບຄວາມສຳເລັດໃນ
ການປາບມັນ ທາງອາກາດນັ້ນ, ມັນກໍຍັງຄົງເປັນໄຟອັນຕະລາຍຢູ່ ເຊິ່ງສາມາດແຜ່
ລາມໄປຢ່າງວ່ອງໄວດ້ວຍລົມທີ່ພັດແຮງ.

ເຈົ້າໜ້າທີ່ດັບເພີງ ລັດຄາລິຟໍເນຍ ໄດ້ກ່າວໃນການກອງປະຊຸມລາຍງານໃນຕອນແລງ
ວັນຈັນມື້ນີ້ວ່າ ເນື້ອທີ່ 160 ກິໂລແມັດ ທາງພາກຕາເວັນຕົກສຽງເໜືອຂອງນະຄອນ
ລອສ໌ ແອນເຈີລິສ໌ ແມ່ນ “ບ່ອນທີ່ຍາກທີ່ສຸດທີ່ຈະມອດໄຟ.” ທ່ານໄດ້ກ່າວວ່າ ໃນຄັ້ງທີ່
ຜ່ານມາ ທີ່ບໍລິເວນດຽວກັນ ໄດ້ຖືກເຜົາໄໝ້ໃນໄຟປ່ານັ້ນແມ່ນປີ 1964, ສະນັ້ນເຊື້ອ
ໄຟຢູ່ທີ່ນັ້ນແມ່ນດົນກວ່າ 50 ປີແລ້ວ.

ເຮືອບິນລຳນຶ່ງໂຮຍສານເຄມີດັບເພີງ ໃນຂະນະທີ່ບັນດານັກດັບເພີງຖືຄວາມໄດ້ປຽບຈາກຍາມທີ່ລົບບໍ່ພັດແຮງ ເພື່ອມອບໄຟ ລີແລັກ, ເຊິ່ງເປັນໄຟປ່າທີ່ເຄື່ອນທີ່ຢ່າງວ່ອງໄວ ໃນເມືອງ ບອນຊໍ, ລັດຄາລິຟໍເນຍ. 8 ທັນວາ 2017.
ເຮືອບິນລຳນຶ່ງໂຮຍສານເຄມີດັບເພີງ ໃນຂະນະທີ່ບັນດານັກດັບເພີງຖືຄວາມໄດ້ປຽບຈາກຍາມທີ່ລົບບໍ່ພັດແຮງ ເພື່ອມອບໄຟ ລີແລັກ, ເຊິ່ງເປັນໄຟປ່າທີ່ເຄື່ອນທີ່ຢ່າງວ່ອງໄວ ໃນເມືອງ ບອນຊໍ, ລັດຄາລິຟໍເນຍ. 8 ທັນວາ 2017.

ເຈົ້າໜ້າທີ່ຫຼາຍກວ່າ 5,700 ຄົນໄດ້ເຂົ້າຮ່ວມໃນການພະຍາຍາມມອດໄຟ ທັອມມັສ,
ເຊິ່ງແມ່ນນຶ່ງໃນບ່ອນທີ່ຖືກໄຟໄໝ້ຫຼາຍແຫ່ງໃນພາກໃຕ້ຂອງລັດຄາລິຟໍເນຍ.

ແຕ່ບັນດາລູກທີມ ໄດ້ທຳຄວາມກ້າວໜ້າທີ່ສຳຄັນ ໃນການຄວບຄຸມໄຟແຫ່ງອື່ນໆເຊິ່ງ
ມີຂະໜາດນ້ອຍກວ່າຫຼາຍ.

ໄຟໄໝ້ ໄດ້ບັງຄັບປະຊາຊົນຫຼາຍກວ່າ 200,000 ຄົນຕ້ອງອົບພະຍົບ ອອກຈາກບ້ານ
ເຮືອນຂອງເຂົາເຈົ້າ. ຕົວເລກດັ່ງກ່າວ ໄດ້ເພີ່ມຂຶ້ນຕື່ມໃນວັນອາທິດວານນີ້ ດ້ວຍການ
ອົບພະຍົບຂອງປະຊາຊົນ ຫຼາຍກວ່າເກົ່າໃນເມືອງ ແຊນຕ້າ ບາບາຣາ ໃນຂະນະທີ່ໄຟ
ທີ່ໃຫຍ່ທີ່ສຸດໃນພາກພື້ນໄດ້ລາມໄປພາກຕາເວັນຕົກ. ບັນດາເຈົ້າໜ້າທີ່ໄດ້ແຈກຢາຍ
ໜ້າກາກ ເພື່ອຊ່ວຍປ້ອງກັນປະຊາຊົນຈາກການສູບດົມເອົາຄວັນ, ແລະ ໂຮງຮຽນ
ຫຼາຍແຫ່ງແມ່ນໄດ້ຖືກອັດໄວ້.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ສະແດງປະຕິກິລິຍາຕອບໂຕ້ຕໍ່ໄຟໃນວັນສຸກທີ່ຜ່ານ
ມາ ດ້ວຍການອອກຖະແຫຼງການລັດຖະບານກາງ ກ່ຽວກັບ ສະຖານະການສຸກເສີນ
ສຳລັບລັດ ຄາລິຟໍເນຍ, ເປີດທາງໃຫ້ອົງການລັດຖະບານກາງຕ່າງໆ ຊ່ວຍປະສານ
ຄວາມພະຍາຍາມບັນເທົາທຸກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG