ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຸຂະພາບ: Calcium ສູງ ອາດພາໃຫ້ເປັນ ມະເຮັງໃນຕ່ອມນ້ຳກາມ


ການບໍລິໂພກອາຫານ ທີ່ມີທາດແຄລຊຽມສູງ ອາດສາມາດພາໃຫ້ເປັນມະເຮັງ ໃນຕ່ອມນໍ້າກາມໄດ້.
ການບໍລິໂພກອາຫານ ທີ່ມີທາດແຄລຊຽມສູງ ອາດສາມາດພາໃຫ້ເປັນມະເຮັງ ໃນຕ່ອມນໍ້າກາມໄດ້.

ການ​ສຶກສາຄົ້ນຄວ້າ​ໃໝ່​​ສະແດງໃຫ້ວ່າ ການ​ກິນ​ອາຫານ​ທ່ີ​ມີ​ທາດ calcium ສູງຫຼາຍນັ້ນ ອາດ​​ເພິ່ມທະວີຄວາມ​​ສ່ຽງຕໍ່ການເປັນ ໂຣກມະ​ເຮັງ​ໃນ​ຕ່ອມ​ນ້ຳກາມໄດ້.

ອັດຕາການ​ເປັນ​ໂຣກມະ​ເຮັງ​ໃນຕ່ອມ​ນ້ຳກາມ​ຂອງ​ຜູ້​ຊາຍ ຢູ່​ໃນ​ໂລກ​ຕາ​ເວັນ​ຕົກ ​ແມ່ນມີ​ສູງ​ກວ່າຢູ່​ໃນ​ຫຼາຍໆ​ປະ​ເທດ​ໃນ​ເອ​ເຊັຽ. ພວກ​ນັກ​ຊ່ຽວຊານ​ບາງ​ຄົນເຊ່ືອວ່າ ທັງ​ນີ້​ແມ່ນ​ເປັນ​ຍ້ອນ​ວ່າ ຊາວ​ຕາ​ເວັນ​ຕົກ​ພາກັນ​ບໍລິ​ໂພ​ກອາຫານທີ່ຜະລິດ​ຈາກ​ນ້ຳ​ນົມ​ສັດ ຫຼາຍ​ກວ່າ​ຊາວ​ເອ​ເຊັຽ. ບາງທີ ​ທາດ calcium ທ່ີ​ມີລະດັບ​ສູງຫລາຍຢູ່​ໃນນ້ຳນົມນັ້ນ ອາດພາ​ໃຫ້​ອັດຕາການ​ສ່ຽງຕໍ່ ​ການ​ເປັນ​ໂຣກມະ​ເຮັງ​ໃນ​ຕ່ອມ​ນ້ຳກາມ ມີສູງຂຶ້ນ ກໍ​ເປັນ​ໄດ້.

ການ​ຄົ້ນຄວ້າ​ບາງ​ອັນ​ພົບ​ເຫັນ​ວ່າ ພວກ​ຜູ້​ຊາຍ​ທ່ີ​ບໍລິໂພ​ກຜະລິດຕະພັນ​ຈາກ​ນ້ຳນົມ​ຫຼາຍ​ທ່ີ​ ສຸດ ​ແມ່ນ​ມີ​ການ​ສ່ຽງ​ສູງ​ກວ່າ. ​ແຕ່ການ​ສຶກສາ​ອື່ນໆກ່ຽວ​ກັບ​ຄວາມ​ກ່ຽວ​ພັນກັນລະຫວ່າງນ້ຳ ນົມ, ​ທາດ calcium, ກັບ​ໂຣກມະ​ເຮັງໃນ​ຕ່ອມ​ນ້ຳກາມ ​ຊ້ຳພັດ​ລົງ​ຄວາມ​ເຫັນ​ທີ່ແຕກ ຕ່າງ​ໄປ.

ການ​ຄົ້ນຄວ້າ​ສ່ວນ​ໃຫຽ່ ​ແມ່ນ​ເຮັດ​ຂຶ້ນ​ຢູ່​ໂລກ​ຕາ​ເວັນ​ຕົກ. ​ໃນ​ບົດ​ຄົ້ນ​ຄ້ວາ​ໃໝ່​ອັນ​ນ່ຶງ​ທ່ີ​ພິມ​ລົງ​ໃນວາລະສານ Cancer Research ນັ້ນ ທ່ານນາງ Lesley Butler ຢາກ​ສຶກສາ​ເບິ່ງວ່າ ການບໍລິໂພ​ກທາດ calcium ເຂົ້າ​ໄປນັ້ນ ​ມີ​ຜົນ​ກະທົບ​ແນວ​ໃດ ຕໍ່ພວກ​ຜູ້​ຊາຍ​ໃນ​ອີກກຸ່ມ​ນ່ຶງ ຄື​ພວກ​ຜູ້​ຊາຍ​ຊາວຈີນໃນ​ສິງກະ​ໂປ.​ ທ່ານນາງ Lesley Butler ​ເວົ້າວ່າພວກ​ເຮົາໄດ້ສຶກ ສາ​ເບິ່ງ​ການ​ກິນທາດ calcium ​ໃນ​ໝູ່​ປະຊາຊົນ ຜູ້​ທ່ີ​ບໍ່​ບໍລິໂພ​ກທາດ calcium ຫຼາຍພໍ​ທ່ໍ ໃດ ​ເພ່ືອ​ສົມ​ທຽບ​ໃສ່​ກັບ​ປະຊາຊົນ​ຊາວ​ຕາ​ເວັນ​ຕົກ.”

ທາດ calcium ໃນອາຫານ​ການ​ກິນ​ຂອງ​ຊາວ​ຈີນ​ສິງກະ​ໂປ​ສ່ວນ​ຫຼາຍ​ ແມ່ນ​ໄດ້​ມາ​ຈາກຈໍາ ພວກ​ຜັກ ຈໍາພວກອາຫານ​ປະ​ເພດເມັດ​ ​ແລະ​ໝາກ​ຖົ່ວ​ເຫຼືອງ. ສ່ວນຈາກ​ນ້ຳ​ນົມ​ສັດ​ນັ້ນ​ ແມ່ນ​ມີ​ໜ້ອຍ. ທ່ານ​ນາງ Butler ພ້ອມ​ດ້ວຍ​ເພ່ືອນ​ຮ່ວມ​ງານ ທັງ​ຢູ່​ໃນສະຫະລັດ ​ແລະສິງ ກະ​ໂປ ພາກັນ​ສຶກສາເບິ່ງ​ພວກຜູ້​ຊາຍຊາວ​ຈີນສິງກະ​ໂປ​ກຸ່ມ​ນ່ຶງ ຈຳນວນຫຼາຍ​ກວ່າ 27 ພັນ​ ຄົນ ທ່ີ​ປະກອບສ່ວນ​ໃນ​ການ​ສຶກສາ​ດ້ານ​ສຸຂະພາບ​ຍາວ​ນານ. ທ່ານ​ນາງ Butler ​ເວົ້າວ່າ ຄວາມ​ຈິງ​ແລ້ວ ພວກ​ເຮົາ​ໄດ້​ພົບ​ເຫັນ​ວ່າ​ ມີຄວາມ​ສ່ຽງໃນ​ລະດັບສູງ​ຂຶ້ນທ່ໍໆ​ກັນ ​ເຖິງ​ແມ່ນ ​ຈະມີ​ການ​ບໍລິ​ໂພ​ກ​ທາດ calcium ໜ້ອຍ​ກວ່າ​ກໍຕາມ. ພວກ​ຜູ້​ຊາຍ​ທ່ີ​ກິນທາດ​ calcium ຫຼາຍ​ທ່ີ​ສຸດ ຈະ​ມີ​ການ​ສ່ຽງຕໍ່​ການ​ເປັນ​ໂຣກມະ​ເຮັງ​ໃນ​ຕ່ອມ​ນ້ຳກາມ ຫຼາຍ​ກວ່າ​ຜູ້​ທ່ີ​ກິນ​ທາດ calcium ໜ້ອຍທ່ີ​ສຸດເຖິງ​ສອງ​ເທ່ົາ​. ຄວາມ​ແຕກ​ຕ່າງ​ທ່ີ​ວ່າ​ນີ້​ແມ່ນເທົ່າໆ​ກັນໃນລະຫວ່າງ ​ພວກ​ທ່ີ​ກິນ​ທາດ calcium ຫຼາຍທ່ີສຸດ​ກັບ​ພວກ​ທ່ີ​ກິນໜ້ອຍທ່ີ​ສຸດ​ ໃນການ​ສຶກສາ​ເບິ່ງພວກ ​ຜູ້​ຊາຍ​ຕາ​ເວັນ​ຕົກ.

ແຕ່​ວ່າ​ ຜົນ​ການ​ສຶກສາ​ທີ່​ວ່າ​ນີ້ ມີ​ຄວາມ​ໝາຍ​ສຳລັບ​ພວກ​ຜູ້​ຊາຍ ທ່ີ​ຈ່ອຍ​ກວ່າພວກ​ທ່ີ​ມີ ​ຮ່າງກາຍຂະໜາດ​ກາງ. ທ່ານ​ນາງ Butler ກ່າວວ່າ ບາງທີ ນັ້ນ​ກໍ​ອາດ​ເປັນ​ເພາະວ່າ ລະບົບ​ເຜົາ​ຜານຂອງ​ຄົນ​ຈ່ອຍ ​ສາມາດດູດຊືມ​ເອົາທາດ calcium ໄດ້​ຫລາຍກ​ວ່າ​ພວກ​ຄົນ​ຕຸ້ຍ​ພີ.

ອັດຕາທົ່ວ​ໄປ​ຂອງ​ການ​ເປັນໂຣກມະ​ເຮັງ​ໃນ​ຕ່ອມ​ນ້ຳກາມໃນ​ໝູ່ພວກ​ທ່ີ​ມີທາດ calcium ​ສູງ ​ແຕ່​ມີຮ່າງກາຍຈ່ອຍ​ຜອມ​ ຫລື​ມີນ້ຳໜັກໃນລະດັບ​ຕໍ່ານັ້ນ ແມ່ນປະມານ​ເຄິ່ງ​ນ່ຶງ​ຂອງ​ອັດຕາສ​ະ​ເລ່ຽ ຢູ່​ໃນສະຫະລັດ.

ທ່ານນາງ Butler ເວົ້າ​ຕ່ືມ​ວ່າ ການ​ສຶກສາ​ຄົ້ນ​ຄວ້າ​ທ່ີ​ວ່າ​ນີ້​ ບໍ່​ໄດ້​ມີ​ເປົ້າ​ໝາຍ​ຊັກ​ຊວນ​ໃຫ້​ຜູ້ ​ຄົນ​ເຊົາ​ກິນ​ອາຫານ​ທ່ີ​ຜູ້​ຊາຍ​ຊາວ​ຈີນ​ສິງ​ກະ​ໂປ​ບໍລິ​ໂພ​ກກັນ ​ແຕ່​ຢ່າງ​ໃດ. ເວົ້າ​ທົ່ວ​ໄປ​ແລ້ວ ​ຈຳພວກ​ຜັກ ຈຳພວກ​ອາຫານ​ປະ​ເພດເມັດ ​ແລະ​ໝາກ​ຖົ່ວ​ເຫຼືອງ ແມ່ນ​ເປັນ​ອາຫານ​ທ່ີ​ມີ​ປະ​ ໂຫຽດຕໍ່​ສຸຂະ​ພາບ.

ທ່ານ​ນາງ Butler ​ເວົ້າວ່າ ທາດ​ calcium ​ແມ່ນສິ່ງ​ທ່ີ​ເຮົາ​ສັນນິຖານ​ກັນ​ວ່າ ​ມີ​ສ່ວນ​ພົວ ພັນ​ກັບ​ການ​ສ່ຽງ​ຕໍ່​ການເປັນ​ໂຣກມະ​ເຮັງ​ໃນ​ຕ່ອມ​ນ້ຳກາມ. ການ​ສຶກສາຄົ້ນ​ຄວ້າ​ຂອງ​ພວກ​ ເຮົາ​ບໍ່​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ໃນ​ອາຫານ​ຈຳພວກ​ນີ້ ບໍ່​ມີ​ອັນ​ໃດ ທ່ີ​ພົວພັນ​ກັບ​ການ​ເປັນ​ໂຣກ ມະ​ເຮັງ​ໃນ​ຕ່ອມ​ນ້ຳກາມເລີຍ.

ຄື​ກັນ​ກັບ​ການສຶກສາຄົ້ນຄວ້າ​ອື່ນໆຫັ້ນ​ແຫຼ໊ະ ບໍ່​ມີ​ການ​ສຶກສາ​ແຕ່​ພຽງ​ອັນ​ດຽວ​ອັ​ນ​ໃດ ທ່ີ​ຈະ​ໃຫ້​ຄຳ​ຕອບ​ໄດ້ແກ່​ພວກ​ເຮົາ​ໄດ້ ກ່ຽວ​ກັບ​ບົດບາດ​ຂອງ​ທາດ calcium ໃນ​ການ​ເປັນ​ໂຣກມະ​ເຮັງ​ຕ່ອມ​ນ້ຳກາມ. ​ແຕ່​ທ່ານນາງ Butler ກ່າວ​ວ່າ ການ​ຄົ້ນ​ຄວ້າ​ຂອງ​ນາງ ແນະ​ໃຫ້​ຮູ້​ວ່າ ມັນເປັນ​ການ​ກຸ້ມ​ຄ່າ​ຢູ່ ທ່ີ​ຈະ​ສຶກສາ​ຄົ້ນຄວ້າໃຫ້ເລິກລົງໄປ​ຕ່ຶມ.

XS
SM
MD
LG