ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກປະທ້ວງໃນໄຄໂຣ ສືບຕໍ່ຂັດຄໍາສັ່ງ ຂອງທະຫານ ທີ່ໃຫ້ຢຸດປະທ້ວງ (ສະໄລດ໌/ວີດິໂອ)


Behind Barricades, Some Egyptians Vow Resistance
please wait

No media source currently available

0:00 0:02:05 0:00
ລິງໂດຍກົງ

ເບິ່ງວີດິໂອ ກ່ຽວກັບຂ່າວນີ້.

ພວກ​ປະຊາຊົນ​ທີ່​ສະໜັບສະໜຸນ​ປະທານາທິບໍດີ Mohamed
Morsi ທີ່​ໄດ້​ຖືກ​ໂຄ່ນ​ລົ້ມ​ໄປ​ແລ້ວ​ນັ້ນ ຍັງພາກັນ​ສືບ​ຕໍ່​ປະ​ທ້ວງ​
ຢູ່​ໃນ​ນະຄອນຫຼວງ​ໄຄໂຣຂອງ​ອີ​ຈິບ ​ເຖິງ​ແມ່ນໄດ້​ມີ​ຄໍາສັ່ງ​ຈາກ
ກໍາລັງ​ຮັກສາ​ຄວາມ​ປອດ​ໄພ ​ໃຫ້​ຍຸຕິແລະ​ສະຫຼາຍຕົວ​ໄປ ​ກໍ​ຕາມ.

ສະຖານະ​ການ​ທີ່​ເມືອງ Nasr ຂອງ​ໄຄ​ໂຣ ຂ້ອນ​ຂ້າງ​ງຽບ​ສະຫງົບ
​ໃນ​ຕອນ​ເຊົ້າວັນ​ອາທິດມື້​ນີ້ ຫຼັງຈາກ​ການ​ສູ້​ລົບ​ກັນລ​ະຫວ່າງ
ກໍາລັງ​ຮັກສາຄວາມ​ປອດ​ໄພ ​ແລະ​ພວກ​ສະໜັບສະໜຸນ​ທ່ານ
Morsi ທີ່​ໄດ້​ສັງຫານ ​ຢ່າງ​ໜ້ອຍ 74 ຄົນ ​ທີ່​ນະຄອນຫຼວງ​ໄຄ​ໂຣ
​ແລະ​ເມືອງ Alexandria ນັບ​ຕັ້ງ​ແຕ່​ວັນ​ສຸກ​ເປັນ​ຕົ້ນ​ມາ. ​ແລະ
​ບາດ​ເຈັບ​ອີກ​ປະມານ ນຶ່ງ​ພັນ​ຄົນ.

ຂ່າວເຫດການປະທ້ວງ ທີ່ Cairo ປະເທດອີຈິບ
please wait

No media source currently available

0:00 0:02:45 0:00

ຂະ​ບວນການພະລາດອນພາບ​ມຸສລິ​ມ ຂອງ​ທ່ານ​ Morsi ​ເວົ້າເມື່ອ​ວັນ​ເສົາ​ວານ​ນີ້​ວ່າ ຕໍາຫຼວດ​ໄດ້ເປີດ​ສາກ​ຍິງໃສ່ພວກ​ເດີນ​ຂະ​ບວນປະ​ທ້ວງ​ທີ່ບໍ່​ມີ​ອາວຸດ ຢູ່​ເມືອງ Nasr ບ່ອນ​ສະມາຊິກ​ຂອງພັກ​ພະລາດອນພາບ​ມຸສລິ​ມ ພາກັນ​ກາງ​ເຕັ້ນ​ປະ​ທ້ວງ​ ມາເປັນ​ເວລາຫຼາຍ
ອາທິດ ເພື່ອ​ທວງ​ໃຫ້ນໍາ​ເອົາ​ທ່ານ Morsi ກັບ​ມາ​ເປັນ​ປະທານາທິບໍດີ​ຄືນ​ອີກນັ້ນ.

​ເຈົ້າໜ້າ​ທີ່​ອີ​ຈິບ​ປະຕິ​ເສດ​ຂໍ້​ກ່າວ​ຫາ​ນັ້ນ ​ໂດຍ​ກ່າວ​ວ່າ ຕໍາຫຼວດພຽງ​ແຕ່ຍິງລະ​ເບີດ​ນໍ້າຕາ​ໃສ່​ພວກ​ປະ​ທ້ວງ ​ແລະ​ວ່າ​ພວກ​ເດີນ​ຂະ​ບວນປະ​ທ້ວງ​ທີ່​ສະໜັບສະໜຸນ​ທ່ານ Morsi ນັ້ນ ​ເປັນ​ຝ່າຍ​ກໍ່​ຄວາມ​ຮຸນ​ແຮງ.

ທີ່​ເມືອງ Alexandria ​ເຈົ້າໜ້າ​ທີ່​ອີ​ຈິບ​ເວົ້າ​ວ່າ ພວກ​ປະຊາຊົນ​ທີ່ຢູ່​ໃນ​ວັດອີສລາມ​ແຫ່ງ​ນຶ່ງ ​ໄດ້​ຍິງ​ໄປ​ໃສ່​ຄຸ້ມ​ໃກ້​ຄຽງ​ເມື່ອ​ວັນ​ເສົາ​ວານ​ນີ້ ​ແຕ່ຝ່າຍ​ສະໜັບສະ​ໜຸນ​ທ່ານ Morsi ​ເວົ້າ​ວ່າ ພວກ​ມືປືນ​ໄດ້​ຍິງ​ໃສ່​ວັດ​ອີສລາມ.

​ເມື່ອ​ວັນ​ເສົາ​ວານ​ນີ້ ທ່ານ ຈອນ ​ແຄ​ຣີ ລັດຖະມົນຕີ​ຕ່າງປະ​ເທດສະຫະລັດ ໄດ້​ເອີ້ນ​ໄລຍະ
ເວລາ​ນີ້​ວ່າ ​ເປັນ​ຊ່ວງ​ເວລາຫົວລ້ຽວຫົວຕໍ່ ສໍາລັບ​ອີ​ຈິບ ​ແລະ​ເຕືອນ​ວ່າ ​ເຫດການ​ກໍ່​ຄວາມ​ຮຸນ​ແຮງ​ນັ້ນ ມີ​ແຕ່​ຈະ​ທັບ​ມ້າງຄວາມ​ກ້າວໜ້າ​ໃນ​ການ​ສ້າງ​ຄວາມ​ປອງ​ດອງ​ຊາດ ​ແລະ
ປະຊາທິປະ​ໄຕຂອງ​ອີ​ຈິບ​ເທົ່າ​ນັ້ນ.

ທ່ານ ​ແຄ​ຣີ ​ເວົ້າ​ວ່າ ​ເຈົ້າໜ້າ​ທີ່​ອີ​ຈິບ ມີ​ພັນທະ​ທາງ​ສິນລະ​ທໍາ​ ​ແລະ​ທາງກົດໝາຍ ທີ່​ຈະ
ຕ້ອງ​ເຄົາ​ລົບ​ນັບຖື ​ເສລີພາ​ບ​ໃ​ນການ​ປາກ​ເວົ້າ ​ແລະ​ການ​ເຕົ້າໂຮມ​ກັນ. ພ້ອມ​ດຽວ​ກັນ ທ່ານ​ຮຽກຮ້ອງ​ໃຫ້​ທໍາ​ການ​ສືບສວນສອບ​ສວນ​ທີ່​ບໍ່​ເຂົ້າຂ້າງ​ຝ່າຍໃດ ກ່ຽວ​ກັບ​ເຫດການຮຸນ​ແຮງ​ຄັ້ງ​ລ່າ​ສຸດ​ນີ້.

ທ່ານ ​Morsi ໄດ້​ຖືກ​ຄຸມຕົວ​ໄວ້​ທີ່​ສະຖານ​ກັກ​ຂັງ​ລັບ​ຂອງ​ກອງທັບ ນັບ​ຕັ້ງແຕ່​ວັນ​ທີ 3 ກໍລະ
ກົດເປັນ​ຕົ້ນ​ມາ. ​ເຈົ້າໜ້າ​ທີ່​ເວົ້າ​ວ່າ ພວກ​ເຂົາ​ເຈົ້າກໍາລັງ ສືບສວນ​ສອບ​ສວນ​ຂໍ້​ກ່າວ​ຫາ​ຕ່າງໆ​ທີ່ວ່າ ທ່ານ Morsi ​ໄດ້​ສົມຮູ້​ຮ່ວມ​ຄິດ​ກັບ​ກຸ່ມ​ຮາມາສຫົວ​ຮຸນ​ແຮງ​ປາ​ແລັສ​ໄຕນັ້ນ.


ຊາກສົບຊາວອີຈິບຜູ້ເສຍຊີວິດ
XS
SM
MD
LG