ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມລັດອິສລາມ ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີ ທີ່ອິຈິບ


Egypt Blast
please wait
Embed

No media source currently available

0:00 0:00:40 0:00

ກຸ່ມທີ່ເປັນເຄືອຂ່າຍຂອງລັດອິສລາມ ໄດ້ອ້າງເອົາງຄວາມຜິດ
ຊອບໃນການໂຈມຕີດ້ວຍລົດ ລະເບີດຂະໜາດແຮງ ຢູ່ນອກ
ຕຶກໂຮງການຮັກສາຄວາມສະຫງົບຂອງລັດ ທີ່ນະຄອນຫຼວງ
ໄຄໂຣ ໃນຕອນເຊົ້າວັນພະຫັດມື້ນີ້ ທີ່ເຮັດໃຫ້ຫຼາຍສິບຄົນໄດ້
ຮັບບາດເຈັບ ໃນການໂຈມຕີ ຄັ້ງຫລ້າສຸດຂອງພວກຫົວຮຸນແຮງ.

ເຈົ້າ​ໜ້າ​ທີ່​ທ້ອງຖິ່ນ ກ່າວ​ວ່າ ມີ​ຕຳຫຼວດ​ຢ່າງ​ນ້ອຍ 6 ຄົນ ຮວມຢູ່
ໃນພວກທີ່ໄດ້ຮັບບາດເຈັບໃນເຫດລະເບີດຂະໜາດແຮງ ທີ່ໄດ້ທຳລາຍດ້ານໜ້າຂອງຕຶກໂຮງການລັດຖະບານແລະ ເຮັດໃຫ້ແກ້ວປ່ອງຢ້ຽມຂອງຕຶກອາຄານບ້ານເຮືອນທີ່ຢູ່ໃກ້ຄຽງ ໃນຄຸ້ມ Shubra ນັ້ນແຕກ.

ພວກ​ເຫັນ​ເຫດການ​ກ່າວ​ວ່າ ຜູ້ໂຈມຕີໄດ້ຈອດລົດທີ່ເຕັມໄປດ້ວຍລະເບີດໄວ້ຢູ່​ຂ້າງ​ນອກ​ຕຶກ​ດັ່ງກ່າວ ກ່ອນ​ທີ່​ຈະ​ຫລົບໜີໄປນຳ​ລົດ​ອີກຄັນນຶ່ງ. ສຽງລະ​ເບີດແມ່ນດັງ​ແຮງຫຼາຍ ພາ​ໃຫ້​ຜູ້​ຄົນ​ທີ່​ລັບ​ນອນ​ນັ້ນ​ຕື່ນ ​ໃນ​ທົ່ວ​ນະຄອນຫຼວງ ອິງ​ຕາມ​ລາຍ​ງານ​ຈາກ​ສື່​ສັງຄົມ ທີ່​ນຳ​ອອກ​ມາ​ເຜີຍ​ແຜ່ນັ້ນ.

“ທະຫານຂອງລັດອິສລາມ” ເປັນຜູ້ທຳການໂຈມຕີ ອີງຕາມຖະແຫຼງການຜ່ານທາງບັນຊີ Twitter ທີ່ພົວພັນກັບແຂວງ Sinai ທີ່ໄດ້ປະຕິຍານວ່າ ຈະຈົງຮັກພັກດີຕໍ່ກຸ່ມລັດອິສລາມ ນັ້ນ.

ພວກຫົວ​ຮຸນ​ແຮງ​ໄດ້​ສັງຫານ​ຕຳຫຼວດຫຼາຍ​ຮ້ອຍ​ຄົນ​ແລ້ວ ​ໃນ​ຄື້ນ​ຟອງ​ຂອງການ​ໂຈມ​ຕີ​ທີ່​ແນ​ເປົ້າ​ໝາຍ​ໃສ່ເຈົ້າ​ໜ້າທີ່ ນັບ​ຕັ້ງ​ແຕ່​ປີ 2013 ​ເປັນ​ຕົ້ນ​ມາ ຫລັງຈາກພວກທະຫານໄດ້​ໂຄ່ນ​ລົ້ມ​ປະທານາທິບໍດີຂອງພັກສາສະໜາອິສລາມ ທ່ານ​ Mohamed Morsi. ​ໃນເມື່ອ​ມໍ່ໆ​ມາ​ນີ້ ພວກຫົວ​ຮຸນ​ແຮງໄດ້ເພັ່ງເລັງການໂຈມ​ຕີຂອງຕົນ ໃສ່​ພວກ​ພົນລະ​ເຮືອນ.

ການໂຈມ​ຕີ​ຄັ້ງ​ຫຼ້າ​ສຸດ ມີ​ຂຶ້ນ​ບໍ່​ເທົ່າ​ໃດ​ມື້ ຫຼັງ​ຈາກອີ​ຈິບ​ໄດ້​ຮັບຮອງ​ເອົາ​ກົດໝາຍ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ ທີ່ມີຄວາມໝາຍຄຸມເຄືອບໍ່ຈະແຈ້ງ ສະບັບໃໝ່ ຊຶ່ງ​ພວກ​ນັກວິ​ຈານ​ ກ່າວ​ວ່າ ​ເປັນຄວາມ​ພະຍາຍາມ​ເພື່ອເຮັດ​ໃຫ້​ການລ່ວງ​ລະ​ເມີດ​ສິດທິ​ມະນຸດ​ຂອງລັດຖະບານ ເປັນທີ່ ຖືກຕ້ອງຊອບທຳຕາມກົດໝາຍ.

XS
SM
MD
LG