ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພະກາດີນານ ເຕົ້າໂຮມກັນ ເລືອກເອົາ ພະສັນຕະປາປາ ອົງໃໝ່ (ສະໄລດ໌/ວີດີໂອ)


ບັນດາພະກາ​ດີ​ນານ ກໍາລັງທໍາ​ການຄັດ​ເລື​ອກ​ເອົາ​ ພະ​ສັນ​
ຕະປາປາ ອົງ​ໃໝ່​ຂອງ​ສາສະໜາຄາ​ໂທ​ລິກ ທີ່ກຸງວາຕິກັນ.
ບັນດາພະກາ​ດີ​ນານ ກໍາລັງທໍາ​ການຄັດ​ເລື​ອກ​ເອົາ​ ພະ​ສັນ​ ຕະປາປາ ອົງ​ໃໝ່​ຂອງ​ສາສະໜາຄາ​ໂທ​ລິກ ທີ່ກຸງວາຕິກັນ.
ບັນດາພະກາ​ດີ​ນານ ຊຶ່ງມີໜ້າ​ທີ່ໃນ​ການຄັດ​ເລື​ອກ​ເອົາ​ ພະ​ສັນ​
ຕະປາປາ ອົງ​ໃໝ່​ຂອງ​ສາສະໜາຄາ​ໂທ​ລິກນັ້ນ ຈະ​ເລີ້ມລົງ​
ຄະ​ແນນ​ສຽງ​ໃນ​ວັນ​ອັງ ຄານ​ມື້​ນີ້​ເອົາຜູ້​ມາ​ສືບ​ທອດຕໍ​າ​ແໜ່​ງ​ແທນ
​ພະ​ສັນ​ຕະປະ​ປາ Benedict.

ບັນດາ​ພະກາ​ດີ​ນານ 115 ອົງ​ໄດ້​ພາກັນ​ໄປ​ຮ່ວມການ​ປະກອບພິ
ທີ​ທາງ​ສາສະໜາ​ພິ​ເສດ ກ່ອນ​ຈະໄປ​ເຂົ້າ​ປະຊຸ​ມ​ໃຫຍ່ ທີ່ວັດSistine ​ໃນ​ກຸງ​ວາຕິ​ກັນ
ເພື່ອ​ຮ່ວ​ມ​ໃນ​ພິທີ​ສູດ​ມົນ ​ແລະ​ໄຄ່​ຄວນ​ພິຈາລະນາ. ​ບັນດາ​ພະ ກາ​ດີ​ນານ​ເຫຼົ່ານີ້ຈະ​ພາ
ກັນ​ຢູ່​ຢ່າງ​ໂດດດ່ຽວ​ຈາກ​ໂລກ​ພາຍ​ນອກ​ຈົນ​ກວ່າ ວ່າ ຈະ​ມີ​ການ​ເລືອກເອົາພະ​ສັນຕະ
ປາປາອົງ​ໃໝ່.

ບໍ່​ມີ​ຜູ້​ໃດ​ສາມາດ​ບອກ​ໄດ້​ວ່າ ຂັ້ນຕອນ​ດັ່ງກ່າວ​ຈະ​ໃຊ້​ເວລາດົນ​ປານ​ໃດ. ​ບັນດາ​ກາ​ດີ​ນານຈະ​ພາກັນ​ລົງ​ຄະ​ແນນ​ສຽງ​ບໍ່​ກາຍ​ສີ່​ເທື່ອ​ຕໍ່​ມື້ ຄື​ໃນຕອນ ເຊົ້າ​ສອງ​ເທື່ອ ແລະ​ຕອນ
ແລງ​ສ​ອງ​ເທື່ອ. ​ໂລກ​ຈະ​ຮູ້​ໄດ້​ວ່າເມື່ອ​ໃດ​ສາສະ ໜາ​ຄາ​ໂທ​ລິກ​ສາມາດ​ເລືອກ​ເອົາ​ຜູ້​ນໍາ​ຄົນ​ໃໝ່​ໄດ້​ແລ້ວໃນ​ເວລາທີ່​ມີ​ຄວັນ​ສີຂາວ ພຸ່ງຂື້ນ​ມາ​ຈາກ​ທໍ່​ຄວັນ​ພິ​ເສດ​ ຢູ່​ເທິງຫລັງຄາຂອງ​ວັດ​ດັ່ງກ່າວ​.


ພະ​ສັນ​ຕະປະ​ປາ​ອົງ​ໃໝ່ ຈະ​ຕັ້ງ​ຕ້ອງ​ໄດ້​ຮັບຄະ​ແນນ​ສຽງ​ຢ່າງ​ໜ້ອຍ 77 ​ສຽງ ຊຶ່ງ​ເປັນຄະ​ແນນ​ສຽງ​ສອງ​ສ່ວນ​ສາ​ມ. ໃນ​ເວລາ​ນີ້ ຍັງ​ບໍ່​ມີ​ພະກາ​ດີ​ນານ​ອົງ​ໃດ ໄດ້​ຮັບ​ຄະ​ແນນ​ນຳ​ໜ້າ​ໝູ່​.
ພະ​ສັນ​ຕະປະ​
ປາ Benedict ​ຊົງ​ສ້າງ​ຄວາມ​ຕື່ນ​ຕົກໃຈ​ໃຫ້​ແກ່ໂລກ​ໃນ​ເດືອນ​ແລ້ວ​ນີ້ ຫລັງ​ຈາກ​ພະ​ອົງໄດ້​ເປັນ​ຜູ້​ນໍາ​ຄົນ​ທໍາ​ອິດ​ຂອງສາສະໜາ​ຄາ​ໂທ​ລິກ ທີ່​ໄດ້ລາ​ອອກ​ຈາກ​ໜ້າ​ທີ່​ດ້ວຍ​ຄວາມ​ສະໝັກ​ໃຈເປັນ​ຄັ້ງ​ທໍາ​ອິດ​ໃນຮອບ 600 ປີ.

​ເວລາ​ໃດ​ທີ່​ບໍ່​ໄດ້​ຢູ່​ໃນ​ວັດ Sistine Chapel ນັ້ນ ບັນດາພະກາ​ດີ​ນານ​ເຫລົ່າ​ນີ້ ຈະ​ຕ້ອງ​ໄດ້​ຢູ່ໃນສະຖານ​ທີ່​ພັກ​ເຊົາຂອງ​ວາ​ຕິ​ກັນທີ່​ຖືກ​ຕັດຂາດ ຈາກ​ໂລກ​ພາຍ​ນອກໂດຍບໍ່​ມີ
ໂທລະພາບ​ໃຫ້​ເບິ່ງ​ແລະ​ໂທລະສັບ​ໃຫ້​ໃຊ້.

Vatican Pope
please wait
Embed

No media source currently available

0:00 0:00:57 0:00
XS
SM
MD
LG