ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະມາຊິກສະພາສູງ Robert Byrd ເສຍຊີວິດ


ສະ​ມາ​ຊິກ​ສະພາສູງ Robert Byrd ທີ່ກຳ​ຕ່ຳແຫນ່​ງ​ເປັນ​ເວລາ​ຍາວ​ນານ​ທີ່ສຸດ​ ຢູ່​ໃນລັດຖະ​ສະພາຂອງ​ສະຫະລັດ​ ໄດ້ເສຍ​ຊີວິດ​ແລ້ວ.ໂຄສົກ​ຂອງ​ ທ່ານ Byrd ຜູ້ທີ່​ມີອາຍຸ 92 ປີ ຈາກ​ພັກ Democrat ຈາກລັດ West Virginia ​ກ່າວ​ວ່າ ທ່ານ Byrd​ ເສຍ​ຊີວິດ​ລົງ​ຢ່າງ​ ສະ​ງົບ​ງຽບ​ໃນ​ເວລາ 3:00 ​ເຊົ້າ ​ຕາມ​ເວລາທ້ອງ​ຖິ່ນ​ທີ່​ໂຮງພະຍາບານ ​ໃນນະຄອນຫລວງ Washingotn DC.

ທ່ານ Byrd ​ໄດ້​ໄປ​ຮັກສາ​ຕົວ​ທີ່​ໂຮງພະຍາບານ​ຕັ້ງ​ແຕ່​ອາທິດ​ທີ່​ແລ້ວນີ້. ທຳ​ອິດ​ ຄິດກັນ​ວ່າ​ທ່ານ​ພຽງ​ແຕ່​ບໍ່​ສະບາຍ​ຍ້ອນອາການ​ຮ້ອນ​ເອົ້າ​ຊື່ໆ ​ແລະ​ຮ່າງກາຍ​ຂາດ​ນ້ຳ​ຢ່າງ​ແຮງ ​ແຕ່​ອາການ​ແລະ​ໂຣກຢ່າງ​ອື່ນ​ແຊກ​ຊ້ອນ​ຂຶ້ນ.

ທ່ານ Byrd ​ໄດ້​ຖືກ​ເລືອກເຂົ້າ​ເປັນ​ສະມາ​ຊິກ​ສະພາ​ຕ່ຳ​ໃນ​ປີ 1952 ​ແລະ​ເປັນ​ສະມາ​ຊິກ​ສະພາ​ສູງ​ໃນ​ປີ 1958. ​ເຖິງ​ແມ່ນທ່ານ​ຈະ​ບໍ່​ສະ ບາຍ​ເຈັບອອດໆ​ແອດໆ​ ໃນຫ​ວ່າງ​ຫຼາຍ​ປີຜ່ານມາ​ນີ້​ກໍ​ຕາມ ​ແຕ່ທ່ານກໍ​ບໍ່​ໄດ້​ປະລະ​ໜ້າທ່ ​ແລະໄດ້ຮັກສາ​ຊື່​ສຽງ​ຂອງ​ທ່ານ​ໄວ້ ​ໂດຍ​ສາມາດ​ຂໍ ເງິນຊ່ວຍ​ເຫລືອຈາກ​ລັດຖະບານ​ກາງ ຈຳນວນ​ຫລາຍ​ລ້ານ$ ​ໃຫ້ລັດ​ຂອງ​ທ່ານ.

ສະມາ​ຊິກ​ສະພາສູງ Byrd ​ເປັນ​ຜູ້​ນຶ່ງ​ທີ່ໃຫ້​ການ​ສະໜັບສະຫນູນຢ່າງ ແຂງ​ຂັນ​ ​ແກ່ການ​ຫາ​ສຽງເລືອ​ກຕັ້ງ​ເປັນປະທານາທິບໍດີ ​ຂອງທ່ານ Barack Obama ​ໃນ​ປີ 2008 ນັ້ນ.

XS
SM
MD
LG