ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ພີດ ບູຕ​ຕີ​ເຈດ ປະ​ກາດ​ຢ່າງ​ເປັນ​ທາງ​ການ ວ່າຈະເຂົ້າແຂ່ງ​ຂັນ​ເປັນ ປະ​ທ​ານ​າ​ທິ​ບໍ​ດີ ປີ 2020


'Mayor Pete' Formally Announces Presidential Bid
please wait

No media source currently available

0:00 0:02:14 0:00

ທ່ານ​ພີດ ບູຕ​ຕີ​ເຈດ ເຈົ້າ​ເມືອງ ເມືອງ​ຊ້າວ​ ເບັນ ປະ​ກາດ​ສະ​ໝັກ​ ແຂ່ງ​ຂັນ​ເປັນ ​ປະ​ທາ​ນາ​ທິ​ບໍ​ດີ ຢ່າງ​ເປັນ​ທາງ​ການ.

ທ່ານ​ພີດ ບູຕ​ຕີ​ເຈດ ເຈົ້າ​ເມືອງ ເມືອງ​ຊ້າວ​ ເບັນ ລັດ​ອິນ​ເດຍ​ນາ ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ
ໄດ້​ເປັນ​ຄົນ​ຫລ້າ​ສຸດ ທີ່​ເຂົ້າ​ມາ​ຢູ່​ໃນ​ກຸ່ມ​ທີ່​ໜາ​ແໜ້ນ​ໃນການສະ​ໝັກ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ
ເພື່ອຫາ​ຂັບ​ໄລ່​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ອອກ​ຈາກ​ບ່ອນ​ນັ່ງ​ ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ປີ 2020.

ທ່ານ​ອາ​ຍຸ 37 ປີ ຜູ້​ທີ່ໄດ້​ປະ​ກາດໃນການສຳ​ຫຼວດ​ເບິ່ງ ຂອງຄະ​ນະ​ກຳ​ມະ​ການເລືອກ​ຕັ້ງ​
ປະ​ທາ​ນາ​ທິ​ບໍ​ດີ​ໃນ​ເດືອນ​ມັງ​ກອນ ຊຶ່ງ​ໄດ້​ປະ​ກ​າດຢ່າງ​ເປັນ​ທາງ​ການ​ຢູ່​ໃນ​ການ​ເຕົ້າ​ໂຮມ​
ກັນ​ຢູ່​ເມືອງ​ຊາວ ​ເບັນ ໃນ​ວັນ​ອາ​ທິດ​ວານ​ນີ້.

ທ່ານ​ໄດ້​ກ່າວ​ຕໍ່​ຝຸງ​ຊົນ​ວ່າ “ຂ້າ​ພະ​ເຈົ້າ​ຮັບ​ຮູ້​ເຖິງຄວາມ​ໃຈ​ກ້າ​ຂອງ​ການ​ກະ​ທຳ​ດັ່ງ​ກ່າວ ໃນ
​ນາມ​ຊາວ​ໜຸ່ມ​ຢູ່​ໃນ​ຍຸກ​ສະຫັດສະວັດ ຫຼື Millennium ຈາກ​ພາກຕາ​ເວັນ​ຕົກກາງ ຫຼາຍໄປ
ກວ່າ ໂວ​ຫານ​ໜ້ອຍ​ນຶ່ງ ເວລາ​ອາ​ຍຸ 37 ປີ ສະແຫວງຫາ​ຕຳ​ແໜ່ງ​ສູງ​ສຸດ​ຂອງ​ປະ​ເທດ ແຕ່
​ວ່າ​ພວກ​ເຮົາ​ພາ​ກັນ​ຕົກຢູ່​ໃນ​ພາວະທີ່​ບັງ​ຄັບ​ໃຫ້​ພວກ​ເຮົາແຕ່​ລະ​ຄົນຕ້ອງໄດ້​ມີ​ບົດ​ບາດ.”

ທ່ານສຳ​ເລັດ​ການ​ສຶກ​ສາ​ຈາກມ​ະ​ຫາ​ວິ​ທະ​ຍາ​ໄລ Harvard ແລະ Oxford ​ເຄີຍ​ເປັນທະ​
ຫານ​ຜ່ານ​ເສິກ​ໃນອັ​ຟ​ກາ​ນິ​ສ​ຖານ ທ່ານໄດ້ໂປໂລ​ອອ​ກ​ມາ​ຈາກບ່ອນທີ່ບໍ່ມີ​ຜູ້​ໃດ​ຮູ້​ກັນ​ໃນ​ວົງ​ການໆ​ເມືອງ​ແຫ່ງ​ຊາດ ຂຶ້ນ​ມາ​ຫາ​ການ​ຢັ່ງ​ສຽງ​ຫວ່າງ​ມໍ່​ໆ​ມາ​ນີ້ ທີ່ເຮັດ​ໃຫ້​ຢູ່​ໃນ​ອັນ​ດັບ​ສາມ ​
ຕໍ່ຈາກ​ອະ​ດີດ​ຮອງ​ປະ​ທ​າ​ນາ​ທິ​ບໍ​ດີ ​ໂຈ ບາຍ​ເດີນ ແລະ​ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ​ເວີ​ມັນ​ທ໌ ທ່ານ​ເບີ​ຣນີ ແຊນ​ເດີ​ຣ​ສ.

ທ່ານ​ເປັນ​ລູກ​ຊາຍ​ຂອງ​ຄົນ​ເຂົ້າ​ເມືອງ​ຈາກ​ປະ​ເທດ​ມາ​ລ​ຕາ ທ່ານ​ບູຕ​ຕີ​ເຈດ ໄດ້​ເຂົ້າ​ຮຽນ​ຢູ່​
ມະ​ຫາ​ວິ​ທະ​ຍາ​ໄລ Harvard ໃນ​ເວ​ລາ​ດຽວ​ກັນ​ກັບ ຜູ້​ກໍ່​ຕັ້ງ Facebook ຄືທ່ານມາ​ຣ​ກ໌ ຊັກ
​ເກີ​ເບີຣ​ກ໌. ທ່ານ​ໄດ້​ຮັບ​ທຶນ​ກິດຕິມະສັກ Rhodes Scholarship ຈາກມະ​ຫາ​ວິ​ທະ​ຍາ​ໄລ Oxford ໄດ້​ໃຊ້​ເວ​ລາເຈັດ​ເດືອນໃນອັ​ຟ​ການິ​ສ​ຖານ ເປັນນາຍຮ້ອຍ​ສຳ​ລອງໃນ​ກອງ​ທັບ
​ເຮືອ​ ໃນ​ນາມ​ຜູ້ວິ​ເຄາະການ​ສືບ​ລັບ ແລະ​ຄົນ​ຂັບ​ລົດ ທັງ​ໄດ້​ເຮັດ​ວຽກ​ໃນ​ນາມ​ທີ່​ປຶກ​ສາ​ໃຫ້
​ແກ່​ແມັກ​ຄິນ​ຊີ ແລະ​ບໍ​ລິ​ສັດ. ມີ​ລາຍ​ງານ​ວ່າ ຜູ້ກ່ຽວ​ປາກ​ໄດ້​ເຈັດ​ພາ​ສາ ຈຳ​ນວນ​ນຶ່ງ​ແມ່ນ
ໄດ້​ຢ່າງຫຼ່ຽນ​ໄຫຼ ຮ່ວ​ມ​ທັງ​ພາສາສະ​ເປ​ນ ແລະ​ນໍ​ແວ​ນຳ.

ແລະ​ໃນ​ປີ 2011 ທ່ານ​ໄດ້​ຖືກ​ເລືອ​ຕັ້ງ​ເປັນ​ເຈົ້າ​ເມືອງ​ຢູ່​ບ້ານ​ຂອງ​ທ່ານ ທີ່​ເມືອງ​ຊ້າວ ເບັນ
ທີ່​ມີປະຊາ​ຊ​ົນ 10,000 ຄົນ​.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG