ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໗ ທັນວາ ໒໐໒໕

ອັງກິດ ເປີດເຜີຍ ຮູບປັ້ນເຄິ່ງໂຕ ຂອງພະເຈົ້າ Richard ທີ III (ສະໄລດ໌)


Members of the class of the New York City Police Academy raise hands during their graduation ceremony at Madison Square Garden in New York.
Members of the class of the New York City Police Academy raise hands during their graduation ceremony at Madison Square Garden in New York.
ຮູບ​ປັ້ນ​ເຄິ່ງ​ໂຕ​ຂອງເຈົ້າ​ຊີວິດ​ອັງກິດ Richard ທີ III ​ໄດ້​ຖືກ​ເປີດ
ເຜີຍເປັນ​ຄັ້ງ​ທໍາ​ອິດ ຫລັງ​ຈາກ​ນຶ່ງ​ມື້ທີ່​ບັນດາ​ນັກວິທະຍາສາດຮັບ
​ຮູ້​ວ່າ​ ຮ່າງ ກະ​ດູກທີ່ພົບເຫັນຢູ່​ໃຕ້​ດິນບ່ອນ​ຈອດ​ລົດ ​ໃນ​ພາກ​
ກາງຂອງອັງກິດນັ້ນ​ແມ່ນ​ເຈົ້າ​ຊີວິດ​ອັງກິດ​ແທ້.

ແບບຢ່າງຮູບ​ປັ້ນປະລາສຕິກສໍ​າລອງສາມ​ມິ​ຕິແມ່ນ​ອີງໃສ່​ຫົວ​ກະ​ໂຫລ​ກ ຂອງເຈົ້າ​ຊີວິດ ຜູ້​ທີ່​ຖືກ​ສັງຫານ​ຢູ່​ໃນ​ສະໜາມ​ລົບ ປີ 1485.

ບັນດາ​ນັກວິທະຍາສາດ ​ໄດ້​ຂຸດ​ຄົ້ນ​ເອົາ​ຊາກ​ກະດູກ​ຂອງພະ​ເຈົ້າ Richard ອອກ​ມາ​ຈາກ​ໃຕ້​ດິນ​ ບ່ອນຈອດ​ລົດ ​ໃນ​ເດືອນ​ຕຸລາ​ປີ​ກາຍ​ນີ້ ທີ່​ເມືອງ​ Leicester.

​ໃນ​ວັນ​ຈັນ​ຜ່ານ​ມາ ບັນດາ​ນັກ​ຄົ້ນ​ຄວ້າ ຮັບ​ຮູ້​ວ່າ ຫົວ​ກະ​ໂຫລ​ກທີ່​ມີຊາກ​ການ​ສູ້​ລົບນັ້ນ
ແມ່ນຂອງພະ​ເຈົ້າ​ຊີວິດ ຫລັງ​ຈາກ DNA ຖືກຕ້ອງ​ກັບ​ຕົວ​ຢ່າງທີ່​ນໍາ​ມາ​ຈາກຍາດຕິ​ພີ່ນ້ອງ​ ທີ່​ຫ່າງ​ໄກທີ່​ຍັງ​ມີ​ຊີວິດ​ຢູ່.

ພະ​ເຈົ້າ Richard ທີ III ​ໄດ້​ປົກຄອງອັງກິດ ພຽງ​ແຕ່​ສອງ​ປີ ກ່ອນ​ຖືກ​ສິ້ນພະ​ຊົນ ທີ່
ສະໜາມ​ລົບ Bosworth ​ໂດຍ​ທະຫານ​ຂອງພະ​ເຈົ້າ Henry Tudor ຊຶ່ງ​ໃນ​ເວລາ​ນັ້ນ ​ໄດ້ຂຶ້ນຄອງ​ບັນລັງໂດຍ​ພະ​ອົງ​ເອງ​ນັ້ນ.

XS
SM
MD
LG