ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຮັດທຸລະກິດ ກ່ຽວກັບນໍ້າປາແດກປຸງສໍາເລັດ ສໍາລັບອາຫານ


ຜະລິດຕະພັນນໍ້າປາແດກ Black Gold ທີ່ສາມາດປຸງອາຫານໄດ້ຫຼາຍແບບ.
ຜະລິດຕະພັນນໍ້າປາແດກ Black Gold ທີ່ສາມາດປຸງອາຫານໄດ້ຫຼາຍແບບ.

ການດໍາເນີນທຸລະກິດໃນການຜະລິດນໍ້າປາແດກປຸງສໍາເລັດອອກມາຂາຍບໍ່ແມ່ນເລື້ອງຍາກເລີຍ ແລະຜູ້ໃດທີ່ສົນໃຈ ຫຼືມັກອາຫານທີ່ປຸງປາແດກ ກໍສາມາດດໍາເນີນກິດຈະການດ້ານນີ້ໄດ້ເຊັ່ນກັນ.

ກ່ອນຊິເລີ້ມຕົ້ນດໍາເນີນກິດຈະການດ້ານນີ້ ຕ້ອງຂໍໃບປະກອບທຸລະກິດຂອງລັດທີ່ຕົນເອງອາໄສຢູ່, ທີ່ສໍາຄັນ ຕ້ອງໄດ້ມີໃບອະນຸຍາດໃນການປຸງແຕ່ງອາຫານຂາຍ ເຊິ່ງໃບອະນຸຍາດນີ້ ຈະຕ້ອງໄດ້ຮຽນຮູ້ ກ່ຽວກັບຂັ້ນຕອນຕ່າງໆ ໃນການດໍາເນີນການປະກອບອາຫານທີ່ຖືກຕ້ອງ ໂດຍຈະຕ້ອງໄດ້ເສັງເອົາ ຫຼັງຈາກຮຽນຮູ້ ຫຼັກ ການຕ່າງໆແລ້ວ.

ກູດ ແສງມະນີ (ຄົນທີສອງ ແຕ່ຂວາ ຫາຊ້າຍ), ພ້ອມກັບພີ່ນ້ອງ, ໝູ່ເພື່ອນ ແລະຜະລິດຕະພັນນໍ້າປາແດກ Black Gold.
ກູດ ແສງມະນີ (ຄົນທີສອງ ແຕ່ຂວາ ຫາຊ້າຍ), ພ້ອມກັບພີ່ນ້ອງ, ໝູ່ເພື່ອນ ແລະຜະລິດຕະພັນນໍ້າປາແດກ Black Gold.

ກູດ ແສງມະນີ, ເປັນຜູ້ບໍລິຫານ ແລະການຕະຫຼາດ ກ່ຽວກັບທຸລະກິດຂະໜາດນ້ອຍ ຂອງຄອບຄົວ Black Gold Sauce ໄດ້ກ່າວໃຫ້ຟັງວ່າ ຜະລິດຕະພັນຂອງລາວ ເລີ້ມມີອອກມາຈໍາໜ່າຍ ໃນຊ່ວງຕົ້ນປີ 2021, ເຊິ່ງຈຸດເລີ້ມຕົ້ນກໍມາຈາກຄວາມຕ້ອງການຂອງຫຼາຍໆຄົນທີ່ມັກໃນຣົດຊາດການປຸງປາແດກທີ່ເປັນສູດຂອງເອື້ອຍລາວເອງ ແລະຫຼາຍໆຄົນກໍມັກ.

ນອກນັ້ນ ລາວກ່າວໃຫ້ຟັງວ່າ ເນື່ອງຈາກທຸລະກິດຂອງລາວ ເປັນການຜະລິດແບບໃນຄອບຄົວ, ດັ່ງນັ້ນຈຶ່ງບໍ່ຈໍາເປັນຈະຕ້ອງມີການກວດກາຕ່າງໆເໝືອນດັ່ງຮ້ານອາຫານ ຫຼືໂຮງງານຜະລິດທົ່ວໄປ, ໂດຍລາວໄດ້ກ່າວໃຫ້ຟັງວ່າ:

“ບໍ່ໄດ້ຕ້ອງການໃຫ້ມີການກວດກາ (Inspection) ຫຍັງ ເພາະໂຕນີ້ບໍ່ໄດ້ເຮັດຢູ່ເຮືອນຄົວທີ່ເປັນຮ້ານອາຫານ, ເຮັດທຸລະກິດແບບນີ້ຢູ່ເຮືອນ ມັນມີກົດໝາຍສະເພາະ ທີ່ເຮົາສາມາດເຮັດທຸລະກິດແບບນີ້ຢູ່ເຮືອນໄດ້ ສະນັ້ນເຮົາຈຶ່ງບໍ່ຈໍາເປັນຕ້ອງມີການກວດກາ, ເຮົາຈະໄດ້ຖືກກວດກາ ຖ້າເຮົາຫາກເຮັດເປັນຮ້ານອາຫານ...ປະມານນັ້ນ.”

ການປຸງແຕ່ງປາແດກສໍາເລັດຂອງພວກລາວ ແມ່ນບໍ່ມີຫຍັງຫຍຸ້ງຍາກ ເພາະທາງຄອບຄົວເອງແມ່ນມີສູດຢູ່ແລ້ວ, ແຕ່ວ່າ ດັ່ງທີ່ຫຼາຍໆຄົນໄດ້ຮູ້ ລາຄາອາ ຫານແມ່ນຂຶ້ນໆລົງໆ ໂດຍສະເພາະຂອງທີ່ຈະນໍາມາປຸງແຕ່ງນໍ້າປາແດກແມ່ນນໍາເຂົ້າ ລາຄາກໍແພງຂຶ້ນຫຼາຍເມື່ອສົມທຽບກັບເມື່ອກ່ອນ. ແຕ່ລາຄານໍ້າປາແດກ Black Gold ແມ່ນຍັງຄືເກົ່າ ຄື 10 ໂດລາຕໍ່ນຶ່ງຂວດ ໃນປະລິມານ 20 ອອນສ໌.

ຜະລິດຕະພັນນໍ້າປາແດກ Black Gold
ຜະລິດຕະພັນນໍ້າປາແດກ Black Gold

ຄຸນນະພາບຂອງຜະລິດຕະພັນກໍສໍາຄັນ, ເຊິ່ງລູກຄ້າຈະຮູ້ດີວ່າພວກເຂົາຕ້ອງ ການແບບໃດ ແລະສາມາດເລືອກຊື້ຕາມຣົດຊາດທີ່ເຂົາເຈົ້າມັກ ແລະຖືກໃຈ. ສໍາລັບ Black Gold ນອກຈາກໃຊ້ໃສ່ຕໍາໝາກຫຸ່ງ ແລະຕໍາອື່ນໆແລ້ວ ຍັງສ້າງທາງເລືອກໃຫ້ລູກຄ້າສາມາດເອົາໃສ່ເອາະອ່ອມ, ແກງໜໍ່ໄມ້, ລາບ, ກ້ອຍ ໄດ້ອີກດ້ວຍ.

“ມັນບໍ່ຍັງບໍ່ແມ່ນປາແດກທີ່ໃຊ້ປະກອບອາຫານໄດ້ໂລດ, ຂ້ອຍຮູ້ວ່າ ມັນມີປາແດກທີ່ເປັນສິນຄ້າເຄື່ອງໝາຍອື່ນທີ່ເຂົາຜະລິດອອກມາແບບສາມາດໃຊ່ໃສ່ອາຫານໄດ້ໂລດໂດຍບໍ່ຕ້ອງປຸງຫຍັງຕື່ມ. ສໍາລັບຜະລິດຕະພັນ Black Gold ຂອງພວກເຮົາແມ່ນບໍ່ໄດ້ຜະລິດອອກມາເພື່ອໃຊ້ປຸງທັນທີໂລດ ແຕ່ເປົ້າໝາຍຂອງພວກເຮົາແມ່ນຢາກໃຫ້ໃສ່ລາບ, ໃສ່ແກງໜໍ່ໄມ້ ໃສ່ແນວອື່ນທີ່ບໍ່ແມ່ນແຕ່ໃສ່ຕໍາ, ບາງຄົນຄິດວ່າ ອັນນີ້ແມ່ນປາແດກທີ່ໃຊ້ປຸງທັນທີໂລດ ແຕ່ພວພວຫເຮົາພະຍາຍາມຕອບວ່າມັນບໍ່ແມ່ນ ເຊິ່ງມັນເປັນປາແດກທີ່ປຸງແຕ່ງ ແຕ່ເປັນພື້ນຖານຂອງປະແດກທີ່ປຸງແຕ່ງ ແລະສາມາດໃຊ້ໄດ້ກັບອາຫານປະເພດຕໍາ, ລາບ, ແກງໜໍ່ໄມ້ ເຂົ້າປຸ້ນ ແລະທຸກໆຢ່າງ.”

ສໍາລັບຜະລິດຕະພັນຂອງ Black Gold ຈະມີການຜະລິດອອກມາຕາມຄວາມຕ້ອງການຂອງລູກຄ້າ, ເຊິ່ງຈະຈັດຈໍາໜ່າຍທາງສື່ອອນລາຍ, ສົ່ງໃຫ້ຮ້ານອາ ຫານລາວທີ່ເປັນຂາປະຈໍາ ແລະຈໍາໜ່າຍຢູ່ຮ້ານຄ້າຍ່ອຍບາງຮ້ານໃນລັດຟລໍຣິດາ, ໂດຍໃນແຕ່ລະຄັ້ງ ຈະຜະລິດອອກມາຢ່າງໜ້ອຍ 300 ຂວດ, ສະເລ່ຍແລ້ວແມ່ນຜະລິດໃນທຸກໆ 1-2 ເດືອນ.

ຫຼາຍໆຄົນຜູ້ໃດກໍມັກໃນຣົດຊາດທີ່ເປັນເອກະລັກຂອງ Black Gold Sauce.
ຫຼາຍໆຄົນຜູ້ໃດກໍມັກໃນຣົດຊາດທີ່ເປັນເອກະລັກຂອງ Black Gold Sauce.

ສ່ວນປະກອບຂອງຜະລິດຕະພັນ ແມ່ນໄດ້ຈັດຊື້ຢູ່ຮ້ານຄ້າເອເຊຍທົ່ວໄປ ເພາະຍັງບໍ່ທັນໄດ້ມີບໍລິສັດມາສົ່ງເຄື່ອງໂດຍກົງເທື່ອ ເນື່ອງຈາກຍັງເປັນກິດຈະການຂະໜາດນ້ອຍຢູ່ ແລະຫາກໍເປີດມາບໍ່ທັນດົນ.

ສໍາລັບຂໍ້ຫຍຸ້ງຍາກໃນການຜະລິດກໍຄື ສ່ວນປະກອບໃນການຜະລິດອາດຈະບໍ່ພໍ ຫາຊື້ເຄື່ອງປະກອບ ໃນການປຸງແຕ່ງບໍ່ໄດ້, ເນື່ອງຈາກສ່ວນປະກອບທັງໝົດແມ່ນເປັນສິນຄ້ານໍາເຂົ້າ, ບາງຄັ້ງກໍບໍ່ມີ, ບາງຄັ້ງກໍບໍ່ພໍ ຫຼືບາງຄັ້ງກໍຕ້ອງໄດ້ລໍຖ້າເປັນເວລາດົນ.

“ມັນບໍ່ຍັງບໍ່ແມ່ນປາແດກທີ່ໃຊ້ປະກອບອາຫານໄດ້ໂລດ, ຂ້ອຍຮູ້ວ່າ ມັນມີປາແດກທີ່ເປັນສິນຄ້າເຄື່ອງໝາຍອື່ນທີ່ເຂົາຜະລິດອອກມາແບບສາມາດໃຊ່ໃສ່ອາຫານໄດ້ໂລດໂດຍບໍ່ຕ້ອງປຸງຫຍັງຕື່ມ. ສໍາລັບຜະລິດຕະພັນ Black Gold ຂອງພວກເຮົາແມ່ນບໍ່ໄດ້ຜະລິດອອກມາເພື່ອໃຊ້ປຸງທັນທີໂລດ ແຕ່ເປົ້າໝາຍຂອງພວກເຮົາແມ່ນຢາກໃຫ້ໃສ່ລາບ, ໃສ່ແກງໜໍ່ໄມ້ ໃສ່ແນວອື່ນທີ່ບໍ່ແມ່ນແຕ່ໃສ່ຕໍາ, ບາງຄົນຄິດວ່າ ອັນນີ້ແມ່ນປາແດກທີ່ໃຊ້ປຸງທັນທີໂລດ ແຕ່ພວພວຫເຮົາພະຍາຍາມຕອບວ່າມັນບໍ່ແມ່ນ ເຊິ່ງມັນເປັນປາແດກທີ່ປຸງແຕ່ງ ແຕ່ເປັນພື້ນຖານຂອງປະແດກທີ່ປຸງແຕ່ງ ແລະສາມາດໃຊ້ໄດ້ກັບອາຫານປະເພດຕໍາ, ລາບ, ແກງໜໍ່ໄມ້ ເຂົ້າປຸ້ນ ແລະທຸກໆຢ່າງ.”

ໃນການຄິດໄລ່ພາສີ, ກູດ ບອກວ່າ ລາວກໍໄດ້ຄິດໄລ່ພາສີກ່ຽວກັບການດໍາເນີນທຸລະກິດຂະໜາດນ້ອຍທົ່ວໄປ.

ຢ່າງໃດກໍຕາມ, ເມື່ອດໍາເນີນທຸລະກິດດ້ານນີ້ແລ້ວ, ພວກເຮົາກໍຈະເຫັນຊ່ອງທາງ ອື່ນໆໃນອະນາຄົດຕໍ່ໜ້າອີກວ່າ ພວກເຮົາຈະປັບປຸງສິນຄ້າແນວໃດໃຫ້ອອກມາຫຼາຍຮູບແບບຂຶ້ນ ດັ່ງຜະລິດຕະພັນນໍ້າປາແດກ Black Gold ທີ່ໄດ້ມີແຜນຈະຜະລິດສິນຄ້າ Black Gold ອື່ນໆອອກມາອີກໃນອະນາຄົດເຊັ່ນ ນໍ້າແຈ່ວ Sea food, ນໍ້າແຈ່ວສໍາລັບກິນສົ້ມ, ແຈ່ວປາແດກ, ແຈ່ວແມງດາ ແລະອື່ນໆ...ນໍາອີກດ້ວຍ.

XS
SM
MD
LG