ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

​ທຸ​ລະ​ກິດ ສວນດອກໄມ້ໃນປ່າໃຫຍ່ ທີ່ຕາດຮ້ອຍຄົວ ແຂວງຫຼວງພະບາງ


ມຸມນຶ່ງຂອງການສະແດງສີລະປະພື້ນເມືອງ ຢູ່ທີ່ຕາດຮ້ອຍຄົວ. ເຊິ່ງໄດ້ຮັບການສະໜອງໃຫ້ໂດຍຜູ້ບໍລິຫານໃຫຍ່ ແລະເປັນເຈົ້າຂອງກິດຈະການ ທ່ານອາຄົມ ພົມມະຫານ.

ເນື່ອງຈາກປະເທດລາວ ເປັນປະເທດທີ່ຍັງມີປ່າດົງ ແລະຍັງເປັນທໍາມະຊາດ, ຈຶ່ງເຮັດໃຫ້ຜູ້ປະກອບການຫຼາຍຄົນ ເຫັນຄວາມສໍາຄັນ ແລະໂອກາດໃນ ດໍາເນີນທຸລະກິດ ເພື່ອການທ່ອງທ່ຽວ. ສໍາລັບຂັ້ນຕອນຂອງການຈັດສັນ, ການ ດໍາເນີນງານຢູ່ໃນຂົງເຂດທ້ອງຖິ່ນແລະການຮັບມືກັບສະຖານະການຕ່າງໆຂອງພາກສ່ວນນີ້ ທິບສຸດາ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ເວັບໄຊທ໌ການທ່ອງທ່ຽວລະດັບໂລກບາງຂະແໜງເຄີຍຈັດໃຫ້ ສປປ ລາວ ຢູ່ໃນອັນດັບຂອງປະເທດທີ່ເປັນເປົ້າໝາຍຂອງການເດີນທາງ ເພື່ອໄປທ່ອງທ່ຽວທີ່ສຸດ ເນື່ອງຈາກວ່າຢູ່ໃນຂົງເຂດແຫ່ງນີ້ຍັງມີວິຖີການດໍາລົງຊີວິດຂອງຄົນຢູ່ໃນທ້ອງຖິ່ນ ທີ່ຍັງຄົງຄຽງຄູ່ ແລະສອດຄ່ອງກັບທໍາມະຊາດເປັນສ່ວນຫຼາຍ.

ດັ່ງນັ້ນ ຜູ້ປະກອບການຫຼາຍໆຄົນທີ່ມອງເຫັນຄວາມສໍາຄັນຂອງຈຸດນີ້ ຈຶ່ງໄດ້ລົງທຶນດໍາເນີນທຸລະກິດເຂົ້າໃນພາກອຸດສາຫະກໍາການທ່ອງທ່ຽວທີ່ເນັ້ນໃສ່ທໍາ ມະຊາດເປັນຫຼັກ.

ທ່ານອາຄົມ ພົມມະຫານ ເຈົ້າຂອງໂຮງແຮມເລີແບວແອ, ເຊິ່ງເປັນຜູ້ບໍລິຫານໃຫຍ່ ແລະເປັນເຈົ້າຂອງກິດຈະການສວນທ່ອງທ່ຽວທີ່ມີຊື່ວ່າ “ສວນດອກໄມ້ໃນປ່າໃຫຍ່ ທີ່ນໍ້າຕົກຕາດຮ້ອຍຄົວ ຫຼື Green Jungle Park” ທີ່ຕັ້ງຢູ່ບ້ານປາກຫຼຶງ, ເມືອງຈອມເພັດ, ແຂວງຫຼວງພະບາງ ກ່າວໃຫ້ຟັງວ່າ ເພິ່ນດໍາເນີນການຂໍອະນຸມັດສໍາປະທານທີ່ດິນບໍລິເວນນໍ້າຕົກຕາດຮ້ອຍຄົວນີ້ນໍາລັດຖະບານ ເຊິ່ງມີເນື້ອທີ່ໃນການຈັດສັນທັງໝົດ 20 ກວ່າເຮັກຕ້າ ໃນອາຍຸການສໍາປະທານຫຼາຍ 10 ປີ ໂດຍຍື່ນຈຸດປະສົງຂອງການຂໍອະນຸມັດໄປຫາບ້ານ, ເມືອງ, ແລະພະແນກການລົງທຶນຂອງແຂວງ ເຊິ່ງໃຊ້ເວລາປະມານ 6 ເດືອນ. ເມື່ອການບຸກເບີກທີ່ໃຊ້ເວລາປະມານ 3 ປີສໍາເລັດສົມບູນ ເພິ່ນຈຶ່ງໄດ້ຂໍເອກະສານເພື່ອເປີດພາກບໍລິການ, ນະຈຸດນີ້ ແມ່ນໃຊ້ເວລາພຽງແຕ່ 1 ເດືອນເທົ່ານັ້ນໂດຍໄດ້ຮັບທະບຽນຈາກສາມພາກສ່ວນເຊັ່ນ ການຄ້າ, ການທ່ອງທ່ຽວ ແລະອາກອນ.

ສີສັນຂອງດອກໄມ້ທີ່ເບັ່ງບານໃນທຸກໆລະດູການ ຢູ່ສວນດອກໄມ້ທີ່ຕາດຮ້ອຍຄົວ.
ສີສັນຂອງດອກໄມ້ທີ່ເບັ່ງບານໃນທຸກໆລະດູການ ຢູ່ສວນດອກໄມ້ທີ່ຕາດຮ້ອຍຄົວ.

ເລີ້ມຕົ້ນການບຸກເບີກໃນປີ 2015 ໂດຍແບ່ງເປັນສາມພາກສ່ວນໃຫຍ່ເຊັ່ນ ເດີ່ນຈອດລົດ, ຕະຫຼາດ, ແລະບໍລິເວນສໍາລັບການດໍາເນີນກິດຈະກໍາ ທັງແບບທົ່ວໄປ ແລະແບບພະຈົນໄພ ເຊິ່ງພາກສ່ວນນີ້ປະກອບມີກິດຈະກໍາໄຕ່ເຊືອກ, ກິດຈະກໍານັ່ງເທິງຫຼັງຊ້າງ ແລະອື່ນໆ. ນອກນັ້ນ ກໍປະກອບມີການກໍ່ຕັ້ງສະຖານທີ່ສໍາລັບເປັນບ່ອນພັກແບບຣີສອດ ເປັນເຮືອນນ້ອຍຫ້ອງດ່ຽວ 14 ຫຼັງ ພ້ອມດ້ວຍສະລອຍນໍ້າຢູ່ທາງກາງ, ຮ້ານອາຫານ 4 ຈຸດ ທີ່ສາມາດຮອງຮັບນັ່ງທ່ອງທ່ຽວໄດ້ປະມານ 400 ຄົນ ພ້ອມທັງເຄື່ອງດື່ມຕ່າງໆທີ່ສາມາດສະໜອງໃຫ້ນັກທ່ອງທ່ຽວໄດ້ຕະຫຼອດເວລາ, ເຕັ້ນ 30 ຫຼັງ ສາມາດນອນໄດ້ 2 ຄົນ ທີ່ບໍລິ ການສະເພາະຍາມໜາວ, ການຕິດຕັ້ງໄຟຟ້າ ແລະການຕິດຕັ້ງນໍ້າໃຊ້.

ສິ່ງທີ່ເປັນຈຸດ Highlight ຂອງສະຖານທີ່ແຫ່ງນີ້ກໍຄື ສວນດອກໄມ້ທີ່ເບັ່ງບານຕະຫຼອດປີ ໂດຍຈະມີດອກໄມ້ຫຼາກຫຼາຍຊະນິດຕາມແຕ່ລະດູການ ໂດຍຈະມີທັງພັນດອກໄມ້ຕ່າງປະເທດ ແລະພັນທ້ອງຖິ່ນ ເຊິ່ງຈະມີການປ່ຽນໃນທຸກໆ 3 ເດືອນ, ໂດຍທ່ານອາຄົມ ໄດ້ກ່າວໃຫ້ຟັງວ່າ:

“ສວນດອກໄມ້ ກໍເປັນແບບສວນດອກໄມ້ທີ່ຫຼາຍໆປະເທດເຂົາເຈົ້າເຮັດຫັ້ນລະເນາະ ເຮົານີ້ເຮັດເປັນລັກສະນະເປັນສວນຕະຫຼອດເລີຍ ສາມາດມາເບິ່ງໄດ້ທຸກໄລຍະ ທຸກເວລາ, ພວກເຮົາກໍສາມາດປ່ຽນດອກໄມ້ທຸກໆສາມເດືອນ, ໃນທຸກໆ Season ດອກໄມ້ມັນກໍຈະບໍ່ຄືກັນເນາະ ມັນກໍຈະປ່ຽນໄປຕາມແຕ່ລະໄລຍະຫັ້ນນະ, ກໍເບິ່ງຕາມສະພາບອາກາດວ່າດອກໄມ້ຊະນິດໃດທີ່ສາມາດຢູ່ໄດ້ຫັ້ນນະ. ຫຼາຍຄົນມາກໍເຫັນວ່າປ່ຽນຕະຫຼອດເນາະ ເບິ່ງແລ້ວມັນກໍແປກຕາວ່າຊັ້ນສາ ເຮັດໃຫ້ເຂົາເຈົ້າມີຄວາມຕື່ນເຕັ້ນຫຼາຍ.”

ມຸມກິດຈະກໍາໄຕ່ເຊືອກເທິງຕົນໄມ້ສູງ ໃກ້ກັບສ່ວນນຶ່ງຂອງນໍ້າຕົກ.
ມຸມກິດຈະກໍາໄຕ່ເຊືອກເທິງຕົນໄມ້ສູງ ໃກ້ກັບສ່ວນນຶ່ງຂອງນໍ້າຕົກ.

ສໍາລັບການຈັດສັນສວນດອກໄມ້, ທ່ານອາຄົມກ່າວໃຫ້ຟັງວ່າ ທາງສວນຂອງເພິ່ນຈະມີນັກວິຊາການທັງພາຍໃນ ແລະຕ່າງປະເທດຮັບຜິດຊອບດ້ານນີ້ໂດຍກົງ ເຊິ່ງເພິ່ນຈະມີສວນເພາະພັນ ແລະສະຖານທີ່ກ້າເບ້ຍໄມ້ຂອງເພິ່ນເອງ, ໃນນີ້ ເພິ່ນສາມາດປະຢັດຕົ້ນທຶນຮອດ 50 ເປີເຊັນ ຈາກການນໍາດອກໄມ້ເຂົ້າມາຈາກຕ່າງປະເທດໂດຍກົງ, ໃນນີ້ ຈະນໍາໃຊ້ເບ້ຍດອກໄມ້ໃນແຕ່ລະຄັ້ງປະມານ 30,000 ເບ້ຍ.

ທ່ານອາຄົມກ່າວໃຫ້ຟັງວ່າ ເນື່ອງຈາກທຸກໆພາກສ່ວນຢູ່ໃນສວນແຫ່ງນີ້ ແມ່ນເປັນຂອງສວນທັງໝົດ, ດັ່ງນັ້ນ ເພິ່ນຈຶ່ງຕ້ອງມີພະນັກງານບໍລິການປະຈໍາສວນປະມານ 75 ຄົນ ລວມທັງຜູ້ຈັດການຂອງແຕ່ລະພະແນກ ແລະພະນັກງານບໍລິການທົ່ວໄປ.

ເພິ່ນກ່າວໃຫ້ຟັງອີກວ່າ ທາງສວນແຫ່ງນີ້ ເລີ້ມເປີດເປັນທາງການໃນປີ 2019 ພໍດີມາຮອດທ້າຍປີກໍໄດ້ປິດບໍລິການຊົ່ວຄາວ ເນື່ອງຈາກການລະບາດຂອງພະ ຍາດໂຄວິດ. ດັ່ງນັ້ນ ເພິ່ນຈຶ່ງໄດ້ລົງທຶນເພີ້ມເຕີມເພື່ອຟື້ນຟູຄືນໃໝ່ ລຸນຫຼັງທີ່ ກັບມາເປີດອີກຄັ້ງ ໂດຍໃຊ້ທຶນທັງໝົດໃນສອງພາກນີ້ປະມານ 10 ລ້ານໂດລາ.

ພາບທີ່ໄດ້ຮັບຈາກ ທ່ານອາຄົມ ພົມມະຫານ,​ສະແດງໃຫ້ເຫັນມຸມສວນດອກໄມ້ ທີ່ຕາດຮ້ອຍຄົວ.
ພາບທີ່ໄດ້ຮັບຈາກ ທ່ານອາຄົມ ພົມມະຫານ,​ສະແດງໃຫ້ເຫັນມຸມສວນດອກໄມ້ ທີ່ຕາດຮ້ອຍຄົວ.

ສໍາລັບສວນດອກໄມ້ຕາດຮ້ອຍຄົວນີ້ ຈະມີຄ່າຜ່ານປະຕູ 25,000 ສໍາລັບຄົນລາວ, ແລະ 35,000 ສໍາລັບຄົນຕ່າງປະເທດ. ສ່ວນເດັກນ້ອຍແມ່ນເສຍຄົນລະ 10,000, ແຕ່ຜູ້ໃດທີ່ຕໍ່າກວ່າ 1.20 ແມັດຈະເຂົ້າຟຣີ.

ໃນນີ້, ນັກທ່ອງທ່ຽວສາມາດຊື້ເປັນ Package ຢູ່ປະຕູໄດ້ ໃນລາຄາທີ່ປະຫຍັດກວ່າ ເພາະສາມາດໃຊ້ບໍລິການກິດຈະກໍາຕ່າງໆໄດ້ເລີຍ, ແຕ່ຖ້າມາຊື້ເປັນອັນໄປ ນັກທ່ອງທ່ຽວຈະໄດ້ຊື້ໃນລາຄາ 350,000 ຕໍ່ກິດຈະກໍາເຊັ່ນ ກິດຈະກໍາໄຕ່ເຊືອກ.

ນອກນັ້ນ, ນັກທ່ອງທ່ຽວສາມາດເຂົ້າໄປຈອງປີ້ ຫຼື Package ບໍລິການໄດ້ທາງອອນລາຍໂດຍຜ່ານລະບົບ E-banking, ເຊິ່ງຜູ້ປະກອບການກ່າວວ່າ ເພິ່ນຈະເສຍເປີເຊັນຄ່າບໍລິການໃຫ້ທາງທະນາຄານທີ່ກ່ຽວຂ້ອງ 1, 2, ແລະ 3 ເປີເຊັນແຕກຕ່າງກັນຕາມແຕ່ລະທະນາຄານ.

ອີກມຸມນຶ່ງ ໃນສວນດອກໄມ້ ທີ່ຕາດຮ້ອຍຄົວ.
ອີກມຸມນຶ່ງ ໃນສວນດອກໄມ້ ທີ່ຕາດຮ້ອຍຄົວ.

ສະຖານທີ່ທ່ອງທ່ຽວ ເປັນບ່ອນຄົນໄປມາເປັນຈໍານວນຫຼາຍ, ດັ່ງນັ້ນ ເລື້ອງຂອງຄວາມສະອາດ, ການກໍາຈັດຂີ້ເຫຍື້ອກໍຖືເປັນສິ່ງສໍາຄັນ. ສະນັ້ນ, ຜູ້ປະກອບການຈຶ່ງໄດ້ກ່າວໃຫ້ຟັງ ກ່ຽວກັບຈຸດນີ້ວ່າ:

“ແມ່ນຢູ່ວ່ານັກທ່ອງທ່ຽ%ເພີ້ມຂຶ້ນຫຼາຍ ກໍແນ່ນອນເວົ້າເລື້ອງສິ່ງແວດລ້ອມ ເວົ້າເລື້ອງຂີ້ເຫຍື້ອຕ່າງໆມັນກໍຈະຫຼາຍ, ພວກເຮົາຕ້ອງໄດ້ກະກຽມຈັດສັນບ່ອນເກັບຂີ້ເຫຍື້ອ ພວກເຮົາກໍຈະມີດິນຂອງພວກເຮົາຕ່າງຫາກເປັນບ່ອນຂີ້ເຫຍື້ອເນາະ ເວລາພວກເຮົາເອົາຂີ້ເຫຍື້ອໄປຖອກໃສ່ ໃນການທີ່ພວກເຮົາຈະທໍາລາຍແນວໃດ ເຮັດວິທີໃດຫັ້ນນະ ເພາະວ່າພວກເຮົາຍັງບໍ່ໄດ້ທັນມີລະບົບທີ່ທັນສະໄໝເທື່ອ ໃນການຈະຮັກສາສິ່ງແວດລ້ອມໄດ້ 100 ເປີເຊັນຫັ້ນໜາ.”

ສວນດອກໄມ້ໃນປ່າໃຫຍ່ ທີ່ນໍ້າຕົກຕາດຮ້ອຍຄົວ ເປັນສະຖານທີ່ທ່ອງທ່ຽວໃໝ່ ແຕ່ຜູ້ປະກອບການບອກວ່າ ຍັງວາງເປົ້າໝາຍໃຫ້ເປັນບ່ອນທ່ອງທ່ຽວທີ່ດີກວ່ານີ້ ແລະຕ້ອງການປັບປຸງ ພ້ອມທັງຂະຫຍາຍອອກໄປຫຼາຍໆດ້ານໃຫ້ຄົບວົງຈອນກວ່ານີ້, ເພາະວ່າ ຖ້າກິດຈະການດໍາເນີນການໄປໄດ້ດີ ລາຍຮັບກໍຈະດີຂຶ້ນ, ແລະກໍຖືວ່າ ເປັນການສົ່ງເສີມການທ່ອງທ່ຽວທີ່ມີຜົນດີຕໍ່ຊຸມຊົນ ຢູ່ໃນທ່ອງຖິ່ນ ແລະເປັນການສ້າງລາຍຮັບເຂົ້າມາປະເທດອີກທາງນຶ່ງ.

ມຸມນໍ້າຕົດຕາດ ຢູ່ໃນສວນດອກໄມ້ ທີ່ຕາດຮ້ອຍຄົວ.
ມຸມນໍ້າຕົດຕາດ ຢູ່ໃນສວນດອກໄມ້ ທີ່ຕາດຮ້ອຍຄົວ.

ສະຫຼຸບແລ້ວ ກິດຈະການການທ່ອງທ່ຽວ ກໍຖືເປັນເປັນພາກອຸດສາຫະກໍານຶ່ງ ທີ່ສ້າງລາຍຮັບໃຫ້ແກ່ປະເທດ, ແຕ່ສິ່ງທີ່ຕ້ອງໄດ້ເອົາໃຈໃສ່ເພີ້ມເຕີມກໍຄື ພາກລັດຄວນມີສ່ວນຮ່ວມໃນເລື້ອງການຈັດການສິ່ງເສດເຫຼືອແບບຍາວນານ ແລະຍືນຍົງ ເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ລະບົບນິເວດ ແລະທໍາມະຊາດຢູ່ໃນທ້ອງຖິ່ນ.

XS
SM
MD
LG