ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຸລະກິດ ເຮືອນແພຣີສອດຢູ່ເມືອງເຟືອງ ກໍາລັງເປັນທີ່ນິຍົມຂອງນັກທ່ອງທ່ຽວ


ເຮືອນແພເມືອງເຟືອງແຄນລາວ, ເມືອງເຟືອງ, ແຂວງວຽງຈັນ, ສປປ ລາວ.
ເຮືອນແພເມືອງເຟືອງແຄນລາວ, ເມືອງເຟືອງ, ແຂວງວຽງຈັນ, ສປປ ລາວ.

ໃນຊ່ວງໄລຍະ 3 ຫາ 4 ປີທີ່ຜ່ານມາ ເປັນຊ່ວງທີ່ຫຼາຍໆປະເທດພົບຄວາມຫຍຸ້ງຍາກເນື່ອງຈາກບັນຫາຂອງການລະບາດໃຫຍ່ພະຍາດໂຄວິດ-19, ເຊິ່ງໄດ້ມີຜົນກະທົບ ຕໍ່ລະບົບເສດຖະກິດຢ່າງຫຼວງຫຼາຍ. ແຕ່ໃນກໍລະນີນີ້ ຍັງມີຜູ້ປະກອບການບາງຄົນຢູ່ໃນ ສປປ ລາວ ທີ່ມອງເຫັນຊ່ອງທາງ ດ້ວຍການສ້າງ ວິກິດໃຫ້ເປັນໂອກາດ ຈົນທຸລະກິດປະສົບຜົນສໍາເລັດໄປໃນທິດທາງບວກ. ທິບສຸດາ ມີລາຍລະອຽດ ກ່ຽວກັບການດໍາເນີນທຸລະກິດດັ່ງກ່າວມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຍານາງວອນມະນີວົງ ສະເຕີນ ເຈົ້າຂອງທຸລະກິດເຮືອນລາວຣີສອດ ແລະເປັນປະທານສະມາຄົມເຮືອນແພການທ່ອງທ່ຽວເມືອງເຟືອງ ເຊິ່ງຕັ້ງຢູ່ບ້ານເມືອງເຟືອງ, ເຂດເມືອງເຟືອງ, ແຂວງວຽງຈັນ ກ່າວໃຫ້ຟັງວ່າ ຈຸດປະສົງທີ່ນາງເປີດທຸລະກິດຣີສອດ ແມ່ນໄດ້ມອງເຫັນຫຼາຍໆດ້ານໃສ່ກັນ ຈົນໄດ້ກໍ່ຕັ້ງຣີສອດເຮືອນລາວຂຶ້ນທໍາອິດໃນປີ 2010, ແລະ ໄດ້ມາສ້າງຣີສອດເຮືອນແພຂຶ້ນໃນຊ່ວງປີທີ່ມີໂຄວິດນັ້ນເລີຍ.

“ຫຼັງຈາກພວກເຮົາມີໂຄວິດເນາະ ສາມປີຫຼັງແລະມີໂຄວິດ, ພວກເຮົາກໍເລີຍຄິດວ່າໄດ້ໄປໃຊ້ສະຖານທີ່ນັ້ນເພື່ອໃຊ້ຊີວິດຢູ່ໃນຊ່ວງເວລາມີໂຄວິດຫັ້ນ ກໍເລີຍວ່າ ມັນຈະເປັນລັກສະນະ Private ໂຄວິດ ມັນຈະມີ Extension ກະຄືບໍ່ຕ້ອງຢູ່ໃກ້ກັນເນາະ ເພາະສະນັ້ນພວກເຮົາເລີຍຄິດວ່າເອີ ໄປຢູ່ນັ້ນຈະເປັນການດີ ກະເລີຍເກີດມີຄວາມຄິດວ່າ ການທີ່ເຮົາເຮັດບ້ານພັກເປັນສ່ວນໂຕແບບຊີ້ຫັ້ນນະ ໜ້າຈະຕອບສະໜອງດີໃນຊ່ວງເວລານັ້ນ ເຮົາກໍເລີຍໃຊ້ວິກິດໃຫ້ເປັນໂອກາດ ຊ່ວງເປັນວິກິດຂອງສັງຄົມ ກໍເລີຍໃຊ້ໂຕນັ້ນຫັ້ນເພື່ອໃຜຢາກມີມາພັກຜ່ອນ ແລະມາໃນເວລາຊ່ວງນັ້ນທີ່ວ່າເຮົາສາມາດຮັບຮອງໄດ້ ກໍເລີຍມັນເປັນການເລີ້ມຕົ້ນກໍາເນີດຂຶ້ນມາວ່າ ການທີ່ເຮົາເຮັດເຮືອນແພ ຈະເປັນເຮືອນແພ ແລະໃຊ້ທໍາມະຊາດບໍາບັດ.”

ພ້ອມກັນນັ້ນ ທາງຣີສອດຍັງໄດ້ມີກິດຈະກໍາຊີວິດປະຈໍາວັນຂອງນັກທ່ຽວທີ່ມາດໍາລົງຊີວິດຢູ່ໃນຊ່ວງໄລຍະສັ້ນ ແລະໄລຍາວ ໃຫ້ຮູ້ສຶກອິ່ມໃຈກັບບັນຍາກາດ ຄຽງຄູ່ກັບການໃສ່ບາດພະສົງ ທີ່ພາຍເຮືອອອກມາບິນທະບາດຍາມເຊົ້າໃນທຸກໆເຊົ້າ ເຊິ່ງນັກທ່ອງທ່ຽວ ສາມາດໃສ່ບາດໄດ້ ໂດຍທາງເຈົ້າຂອງຣີສອດມີການພົວພັນ ກັບການທ່ອງທ່ຽວເມືອງ ແລະການນໍາຂອງບ້ານ.

ນອກຈາກນັ້ນ ທາງຣີສອດຍັງໄດ້ອະນຸຍາດໃຫ້ນັກທ່ອງທ່ຽວ ສາມາດປຸງແຕ່ງ ອາຫານ ແລະສາມາດນໍາເອົາອາຫານເຂົ້າມາແຕ່ງກິນເປັນຄອບຄົວໄດ້ ແຕ່ຕ້ອງຢູ່ພາຍໃຕ້ກົດລະບຽບ ແລະຕົກລົງຮັບຮູ້ເງື່ອນໄຂກັບທາງຣີສອດ ກ່ອນເຂົ້າພັກ ນໍາອີກດ້ວຍ.

ຈາກຈຸດເລີ້ມຕົ້ນໃນການສ້າງເຮືອແພຄັ້ງທໍາອິດແມ່ນ 3 ຫຼັງ, ປັດຈຸບັນ ໃນບໍລິເວນແຄມນໍ້າຊອງ ມີເຮືອນແພທັງໝົດ 65 ຫຼັງ, ປະກອບດ້ວຍ 25 ຫົວໜ່ວຍ, ແລະມີຣີສອດເຮືອນລາວ 35 ຫຼັງ, ເຊິ່ງທັງໝົດ ສາມາດຮອງຮັບນັກທ່ອງທ່ຽວໄດ້ລະຫວ່າງ 200 ຫາ 300 ຄົນ.

ຍານາງວອນມະນີວົງບອກວ່າ ນາງໄດ້ແບ່ງ ແລະຈັດສັນເຮືອນແພອອກເປັນຫຼາຍຂະໜາດ ນັບຕັ້ງແຕ່ນຶ່ງຫ້ອງນອນ ໃນລາຄາເລີ້ມຕົ້ນ 500,000 ກີບຕໍ່ຄືນ ໄປຈົນເຖິງ 1,000,000 ປາຍ, ໂດຍນາງຈະຈັດສັນໃຫ້ເປັນສະຖານທີ່ທ່ອງທ່ຽວໃນລັກສະນະຂອງຄອບຄົວ.

ແນວໃດກໍຕາມ, ເນື່ອງຈາກການທ່ອງທ່ຽວມີການຂະຫຍາຍໂຕໄວວາ ບວກກັບ ສປປ ລາວ ເປັນເປົ້າໝາຍການທ່ອງທ່ຽວທີ່ໜ້າສົນໃຈທີ່ສຸດ ໃນການຈັດລໍາດັບຂອງວາລະສານການທ່ອງທ່ຽວລະດັບໂລກ ຈຶ່ງເຮັດໃຫ້ຣີສອດ ສະເພາະຢູ່ໃນຂົງເຂດເມືອງເຟືອງ ມີຜູ້ສົນໃຈເຂົ້າມາລົງທຶນຫຼາຍຂຶ້ນ, ດັ່ງນັ້ນ ເພື່ອໃຫ້ທຸກໆພາກສ່ວນເປັນໄປໃນຮູບແບບ ແລະມາດຕະຖານດຽວກັນ ຜູ້ປະກອບການແຕ່ລະທ່ານ ຈະຕ້ອງປະຕິບັດຕາມລະບຽບຂອງທາງທ່ອງທຽວເມືອງ, ດັ່ງທີ່ຍານາງວອນມະນີວົງກ່າວໃຫ້ຟັງດັ່ງນີ້:

“ຕ້ອງເອົາເຂົ້າສະມາຄົມ ລະບຽບ ແລະເປັນບັນທັດຖານອັນດຽວກັນ ເພາະວ່າໃນການນັ້ນຫັ້ນຄືຖ້າສົມມຸດວ່າທ່ານຈະສ້າງເຮືອນແພ ມັນຕ້ອງຖືບັນທັດຖານອັນດຽວກັນ ບໍ່ແມ່ນວ່າລາຄາທ່ານຈະຕ້ອງສູງກ່ອນຄົນອື່ນ ເພື່ອໄປເຮັດໃຫ້ຄົນອື່ນ ຫຼືວ່າລະບຽບ ທ່ານກໍຕ້ອງເອົາຕາມນີ້ ຄືເຮືອນແພພວກເຮົາຈະມີລະບຽບວ່າ ຫ້າມເປີດເພງສຽງດັງກ່ອນເວລາເທົ່ານັ້ນເທົ່ານີ້ໂມງ ທ່ານຕ້ອງປິດ ອັນນີ້ມັນຕ້ອງເປັນລະບຽບ ຖ້າທ່ານເຮັດເຮືອນແພ ຕ້ອງໄປຕາມລະບຽບຂອງທາງເມືອງວາງອອກ ຈຶ່ງມີກຸ່ມຂຶ້ນມາວ່າ ແຕ່ລະຄົນກະມີລະບຽບຂອງແຕ່ລະໂຊນແຕ່ລະບ່ອນ ແຕ່ໂດຍລວມແລ້ວລະບຽບຫຼັກໆຂອງທາງເມືອງວາງອອກ ແລະທາງວັດຖະນະທໍາທ່ອງທ່ຽວຂອງທາງເມືອງວາງອອກຫັ້ນນະ ພວກເຮົາຕ້ອງ Follow up ໂຕນັ້ນເຈົ້າ.”

ຍານາງກ່າວວ່າ ຂັ້ນຕອນໃນການດໍາເນີນງານທາງດ້ານເອກະສານ ແມ່ນເລີ້ມຕົ້ນພົວພັນຈາກພະແນກການລົງທຶນ, ພາກສ່ວນການທ່ອງທ່ຽວເມືອງ ແລະລົງມາຫາພາກສ່ວນທ້ອງຖິ່ນ, ແຕ່ສິ່ງສໍາຄັນ ແມ່ນຕ້ອງສຶກສາໃຫ້ລະອຽດກ່ຽວກັບສະຖານທີ່ທີ່ທ່ານຈະໄປລົງທຶນ ກ່ອນລົງມືປະຕິບັດ ແມ່ນດີທີ່ສຸດ.

ຍານາງວອນມະນີວົງຍັງກ່າວຕື່ມອີກວ່າ ສໍາລັບຜູ້ປະກອບການທ່ານໃດ ຕ້ອງ ການມາລົງທຶນ ສ້າງຣີສອດ ທີ່ຕິດພັນກັບທໍາມະຊາດດັ່ງກ່າວນີ້ ສາມາດມາລົງທຶນໄດ້, ແຕ່ເອກະສານລະຫວ່າງຜູ້ປະກອບການຂອງນັກລົງທຶນພາຍໃນ ແລະຕ່າງປະເທດ ຈະມີຄວາມແຕກຕ່າງກັນ, ດັ່ງນັ້ນ ຄວນສຶກສາ ແລະສອບຖາມຂໍ້ມູນຕາມແຕ່ລະຂັ້ນຕອນໃຫ້ລະອຽດ.

ແນວໃດກໍຕາມ, ເຖິງແມ່ນເສດຖະກິດຈະພົບກັບບັນຫາໃນປັດຈຸບັນ ແຕ່ທຸລະກິດການທ່ອງທ່ຽວຂອງນາງ ຊໍ້າພັດສວນທາງກັບຄວາມເປັນຈິງຂອງລະບົບເສດຖະກິດ ເຊິ່ງເຫັນໄດ້ຈາກການເພີ້ມຂຶ້ນຂອງເຮືອນແພ, ການຈ້າງງານທີ່ມີພະນັກງານເຖິງ 60 ຄົນ, ນັ້ນກໍໝາຍຄວາມວ່າ ທຸລະກິດທ່ອງທ່ຽວ ອາດຈະເປັນທາງເລືອກທີ່ດີທີ່ສຸດ ສໍາລັບຜູ້ທີ່ມອງຫາໂອກາດ ການລົງທຶນໃນເວລານີ້ ໂດຍສະເພາະ ໃນສະຖານທີ່ທີ່ຕິດພັນ ແລະໃກ້ຊິດກັບທໍາມະຊາດ, ແຕ່ກໍຫວັງຢ່າງຍິ່ງວ່າ ທຸລະກິດດັ່ງກ່າວ ຈະຊ່ວຍຮັກສາທໍາມະຊາດໃຫ້ຢູ່ຍາວນານ ແລະຈະບໍ່ມີການລົງທຶນດ້ານອື່ນໆຂອງນາຍທຶນຕ່າງຊາດ ມາທໍາລາຍທໍາມະຊາດທີ່ສວຍງາມແຫ່ງນີ້ ໃຫ້ປ່ຽນແປງໄປຕະຫຼອດການ.

XS
SM
MD
LG