ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຮັດທຸລະກິດ ກ່ຽວກັບການຮັບເໝົາທໍາຄວາມສະອາດ ແລະຊ່ວຍວຽກໃນຮ້ານອາຫານ


ວິທີຈັດວາງຈານ ແລະພາຖາດ ໃສ່ເຄື່ອງລ້າງທີ່ຖືກຕ້ອງ.
ວິທີຈັດວາງຈານ ແລະພາຖາດ ໃສ່ເຄື່ອງລ້າງທີ່ຖືກຕ້ອງ.

ການເຮັດທຸລະກິດຮັບເໝົາຊ່ວຍວຽກໃນເຮືອນຄົວຢູ່ຮ້ານອາຫານ ໂດຍສະເພາະ ຮ້ານອາຫານຢູ່ຕາມຕົວເມືອງໃຫຍ່ທີ່ເປັນຮ້ານອາຫານອິຕາລຽນ ຫຼືຮ້ານອາຫານອາເມຣິກາ ກໍາລັງເປັນທີ່ຕ້ອງການ, ທິບສຸດາ ມີລາຍລະອຽດກ່ຽວກັບທຸລະກິດດ້ານນີ້ມາສະເໜີທ່ານໃນອັນດັບຕໍ່ໄປ.

ການເປີດບໍລິສັດຮັບເໝົາທໍາຄວາມສະອາດ ຫຼືຊ່ວຍວຽກຕ່າງໆພາຍໃນເຮືອນຄົວຢູ່ຕາມຮ້ານອາຫານຕ່າງໆແມ່ນເປັນທີ່ຕ້ອງການຫຼາຍສໍາລັບຮ້ານອາຫານໃຫຍ່ໆ ເນື່ອງຈາກຍັງຂາດແຮງງານສະໜັບສະໜຸນ ເປັນດ້ານຫຼັກຢູ່ພາຍໃນເຮືອນຄົວ, ດັ່ງນັ້ນ ຖ້າຜູ້ໃດຫາກສົນໃຈຊິເປີດທຸລະກິດດ້ານນີ້ ພວກເຮົາມີຄໍາຕອບໃນຂັ້ນຕອນຂອງການດໍາເນີນງານຈາກບໍລິສັດທີ່ເພິ່ນມີປະສົບການ ແລະປະສົບຄວາມສໍາເລັດເປັນຢ່າງດີມາແນະນໍາ.

ກ່ອນອື່ນ ກໍຕ້ອງໄດ້ໄປລົງທະບຽນການຄ້າ, ເຊິ່ງຄ່າທໍານຽມໃນການເປີດບໍລິສັດ ກໍຢູ່ລະຫວ່າງ 150-250 ໂດລາ ໂດຍຂຶ້ນຢູ່ກັບແຕ່ລະຂົງເຂດ ແລະແຕ່ລະລັດ. ແຕ່ ສໍາລັບບໍລິສັດ PK Cleaning Service LLC ເພິ່ນເສຍຄ່າທໍານຽມໃນການລົງທະບຽນແມ່ນ 192 ໂດລາ, ເຊິ່ງ ໄດ້ເລີ້ມຕົ້ນເປີດບໍລິສັດ ມາແຕ່ປີ 2007.

ນອກຈາກຂໍໃບທະບຽນການຄ້າ, ອີກສິ່ງນຶ່ງທີ່ສໍາຄັນ ແລະຕ້ອງມີກໍຄື ເລກທະ ບຽນໃນການເສຍພາສີ ຫຼືທີ່ເພິ່ນຮ້ອງວ່າ EIN. ພ້ອມກັນນັ້ນ, ກໍຕ້ອງມີສະຖານ ທີ່ທີ່ແນ່ນອນຂອງບໍລິສັດ, ບັນຊີທະນາຄານຂອງບໍລິສັດ ທີ່ຈະສະແດງລາຍຮັບ-ລາຍຈ່າຍປະຈໍາປີ ເພາະທາງບໍລິສັດຈະຕ້ອງລາຍງານການເສຍພາສີໃນແຕ່ລະປີ ແລະຄ່າທໍານຽມໃນການຄິດໄລ່ ກໍຂຶ້ນຢູ່ກັບຄວາມຍາກ-ງ່າຍ ໜ້ອຍ-ຫຼາຍ ຂອງການເຮັດລາຍງານ ໂດຍທາງບໍລິສັດຈະຕົກລົງລາຄາ ກັບທາງຜູ້ຄິດໄລ່ບັນຊີນີ້ເອງ. ສໍາລັບບໍລິສັດ PK Cleaning Service LLC ເພິ່ນເສຍຄ່າທໍານຽມໃນການຄິດໄລ່ພາສີຢູ່ທີ່ 300 ໂດລາ.

ສິ່ງສໍາຄັນທີ່ສຸດໃນການເລີ້ມຕົ້ນເຮັດທຸລະກິດດ້ານນີ້ ທາງບໍລິສັດຈະຕ້ອງຊອກຫາວຽກ ຫຼື ສະຖານທີ່ ທີ່ຕົນເອງຈະໄປຮັບເໝົາ, ເຊິ່ງນາງບົວສອນ ສຸນາເຄນ ເຈົ້າຂອງບໍລິສັດຜູ້ຮັບເໝົາ PK Cleaning Service LLC ເລົ່າສູ່ຟັງວ່າ ທໍາອິດພວກເພິ່ນກໍຊອກຫາຈາກໜັງສືພິມ ຈາກເວັບໄຊທ໌ຊອກຫາວຽກງານ ແລະບ່ອນອື່ນໆ ໂດຍການຕິດຕໍ່ໄປຫາລູກຄ້າວ່າພວກເຂົາເຈົ້າຕ້ອງການພະນັກງານເພື່ອໄປຊ່ວຍວຽກຢູ່ເຮືອນຄົວບໍ ຕ້ອງການຈັກຄົນ ແລະຕ້ອງການໃຫ້ຊ່ວຍວຽກແບບມື້ຕໍ່ມື້ ຫຼືເປັນສັນຍາ. ຫຼັງຈາກນັ້ນ ເມື່ອມີຄົນຮູ້ຈັກຫຼາຍຂຶ້ນ ເຂົາເຈົ້າເຊື່ອ ໝັ້ນເຮົາຫຼາຍຂຶ້ນ ກໍຈະມີລູກຄ້າແນະນໍາຮ້ານອື່ນໆເຂົ້າມາຕໍ່ໆກັນ ເຊິ່ງປັດຈຸບັນ ທາງບໍລິສັດ ມີທັງຮ້ານອາຫານ ທີ່ຮັບເໝົາປະຈໍາເປັນສັນຍາ ແລະມີທັງຮ້ານທີ່ຕິດຕໍ່ເຂົ້າມາເປັນລາຍວັນ.

“ແບບວ່າບ່ອນໃດທີ່ເຂົາເຈົ້າປະກາດຮັບສະໝັກພະນັກງານ ປະກາດຮັບສະໝັກຢູ່ໃນຕໍາແໜ່ງໃດຫັ້ນ ເຮົາຊິໄປຊອກຢູ່ໃນໂຕນີ້, ຜ່ານມາເຮົາເຄີຍເຮັດກັບນ້າສາວຂອງເຮົາມາດົນເຕີບແລ້ວ ປະມານ 5 ຫາ 7 ປີ ທີ່ໄດ້ເຮັດຊ່ວຍນ້າສາວເຮົາມາ ລະເຮົາກໍໄດ້ຮູ້ຈັກຄົນຫຼາຍໃນຮ້ານອາຫານ ຖ້າວ່າເຮົາເຮັດວຽກດີ ເຂົາເຈົ້າກໍຈະແນະນໍາລູກຄ້າຄົນອື່ນໆໃຫ້ເຮົາ ມັນຈະເປັນຈັງຊີ້”

ເຈົ້າຂອງບໍລິສັດ ນາງບົວສອນ ສຸນາເຄນ, ໃສ່ເສື້ອສີແດງ ຢືນຢູ່ທາງກາງ, ແລະພະນັກງານຂອງລາວ ພາກັນຖ່າຍຮູບຢູ່ທີ່ເຮືອນຄົວຂອງຮ້ານອາຫານແຫ່ງນຶ່ງ.
ເຈົ້າຂອງບໍລິສັດ ນາງບົວສອນ ສຸນາເຄນ, ໃສ່ເສື້ອສີແດງ ຢືນຢູ່ທາງກາງ, ແລະພະນັກງານຂອງລາວ ພາກັນຖ່າຍຮູບຢູ່ທີ່ເຮືອນຄົວຂອງຮ້ານອາຫານແຫ່ງນຶ່ງ.

ການຮັບເໝົາໃນແຕ່ລະຄັ້ງ ທາງຮ້ານອາຫານຈະຈ່າຍໃຫ້ທາງບໍລິສັດທີ່ຮັບເໝົາເປັນອາທິດ ເຊິ່ງຄ່າແຮງກໍຈະບໍຄືກັນ ຂຶ້ນຢູ່ກັບຈໍານວນວຽກ ໂດຍຈະໄດ້ຮັບຄ່າແຮງຢູ່ລະຫວ່າງປະມານ 2-6 ພັນໂດລາ ໃນແຕ່ລະອາທິດຈາກຮ້ານອາຫານທີ່ຮັບເໝົາຢູ່.

ພະນັກງານຂອງບໍລິສັດແມ່ນສໍາຄັນຫຼາຍ ເນື່ອງຈາກເປັນແຮງງານຫຼັກຂອງບໍລິສັດໂດຍສະເພາະ, ປັດຈຸບັນ ທາງບໍລິສັດ PK Cleaning Service LLC ມີພະນັກງານປະຈໍາຢູ່ທັງໝົດ 25 ຄົນ, ພະນັກງານທີ່ເປັນແຮງງານເສີມ ຫຼື On Call 15 ຄົນ ແລະນອກຈາກນັ້ນ ກໍຍັງມີພະນັກງານທໍາມະດາທົ່ວໄປອີກຈໍານວນນຶ່ງ.

“ປັດຈຸບັນນີ້ ເຮົາຮັບສະໝັກເອົາພະນັກງານໄປອະນາໄມຮ້ານອາຫານ ເຮົາກໍຈະໄປຊ່ວຍເຂົາເຈົ້າໃນການຫ້າງຫາກະກຽມຊິເຮັດອາຫານ ໄປຊ່ວຍຊອຍຜັກ ຊອຍຊີ້ນ ແລະກໍຊ່ວຍຕຽມອາຫານ ຫຼັງຈາກຊ່ວຍຕຽມອາຫານແລ້ວ ພວກເຮົາກໍເອົາຄົນໄປລ້າງຖ້ວຍ ລ້າງຈານ ແບບວ່າຫຼັງຈາກລ້າງຖ້ວຍລ້າງຈານຮຽບຮ້ອຍແລ້ວ ແບບທຸກຢ່າງມີໃຫ້ລ້າງ ເຮົາກໍຕ້ອງໄດ້ລ້າງໝົດ.”

ການຈ່າຍເງິນໃຫ້ພະນັກງານ, ທາງບໍລິສັດຈະຈ່າຍໃຫ້ເປັນອາທິດ ເຊິ່ງຄ່າແຮງເລີ້ມຕົ້ນແມ່ນຢູ່ທີ່ 11 ໂດລາ 50 ເຊັນ, ສ່ວນພະນັກງານທີ່ເຮັດວຽກນໍາບໍລິສັດມາດົນແລ້ວ ກໍ່ຈະບວກຂຶ້ນຕາມປີການ ໂດຍມີຄ່າແຮງແຕ່ 16 ໂດລາ 50 ເຊັນຂຶ້ນໄປ.

ການເຮັດທຸລະກິດດັ່ງກ່າວ ແມ່ນດໍາເນີນໄປໄດ້ດີຫຼາຍ ເຊິ່ງນາງບົວສອນ ໄດ້ເລົ່າສູ່ຟັງວ່າ ປັດຈຸບັນ ທາງບໍລິສັດຂອງນາງບໍສາມາດຕອບສະໜອງຕໍ່ຄວາມຕ້ອງການຂອງລູກຄ້າໄດ້ຢ່າງພຽງພໍ ເນື່ອງຈາກມີລູກຄ້າຕິດຕໍ່ເຂົ້າມາຫຼາຍ ແຕ່ບໍ່ມີແຮງງານພຽງພໍສະໜອງໄດ້, ດັ່ງນັ້ນ ທາງບໍລະສັດ ກໍໄດ້ປະຕິເສດລູກຄ້າໄປກໍມີ.

ນາງເລົ່າສູ່ຟັງວ່າ ສະເພາະລາຍໄດ້ປະຈໍາເດືອນເມສານີ້ ທາງບໍລິສັດມີລາຍຮັບໂດຍປະມານ 8 ໝື່ນໂດລາ. ຢ່າງໃດກໍຕາມ ໃນແຕ່ລະເດືອນກໍມີຄວາມແຕກຕ່າງກັນ ຂຶ້ນຢູ່ກັບຍາມທີ່ລູກຄ້າຕ້ອງການແຮງງານ ແລະຍາມທີ່ລູກຄ້າບໍ່ຕ້ອງ ການແຮງງານຫຼາຍປານໃດ, ແຕ່ໂດຍລວມ ກໍຍັງເປັນລາຍໄດ້ທີ່ດີແລະເປັນວຽກທີ່ທາງລູກຄ້າຍັງມີຄວາມຕ້ອງການຢູ່ຕະຫຼອດໃນທຸກໆລະດູການ ເຊິ່ງໃນແຕ່ລະປີ ຈະມີລາຍຮັບຢູ່ຫຼາຍແສນໂດລາ.

ວິທີຈັດບ່ວງ ສ້ອມ ແລະມີດ ໃຫ້ຖືກຕ້ອງລຸນ ຫຼັງທີ່ລ້າງທໍາຄວາມສະອາດແລ້ວ.
ວິທີຈັດບ່ວງ ສ້ອມ ແລະມີດ ໃຫ້ຖືກຕ້ອງລຸນ ຫຼັງທີ່ລ້າງທໍາຄວາມສະອາດແລ້ວ.

“ຜົນດີກໍຄື ເຮົາມີວຽກເຮັດງານທໍາ ມີວຽກສຸດຈະລິດເຮັດ, ລາຍໄດ້ກໍໂອເຄ ເຖິງມັນຈະບໍ່ຫຼາຍ ແຕ່ມັນກໍບໍ່ໜ້ອຍ ຖືວ່າຊ່ວຍສະໜັບສະໜຸນຄອບຄົວຂອງເຮົາ ຄອບຄົວຂອງເຮົາກໍມີວຽກເຮັດງານທໍາ ວຽກງານມັນກໍຊອກຫາຍາກ ເຖິງວ່າເຮົາຈະເຮັດວຽກລັກສະນະແນວນີ້ ແຕ່ວ່າມັນກໍເປັນຜົນດີ ເຮົາກໍຈະມີວຽກເຮັດງານທໍາຢູ່ຕະຫຼອດ, ຄັນວ່າຊິໜັກມັນກໍບໍ່ໜັກ ແຕ່ຖ້າຊິວ່າເບົາມັນກໍບໍ່ເບົາ ກໍພໍເຮັດໄດ້ ແຕ່ວ່າຕ້ອງໃຊ້ຄວາມດຸໝັ້ນຂະຫຍັນພຽນແດ່ນ້ອຍນຶ່ງຫັ້ນໜາ”

ນອກຈາກຈຸດດີ ໃນດ້ານອື່ນໆແລ້ວ ກໍຍັງມີຂໍ້ຫຍຸ້ງຍາກຢູ່ບາງອັນກໍຄື ຂາດພະ ນັກງານ ຫຼືພະນັກງານບໍພຽງພໍຕໍ່ຄວາມຕ້ອງການຂອງລູກຄ້າ, ໂດຍລວມແລ້ວ ການເຮັດທຸລະກິດດ້ານນີ້ ບໍ່ຈໍາເປັນຕ້ອງໄດ້ລົງທຶນຫຼາຍ ຫຼືແລ່ນເອກະສານຫຼາຍຂັ້ນຕອນທີ່ຫຍຸ້ງຍາກ ພຽງແຕ່ເຂົ້າໃຈການບໍລິຫານເວລາ ມີພະນັກງານປະຈໍາບໍລິສັດ ແລະເຮັດວຽກໃຫ້ລູກຄ້າເຊື່ອໝັ້ນ ກໍສາມາດສ້າງລາຍໄດ້ ໃຫ້ບໍລິສັດ ສ້າງລາຍໄດ້ທີ່ດີໃຫ້ຕົນເອງ ແລະຄອບຄົວ ພ້ອມທັງສ້າງໂອກາດໃນການເຮັດວຽກໃຫ້ບຸກຄົນທົ່ວໄປໄດ້ອີກດ້ວຍ.

XS
SM
MD
LG