ບັນດາເຈົ້າໜ້າທີ່ທ້ອງຖິ່ນຂອງຈີນທີ່ກໍາກັບນຳສູນບັງຄັບອອກ
ແຮງງານ ຊຶ່ງເປັນບັນຫາຖົກຖຽງໂຕ້ແຍ້ງກັນນັ້ນກ່າວວ່າ ເຂົາ
ເຈົ້າຍັງປະຕິບັດໜ້າ ທີ່ຢ່າງເປັນປົກກະຕິແລະຍັງບໍ່ທັນໄດ້ຮັບ
ຄໍາສັ່ງໃດໆຈາກກຸງປັກກິ່ງເທື່ອ ກ່ຽວກັບຄວາມເປັນໄປໄດ້ໃນ
ການທີ່ຈະຍຸຕິການໃຊ້ລະບົບການດັ່ງກ່າວ.
ໜັງສືພິມ Global Times ຂອງທາງການຈີນ ກ່າວໃນວັນອັງຄານມື້ນີ້ວ່າ ບັນດາເຈົ້າໜ້າທີ່ຢ່າງໜ້ອຍຢູ່ໃນ 6 ຂົງເຂດຂອງຈີນ ຍັງບໍ່ທັນໄດ້ຮັບລາຍລະອຽດໃດໆ ກ່ຽວກັບການສະເໜີ ເພື່ອໃຫ້ມີປ່ຽນແປງຕໍ່ອັນທີ່ຮ້ອງວ່າ ລະບົບ “ສູນສໍາມະນາໂດຍຜ່ານການອອກແຮງງານ.”
ໃນອາທິດແລ້ວນີ້ ສື່ມວນຊົນຂອງລັດຖະບານຈີນ ອ້າງຄໍາເວົ້າຂອງສະ ມາຊິກກໍາມະການກົມການເມືອງສູນກາງພັກ ທ່ານ Meng Jianzhu ທີ່ກ່າວວ່າ ຈີນຈະຢຸດເຊົາໃຊ້ລະບົບການບັງຄັບບໃຊ້ແຮງງານ ທີ່ມີມາເປັນເວລາຫລາຍສິບປີ ໃນທ້າຍປີນີ້. ລາຍງານເຫຼົ່ານີ້ ຕໍ່ມາໄດ້ຖືກລຶບຖິ້ມໂດຍປາສຈາກການໃຫ້ຄຳອະພິບາຍໃດໆ. ບັນດາເຈົ້າໜ້າທີ່ກ່າວໃນ ພາຍຫລັງວ່າ ລະບົບດັ່ງກ່າວ ຈະຖືກ “ປະຕິຮູບ.”
ກຸງປັກກິ່ງ ໄດ້ສົນທະນາກັນມາເປັນເວລາຫລາຍປີແລ້ວກ່ຽວກັບຄວາມເປັນໄປໄດ້ທີ່ອາດຈະມີການປ່ຽນແປງຕໍ່ລະບົບດັ່ງກ່າວຊຶ່ງໄດ້ຖືກຕິຕຽນຈາກບັນດາກຸ່ມປົກປ້ອງສິດທິມະນຸດ ທີ່ກ່າວວ່າ ມັນບໍ່ໄດ້ມາດຕະຖານ ຂອງນາໆຊາດ.
ເຈົ້າໜ້າທີ່ຈີນ ໃຊ້ສູນອອກແຮງງານເພື່ອກັກຂັງໂສເພນີ ພວກຕິດຢາເສບຕິດ ແລະພວກລັກເລັກຂະໂມຍນ້ອຍຕ່າງໆໃຫ້ຕິດຄຸກດົນຈົນເຖິງສີ່ປີໂດຍບໍ່ຕ້ອງນຳພວກກ່ຽວຂຶ້ນສານ ຢູ່ໃນປະເທດທີ່ສານມີຄະດີຫຼາຍ ເກີນໄປຢູ່ແລ້ວນັ້ນ.
ບັນດາຝ່າຍຄ້ານຕໍ່ການນຳໃຊ້ລະບົບດັ່ງກ່າວ ເວົ້າວ່າ ປັກກິ່ງຍັງໃຊ້ສູນ ອອກແຮງງານ ເພື່ອປິດປາກປິດສຽງພວກຕິຕຽນແລະພວກຄັດຄ້ານລັດ ຖະບານ ແລະເຂົ້າເຈົ້າອ້າງວ່າ ການທໍລະມານ ແລະການລ່ວງລະເມີດ ຕ່າງໆແມ່ນໄດ້ເກີີດຂຶ້ນເປັນປະຈຳ ຢູ່ໃນສູນເຫຼົ່ານີ້.