ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໕ ຕຸລາ ໒໐໒໓

ທ.​ນ. ບາ​ບາຣາ ບຸ​ສ, ​ອະດີດ​ສະຕີ ໝາຍ​ເລກ​ນຶ່ງ​ຂອງ​ສຫລ ໄດ້ເສຍ​ຊີວິດ​ແລ້ວ, ​ລວມ​ອາຍຸ​ໄດ້ 92 ປີ


طلوع خورشید بر فراز یک اسکله در دریای بالتیک در تیمندورفر اشتراند، در شمال آلمان

ອະດີດ​ສະຕີໝາຍ​ເລກ​ນຶ່ງ​ຂອງ​ສະຫະລັດ ທ່ານ​ນາງ ບາ​ບາຣາ ບຸ​ສ (Barbara
Bush) ​ໄດ້​ເສຍ​ຊີວິດ​ໄປ​ແລ້ວ​ ຊຶ່ງ​ລວມ​ອາຍຸ​ໄດ້ 92 ປີ.

​ຢູ່ໃນ​ຖະ​ແຫລ​ງການສະບັບ​ນຶ່ງ ​ຂອງ​ຄອບຄົວຂອງ​ທ່ານ​ນາງບອກວ່າ ທ່ານ​ນາງ​ໄດ້​
ເສຍ​ຊີວິດ​ໃນຕອນ​ແລງ​ວັນ​ອັງຄານ​ວານ​ນີ້​ ໂດຍ​ທີ່​ມີ​ຄອບຄົວ​ຂອງ​ທ່ານ​ນາງຢູ່​ຄຽງ​ຂ້າງ.

ອະດີດ​ປະທານາທິບໍດີຈອດ​ຈ໌ ດັບ​ເບິນ​ຢູ ບຸ​ສ (George W. Bush) ກ່າວຢູ່​ໃນ​ຖະ
​ແຫລ​ງການ​ນັ້ນ​ວ່າ "​ແມ່​ທີ່​ເປັນ​ສຸດ​ທີ່​ຮັກ​ຂອງ​ຂ້າພະ ​ເຈົ້າ​ໄດ້​ລ່ວງ​ລັບ​ໄປແລ້ວ ຊຶ່ງ​ລວມ
ອາຍຸ​ໄດ້ 92 ປີ". "ທ່ານ​ນາງ​ໂລຣາ, ບາ​ບາຣາ, ​ເຈນ​ນາ(Laura, Barbara, Jenna) ​
ແລະ​ຂ້າພະ​ເຈົ້າ ມີ​ຄວາມ​ໂສກ​ເສົ້າທີ່​ສຸດ ​ແຕ່​ວ່າ​ຈິດ​ໃຈ​ຂອງ​ພວກ​ເຮົາມີ​ຄວາມ​ສະຫງົບ
​ເພາະ​ພວກ​ເຮົາ​ຮູ້​ວ່າຈິດ​ໃຈ​ຂອງ​ເພິ່ນກ່ອນ​ເສຍ​ຊີວິດ ກໍ​ຢູ່​ໃນ​ສະພາບ​ສະຫງົບດີ​ເຊັ່ນ​
ກັນ. ທ່ານ​ນາງ ບາ​ບາຣາ ບຸ​ສ (Barbara Bush) ​ເປັນອະດີດ​ສະຕີໝາຍ​ເລກ​ນຶ່ງທີ່​ດີ​
ຍິ່ງ​ ແລະ​ເປັນ​ຜູ້ຍິງ​ທີ່​ບໍ່ຄື​ກັນ​ກັບ​ຄົນ​ອື່ນໆ ທີ່​ໄດ້​ນໍາ​ເອົາ​ຄວາມຄວາມສຸກ​ສະບາຍ,
ຄວາມ​ຮັກ ​ແລະ​ການ​ອ່ານ​ອອກ​ຂຽນເປັນ ​ມາສູ່​ຄົນ​ເປັນ​ລ້ານໆ ຄົນ. ສ່ວນສໍາລັບ​ພວກ
​ເຮົາ​ແລ້ວ ທ່ານ​ນາງ ​ແມ່ນ​ມີ​ຄຸນງາມ​ຄວາມ​ດີ​ຫລາຍ​ກວ່າ​ນັ້ນຫລາຍ. ​ແມ່​ໄດ້​ເຮັດ​ໃຫ້
​ພວກເຮົາ​ສາມາດຢືນ​ຢູ່​ໄດ້​ ​ແລະ​ເຮັດ​ໃຫ້​ພວກ​ເຮົາ ໄດ້​ຫົວ​ຢ່າງ​ມ່ວນ​ຊື່ນ ຈົນ​ເຖິງ​ວັນ
ສິ້ນລົມ​ຫາຍ​ໃຈ​ຂອງເພິ່ນ. ຂ້າພະ​ເຈົ້າໂຊກ​ດີ ​ທີ່​ມີ​ແມ່​ຄື​ທ່ານ​ນາງ ບາ​ບາຣາ ບຸ​ສ (Barbara Bush). ຄອບຄົວ​ຂອງ​ພວກ​ເຮົາ ສຸດ​ແສນ​ທີ່ຄິດ​ຮອດເພິ່ນ ​ແລະ​ພວກ
​ເຮົາຂໍ​ສະ​ແດງ​ຄວາມຂອບ​ໃຈມາ​ຍັງ​ບັນດາ​ທ່ານ​ທີ່​ໄດ້​ພາວະນາ ​ແລະ​ສົ່ງ​ຄໍາ​ອວຍ
ພອນ​ອັນ​ປະ​ເສີດ​ມາ​ໃຫ້​ຄອບຄົວຂອງ​ພວກ​ເຮົາ."

ຄອບຄົວ​ຕະກຸນ ບຸ​ສ (Bush) ບໍ່​ໄດ້​ໃຫ້​ລາຍ​ລະອຽດກ່ຽວກັບ​ສຸຂະພາບ​ຂອງ​ເພິ່ນ
ຫລາຍ​ປານ​ໃດ ​ແຕ່​ໄດ້​ເວົ້າວ່າ ອະດີດ​ສະຕີໝາຍ​ເລກ​ນຶ່ງ​ ໄດ້​ເປັນ​ໂຣກຫົວ​ໃຈ​ວາຍ ​ແລະພະຍາດ​ຫາຍໃຈ​ຝືດ​ແບ​ບຊໍາ​ເຮື້ອ​ ໃນ​ຊຸມ​ປີ​ມໍ່ໆມານີ້. ທ່ານ​ນາງ​ບໍ່​ ​ໃຫ້ມີ​ການ
​ປິ່ນປົວ​ ທ່ານ​ນາງ​ອີກ​ຕໍ່​ໄປ​ ເມື່ອອາການ​ຂອງ​ທ່ານນາງ​ຮ້າຍ​ແຮງ​ຂຶ້ນ ​ໃນ​ຫລາຍໆ
ມື້ຜ່ານ​ມານີ້.

Former First Lady Babara Bush
please wait

No media source currently available

0:00 0:01:28 0:00

ທ່ານ​ນາງ ບາ​ບາຣາ ພຽດສ໌ ບຸ​ສ (Barbara Pierce Bush) ​ເກີດ​ເມື່ອ​ວັນ​ທີ 8 ມິ
ຖຸນາ, 1925, ຢູ່​ເມືອງ​ໄຣ (Rye), ລັດ​ນີວຢອກ (New York). ພໍ່ຂອງ​ທ່ານ​ນາງ
ເປັນ​ຄົນ​ພິມ​ວາລະສານ McCall's ​ແລະ Redbook. ​ແມ່​ຂອງ​ທ່ານ​ນາງ​ຊື່ ໂພລີນ
ພຽດສ໌ (Pauline Pierce) ຊຶ່ງ​ເປັນ​ລູກ​ສາວ​ຂອງ​ຜູ້ພິພາກສາ​ສານ​ສູງ​ສຸດ​ຂອງ​ລັດ
​ໂອ​ຮາ​ຍ​ໂອ ​ແລະ​ໄດ້​ອຸທິດ​ຕົນ​ ເພື່ອ​ພາລະກິດຂອງ​ພວກ​ຫົວ​ອານຸລັກ​ນິຍົມ ໃນ​ນາມ​
ເປັນ​ປະທານ​ຂອງ​ສະ​ໂມ​ສອນ​ດ້ານ​ສວນ​ຂອງ​ອາ​ເມຣິກາ (Garden Club of America).

ພາບຖ່າຍໃນປີ 1964 ຂອງຄອບຄົວທ່ານ George H.W. Bush ກັບພັນລະຍາຂອງທ່ານ (ທ.ນ. Barbara) ແລະລູກຂອງພວກເພິ່ນທັງ 6 ຄົນ
ພາບຖ່າຍໃນປີ 1964 ຂອງຄອບຄົວທ່ານ George H.W. Bush ກັບພັນລະຍາຂອງທ່ານ (ທ.ນ. Barbara) ແລະລູກຂອງພວກເພິ່ນທັງ 6 ຄົນ

ທ່ານ​ນາງ ບາ​ບາຣາ ພຽດສ໌ ບຸ​ສ (Barbara Pierce Bush) ​ໄດ້​ແຕ່ງງານ​ກັບ​ທ່ານຈອດ​ຈ໌ ​ເຮີ​ເບີດ ວອກ​ເກີ ບຸ​ສ (George Herbert Walker Bush) ​ໃນ​ວັນ​ທີ 6 ມັງກອນ ປີ 1945. ພວກເພິ່ນ​ມີ​ລູກ​ນໍາ​ກັນ 6 ຄົນ ​ແລະ​ໄດ້​ແຕ່​ງງານ​ກັນ​ດົນ​ກວ່າ​ປະທານາທິບໍດີ​ສະ
ຫະລັດ​ຄົນ​ໃດໝົດ​ ໃນ​ປະຫວັດສາດ​ຂອງສະຫະລັດ. ທ່ານ ຈອດ​ຈ໌ ​ເອສ ດັບ​ເບິນ​ຢູ ບຸ​ສ (George H.W. Bush) ໄດ້​ເປັນ​ປະທານາທິບໍດີ​ສະຫະລັດ ​ຄົນທີ 41 ​ແຕ່​ປີ 1989
ຫາ 1993.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG